ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພໍ່ແມ່ໃນຈີນ ຮ້ອງຮຽນຕໍ່ ຂັ້ນສູງ ກ່ຽວກັບລູກໆ ທີ່ຫາຍໄປ ຍ້ອນການລັກລອບ ຄ້າມະນຸດ (ວີດິໂອ ລາວ/ອັງກິດ)


Parents of Trafficked Children Petition for Justice in China
please wait

No media source currently available

0:00 0:02:48 0:00
ລິງໂດຍກົງ

ເບິ່ງວີດິໂອລາຍງານນນີ້ ເປັນພາສາອັງກິດ.

ໃນປີນີ້ ກະຊວງຕ່າງປະເທດສະຫະລັດ ໄດ້ລົດລະດັບ ປະເທດ
ຈີນໃຫ້ຈັດ ຢູ່ໃນກຸ່ມປະເທດທີ່ຂີ້ຮ້າຍທີ່ສຸດຂອງໂລກໃນການ
ລ່ວງ ລະເມີດລັກລອບຄ້າມະນຸດ. ບັນດາເຈົ້າໜ້າທີ່ ທີ່ກຸງປັກກິ່ງ
ເວົ້າວ່າ ພວກເຂົາເຈົ້າມີຄວາມກ້າວໜ້າຫຼາຍສົມຄວນ ໃນການ
ປາບປາມບັນຫາດັ່ງກ່າວ ແຕ່ກໍປະກົດວ່າ ເທົ່າເຖິງປັດຈຸບັນນີ້ ມີເດັກນ້ອຍປະມານສອງແສນຄົນ ທີ່ເຊື່ອວ່າຍັງຫາຍສາບສູນໄປ
ໃນແຕ່ລະປີ ຍ້ອນການລັກລອບຄ້າມະນຸດນັ້ນ. ຜູ້ສື່ຂ່າວວີໂອເອ
ໄດ້ໂອ້ລົມກັບບັນດາພໍ່ແມ່ທີ່ລູກເຕົ້າຂອງພວກເຂົາເຈົ້າຫາຍສາບ
ສູນ ທີ່ກໍາລັງ ຍື່ນຄຳຮ້ອງຮຽນຕໍ່ລັດຖະບານກາງຈີນ ເພື່ອພະຍາ ຍາມຂໍຄວາມເປັນທໍາໃຫ້ໄດ້. ທອງປານ ມີເລຶ່ອງນີ້ມາສະເໜີ
ທ່ານ ໃນອັນດັບຕໍ່ໄປ


ລິງໂດຍກົງ

ຕອນນັ້ນ ນາງ Wu Liping ເປັນພຽງເດັກໄວລຸ້ນ ເວລານ້ອງຊາຍ Wu Yulong ຂອງ ນາງ ຖືກຂາຍໃຫ້ພວກລັກລອບຄ້າມະນຸດ.

ນາງ ຫຼີປິງ ເວົ້າວ່າ: “ມັນເປັນມື້ນຶ່ງໃນເດືອນເມສາ ປີ 1996 ຊຶ່ງໂດຍທັນທີທັນໃດນັ້ນ
ນ້ອງຊາຍຂ້ອຍກໍຫາຍຕົວໄປຊື່ໆ.”


ເບິ່ງວີດິໂອກ່ຽວກັບເລື້ອງນີ້ເປັນພາສາລາວ:




ທ້າວ Yulong ເປັນລູກຄົນທີ່ເກົ້າຂອງຄອບຄົວ Wu ທີ່ອາໄສຢູ່ໝູ່ບ້ານນຶ່ງ ທາງພາກໃຕ້
ຂອງຈີນ ຊຶ່ງເປັນເຂດທີ່ພວກເຈົ້າໜ້າທີ່ ທວງໃຫ້ຈ່າຍເງິນປະຈໍາປີ ຈາກຄອບຄົວໃດທີ່ມີ
ລູກ ເກີນນະໂຍບາຍທີ່ໃຫ້ມີລູກໄດ້ພຽງນຶ່ງຄົນນັ້ນ.

ຄອບຄົວຂອງທ້າວ Yulong ບໍ່ມີເງິນຈະຈ່າຍ ເພື່ອລູກອີກຄົນນຶ່ງໄດ້ ແລະດ້ວຍເຫດນີ້
ກໍເລີຍຍົກເອົາທ້າວ ຢູຫຼົງ ມອບໃຫ້ເປັນລູກບຸນທໍາແກ່ຄອບຄົວເພື່ອນບ້ານ ຊຶ່ງເວລານັ້ນ
ຄອບຄົວດັ່ງກ່າວມີລູກສາວຄົນດຽວ.

ນາງ ຫຼີປິງ ເວົ້າອີກວ່າ: “ເວລານ້ອງຊາຍຂ້ອຍອາຍຸໄດ້ນຶ່ງປີ ຄອບຄົວກໍມີລູກອີກ
ຄົນນຶ່ງ ເປັນຜູ້ຊາຍ ເວລານັ້ນຫຼ່ະ ພໍ່ລ້ຽງຈຶ່ງເລີ່ມພິຈາລະນາທີ່ຈະຂາຍທ້າວ ຢູຫຼົງ. ລາວມີເພື່ອນສອງສາມຄົນ ທີ່ຢູ່ໃນທຸລະກິດລັກລອບຄ້າມະນຸດ ແລະ ມີລາຍໄດ້ ງາມຈາກທຸລະກິດນີ້.”


ນາງ Liping ເວົ້າຕໍ່ໄປວ່າ ປະຊາຊົນທັງໝົດທີ່ຢູ່ເມືອງຂອງລາວນັ້ນ ຮູ້ດີວ່າໃຜແດ່ເປັນ
ຜູ້ລັກລອບຄ້າມະນຸດ ແຕ່ພວກເຈົ້າໜ້າທີ່ທ້ອງຖິ່ນ ກໍມັກຈະເຮັດແບບບໍ່ຮູ້ບໍ່ເຫັນຫຍັງ.

ນາງ ຫຼີປິງ ເວົ້າວ່າ: “ຕົວຢ່າງເນາະ, ຫຼັງຈາກນ້ອງຊາຍຂອງຂ້ອຍ ຫາຍຕົວໄປ
ພໍ່ຂ້ອຍກໍໄປລາຍງານຕໍາຫຼວດ ຕໍາຫຼວດກໍບອກວ່າ ເຂົາເຈົ້າຈະບອກ ຖ້າໄດ້ຍິນ
ຂ່າວຄາວເລຶ່ອງລູກຫາຍ ແຕ່ຕໍາຫຼວດກໍບໍ່ໄດ້ ເອົາໃບຮັບລາຍງານຫຍັງໃຫ້
ແລ້ວກໍບໍ່ເຫັນມີການສືບສວນສອບສວນຫຍັງ ແຕ່ຢ່າງໃດເລີຍ.”


ເດັກນ້ອຍທີ່ຖືກລັກພາຕົວໄປ ສາມາດຈະຂາຍໄດ້ ໃນລາຄາຫຼາຍພັນໂດລ່າຢູ່ໃນຈີນ
ແລະທີ່ຕ້ອງການຫຼາຍກວ່າໝູ່ນັ້ນ ກໍແມ່ນເດັກທາລົກເພດຊາຍ ຊຶ່ງມັກຈະໄດ້ລາຄາສູງ.

ບັນທຶກຂອງຕໍາຫຼວດໃຫ້ຮ່ອງຮອຍທີ່ເລືອນລາງ ກ່ຽວກັບຂະບວນການລັກລອບຄ້າມະ
ນຸດທີ່ຂາຍເດັກໃຫ້ແກ່ຜູ້ໃຫ້ລາຄາສູງກວ່າ ບາງເທື່ອກໍຂາຍໃຫ້ແກ່ສູນລ້ຽງເດັກກໍາພ້າ
ພວກແກ໊ງເລາະຂາຍໃນເມືອງ ບາງເທື່ອກໍຂາຍໃຫ້ແກ່ພວກຄອບຄົວທີ່ບໍ່ມີລູກ ໃນເຂດ
ຊົນນະບົດ ເປັນຕົ້ນ.

ນາງ ຫຼີປິງ ເວົ້າວ່າ: “ສ່ວນຄອບຄົວໃດທີ່ບໍ່ມີລູກຊາຍ ພວກເຂົາເຈົ້າກໍບໍ່ກ້າອອກໄປ
ປະກົດຕົວໃນທີ່ສາທາລະນະ ເພາະພວກຄົນໃນໝູ່ບ້ານຈະດູຖູກພວກເຂົາເຈົ້າ. ຖ້າພວກເຂົາເຈົ້າບໍ່ມີລູກຊາຍຜູ້ນຶ່ງ ດ້ວຍຕົນເອງໄດ້ ພວກເຂົາເຈົ້າກໍໄປຊອກຊື້
ເອົາຜູ້ນຶ່ງ ແລ້ວເອົາໄປບ້ານນໍາ ສະນັ້ນພວກລັກລອບຄ້າມະນຸດ ຈຶ່ງສວຍໂອກາດ
ໂກ່ງລາຄາໂດຍວິທີນີ້.”


ເມື່ອເດືອນຜ່ານມາ ມີງານຈັດສະແດງບັ້ນນຶ່ງ ໂດຍນັກຈິດຕະກອນ Li Yueling ທີ່ນໍາ ເອົາບັນຫາເດັກນ້ອຍຫາຍສາບສູນ ໄປຍັງກຸງປັກກິ່ງ. ຫຼາຍໆຄອບຄົວທີ່ລູກຫຼານພວກ ຕົນຫາຍສາບສູນໄປ ຍ້ອນຂະບວນການລັກລອບຄ້າມະນຸດນັ້ນ ໄດ້ພາກັນໄປເຕົ້າໂຮມ ຢູ່ງານສະແດງດັ່ງກ່າວ.

ໃນນັ້ນກໍມີ Wu Xinghu ພໍ່ຄົນນຶ່ງຈາກແຂວງ Shaanxi. ເມື່ອສີ່ປີກ່ອນ ພວກລັກລອບ ຄ້າມະນຸດ ໄດ້ມອມຢາ ທ້າວ Wu ແລະເມຍ ຂອງລາວຢູ່ບ້ານເຂົາເຈົ້າເອງ ຫຼັງຈາກນັ້ນ ພວກເຂົາກໍລັກເອົາລູກຊາຍເກີດໃໝ່ ທີ່ຊື່ Jiacheng ຂອງພວກເຂົາເຈົ້າໜີໄປ.

ເມື່ອບໍ່ດົນມານີ້ ທ້າວ Wu ແລະພວກພໍ່ແມ່ອີກ 22 ຄົນ ພະຍາຍາມຍື່ນ ຄໍາຮ້ອງຮຽນຕໍ່
ເຈົ້າໜ້າທີ່ອາວຸໂສ ເພື່ອບີບບັງຄັບໃຫ້ຕໍາຫຼວດທ້ອງຖິ່ນທໍາການສືບສວນສອບສວນ
ກ່ຽວກັບກໍລະນີການລັກລອບຄ້າມະນຸດ.

ເສື້ອຍືດຫຼືທີເຊິດຂອງພວກເຂົາເຈົ້າ ແຕ່ລະຜືນ ຈະມີຮູບຂອງລູກທີ່ຫາຍສາບສູນໄປ
ຊຶ່ງ ປະກົດວ່າໄດ້ຮັບຄວາມສົນໃຈຢ່າງວ່ອງໄວ ເວລາພວກເຂົາເຈົ້າຂຶ້ນລົດເມ.

ທ້າວ ວູ ເວົ້າວ່າ: “ພວກເຂົາເຈົ້າອາດຄິດອອກແລ້ວວ່າ ພວກເຮົາຮ້ອງຮຽນຫຍັງ
ເສື້ອທີເຊີດຂອງພວກເຮົາ ເປັນສິ່ງທີ່ໄວຕໍ່ຄວາມຮູ້ສຶກຫຼາຍເກີນໄປ ສະນັ້ນ ຄົນ
ຂັບລົດເມ ກໍຂ້ຽວຢຸດລົດ ພ້ອມກັບບອກວ່າລົດເພແລ້ວ ແລະບອກພວກເຮົາຕ້ອງ ໄດ້ປ່ຽນໄປຂຶ້ນລົດຄັນໃໝ່ ແຕ່ພໍພວກເຮົາອອກໄປ ລົດເມຄັນນັ້ນ ກໍເລີ້ມແລ່ນ
ໜີໄປເຊັ່ນກັນ.”


ຈາກນັ້ນຕໍ່ມາ ພວກເຂົາເຈົ້າກໍຖືກຕໍາຫຼວດກັກຕົວໄວ້ ຊຶ່ງຕໍາຫຼວດກໍໄດ້ປ່ອຍຕົວພວກ
ເຂົາເຈົ້າ ຫຼັງຈາກສັນຍາວ່າ ຈະຢຸດການຮ້ອງຮຽນ. ແຕ່ທ້າວວູ ມີແຜນການຈະຮ້ອງຮຽນ
ຕໍ່ໄປຍັງຜູ້ນໍາອາວຸໂສ ພວກທີ່ລາວບອກວ່າ ເປັນຄວາມຫວັງຂັ້ນສຸດທ້າຍ ທີ່ຈະສາມາດ
ພົບລູກຊາຍຂອງລາວໄດ້.
XS
SM
MD
LG