ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານນິດຕະຍາ ສົມສະນິດ ນັກອອກແບບເຄື່ອງນຸ່ງພື້ນເມືອງລາວ ຢູ່ນະຄອນປາຣີ ລົມກັບວີໂອເອ ພະແນກພາສາລາວ


ທ່ານນິດຕະຍາ ສົມສະນິດ (ແຖວໜ້າ ຊ້າຍສຸດ ) ແລະຄະນະ.
ທ່ານນິດຕະຍາ ສົມສະນິດ (ແຖວໜ້າ ຊ້າຍສຸດ ) ແລະຄະນະ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວໃນຕ່າງແດນຂອງ ວີໂອເອ
ມື້ນີ້ ເຮົາຈະນຳເອົາການໂອ້ລົມກັບ ທ່ານນິດຕະຍາ ສົມສະນິດ ນັກອອກແຟຊັນຝຣັ່ງເຊື້ອ
ສາຍລາວ ທີ່ນະຄອນຫຼວງປາຣີ ຊຶ່ງ ກິ່ງສະຫວັນ ຈະນຳມາສະເໜີທ່ານ.

ທ່ານນິຕະຍາ ສົມສະນິດ ນັກອອກແບບແຟຊັນ
ທ່ານນິຕະຍາ ສົມສະນິດ ນັກອອກແບບແຟຊັນ

ວົງການແຟຊັນການອອກແບບເຄື່ອງນຸ່ງມີຢູ່ຫຼາຍລະດັບ ສຳລັບແຕ່ລະຊົນຊັ້ນສັງຄົມ. ບັນ
ດາເຄື່ອງນຸ່ງເຫຼົ່ານີ້ ມີວາງຂາຍຢູ່ຕາມຮ້ານຂາຍເຄື່ອງນຸ່ງ ມີລາຄາຖືກ ແລະລາຄາແພງ.
ເຄື່ອງນຸ່ງອອກແບບໃໝ່ພິເສດ ທີ່ບໍ່ຊໍ້າແບບໃຜ ໃຊ້ມື ຫຍິບ ອາດມີພຽງແຕ່ຊຸດດຽວຫຼືໂຕ
ດຽວເທົ່ານັ້ນ. ເຄື່ອງນຸ່ງຫົ່ມເຫຼົ່ານີ້ຈະເຫັນພຽງ ແຕ່ພວກດາຣາທີີ່ມີຊື່ສຽງ ແລະສັງຄົມຊັ້ນສູງ
ພາກັນນຸ່ງຢູ່ໃນພິທີ ທີ່ສຳຄັນຕ່າງໆ. ຜູ້ນຸ່ງ ຈະນຸ່ງແຕ່ເທື່ອດຽວ ຫຼືສອງເທື່ອເທົ່ານັ້ນ ແລະ
ຫຼັງຈາກນັ້ນ ກໍຈະບໍ່ນຸ່ງໃຫ້ເຫັນອີກ.

ສູນກາງແຟຊັນທີີ່ມີຊື່ສຽງຂອງໂລກ ຄື ນະຄອນຫຼວງປາຣີ ນະຄອນເມີຣານ ປະເທດອີຕາ
ລີນະຄອນຫຼວງລອນດອນ ປະເທດອັງກິດ ແລະນະຄອນນິວ ຢອກ ສະຫະລັດອາເມຣິກາ
ເຫລົ່ານີ້ເປັນຕົ້ນ.

ທ່ານນິດຕະຍາ ສົມສະນິດ ຄົນຝຣັ່ງເຊື້ອສາຍລາວ ກໍແມ່ນຜູ້ນຶ່ງທີ່ໄດ້ວາງບົດບາດການ
ອອກແບບເຄື່ອງນຸ່ງ ເນັ້ນໜັກໃສ່ການນຸ່ງຖືຊອງຂຸນນາງ ໃນສະໄໝ ໂບຮານລາວ ຢູ່ໃນ
ນະຄອນຫຼວງປາຣີ ບ່ອນທີ່ສັງຄົມແຟຊັນພາກັນອອກຫົວຄິດປະດິດສ້າງ ເປີດຫູເປີດຕາ
ໃຫ້ຊາວໂລກໄດ້ເຫັນສິນລະປະພື້ນລາວ. ທ່ານນິຕະຍາໄດ້ເລົ່າເຖິງຊີວິດເບື້ອງຕົ້ນ
ກ່ອນທີ່ຈະກາຍມາເປັນນັກອອກແບບແຟຊັນ ສູ່ ວີໂອເອ ຟັງດັ່ງນີ້:

ບັນດານາງແບບ ແລະທ້າວແບບ
ບັນດານາງແບບ ແລະທ້າວແບບ

ການຮຽນສິນລະປະການແຕ້ມ ການອອກແບບ ມີລາຄາແພງ ແລະເປັນວິຊາອາ ຊີບທີ່ທ້າ
ທາຍ ໃນການຊອກວຽກເຮັດງານທຳ. ທ່ານນິດຕະຍາ ໄດ້ເລືອກຮຽນ ຝ່າຍເທັກນິກການ
ຫຍິບເຄື່ອງນຸ່ງ ແລະອອກແບບໃຫ້ເຂົ້າກັບໂຕຄົນ ໂດຍສະ ເພາະເວລານຸ່ງເຂົ້າໄປແລ້ວ
ຈະເຫັນເປັນທີ່ຈັບໃຈ ແລະມີລືກຊົງທີ່ໜ້ານັບຖື ຊຶ່ງ ທ່ານນິດຕະຍາ ອາທິບາຍສູ່່ຟັງດັ່ງນີ້:

ບັນດາທ້າວແບບ
ບັນດາທ້າວແບບ

ຫຼັງຈາກໄດ້ເຮັດວຽກໃຫ້ແກ່ບໍລິສັດອອກແບບຢູ່ນະຄອນຫຼວງປາຣີ ມາເປັນເວລາ 16 ປີ
ພ້ອມທັງມີຄວາມຊໍານິຊຳນານ ແລະສ້າງຊື່ສຽງໃຫ້ແກ່ຕົນເອງ. ບັດນີ້ ທ່ານໄດ້ລົງທະບຽນ
ຈະເປີດຮ້ານຢ່າງເປັນທາງການ ໃນເດືອນມັງກອນ 2022 ໂດຍໃສ່ຊື່ຫຍີ່ຫໍ້ວ່າ “ນິດຕະຍາ
ສົມສະນິດ" ຊຶ່ງທ່ານໄດ້ກ່າວຕໍ່ໄປອີກວ່າ:

ນາງແບບ ໃນຊຸດ ພື້ນເມືອງລາວ
ນາງແບບ ໃນຊຸດ ພື້ນເມືອງລາວ

ນະຄອນຫຼວງປາຣີ ເປັນເມືອງແສງສີ ມີຫໍພິພິດທະພັນຫຼາຍແຫ່ງ ທີ່ເກັບກຳ ວັດຖຸໂບຮານ
ແລະສິນລະປະພື້ນເມືອງໂລກ. ນອກນັ້ນ ຍັງເປັນເມືອງ ທີ່ີ ແອອັດເຕັມໄປດ້ວຍເຄຫາສະ
ຖານທີ່ເກົ່າແກ່ ແບ່ງອອກເປັນ 20 ຄຸ້ມທີ່ຮ້ອງ ວ່າ “Arondissement” ຊຶ່ງທ່ານນິດຕະຍາ
ຢູ່ຄຸ້ມທີ 11 ອັນເປັນທີ່ພັກແລະ ສະຕູດີໂອ ຊຶ່ງທ່ານນິດຕະຍາ ກ່າວວ່າ:

ບັນດານາງແບບ ແລະທ້າວແບບ ໃນຊຸດພື້ນເມືອງລາວ
ບັນດານາງແບບ ແລະທ້າວແບບ ໃນຊຸດພື້ນເມືອງລາວ

ປະຫວັດສາດ ສິ່ງແວດລ້ອມ ແມ່ນພາກສ່ວນສຳຄັນ ທີ່ກໍ່ໃຫ້ເກີດຈິນຕະນາການ ແກ່ບັນດາ
ນັກອອກແບບ. ທ່ານນິດຕະຍາ ມີພື້ນຖານເຊື້ອສາຍມາຈາກ ຣາດຊະ ວົງຫຼວງພະບາງ ຊຶ່ງ
ສິນລະປະຫຍິບປັກທັກແຊວໄດ້ດົນບັນດານໃຫ້ທ່ານສາມາດເຫັນພາບໃນຢູ່ສະໄໝໂບ
ຮານແລ້ວນຳມາປະດິດຄິດສ້າງໃຫ້ເຂົ້າກັບສະໄໝໃໝ່ ດັ່ງທີ່ທ່ານໄດ້ອະທິບາຍສູ່ຟັງດັ່ງນີ້:

ຝີມືການປັກແສ່ວຄໍເສື້ອລວດລາຍພື້ນເມືອງລາວ
ຝີມືການປັກແສ່ວຄໍເສື້ອລວດລາຍພື້ນເມືອງລາວ

ທ່ານນິດຕະຍາ ໄດ້ກ່າວມ້ວນທ້າຍເຖິງຜູ້ຊື້ໄປນຸ່ງ ແລະລາຄາສູ່ ວີໂອເອຟັງວ່າ:

ບັນດານາງແບບ ໃນຊຸດພື້ນເມືອງລາວ
ບັນດານາງແບບ ໃນຊຸດພື້ນເມືອງລາວ

ທ່ານນິດຕະຍາ ແມ່ນຄົນຝຣັ່ງເຊື້ອສາຍລາວ ທີ່ສຳຄັນຄົນທຳອິດ ທີ່ກຳລັງເຜີຍ ແຜ່ສິນລະ
ປະພື້ນເມືອງໂບຮານລາວ ຢູ່ໃນວົງການແຟຊັນລະດັບສາກົນ. ເຮົາ ສາມາດເຂົ້າໄປຊົມຮູບ
ພາບທີ່ເປັນຜົນງານຂອງທ່ານໄດ້ທີ່ໜ້າເຟສບຸກ “ນິດຕະຍາ ສົມສະນິດ.”

XS
SM
MD
LG