ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີເໜືອ ເຕືອນໃຫ້ ນັກທ່ອງທ່ຽວ ອອກຈາກ ເກົາຫຼີໃຕ້ (ສະໄລດ໌/ວີດີໂອ)


ວີດິໂອ ກ່ຽວກັບຄວາມເຄ່ງຕຶງ ໃນແຫລມເກົາຫລີ

ເກົາຫລີ​ເໜືອ ​ໄດ້​ຮຽກຮ້ອງ​ໃຫ້​ຊາວ​ຕ່າງ​ດ້າວ ອອກ​ຈາກ​ເກົາ
ຫລີ​ໃຕ້ ​ເພື່ອ​ຫລີກ​ເວັ້ນບັນຫາ​ຂັດ​ແຍ້​ງທາງ​ທະຫານ​ທີ່ອາດ​ຈະ​
ມີຂຶ້ນ ​ໂດຍ​ໄດ້​ອອກ​ຄຳ​ຂູ່​ຂວັນທີ່​ຈະກໍ່ສົງຄາມອີກ​ຄັ້ງນຶ່ງ ​ຢູ່​ໃນ​
ແຫລມ​ເກົາຫລີ.

ອົງການ​ຂ່າວຂອງ​ທາງ​ການ​ເກົາຫລີ​ເໜືອ ​ໄດ້​ອອກ​ຖະ​ແຫລ​ງ
ສະບັບ​ນຶ່ງ ຈາກ​ຄະນະກໍາມະການ​ສັນຕິ ​ເຂດເອ​ເຊຍ-​ປາຊິຟິກ
​ຂອງ​ອຳນາດ​ການ​ປົກຄອງ​ເກົາ ຫຼີ​ເໜືອໃນ​ວັນ​ອັງຄານ​ມື້​ນີ້ ຮຽກ
ຮ້ອງ​ໃຫ້​ບັນດາ​ນັກ​ທ່ອງທ່ຽວຕ່າງປະ​ເທດ ​ແລະ​ບໍລິສັດ​ຕ່າງໆ
"ຈົ່ງ​ເອົາ​ມາດ​ຕະການ​ ຍົກຍ້າຍ​ຜູ້​ຄົນ ອອກ​ຈາກ​ກຸງ​ໂຊ​ລ ​ແລະ
ເກົາຫລີໃຕ້ ​ເພື່ອ​ຄວາມ​ປອດ​ໄພ​ຂອງ​ເຂົາ​ເຈົ້າ."

​ເກົາຫລີ​ເໜືອ ​ໄດ້​ອອກ​ຄຳ​ເຕືອນ​ທີ່​ຄ້າຍຄື​ກັນນີ້ ​ໃນ​ອາທິດ​ແລ້ວ​ ​ຕໍ່ສະຖານທູດ​ນາໆ​ຊາດ ທີ່​ນະຄອນຫລວງ​ພຽງ​ຢາງ.

​ໃນ​ຂະນະ​ດຽວ​ກັນ ​ບັນດາ​ພະນັກງາ​ນເກົາຫລີ​ເໜືອ ບໍ່​ໄດ້​ພາກັນ​ມາສະ​ເໜີ​ໂຕ​ເພື່ອເຮັດ​ວຽກ​ຢູ່​ເຂດ​ອຸສາ​ຫະກໍາ​ຮ່ວມ Kaesong ຕໍ່​ພະນັກງານ​ເກົາຫລີໃຕ້ ຫລັງ​ຈາກ​ພຽງ​ຢາ​ງ​ໄດ້ໂຈະການປະຕິບັດ​ງານ​ຢູ່ທີ່​ບ່ອນມີ​ການ​ຮ່ວມ ມື​ແຫ່ງ​ສຸດ​ທ້າຍ​ໂດຍ​ກົງ ​ທາງ​ດ້ານ​ເສດຖະກິດ ລະຫວ່າງປະ​ເທດທັງ​ສອງ.



ປະທານາທິບໍດີ​ເກົາຫລີ​ໃຕ້ ທ່ານ​ນາງ Park Geun-hye ກ່າວ​ວ່າ ການ​ຕັດ ສິນ​ໃຈ​ຂອງ​ພຽງ​ຢາງໃນ​ວັນ​ຈັນ​ວານ​ນີ້ ​ທີ່​ໄດ້​ສັ່ງ​ໃຫ້ພະນັກ​ງານ 50,000 ກວ່າ ຄົນ​ ​ເຂົ້າ​ໄປ​ເຮັດ​ວຽກ ​ຢູ່​ໃນ​ເຂດ​ອຸສາ​ຫະກຳ​ຮ່ວມ​ດັ່ງກ່າວ ຈະ​ສ້າງ​ຄວາມເສຍ​ຫາຍໃຫ້ແກ່ຄວາມ​ໜ້າ​ເຊື່ອ​ຖື​ຂອງເກົາຫລີ​ເໜືອຢູ່​ໃນ​ໂລກ ເປັນ​ບ່ອນ​ເຮັດ​ທຸລະ​ກິດນັ້ນ.

ປະທານາທິບໍດີ Park Guen-hye ກ່າວ​ວ່າ

“ການ​ລົງທຶນ​ ແມ່ນກ່ຽວ​ກັບການ​ຄາດໝາຍ​ເຖິງ​ຜົນຈະ​ໄດ້​ຮັບ ​ແລະ​ຄວາມໄວ້ເນື້ອ
ເຊື່ອໃຈ ​ແລະ​ເວລາໃດ​ທີ່ເກົາຫລີ​ເໜືອ​ຝ່າຝືນກົດ​ລະບຽບ​ນາໆ​ຊາດ ​ແລະ​ສັນຍາ​ຕ່າງໆໃນ​ທຳນອງ​ນີ້ ​ແລະ​ການ​ໂຈະ​ການ​ປະຕິບັດ​ງານ​ທີ່ Kaesong ໃ​ນຂະນະ​ທີ່ໂລກ ກໍາລັງ
ຈັບ​ຕາ​ເບິ່ງ ບໍ່​ມີ​ປະ​ເທດໃດໃນ​ໂລກ ທີ່​ຈະໄປ​ລົງທຶນ​ໃນ​ເກົາຫລີ​ເໜືອ.”

ບັນດາ​ບໍລິສັດ​ເກົາຫລີ​ໃຕ້ ຢູ່​ໃນ​ເຂດອຸດສາຫະກໍາ​ຮ່ວມດັ່ງກ່າວ ​ໄດ້​ສ້າງ​ລາຍ​ໄດ້​ປະມານ 90 ລ້ານ​ໂດ​ລາໃນແຕ່ລະ​ປີ ​ໃຫ້​ແກ່​ເສດຖະກິດ​ເກົາຫລີ​ເໜືອ. ອາທິດ​ແລ້ວ​ນີ້ ​ເກົາຫລີ​ເໜືອໄດ້​ກີດ​ກັ້ນ​ບໍ່​ໃຫ້ຊາ​ວ​ເກົາຫລີ​ໃຕ້ເຂົ້າໄປ​ໃນ​ຂົງ​ເຂດ​ອຸສາຫະ ກຳ​ຮ່ວມດັ່ງກ່າວ.

ເບິ່ງວີດິໂອ ເລື້ອງການຂົ່ມຂູ່ຂອງເກົາຫລີເໜືອ ສ້າງຄວາມວິຕົກ ໃຫ້ແກ່ຊາວເມືອງ ເທິງເກາະເກົາຫລີໃຕ້:

XS
SM
MD
LG