ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄນຈີເຣຍຄົນໃໝ່ ອາດເສີມຂະຫຍາຍ ບົດບາດ ຂອງ ສຫລ ໃນການຕໍ່ສູ້ ກັບກຸ່ມໂບໂກ ຮາຣາມ


New Nigeria Leadership Could Lead to Greater US Role in Boko Haram Fight
please wait

No media source currently available

0:00 0:01:49 0:00

ຊົມວີດີໂອ ລາຍງານນີ້

ການ​ປ່ຽນ​ແປງ​ຂອງ​ຜູ້ນຳໄນ​ຈີ​ເຣຍ ອາດ​ພາໃຫ້ມີຄວາມ​ຫວັງ​
ຄັ້ງໃໝ່ ​ໃນ​ຄວາມ​ພະຍາຍາມ​ຂອງ​ສະຫະລັດ ​ເພື່ອ​ຊ່ອຍ​ເຫຼືອ
ປະເທດດັ່ງກ່າວ ຕໍ່ສູ້​ກັບ​ພວກ​ໂບ​ໂກ ຮາຣາມ. ບັນດາ​ນັກວິ​ເຄາະ
ກ່າວ​ວ່າ ພິທີ​ສາບານໂຕ ເຂົ້າຮັບ​ຕຳ​ແໜ່​ງ ປະທານາທິບໍດີ​
ໄນ​ຈີ​ເຣຍຂອງ ທ່ານ Muhammadu Buhari ​ໄດ້​ອຳນວຍ​ໃຫ້
​ທັງ​ສອງປະ​ເທດຈັດຕັ້ງການພົວພັນ ນຳກັນຄືນອີກ ຫລັງຈາກທີ່
ໄດ້ຕຶງຄຽດມາພາຍໃຕ້ອະດີດປະ ທານາທິບໍດີ Goodluck
Jonathan. ຜູ້ສື່ຂ່າວວີໂອເອປະຈຳກະຊວງ ການຕ່າງປະເທດ
Pam Dockins ມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງ ໄຊຈະເລີນສຸກ
ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.

ວີດີໂອ ທີ່ໄດ້ນຳອອກເຜີຍແຜ່ທາງອິນເຕີເນັດ ຫຼື online ໃນ ອາທິດແລ້ວນີ້ ສະແດງ​ໃຫ້​ເຫັນວ່າ ພວກນັກຕໍ່ສູ້ ກຸ່ມໂບໂກ ຮາຣາມ ໄດ້ນຳໃຊ້ສັນຍາລັກຂອງ “ລັດອິສລາມ ໃນ ອາຟຣິກາຕາເວັນຕົກ.”

ໃນວີດີໂອດັ່ງກ່າວ ນັກຕໍ່ສູ້ຫົວຮຸນແຮງຄົນນຶ່ງ ກ່າວຫາພວກປະເທດ ທີ່ຕໍ່ສູ້ກັບກຸ່ມໂບໂກ
ຮາຣາມ ວ່າ ຂີ້ຕົວະກ່ຽວກັບເລື້ອງຄວາມສຳເລັດໃນ ການກົດດັນໃຫ້ກຸ່ມດັ່ງກ່າວ ແຕກ ຖອຍໄປນັ້ນ.

ວີດີໂອນີ້ໄດ້ນຳອອກເຜີຍແຜ່ ບໍ່ເທົ່າໃດມື້ ຫຼັງຈາກປະທານາທິບໍດີ Muhammadu
Buhari ທີ່ໄດ້ສາບານໂຕເຂົ້າຮັບຕຳແໜ່ງໃໝ່ໆ ສັນຍາວ່າ ຈະຖືເອົາເລື້ອງການຕໍ່ສູ້ ກັບ
ກຸ່ມໂບໂກ ຮາຣາມ ເປັນບູລິມະສິດສຳຄັນສຸດ ອັນເປັນບັນຫາ ທີ່ທ່ານໄດ້ປຶກສາຫາລື ກັບ
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ທີ່ໄດ້ໄປຮ່ວມພິທີເຂົ້າຮັບຕຳ
ແໜ່ງຂອງທ່ານ Buhari.

ຜູ້ອຳນວຍການ ສູນສຶກສາອາຟຣິກາ ທ່ານ J. Peter Pham ກ່າວວ່າ ມັນເປັນເລື້ອງ
ສຳຄັນ ທີ່ສະຫະລັດ ບໍ່ຄວນອະນຸຍາດປ່ອຍໃຫ້ຄວາມເຄັ່ງຕຶງຕ່າງໆ ກັບລັດຖະບານ
ຊຸດກ່ອນ ກາຍເປັນບັນຫາ​ຮ້າຍ​ແຮງ​ກວ່າເກົ່າ.

ທ່ານ Pham ເວົ້າວ່າ “ຂ້າພະເຈົ້າຄາດຫວັງວ່າ ສະຫະລັດຈະເຄື່ອນ ໄຫວຢ່າງໄວວາ
ເພື່ອເກັບກຳເອົາໝາກໄມ້ທີ່ສາມາດຍື້ເຖິງໄດ້ ຕົວຢ່າງ ເຊັ່ນ ສົ່ງບັນດາທີ່ປຶກສາ
ໄປຊ່ອຍເຫຼືອ ທາງດ້ານສືບລັບ ແລະ ດ້ານ ພະລາທິການ.”

ທ່ານ Pham ກ່າວວ່າ ໄນຈີເຣຍບໍ່ແມ່ນປະເທດທຸກຍາກ ເຖິງແມ່ນວ່າ ໃນປັດຈຸບັນປະເທດ
ດັ່ງກ່າວພວມປະສົບກັບບັນຫາຕ່າງໆ ທາງດ້ານເສດຖະກິດ.

ທ່ານ Pham ເວົ້າຕໍ່ໄປວ່າ “ປະເທດນັ້ນ ບໍ່ໄດ້ສະແຫວງຫາການຊ່ວຍ ເຫລືອລ້າ ແຕ່
ກັບສະແຫວງຫາຄວາມອາດສາມາດ ເພື່ອຈະຊື້ເຮືອບິນ ຫຼືກຳປັ່ນ ​ໃນຈຳນວນທີ່
ເໝາະສົມ ແລະ ອຸປະກອນອື່ນໆ ເພື່ອຮັບມືກັບບັນຫາທ້າທາຍຕ່າງໆ ທີ່ພວກ
ເຂົາເຈົ້າກຳລັງປະເຊີນຢູ່ນັ້ນ.”

ທ່ານ Mohammed Rahim ນັກວິເຄາະ​ເລື້ອງການ​ຕໍ່ຕ້ານກຸ່ມ​ຫົວ​ຮຸນ​ແຮງ​ຈັດ ​ໃນທະວີບ
ອາຟຣິກາ ຜູ້ທີ່ໄດ້ສົນທະນາໃນລາຍການ “Africa 54” ຂອງວີໂອເອ ກ່າວວ່າ ສະຫະລັດ ແລະ ບັນດາປະເທດມະຫາອຳ ນາດອື່ນໆຂອງໂລກ ຄວນຈະເພັ່ງເລັງໃສ່ ການຊ່ອຍເຫຼືອ ຊຸມຊົນຕ່າງໆ ທີ່ໄດ້ຮັບຜົນກະທົບໂດຍກົງ ຈາກການລັກພາໂຕໄປ ແລະ ການໂຈມຕີ ຂອງກຸ່ມໂບໂກ ຮາຣາມ.

ທ່ານ Rahim ເວົ້າວ່າ “ການຊ່ອຍເຫຼືອໃນດ້ານເທັກນິກ ສາມາດຊ່ອຍ​ເຫຼື​ອຊຸມ​ຊົນ​ເຫຼົ່ານີ້ ໄດ້ຢ່າງ​ໃຫຍ່​ຫລວງ.”

ໃນການສະລຸບລາຍງານ ເຈົ້າໜ້າທີ່ອາວຸໂສຄົນນຶ່ງ ຂອງກະຊວງການ ຕ່າງປະເທດ ກ່າວ
ວ່າ ສະຫະລັດຫວັງວ່າ ຈະໄດ້ດຳເນີນການເພີ້ມຕື່ມ ອີກ ເພື່ອຊ່ອຍເຫຼືອປະເທດໄນຈີເຣຍ
ຕໍ່ສູ້ກັບກຸ່ມໂບໂກ ຮາຣາມ ລວມ ທັງການເຝິກແອບ ທະຫານນຶ່ງກອງ ໃນທ້າຍປີນີ້.

XS
SM
MD
LG