ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດ ນະຄອນ New York ສືບຕໍ່ຊອກ ຄົ້ນຫາ ພວກຜູ້ຕ້ອງສົງໄສ ທີ່ພົວພັນກັບ ການວາງລະເບີດ


ຜູ້ປົກຄອງລັດ New York ທ່ານ Andrew M. Cuomo ໄດ້ຮັບການລາຍງານສະຫລຸບຫຍໍ້ ຈາກທາງການ ກ່ຽວກັບ
ເຫດລະເບີດແຕກ ໃນເມືອງຢູ່ທີ່ ຖະໜົນເລກທີ 23. (ພາບຖ່າຍໂດຍ: Don Pollard/ ຫ້ອງການຂອງຜູ້ປົກຄອງລັດທ່ານ Andrew M. Cuomo)
ຜູ້ປົກຄອງລັດ New York ທ່ານ Andrew M. Cuomo ໄດ້ຮັບການລາຍງານສະຫລຸບຫຍໍ້ ຈາກທາງການ ກ່ຽວກັບ ເຫດລະເບີດແຕກ ໃນເມືອງຢູ່ທີ່ ຖະໜົນເລກທີ 23. (ພາບຖ່າຍໂດຍ: Don Pollard/ ຫ້ອງການຂອງຜູ້ປົກຄອງລັດທ່ານ Andrew M. Cuomo)

ອົງການສັນຕິບານກາງສະຫະລັດ ຫຼື FBI ແລະ ເຈົ້າໜ້າທີ່ຕຳຫຼວດ ນະຄອນ New York ສືບຕໍ່ຊອກຄົ້ນຫາ ພວກຜູ້ຕ້ອງສົງໄສ ແລະ ການເຊື່ອມໂຍງທີ່ອາດເປັນໄປໄດ້ ລະຫວ່າງ ລະເບີດ ທີ່ໄດ້ແຕກຂຶ້ນ ເມື່ອຕອນຄ່ຳວັນເສົາຜ່ານມາ ຢູ່ໃນຕົວເມືອງ Manhattan ແລະ ການພົບເຫັນລະເບີດອີກລູກໜຶ່ງ ຢູ່ບໍລິເວນໃກ້ຄຽງ.

ບັນດາເຈົ້າໜ້າທີ່ ໄດ້ຢຸດ “ລົດທີ່ເປັນທີ່ສົງໄສ” ຄັນໜຶ່ງ ຢູ່ໃນນະຄອນ New York ເມື່ອຕອນເດິກ ວັນອາທິດວານນີ້. ເຈົ້າໜ້າທີ່ FBI ໄດ້ສອບຖາມ 5 ຄົນ ຜູ້ທີ່ຢູ່ໃນລົດ ດັ່ງກ່າວ ແຕ່ບໍ່ໄດ້ຈັບກຸມຜູ້ໃດ.

ເຫດລະເບີດແຕກ ໄດ້ເຮັດໃຫ້ມີຜູ້ບາດເຈັບ 29 ຄົນ ຊຶ່ງພວກຜູ້ກ່ຽວທັງໝົດ ໄດ້ໃຫ້ອອກ ໂຮງໝໍໄປ ເປັນທີ່ຮຽບຮ້ອຍແລ້ວ.

ວັດຖຸອັນທີສອງ ແມ່ນກ່ຽວພັນກັບໝໍ້ຫຸງຕົ້ມ ພ້ອມກັບໂທລະສັບມືຖື ທີ່ຕິດຢູ່ກັບໝໍ້. ຕຳຫຼວດໄດ້ທຳການລະເບີດມັນຖິ້ມ ພາຍໃຕ້ການລະເບີດທີ່ມີການຄວບຄຸມຢູ່.

ນັກຊ່ຽວຊານດ້ານເທັກນິກ ຂອງ FBI ກຳລັງກວດສອບຫລັກຖານ ຈາກລະເບີດທັງສອງ ລູກນັ້ນ ທີ່ຫ້ອງທົດລອງ ຢູ່ໃກ້ໆກັບນະຄອນຫຼວງວໍຊິງຕັນ.

New York City Explosion
please wait

No media source currently available

0:00 0:01:20 0:00

The U.S. Federal Bureau of Investigation and police in New York continue to search for suspects and possible links between a bomb that exploded Saturday night in Manhattan and another found nearby.

Authorities stopped a "vehicle of interest" in New York late Sunday.The FBI questioned five people inside, but made no arrests.

The blast wounded 29 people, all whom have been released from the hospital.

The second device involved a pressure cooker with a cell phone attached to it.Police blew it up in a controlled explosion.

FBI technicians are examining evidence from both bombs at a lab near Washington.

XS
SM
MD
LG