ນາງສຸພາພອນ ແຫຼ້ ຄອລລິນ, ມາຕັ້ງຖິ່ນຖານຢູ່ທີ່ສະຫະລັດຕັ້ງແຕ່ນາງຍັງນ້ອຍ, ຍ້ອນສະພາບຂອງນາງ ທີ່ຕ້ອງໄດ້ໄປສຶກສາຮໍ່າຮຽນ ແລະຮຽນໜັງສືໃນສະພາບແວດລ້ອມ ທີ່ບໍ່ຄ່ອຍມີຄົນອາເມຣິກັນເຊື້ອສາຍລາວຫຼາຍ. ດັ່ງນັ້ນ ນາງຈຶ່ງບໍ່ຄ່ອຍໄດ້ພົວພັນກັບສັງຄົມຂອງຄົນອາເມຣິກັນເຊື້ອສາຍລາວເລີຍ, ແຕ່ນາງພັດໄດ້ຊຶມຊັບ ແລະຜູກພັນກັບປະເພນີ ຮີດຄອງ ການຢູ່ກິນ. ທິບສຸດາ ຈະນໍາເອົາລາຍລະອຽດ ກ່ຽວກັບ ສຸພາພອນ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ສຸພາພອນ ຫຼື ແຫຼ້ ຄອລລີນ ອາຍຸ 44 ປີ, ເກີດຢູ່ເມືອງໜອງບົກ ແຂວງຄໍາມ່ວນ. ປັດຈຸບັນ ອາໄສຢູ່ທີ່ເມືອງແຊນຝອດ ລັດຟລໍຣິດາ ກັບສາມີຂອງນາງ. ສຸພາພອນເປັນຄົນອາລົມດີ ມັກມ່ວນ ແລະມັກເຮັດກິດຈະກໍາຕ່າງໆຮ່ວມກັບໝູ່ເພື່ອນແລະທຸກໆຄົນໃນຄອບຄົວ, ນາງເລົ່າສູ່ຟັງວ່າ ຕັ້ງແຕ່ມາເຖິງສະຫະລັດທໍາອິດ ກໍແມ່ນອາໄສຢູ່ທີ່ເມືອງໂອແລນໂດ ລັດຟລໍຣິດາ:
ສຸພາພອນເລົ່າສູ່ຟັງວ່າ ນາງໄດ້ອອກມາຈາກປະເທດລາວຕອນທີ່ນາງມີອາຍຸໄດ້ປະມານ 5 ປີ, ດັ່ງນັ້ນ ຄວາມຊົງຈໍາບາງຢ່າງຂອງນາງ ກ່ຽວກັບບ້ານເກີດຈຶ່ງບໍ່ຄ່ອຍຈື່ປານໃດ. ໃນຊ່ວງທີ່ອອກຈາກລາວໃໝ່ ນາງ ແລະຄອບຄົວໄດ້ພາກັນໄປຢູ່ທີ່ສູນປະເທດໄທ ຈາກນັ້ນກໍໄປຕໍ່ທີ່ຟີລິບປິນ ແລ້ວຈຶ່ງໄດ້ເດີນທາງມາເຖິງ ສະ ຫະລັດໃນປີ 1984. ຄົນລາວຢູ່ລັດຟລໍຣິດາມີຫຼາຍ ຫາກຢູ່ຄົນລະບ່ອນຄົນລະຂົງເຂດກັນ, ແຕ່ກໍມາຫາກັນໄດ້ໃນໂອກາດຕ່າງໆເຊັ່ນໃນມື້ເທດສະການສໍາຄັນໃນງານບຸນວັດປະຈໍາປີ:
ລາວກ່າວວ່າ ໃນຊ່ວງທີ່ຕົນເອງຍັງເປັນນັກຮຽນ ແມ່ນບໍ່ຄ່ອຍໄດ້ພົວພັນກັບສັງ ຄົມຄົນລາວເຮົາຫຼາຍປານໃດ ເພາະຕ້ອງໄດ້ສຸມໃສ່ການຮຽນເປັນຫຼັກ, ແຕ່ກໍຍັງດີທີ່ພໍ່-ແມ່ ເພິ່ນເປັນຄົນກວ້າງຂວາງ ຢູ່ໃນສັງຄົມ ແລະພວກເພິ່ນກໍມີໝູ່ຄູ່ຫຼາຍ, ນາງບອກວ່າ ນາງມັກໃນ ປະເພນີລາວ ສິນລະປະຕ່າງໆກ່ຽວກັບວັດທະນະທໍາ ແລະກໍພ້ອມທີ່ຈະຊ່ວຍເຫຼືອຊຸມຊົນຊາວລາວ ເທົ່າທີ່ນາງສາມາດເຮັດໄດ້:
ນອກນັ້ນ ຢູ່ທີ່ວັດເພິ່ນຍັງມີການສອນຟ້ອນສິນລະປະໃຫ້ແກ່ເດັກນ້ອຍ ໂດຍສະ ເພາະການຟ້ອນນາດຕະສິນຕ່າງໆສໍາລັບງານບຸນ ຫຼືງານບຸນປີໃໝ່ລາວປະຈໍາປີໃນທຸກໆປີ ໃນຊ່ວງກ່ອນການລະບາດໃຫຍ່ຂອງພະຍາດໂຄວິດ-19:
ນາງກ່າວໃຫ້ຟັງວ່າ ຢູ່ເມືອງໂອແລນໂດ້ແມ່ນມີວັດລາວຢູ່ນຶ່ງວັດເຊິ່ງມີດິນກວ້າງ ຂວາງ ເໝາະສົມໃນການເຮັດກິດຈະກໍາທີ່ກ່ຽວຂ້ອງກັບບຸນປະເພນີຕ່າງໆປະຈໍາປີ ເຊິ່ງນາງເອງກໍມີຄວາມຫວັງວ່າ ທາງວັດຈະກັບມາຈັດງານບຸນປີໃໝ່ລາວອີກຄັ້ງ ຫຼັງຈາກຕ້ອງຍຸຕິຍ້ອນການລະບາດຂອງໂຄວິດ-19:
ສຸພາພອນກ່າວໃຫ້ຟັງວ່າ ຍ້ອນນາງເປັນຄົນມັກແຕ່ງກິນ, ນາງຈຶ່ງໄດ້ໄປສຶກສາຮໍ່າຮຽນກ່ຽວກັບວິຊາການແຕ່ງກິນ, ແຕ່ວຽກທີ່ນາງເຮັດປັດຈຸບັນນີ້ ບໍ່ໄດ້ກ່ຽວຫຍັງກັບວິຊາທີ່ນາງໄດ້ຮຽນມາເລີຍ:
ຢ່າງໃດກໍຕາມ ເຖິງວ່ານາງຈະບໍ່ໄດ້ເຮັດໃນສິ່ງທີ່ຕົນໄດ້ຮຽນມາ, ແຕ່ນາງກໍໄດ້ ນໍາໃຊ້ຄວາມຮູ້ນັ້ນເຂົ້າມາໝູນໃຊ້ການສ້າງອາຊີບ ໂດຍນາງໄດ້ຜະລິດປາແດກສໍາເລັດຮູບສໍາລັບໃສ່ຕໍາໝາກຫຸ່ງ ຕໍາໝາກແຕງ ແລະຕໍາຕ່າງໆຂຶ້ນມາ ເພື່ອອອກຈໍາໜ່າຍ ໃນຊື່ວ່າ ແບລັກໂກລ (Black Gold) :
ນາງຍັງໄດ້ກ່າວໃຫ້ຟັງຕື່ມອີກວ່າ ທຸກໆຢ່າງຈະບໍ່ປະສົບຜົນສໍາເລັດໄດ້ເລີຍຖ້າບໍ່ໄດ້ຮັບການສະໜັບສະໜຸນຈາກສາມີ, ຈາກຄອບຄົວຂອງນາງ ແລະຈາກໝູ່ເພື່ອນ. ນາງເອງຍັງຕ້ອງການໃຫ້ຜະລິດຕະພັນຂອງນາງ ດໍາເນີນໄປເລື້ອຍເຖິງ ລຸ້ນຕໍ່ລຸ້ນ:
ເຖິງວ່າຈະເຕີບໃຫຍ່ຢູ່ໃນຕ່າງແດນ ແລະໃນສະພາບແວດລ້ອມຂອງໂຮງຮຽນທີ່ບໍ່ຄ່ອຍມີຄົນອາເມຣິກັນເຊື້ອສາຍລາວ, ແຕ່ການດໍາລົງຊີວິດຂອງ ສຸພາພອນ ກໍເຮັດໃຫ້ພວກເຮົາເຫັນວ່າ ຄອບຄົວຄືສິ່ງສໍາພັນໃນການປູກຝັງຈິດສໍານຶກໃຫ້ລູກຫຼານທີ່ເຕີບໃຫຍ່ຢູ່ໃນຕ່າງແດນເຊັ່ນດຽວກັບນາງນັ້ນ ໄດ້ຮັກ ແລະຜູກພັນກັບຄົນຢູ່ໃນສັງຄົມ, ພ້ອມທັງມີຄວາມຄິດຢາກພົວພັນ ແລະຊ່ວຍເຫຼືອສັງຄົມຢູ່ສະເໝີ.
ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນ ແມ່ນການສົນທະນາກັບນາງສຸພາພອນ ຄອລລິນ ກ່ຽວກັບການມາຕັ້ງຖິ່ນຖານໃໝ່ ຂອງນາງ ຢູ່ໃນສະຫະລັດ, ການພົວພັນກັບຊຸມຊົນອາເມຣິກັນເຊື້ອສາຍລາວ, ກະລຸນາຕິດຕາມລາຍການຊຸມຊົນຊາວລາວໃນສະຫະລັດອາເມຣິກາເລື້ອງໃໝ່ໃນວັນອາທິດ ໜ້າ ເວລາດຽວກັນນີ້.