ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພາກໃຕ້ ເນປານ ປ່ອນບັດ ຮອບທີສອງ ແລະກໍເປັນຮອບສຸດທ້າຍ


ຊາວເນປານ ຢືນລຽນແຖວ ເພື່ອລົງຄະແນນສຽງ ຢູ່ຕາມໜ່ວຍ ປ່ອນບັດ ໃນເມືອງບັກຕາເປີ ປະເທດເນປານ.
ຊາວເນປານ ຢືນລຽນແຖວ ເພື່ອລົງຄະແນນສຽງ ຢູ່ຕາມໜ່ວຍ ປ່ອນບັດ ໃນເມືອງບັກຕາເປີ ປະເທດເນປານ.

ບັນດາ​ຜູ້ມີສິດ​ປ່ອນ​ບັດ​ຫລາຍ​ລ້ານ​ຄົນ​ໃນ​ເນ​ປານ ກຳລັງ​ພາກັນ​ໄປ​ໃຊ້ສິດໃຊ້ສຽງ​ ​ໃນ
​ການ​ເລື​ອກຕັ້ງ​ຄັ້ງ​ປະຫວັດສາດ ​ເພື່ອເຮັດ​ໃຫ້ການ​ຂ້າມ​ຜ່ານໄປສູ່​ປະຊາທິປະ​ໄຕ ຂອງ
ປະເທດ ທີ່ປະສົບກັບບັນຫານັ້ນ ເສັດສິ້ນລົງ​.

ການ​ໄປປ່ອນບັດ​ໃນ​ວັນ​ພະຫັດ​ມື້​ນີ້ ​ເປັນ​ເທື່ອ​ທີ​ສອງ ​ແລະ​ເປັນ​ຂັ້ນ​ຕອນ​ເລືອກຕັ້ງຂັ້ນ
ສຸດ​ທ້າຍ ທີ່​ຈະ​ສ້າງ​ຕັ້ງ ສະພາຂອງ​ເຈັດແຂວງ​ຢ່າງ​ເປັນ​ທາງ​ການ ພ້ອມ​ທັງ​ເລືອກ​ເອົາ
|ບັນດາ​ສະມາຊິກສະພາແຫ່ງຊາດ 275 ຄົນ​. ຜູ້ມີສິດ​ປ່ອນ​ບັດປະ ມານ 12 ລ້ານ​ຄົນ
​ຢູ່ທາງ​ພາກ​ໃຕ້​ເນ​ປານ ຈະ​ໄປລົງ​ຄະ​ແນນ​ສຽງໃນ​ການປ່ອນ ບັດ​ຮອບ​ທີ​ສອງໃນວັນ
ພະຫັດມື້ນີ້ ສ່ວນທາງ​ພາກ​ເໜືອ​ໃດ້ປ່ອນ​ບັດ​ໄປແ​ລ້ວ​ ໃນ​ວັນ​ທີ 26 ພະຈິກ​ຜ່າ​ນມາ.
ສະພາ​ທີ່ຖືກ​ເລືອກ​ຂຶ້ນມາໃໝ່ ​ຈະ​ໃສ່​ຊື່​ແຂວງ​ຂອງ​ເຂົາ​ເຈົ້າ ​ແລະ​ຮ່າງ​ກົດໝາຍ​ແຂວງ.

ຕຳຫລວດ ​ແລະ​ທະຫານ​ຫລາຍ​ພັນ​ຄົນ​ໄດ້ຖືກສົ່ງ​ອອກ​ໄປປະຕິບັດງານ​ຢູ່ຕາມ​ສູນ​ກາງ​
ປ່ອນ​ບັດຕ່າງໆ ​ເພື່ອປ້ອງ​ກັນ ບໍ່ໃຫ້ເກີດຄວາ​ມຮຸນ​ແຮງ ແບບດຽວກັນກັບກ່ອນການ
ປ່ອນບັດຮອບທຳ​ອິດ ຊ້ຳອີກ ທີ່​ໄດ້ເຮັດ​ໃຫ້ຄົນ​ນຶ່ງເສຍ​ຊີວິດ ​ແລະ​ຫລາຍ​ສິບ​ຄົນ​ໄດ້​ຮັບ
​ບາດ​ເຈັບ.

ບັນດາ​ນັກວິ​ເຄາະ​ການ​ເມືອງ​ກ່າວ​ວ່າ ພັນ​ລະ​ມິດ​ລະຫວ່າງອະດີດ​ພວກ​ກະບົດກຸ່ມສຳ
ຄັນ​ຂອງລັດທິມາວເຈີຕຸງ ​ແລະພັກຄອມ​ມິ​ວນິສ ຢູ​ແອ​ມ​ແອລ ທີ່ເປັນຝ່າຍຄ້ານ ​ແມ່ນ
ຄາດກັນ​ຢ່າງ​ກວ້າງຂວາງວ່າ ​ຈະ​ເປັນ​ຜູ້​ໄດ້ຮັບໄຊຊະນະ.

​ເນ​ປານ​ໄດ້​ຢູ່ໃນ​ຫົນທາງ​ອັນ​ຍາວ​ນານໄປ​ສູ່​ປະຊາທິປະ​ໄຕ ນັບ​ແຕ່​ພວກ​ປະ​ທ້ວງ​ໄດ້​ບັງ
ຄັບໃຫ້​ກະສັດ​ ສະຫຼະລາຊະບັນລັງ​ ໃນ​ປີ 2006 ຊຶ່ງ​ເປັນ​ຂີດ​ໝາຍຂອງ ການ​ສິ້ນ​ສຸດ​ສົງ
ຄາມ​ການ​ເມືອງ​ທີ່ດຳເນີນມາ​ເປັນ​ເວລານຶ່ງ​ທົດ​ສະ​ວັດ. ກະສັດ​ທີ່​ໄດ້​ປົກຄອງ​ປະເທດມາ
​ໄດ້​ຫລາຍ​ສັດຕະ​ວັດ ​ໄດ້​ຖືກ​ລົບລ້າງສອງ​ປີ​ຕໍ່​ມາ.

ລັດຖະທຳມະນູນຂອງ​ປະ​ເທດເນປານ ຊຶ່ງເປັນປະເທດທີ່ທຸກຍາກ ຕັ້ງຢູ່ເທິງພູ ຫິມະໄລ
​ໄດ້​ສ້າງ​ຕັ້ງ​ລະບົບ​ລັດຖະບານ​ກາງ ແບບສະຫະພັນນຈັ້ນ ບໍ່​ໄດ້​ຖືກ​ຮັບເອົາ​ຈົນ​ກວ່າ​ປີ
2015 ຍ້ອນມີ​ການ​ໂຕ້​ແຍ້​ງກັນ ລະ​ຫວ່າງບັນດາ​ພັກ​ການ​ເມື​ອງ ​ແລະ​ການ​ປະ​ທະຂອງ
ພວວກ​ຊົນ​ເຜົ່າ​ຢ່າງຮ້າຍ​ແຮງ. ​ເນ​ປານ​ຍັງໄດ້​ດິ້ນລົນເພື່ອ ຟື້ນໂຕຄືນຈາກແຜ່ນດິນ​ໄຫວ
ຮ້າຍ​ແຮງ​ໃນ​ປີ​ດຽວ​ກັນ ຊຶ່ງເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 9,000 ຄົນນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Nepal Elections
please wait
Embed

No media source currently available

0:00 0:00:53 0:00

XS
SM
MD
LG