ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊີວະປະຫວັດຫຍໍ້ຂອງ ທ່ານ Nelson Mandela (ສະໄລດ໌/ວີດີໂອ)


Nelson Mandela 1918-2013
Nelson Mandela 1918-2013
ທ່ານ Nelson Mandela ອະດີດປະທານາທິບໍດີປະເທດ
ອາຟຣິກາໃຕ້ ໄດ້ເຖິງແກ່ອະສັນຍະກໍາ ລວມອາຍຸໄດ້ 95 ປີ.
ປະຊາຊົນທົ່ວໂລກ ພາກັນໄວ້ອາໄລ ນໍາປະທານາທິບໍດີ​ຜິວດໍາຜູ້ທໍາອິດຂອງປະເທດດັ່ງກ່າວ. Deborah Block
ຜູ້ສື່ຂ່າວວີໂອເອ ມີລາຍງານ ເພີ່ມຕື່ມ ກ່ຽວກັບເລຶ່ອງນີ້ ຊຶ່ງທອງປານຈະນໍາສະເໜີທ່ານໃນ ອັນດັບຕໍ່ໄປ.


ສໍາລັບຫຼາຍໆຄົນແລ້ວ ຈະເຫັນວ່າ ທ່ານ Nelson Mandela
ເປັນວີລະບຸລຸດ ​ເປັນ​ຜູ້ ພິລາດອາດຫານ ມີຄວາມໝັ້ນໃຈ​ໃນ​ສິ່ງ
​ທີ່​ຕົນ​ເຊື່ອ ແລະມີວິໄສທັດ. ​ແລະທ່ານມັກຈະຖືກປະຊາຊົນກ່າວ
ຂານຢູ່ຕະຫຼອດວ່າ ເປັນຜູ້ມີຄວາມນອບນ້ອມຖ່ອມຕົວ ມີສະເໜ່ ມີຄວາມຈົ່ງຮັກພັກດີແລະ
ເປັນບຸລຸດຜູ້ມີຄວາມເປັນຫ່ວງເປັນໄຍນໍາສຸກ​ທຸກ​ຂອງຄົນອື່ນໆ ຢູ່ສະເໝີ.

ທ່ານ Herman Cohen ລັດຖະມົນຕີຊ່ວຍວ່າການຕ່າງປະເທດສະຫະລັດ ຮັບຜິດຊອບ
ກິດຈະການ ບັນດາລັດອາຟຣິກາ ຈາກປີ 1989 ຫາປີ 1991 ມີຄວາມ​ເຫັນ​ດັ່ງ​ນີ້ກ່ຽວກັບ
ທ່ານ Mandela:

“ເບິ່ງຄືວ່າ ທ່ານແມນເດລາເປັນຄົນທີ່ມີລັກສະນະດຶງດູດໃຈຄົນທີ່ພິເສດແລະ
ທ່ານກາຍເປັນສັນຍາລັກຂອງການຕໍ່ຕ້ານລັດທິແບ່ງແຍກເຊື້ອຊາດຜິວພັນ
Apartheid.”


Remembering Nelson Mandela
please wait

No media source currently available

0:00 0:05:28 0:00
ລິງໂດຍກົງ

ທ່ານ ແມນເດລາ ເກີດເມື່ອວັນທີ 18 ເດືອນກໍລະກົດ ປີ 1918. ເວລາເປັນຊາຍໜຸ່ມ ທ່ານ
ໄດ້ມີບົດບາດຫ້າວຫັນໃນການເຄື່ອນໄຫວ ຕໍ່ຕ້ານການແບ່ງແຍກ​ເຊື້ອຊາດຜິວພັນແລະ
ໄດ້ເຂົ້າຮ່ວມກັບກຸ່ມ ສະພາຄອງແກຣສແຫ່ງຊາດອາຟຣິກາ ຫຼື ANC ​ໃນ​ຊຸມ​ປີ 1940.

ລັດຖະບານ​ທີ່​ນໍາພາ​ໂດຍ​ຊົນ​ຜິວ​ຂາວ ​ໄດ້​ສັ່ງ​ຫ້າມ​ພັກ ANC ​ໃນ​ປີ 1960 ​ແຕ່​ກຸ່ມ​ດັ່ງກ່າວ
​ກໍ​ບໍ່​ໄດ້​ທໍ້ຖອຍ ​ແລະ​ສືບ​ຕໍ່​ທໍ​າ​ການເຄື່ອນ​ໄຫວ​ຢ່າງ​ລັບໆ. ທ່ານແມນ​ເດລາໄດ້​ກາຍເປັນ
​ຫົວໜ້າໜ່ວຍກອງທັບ​ໃໝ່​ຂອງ​ກຸ່ມ ທໍາ​ການປະສານ​ງານໃນ​ການ​ປຸກລະດົມ​ກໍ່​ວິນາດສະ
​ກໍາ ຕໍ່​ເປົ້າໝາຍຕ່າງໆຂອງ​ກອງທັບ​ແລະ​ລັດຖະບານ​ອາ​ຟຣິກາ​ໃຕ້.

​ໃນ​ປີ 1962 ທ່ານໄດ້​ຖືກ​ຈັບ​ກຸມ ​ແລະ​ດໍາ​ເນີນ​ຄະດີ​ຍ້ອນ​ພຶດຕິ​ກໍາ​ຂອງທ່ານ ​ແລະຖືກ​
ຕັດສິນ​ຈໍາ​ຄຸກ​ຕະຫຼອດ​ຊີວິດຢູ່ຄຸກ​ທີ່​ເກາະ Robben ນອກຝັ່ງ​ທະ​ເລ​ເມືອງ Cape Town.

ທ່ານ​ໄດ້​ໃຊ້​ໂທດ​ຈໍາ​ຄຸກ​ຢູ່​ທີ່​ນັ້ນ ​ເປັນ​ເວລາ 18 ປີ ​ໂດຍ​ປະຕິ​ເສດ​ຄໍາ​ສະ​ເໜີ ຂອງ​ລັດ​ຖະ
ບານ​ທີ່​ຈະ​ປ່ອຍ​ຕົວ​ທ່ານ​ອອກຈາກ​ຄຸກ ຖ້າ​ຫາກ​ທ່ານ​ຍົກ​ເລີກ​ການ​ເຄື່ອນ​ໄຫວ​ຕໍ່ສູ້​ດ້ວຍ
ອາ​ວຸດ​ຂອງ​ກຸ່ມ ANC. ​ແຕ່​ທ່ານ​ແມນ​ເດລາ ກໍ​ໄດ້​ຖືກ​ປ່ອຍ​ຕົວ​ໃຫ້​ໄດ້​ຮັບອິດສະຫຼະພາບ ​
ໃນ​ປີ 1990 ຫຼັງ​ຈາກທີ່ປະທານາທິບໍດີອາ​ຟຣິກາ​ໃຕ້ ທ່ານ Frederik de Klerk ປະກາດ
ມອບ​ສະຖານະ​ພາບ​ທີ່​ຖືກຕ້ອງ​ຕາມ​ກົດໝາຍໃຫ້​ໝົດ​ທຸກ​ພັກ​ການ​ເມືອງ​ ພ້ອມທັງ​ປ່ອຍ​ຕົວພວກ
​ນັກ​ໂທດ​ການ​ເມືອງ​ສ່ວນ​ຫຼາຍ.


ບໍ່​ດົນ​ຫຼັງ​ຈາກ​ເປັນ​ອິດ​ສະລະ ທ່ານ​ແມນ​ເດລາ ກໍ​ໄດ້​ຖືກ​ເລືອກຕັ້ງ​ໃຫ້​ເປັນ​ປະທານ​ຂອງ​ພັກ ​ຄອງ​ແກຣສ​ແຫ່ງ​ຊາດ​ອາ​ຟຣິກາ ຫຼື ANC ແລະຕໍ່​ມາ ​ໃນ​ປີ 1994 ​ເວລາ​ພັກ ANC ຊະນະ
​ການ​ເລືອກ​ຕັ້ງ ທີ່​ມີໝົດທຸກເຊື້ອ​ຊາດ ເຂົ້າ​ປະກອບສ່ວນ​ເປັນ​ເທື່ອ​ທໍາ​ອິດ​ຂອງ​ປະ​ເທດ​ອາ​ຟຣິ
ກາ​ໃຕ້ ທ່ານ​ແມນ​ເດລາ ກໍ​ໄດ້ສາບານ​ຕົວ​ເຂົ້າຮັບ​ຕໍາ​ແໜ່​ງປະທານາທິບໍດີ​ຜິວ​ດໍາ​ຄົນ​ທໍາ​ອິດ​
ຂອງ​ປະ​ເທດ​ ເວລາ​ທ່ານ​ອາຍຸ​ໄດ້ 75​ ປີ.

ທ່ານ ​ແມນເດລລາ ​ເຄີຍ​ກ່າວ​ໃນ​ຕອນ​ນຶ່ງ​ວ່າ:ຈະບໍ່​ມີ​ວັນ ບໍ່​ມີ​ວັນ ​ແລະ​ບໍ່​ມີວັນ​
ອີກແລ້ວ​
ທີ່​ຜືນ​ແຜ່ນດິນ​ອັນ​ງົດ​ງາມ​ແຫ່ງ​ນີ້ ຈະ​ໄດ້​ເຫັນ​ການກົດ​ຂີ່​ປາປປາມ
ຜູ້​ໃດ​ຜູ້​ນຶ່ງ​
ໂດຍ​ຄົນ​ອີກ​ກຸ່ມ​ນຶ່ງ.”

ປະທານາທິບໍດີ ​ແມນ​ເດລາ ​ເວົ້າ​ວ່າ ທ່ານ​ຈະ​ຮັບ​ຕໍາ​ແໜ່​ງປະທານາ​ທິບໍດີ​ພຽງ​ນຶ່ງ​ສະ​ໄໝ
ທີ່​ມີຫ້າ​ປີ ​ເທົ່າ​ນັ້ນ. ທ່ານ​ໂຄ​ເຮັນ​ ​ເວົ້າ​ວ່າ​ ທ່ານ ​ແມນ​ເດລາ ​ໄດ້​ຮັບ​ຄວາມ​ເຄົາລົບ​ນັບຖືໃນ
​ລະດັບ​ນານາ​ຊາດ ສໍາລັບ​ການ​ປອງ​ດອງຊາດ​ຂອງ​ອາ​ຟຣິກາ​ໃຕ້​ນັ້ນ.

ທ່ານ​ໂຄ​ເຮັນ ​ເວົ້າ​ອີກ​ວ່າ: “ທ່ານແມນ​ເດລາ ​ໄດ້​ອຸທິດ​ຕົວ​ທ່ານ​ເອງໂດຍສ່ວນ​ໃຫຍ່​ໃສ່​
ການ​
ປຸກລະດົມຊາວ​ອາ​ຟຣິກາ​ທັງຫຼາຍ ໃຫ້​ເຂົ້າສູ່ຍຸກໄໝ່ນີ້ ​ເພື່ອ​ເຮັດ​ວຽກພັດທະນາ​
ເສດຖະກິດ ມີ​ການ​ສຶກສາ​ດີ ​ແລະ​ທ່ານຍັງ​
ປະຕິບັດ​ຕົນເປັນໂຄສົກ​ກ່ຽວ​ກັບ​ເລື້ອງ​ນີ້
ໃນ​ເວທີ​ສາກົນ
ນໍາ​ອີກ.

ລໍາດັບພາບກ່ຽວກັບຊີວິດຂອງທ່ານແມນເດລາ. ຄລິກບ່ອນລູກສອນເພື່ອເບິ່ງຕໍ່.
Loading...
ໃນ​ປີ 1993 ທ່ານ​ແມນ​ເດລາ ​ໄດ້​ຮັບ​ລາງ​ວັນ​ໂນ​ເບ​ລຂະ​ແໜງ​ສັນຕິພາບ​ຮ່ວມກັນ​ກັບ
ທ່ານ de Klerk ​ຊຶ່ງ​ຄັ້ງ​ນຶ່ງ​ເຄີຍ​ເປັນ​ສັດຕູ​ກັນ​ຢ່າງ​ຮຸນແຮງ​ນັ້ນ ສໍາລັບ​ຜົນງານຂອງ​ພວກ​ທ່ານ ທີ່ໃຫ້ການ​ສະໜັບສະໜຸນ​ຂັ້ນ​ຕອນ​ສ້າງສັນຕິ ພາບ​ໃນ​ອາ​ຟຣິກາ​ໃຕ້. ຫຼັງ​ຈາກ​ໄດ້​ຮັບ​ລາງວັນ​ດັ່ງກ່າວ​ແລ້ວ ທ່ານແມນ​ເດລາ ກໍ​ໄດ້​ສັນລະ​ເສີນ​ຍ້ອງຍໍ​ປະຊາຊົນ​ອາ​ຟຣິກາ​ໃຕ້.

ທ່ານ​ແມນເດລາ ​ກ່າວວ່າ: “ໝົດ​ທຸກ​ຄົນແມ່ນ​ໄດ້​ສ້າງສັນ​ສັງຄົມ​ນຶ່ງຂຶ້ນມາ ທີ່​ຮັບ​ຮູ້​
ວ່າ​
ປະຊາຊົນ​ທັງ​ໝົດ​ເກີດ​ມາ​ ມີ​ຄວາມ​ເທົ່າ​ທຽມ​ກັນ.”

​ໃນ​ລະຫວ່າງ​ການ​ດໍາລົງ​ຕໍາ​ແໜ່​ງປະທານາທິບໍດີຂອງ​ທ່ານນັ້ນ ທ່ານ​ແມນ​ເດ​ລາໄດ້​ຖືກ
ໂຈມ​ຕີ​ຢ່າງ​ໃຫຍ່​ທີ່​ບໍ່​ໄດ້​ຕໍ່ສູ້​ກັບການ​ແຜ່​ລະບາດ​ຂອງ​ໂຣກ​ເອດ​ສ໌ຂອງ​ອາຟຣິກາໃຕ້. ​ແຕ່​
ແນວ​ໃດ​ກໍ​ດີ ​ໃນ​ຊຸມປີ​ສຸດ​ທ້າຍ​ຂອງ​ທ່ານ ​ທ່ານ​ໄດ້​ກາຍ​ເປັນ​ຜູ້​ສະໜັບສະໜຸນທີ່​ອອກໜ້າ​
ອອກ​ຕາ​ຜູ້​ນຶ່ງ ​ໃນ​ການ​ຕໍ່ສູ້​ກັບ​ໂຣກ​ເອດ​ສ໌.

ທ່ານ ​ແມນ​ເດລາ ກ່າວວ່າ: “​ພ້ອມ​ກັນ ພວກ​ເຮົາ​ແມ່ນ​ຈະສາມາດ​ຕໍ່ສູ້​ກັບໂຣກ​
ເອດ​ສ໌​ໄດ້ ​ແລະ​ຮັບ
ປະກັນໃຫ້​ມີ​ອະນາຄົດ​ທີ່​ໝັ້ນຄົງຫຼາຍ​ຂຶ້ນ ສໍາລັບ​ທຸກໆ​ຄົນ.”

ນອກ​ນັ້ນ ທ່ານ​ຍັງ​ສືບ​ຕໍ່​ວຽກ​ງານ​ຂອງ​ທ່ານ ​ໃນ​ຖານະ​ເປັນ​ຜູ້​ສະໜັບ​ສະ​ໜຸນຕໍ່​ສູ້ ​ເພື່ອ
ສິດທິ​ເດັກນ້ອຍ​ນໍາ.

ໃນ​ປະ​ເທດ​ນຶ່ງທີ່​ຖືກ​ແຕກ​ແຍກ ​ຍ້ອນ​ຂໍ້​ຂັດ​ແຍ້​ງ​ດ້ານເຊື້ອຊາດ​ມາ​ເປັນເວລາຫຼາຍ​ປີນັ້ນ
ທ່ານ Nelson Mandela ຈຶ່ງ​ໄດ້​ຮັບ​ພິຈາລະນາວ່າ ​ເປັນຜູຸ້ນໍາທີ່ໂດດ​ເດ່​ນຍອດ​ຍ້ຽມ​ຄົນ
ນຶ່ງເປັນ​ບຸລຸດ ຜູ້ທີ່​ໄດ້​ດຶງ​ເອົາ​ອາ​ຟຣິກາ​ໃຕ້​ໃຫ້​ພົ້ນ​ຈາກຄວາມ​ຮຸນ​ແຮງ​ແລະ​ຄວາມອາຄາດ
ແຄ້ນ​ກັນ ​ໄປ​ສູ່​ການເປັນປະ​ເທດ​ນຶ່ງ ​ທີ່​ມີ​ສັນຕິພາບ​ແລະ​ຄວາມ​ເຂົ້າ​ໃຈ​ກັນອັນໃຫຍ່ຫຼວງ ​
ກວ່າ​ເກົ່າ​.

ວີດີໂອ: ບັນດາຜູ້ນໍາເອເຊຍ ລະນຶກເຖິງທ່ານ ແມນເດລາ:

Asia Mourns Mandela
please wait
Embed

No media source currently available

0:00 0:02:23 0:00
ລິງໂດຍກົງ
XS
SM
MD
LG