ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອົງການ NASA ອອກທຶນໃຫ້ນັກຄົ້ນຄວ້າເດີນທາງໄປຫາຂໍ້ມູນເພີ້ມເຕີມ ກ່ຽວກັບສິ່ງມີຊີວິດຈາກຕ່າງດາວ ຢູ່ທາງທິດຕາເວັນຕົກຂອງອອສເຕຣເລຍ


ແຟ້ມຮູບ-ຢູ່ໃນຮູບພາບຈາກອົງການ NASA ນີ້, ເຮືອບິນທົດລອງເຮລີຄັອບເຕີ້ຂອງອົງການ NASA ໄດ້ຈອດລົງຢູ່ໜ້າພື້ນຜິວຂອງດາວອັງຄານດ້ວຍຄວາມຊໍານິຊໍານານ ໃນວັນຈັນ, ວັນທີ 19 ເມສາ 2021.
ແຟ້ມຮູບ-ຢູ່ໃນຮູບພາບຈາກອົງການ NASA ນີ້, ເຮືອບິນທົດລອງເຮລີຄັອບເຕີ້ຂອງອົງການ NASA ໄດ້ຈອດລົງຢູ່ໜ້າພື້ນຜິວຂອງດາວອັງຄານດ້ວຍຄວາມຊໍານິຊໍານານ ໃນວັນຈັນ, ວັນທີ 19 ເມສາ 2021.

ບັນດານັກຄົ້ນຄວ້າຈາກອົງການ NASA ຂອງ​ສະ​ຫະ​ລັດ ກໍາລັງສຶກສາເບິ່ງທະເລສາບນໍ້າເຄັມ “ທີ່ມີລັກສະນະຄ້າຍຄືດາວອັງຄານ” ຢູ່ທາງທິດຕາເວັນຕົກຂອງປະເທດອອສເຕຣເລຍ ໃນການຕາມຫາຂໍ້ມູນເພີ້ມເຕີມ ກ່ຽວກັບສິ່ງມີຊີວິດ​ຈາກ​ຕ່າງ​ດາວ. ບັນດານັກຊ່ຽວຊານຈາກສະຫະລັດກ່າວວ່າ ​ຂົງ​ເຂດແຫ່ງນີ້ ເຊິ່ງມີນໍ້າທີ່ເປັນສີບົວ ແລະຕົ້ນໄມ້ຕ່າງໆທີ່ມີລັກສະນະສະເພາະໂດດເດັ່ນ ຄ້າຍຄືກັນກັບດາວອັງຄານຫຼາຍກວ່າຂົງເຂດອື່ນໆຢູ່ໃນໂລກ. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຢີລການ ເຄຣຕັນ (Yilkarn Craton), ເປັນພູມິພາກທີ່ມີຄວາມອຸດົມສົມບູນດ້ວຍແຮ່ທາດຫຼາຍທີ່ສຸດ ຕັ້ງຢູ່ຫ່າງຈາກເມືອງເພີທ (Perth) ໄທທາງທິດຕາເວັນຕົກຂອງປະເທດອອສເຕຣເລຍ ປະມານ 400 ກິໂລແມັດ.

ຢີລການ ເປັນຄໍາສັບຂອງຊົນເຜົ່າພື້ນເມືອງຢູ່ໃນທ້ອງຖິ່ນແຫ່ງນັ້ນ ເພື່ອອະທິບາຍກ່ຽວກັບຫີນທີ່​ມີ​ລັກ​ສະ​ນະ​ຄື​ກັນ​ກັບ​ແກ້ວ. ພູມິພາກແຫ່ງນີ້ໄດ້ເປັນຈຸດສຸມຂອງການສໍາຫຼວດ ແລະຂຸດຄົ້ນແຮ່ທາດ, ແຕ່ນັກວິທະຍາສາດເຊື່ອວ່າ ມັນອາດຈະເຊື່ອງຊ້​ອນ​ຮ່ອງ​ຮອຍຕ່າງໆກ່ຽວກັບຈັກກະວານ ແລະສິ່ງມີຊີວິດຢູ່ດາວເຄາະອື່ນໆ.

ທະເລສາບທີ່ເປັນກົດອາຊິດ​ເຫຼົ່ານີ້ ຕັ້ງຢູ່ທາງທິດຕາເວັນຕົກຂອງປະເທດອອສເຕຣເລຍ ໄດ້ເປີດເຜີຍໃຫ້ເຫັນສະພາບການຂອງສິ່ງທີ່ຄ້າຍຄືດາວ​ອັງຄານ. ຫິນທີ່ມີອາຍຸ 3 ພັນລ້ານປີ ຢູ່ທາງທິດຕາເວັນຕົກຂອງອອສເຕຣເລຍ ເປັນຫິນທີ່ມີຄວາມເກົ່າແກ່ທີ່ສຸດໃນໂລກ, ແລະນັກວິຊາການເຊື່ອວ່າ ພວກມັນມີລັກສະນະທີ່ຄ້າຍຄືກັນກັບອາຍຸຂອງຫິນທີ່ຢູ່ເທິງດາວອັງຄານເຫຼົ່ານັ້ນ.

ທີມຜູ້ຊ່ຽວຊານຂອງສະຫະລັດ, ເຊິ່ງໄດ້ຮັບການຮ່ວມມື ແລະສະໜັບສະໜຸນຈາກບັນດາຜູ້ອາວຸໂສຂອງຊົນເຜົ່າພື້ນເມືອງ ກໍາລັງດໍາເນີນການກວດກາໃນສິ່ງທີ່ຮ້ອງວ່າ “ສະພາບແວດລ້ອມທີ່ມີຄວາມເຄັມສູງ” ຫຼື ສະຖານທີ່ທີ່ມີເກືອເປັນຈໍານວນຫຼາຍ ເຊິ່ງບໍ່ພຽງແຕ່ຢູ່​ໃນລະບົບນິເວດຕ່າງໆໃນປັດຈຸບັນ, ແຕ່ພວກມັນໄດ້ເກັບຮັກສາສິ່ງທີ່ເກີດຂຶ້ນໃນອະດີດໄດ້ແນວໃດ.

ຮອງສາດສະດາຈານ ບຣິທນີ ຊມິດທ໌ (Britney Schmidt), ຈາກມະຫາວິທະຍາໄລຄໍແນລ ໃນລັດນິວຢອກ ກ່າວ​ຕໍ່​ອົງ​ການອອກອາກາດຂອງອອສເຕຣເລຍວ່າ ໂຄງການດັ່ງກ່າວແມ່ນການອອກທຶນໂດຍອົງການ NASA, ເຊິ່ງເປັນ​ອົງການບໍລິຫານການບິນ ແລະອະວະກາດແຫ່ງຊາດ ທີ່ຕັ້ງຢູ່ນະຄອນຫຼວງວໍຊິງຕັນດີຊີ, ໂດຍທ່ານນາງກ່າວວ່າ:

“ພວກເຮົາແມ່ນສະມາຊິກ ໂຄງການມະຫາສະໝຸດຂ້າມອະວະກາດແລະເວລາ ໂດຍໄດ້ຮັບທຶນສະໜັບສະໜຸນຈາກໂຄງການຊີວະວິທະຍາດາຣາສາດແຫ່ງອົງການ NASA, ແລະພວກເຮົາກໍາລັງສຶກສາກ່ຽວກັບສິ່ງ​ທີ່​ຄ້າຍ​ຄື​ກັນຕ່າງໆຢູ່ທີ່ນັ້ນ, ຫຼື ຕົວຢ່າງຕົ້ນກໍາເນີດຂອງດາວອັງຄານ ຄວນຊິເປັນແນວໃດ. ດັ່ງນັ້ນ, ຂົງເຂດສະເພາະຢູ່ທາງທິດຕາເວັນຕົກຂອງອອສເຕຣເລຍ ຈຶ່ງເໝາະສົມໃນການສຶກສາຄົ້ນຄວ້າ ເນື່ອງຈາກຂົງເຂດດັ່ງກ່າວມີຫິນທີ່ມີອາຍຸເກົ່າແກ່ທີ່ສຸດ, ສະນັ້ນ, ບໍລິເວນ ຢີລການ ເຄຣຕັນ ເຊິ່ງມີອາຍຸປະມານສອງລ້ານຫາສາມລ້ານປີ ເຊັ່ນດຽວກັບນໍ້າທີ່ມີກົດອາຊິດສູງ, ແລະດັ່ງນັ້ນ, ມັນເປັນການລວມກັນຂອງທັງສອງສິ່ງເຫຼົ່ານັ້ນ ທີ່ພວກເຮົາເຫັນຢູ່ພື້ນຜິວດາວເຄາະດວງອື່ນໆ. ສະນັ້ນຈຶ່ງຖືວ່າ ມັນມີລັກສະນະສະເພາະທີ່ເດັ່ນຫຼາຍ.”

ທີມນັກຄົ້ນຄວ້າຂອງສະຫະລັດ ໄດ້ດໍາເນີນງານຮ່ວມກັບບັນດາຜູ້ອາວຸໂສພື້ນເມືອງຢູ່ໃນທ້ອງຖິ່ນ ເຊິ່ງພວກເພິ່ນໄດ້ອະທິບາຍໃນສິ່ງທີ່ຮ້ອງວ່າ “ເລື້ອງລາວກ່ຽວກັບຄວາມຝັນ” ຂອງພູມິພາກແຫ່ງນີ້, ເຊິ່ງເປັນການສ້າງແຜນຜັງຂອງດິນຂຶ້ນມາໂດຍດວງວິນຍານແຫ່ງບັນພະບູລຸດ.

ມັນຍັງມີຫຼາຍຄໍາຖາມໃຫຍ່ໆທີ່ຈະຕອບ​ຫຼາຍ​ຢ່າງເຊັ່ນວ່າ ຖ້າສິ່ງມີຊີວິດຫາກດໍາລົງຢູ່ໄດ້ ຢູ່ໃນສະພາບແວດລ້ອມທີ່ເປັນພິດ ແລະມີປະລິມານເກືອທີ່ສູງຢູ່ທາງທິດຕາເວັນຕົກຂອງອອສເຕຣເລຍ, ມັນສາມາດເກີດຂຶ້ນໄດ້ຢູ່ໃນດາວເຄາະດວງອື່ນໆຂອງຈັກກະວານໄດ້ບໍ?

ພວກເຮົາອາດຈະບໍ່ສາ​ມາດ​ໄດ້​ຮັບຄໍາຕອບເລີຍ, ແຕ່ດ້ວຍຄວາມຮູ້ທາງວິທະ ຍາສາດ ແລະຄວາມຮູ້ແບບດັ້ງເດີມ ສາມາດໄດ້ຮັບຮ່ອງ​ຮອຍຕ່າງໆທີ່ມີຄ່າໄດ້.

ດ້ວຍຂໍ້ມູນທັງຫຼາຍເຫຼົ່ານີ້ ຈະຊ່ວຍສ້າງໃຫ້ມີນັກຮຽນຮູ້ລະດັບປະລິນຍາໂທແລະ ປະລິນຍາເອກເພີ້ມຂຶ້ນ ເມື່ອທີມສໍາຫຼວດກັບຄືນມາສະຫະລັດ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG