ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເຮືອອີຕາລີ ຊ່ອຍຊີວິດ ພວກອົບພະຍົບ ຈຸຫລ້າສຸດ ຈາກອາຟຣິກາ ອີກ 100 ຄົນ


Italy Migrants
please wait
Embed

No media source currently available

0:00 0:02:02 0:00

ອົບ​ພະຍົບ​ ເກືອບ 100 ຄົນ ຈາກ​ໂຊ​ມາ​ເລຍ ​ອີ​ຈິບ ​ແລະ​ຊູ​ດານ ​ແມ່ນ​ເປັນ​ຈຸຫຼ້າ​ສຸດ ທີ່​ພວກ​ລູກ​ເຮືອ​ອີ​ຕາ​ລີ​ໄດ້ຊ່ອຍ​ກູ້​ຊີວິດໄວ້ໃນ​ທະ​ເລ ​ ໃນ​ຂະນະ​ທີ່ ​ເຂົາ​ເຈົ້າກຳລັງ​ເດີນທາງ​ມຸ້ງ​ໜ້າ​ໄປ​ສູ່​ທະ​ວີ​ບຢູ​ໂຣບນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ພວກ​ອົບ​ພະຍົບ​ເຫຼົ່າ​ນີ້ ຊຶ່ງ​ມີຮວມທັງ​ ເດັກນ້ອຍທີ່​ບໍ່​ມີ​ພໍ່​ແມ່​ຕິດຕາມ​ມາ​ນຳ ສິບ​ກ່ວາ​ຄົນ ​ເດີນທາງ​ໄປ​ຮອດ​ທ່າ​ເຮືອ​ອີ​ຕາ​ລີ​ແຫ່ງ​ໜຶ່ງ ​ໃນເກາະ Sicily ​ໃນ​ຄືນ​ວັນ​ພຸດ​ວານ​ນີ້.

ທ່ານ​ນາງ Francine Uenuma ​ໂຄສົກ​ປະຈຳ​ອົງການ Save the Children ກ່າວ​ວ່າ:

“​ເຂົາ​ເຈົ້າ​ເວົ້າ​ວ່າ ​ເປັນ​ການ​ເດີນທາງ​ທີ່​ລຳ​ບາກ​ຫລາຍພວກເຂົາ​ເຈົ້າ​ ກະ​ປະມານວ່າ ໄດ້​ເດີນທາງ​ຢູ່​ໃນ​ທະ​ເລ​ມາ​ເປັນ​ເວລາ​ເກືອບ 12 ມື້ ​ ​ແລະ​ໃນ​ຊ່ວງ​ເວລາ​ນັ້ນ ມີ​ສອງ​ມື້ ທີ່​ເຮືອ​ຂອງ​ພວກ​ເຂົາ​ເຈົ້າ​ຢຸດ ​ແລະ​ຈັກ​ເຮືອ​ຢຸດ ​ແລະ​ພວກ​ເຂົາ​ເຈົ້າ​ໝົດ​ນ້ຳ​ດື່ມ ​ແລະ​ພວກ​ເຂົາ​ເຈົ້າ​ຕ້ອງໄດ້​ກິນ​ນ້ຳ​ທະ​ເລ​ທີ່​ເຄັມ​ນັ້ນ.”

ການ​ເພີ້​ມທະວີ​ຂຶ້ນ​ ຫວ່າງ​ໄວໆ​ມາ​ນີ້ ​ໃນ​ຈຳນວນ​ຂອງ​ພວກ​ອົບ​ພະຍົບ ​ທີ່​ສ່ຽງ​ຊີວິດ​ເພື່ອ​ໃຫ້​ໄປ​ຮອດ​ຢູ​ໂຣບນັ້ນ ​ໄດ້​ພາ​ໃຫ້​ເກີດ​ການ​ຖົກ​ຖຽງ​ກັນ​ຂຶ້ນ ກ່ຽວກັບ​ວ່າ​ຈະ​ເ​ຮັດວິທີ​ໃດ​ດີ ​ເພື່ອ​ຢຸດ​ການ​ຫລັ່ງ​ໄຫລ​ອອກ​ມາ​ຂອງ​ພວກ​ອົບ​ພະຍົບນີ້.

ທ່ານ Francois Hollande ປະທານາທິບໍດີ​ຝຣັ່ງ ກ່າວ​ວ່າ ທ່ານ​ຢາກ ໃຫ້ ສະຫະ​ປະຊາ​ຊາດ​ຮັບ​ຜ່ານ​ຍັດຕິສະບັບ​ນຶ່ງ ​ເພື່ອ​ອະນຸມັດ​ໃຫ້​ຢູ​ໂຣບ ທຳລາຍ​ພວກ​ເຮືອ​ຕ່າງໆ​ໄດ້ ທີ່​ພວກ​ຄ້າ​ມະນຸດ​ໃຊ້ຂົນສົ່ງ​ພວກ​ອົບພະ ຍົບ ຈາກ​ອາ​ຟຣິກາ​ເໜືອ​ໄປ​ຍັງ​ຢູ​ໂຣບນັ້ນ.

​ແຕ່​ປະທານ​ສະພາກາ​ແດງ​ອີ​ຕາ​ລີ ທ່ານ Francesco Rocca ​ເຕືອນ​ວ່າ ການ​ແນະນຳ​ໃຫ້​ຖິ້ມ​ລະ​ເບີດ​ທຳລາຍ ​ເຮືອ​ຂອງພວກຄ້າ​ມະນຸດ​ ກ່ອນ​ບັນຈຸ​ພວກ​ອົບ​ພະຍົບນັ້ນ ບໍ່​ແມ່ນ​ການ​ແກ້​ໄຂ​ບັນຫາ​ທີ່​ດີ.

​ໃນ​ຂະນະ​ທີ່​ບໍ່​ມີ​ແຜນການ​ໃນ​ທັນທີ ​ເພື່ອ​ຂັດຂວາງ​ການ​ຫຼັ່ງ​ໄຫລ​ໜີ​ຂອງ​ພວກ​ອົບ​ພະຍົບ​ໄປ​ຍັງ​ຢູ​ໂຣບຢູ່​ນີ້ ອີ​ຢູ​ໄດ້​ຕັດສິນ​ໃຈ​ເພີ້​ມການ​ປະຕິບັດ​ງານ​ໃນ​ການຊອກ​ຫາ ​ແລະ​ຊ່ອຍ​ກູ້​ຊີວິດ​ຂຶ້ນ​ເປັນ​ສາມ​ເທົ່າ ຫຼັງຈາກ​ຖືກ​ຕຳ​ໜິຕິຕຽນ ກ່ຽວ​ກັບ​ການ​ຕອບ​ສະໜອງ​ຂອງ​ພວກ​ຕົນ​ຕໍ່​ວິ​ກິດ​ການ​ອົບ​ພະຍົບນັ້ນ.

ຄຳ​ໝັ້ນ​ສັນຍາດັ່ງກ່າວ ໄດ້​ມີ​ຂຶ້ນ​ໃນ​ຂະນະ​ທີ່ພວກ​ອົບ​ພະຍົບທີ່​ຖືກ​ຊ່ອຍ​ ​ຊີວິດ​ໄດ້​ໃນ​ທະ​ເລ ​ເດີນທາງ​ໄປ​ຮອດ​ອີ​ຕາ​ລີຕື່ມ​ອີກ ​ແລະມີ​ການ​ຈັດ​ພິທີ​ສົ່ງສະການໃຫ້​ບາງຄົນ ​ໃນ​ຈຳນວນ​ພວກ​ອົບ​ພະຍົບ 900 ຄົນ ທີ່ຈົມ​ນໍ້າ​ ຕາຍ ​ເວລາ​ເຮືອ​ຂອງ​ພວກ​ເຂົາ​ເຈົ້າ​ປີ້ນ​ຂວ້ຳ ນອກ​ຝັ່ງ​ທະ​ເລ​ລີ​ເບຍ ​ເມື່ອ​ຫຼາຍມື້​ຜ່ານ​ມາ​ນີ້.

ພວກຄ້າມະນຸດ ໃນທະເລເມດິເທີເຣນຽນ ທຳລາຍໄດ້ຫລາຍຕື້ໂດລາ:

People Traffickers Make Billions in Mediterranean
please wait

No media source currently available

0:00 0:03:10 0:00

Nearly 100 migrants from Somalia, Egypt and Sudan are the latest group rescued at sea by Italian crews while trying to reach Europe.

Authorities say the migrants, including a dozen unaccompanied minors, arrived at an Italian port on the island of Sicily Wednesday night. ((: 13))

"They said it was very rough, they were out at sea for about 12 days, they estimated, and for two of those days the boat stopped and was not working, and they ran out of water and they were even drinking salt water. They weren't able to be hydrated in that time, so until the boat was going again, they were completely stuck for two days." ((:17))

The recent surge in migrants risking their lives to reach Europe has set off a debate on how to stop the exodus.

France's President (Francois Hollande) has said he wants a U.N. resolution authorizing the EU to destroy boats used by people smugglers to ferry thousands of migrants from North Africa to Europe.

But the president of the Italian Red Cross (Francesco Rocca) warned that suggestions of bombing traffickers' boats before they are loaded with migrants is not a solution. ((:31))

((SOUNDBITE IN ENGLISH Francesco Rocca- President of the Italian Red Cross (& Vice President of the International Federation of Red Cross and Red Crescent Societies

"For us it is not a solution -- bombing the boats. This must be very clear, because the traffickers will find other routes. We cannot forget that other routes are coming from Turkey -- from the Aegean Sea. Even some of them try to reach the Greek islands -- swimming." ((:21))

Rocca says the current migrant situation is not a crisis, but in his opinion, the continuation of governments not responding to a decades old delemma.

With no immediate plan to disrupt the the flow of migrants to Europe, the EU has decided to triple search and rescue operations after being criticized over its response to the migrant crisis.

The pledge came as more migrants rescued at sea arrived in Italy, and funeral services were held for some of the 900 migrants who drowned when their ship capsized off the coast of Libya several days ago.

XS
SM
MD
LG