ຜູ້ຄົນທີ່ເປັນໂຣກເບົາຫວານປະເພດ 1 ນັ້ນ ແມ່ນມີຄວາມເປັນ
ໄປໄດ້ສູງ ທີ່ຈະເສຍຊີວິດກ່ອນກຳນົດ ແລະ ຈະເຈັບປ່ວຍຍ້ອນ
ໂຣກແຊກຊ້ອນທີ່ຮ້າຍແຮງຕ່າງໆ ໃນໄລຍະຍາວ ກວ່າພົນລະ
ເມືອງອື່ນໆທັງໝົດ. ການສຶກສາຄົ້ນຄວ້າໃໝ່ນີ້ ກວດເບິ່ງວ່າ
ການຄວບຄຸມຮັກສາລະດັບ ນ້ຳຕານໃນເລືອດຢ່າງຮັດກຸມນັ້ນ
ສາມາດຊ່ອຍໃຫ້ຄວາມສ່ຽງທັງຫຼາຍ ລົດລົງຫຼືບໍ່. ຜູ້ສື່ຂ່າວວີໂອ
ເອ Carol Pearson ມີລາຍລະອຽດເພີ້ມຕື່ມ ຊຶ່ງໄຊຈະເລີນສຸກ
ຈະນຳມາສະເໜີທ່ານ.
ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:
ທ່ານ Ralph Dineen ໄດ້ຖືກວິນິດໄສວ່າ ມີໂຣກເບົາຫວານປະເພດ 1 ຫຼາຍກວ່າ 30 ປີ
ກ່ອນ. ຜູ້ກ່ຽວໃສ່ເຄື່ອງປ້ຳສານ insulin ແລະກວດເບິ່ງລະດັບນ້ຳຕານ ໃນເລືອດຂອງລາວ
ມື້ລະ 5 ເທື່ອ.
ທ່ານ Dineen ເວົ້າວ່າ “ໃນເວລາ ຂ້ອຍເປັນໂຣກເບົາຫວານ ມັນເຮັດໃຫ້ຂ້ອຍ
ເກີດຄວາມສັບສົນຫຼາຍ ໃນຊ່ວງຊີວິດຂອງຂ້ອຍ. ເຈົ້າຮູ້ບໍ່ ຂ້ອຍມີອາຍຸໄດ້
ປະມານ 30 ປີ ແລະ ມັນເກີດຂຶ້ນກັບຂ້ອຍ ມາຈາກໃສກະບໍ່ຮູ້.”
ທ່ານ Dineen ເຂົ້າຮ່ວມໃນການສຶກສາຄົ້ນຄວ້າ ທີ່ໃຊ້ເວລາ 7 ປີ ເມື່ອກາງຊຸມປີ 1980.
ເຄິ່ງໜຶ່ງຂອງບັນດາຜູ້ສະໝັກເຂົ້າຮ່ວມ ທີ່ລວມທັງທ່ານ Dineen ໄດ້ຖືກແນະນຳ ວິທີຮັກ
ສາລະດັບນ້ຳຕານໃນເລືອດ ຂອງພວກເຂົາເຈົ້າຢ່າງເຂັ້ມງວດ. ສ່ວນອີກເຄິ່ງໜຶ່ງນັ້ນ
ຄວບຄຸມນ້ຳຕານພວກເຂົາເຈົ້າ ຢ່າງບໍ່ເຄັ່ງຄັດປານໃດ.
ການສຶກສາຄົ້ນຄວ້າໃໝ່ນີ້ ສັງເກດເບິ່ງຂໍ້ມູນ ເພື່ອລົງຄວາມເຫັນວ່າ ການຄວບຄຸມນ້ຳ
ຕານໃນເລືອດຢ່າງເຂັ້ມງວດນີ້ ຈະຊ່ອຍຫລຸດຜ່ອນ ພະຍາດແຊກຊ້ອນຕ່າງໆ ໃນໄລຍະ
ຍາວ ເຊັ່ນ ການເສຍສາຍຕາ ໝາກໄຂ່ຫລັງລົ້ມແຫຼວ ເສັ້ນປະສາດເສຍຫາຍ ແລະ ໂຣກ
ຫົວໃຈ ເຫຼົ່ານີ້ ໄດ້ຫຼືບໍ່.
ດຣ. David Nathan ຢູ່ທີ່ໂຮງໝໍໃຫຍ່ລັດ Massachusetts ແມ່ນຜູ້ໜຶ່ງ ທີ່ເປັນຄູ່ຂຽນ
ບົດລາຍງານການສຶກສາຄົ້ນຄວ້ານີ້.
ດຣ. Nathan ເວົ້າວ່າ “ການຄວບຄຸມລະດັບນ້ຳຕານ ໃນເລືອດຢ່າງຮັດກຸມຂຶ້ນ
ສາມາດຫລຸດຜ່ອນ ໂຣກແຊກຊ້ອນເຫຼົ່ານັ້ນໄດ້ ຫຼາຍເຖິງ 60 ຫາ 70 ເປີເຊັນ.”
ບັນດານັກຄົ້ນຄວ້າ ຍັງສືບຕໍ່ຕິດຕາມເບິ່ງ ພວກຄົນປ່ວຍເຫຼົ່ານີ້ ໃນຈຳນວນ 99 ເປີເຊັນ
ຫຼັງຈາກທີ່ການສຶກສາຄົ້ນຄວ້າ ໄດ້ສິ້ນສຸດລົງເມື່ອປີ 1993. ບັນດານັກຄົ້ນຄວ້າ ຢາກຮູ້
ຈັກວ່າ ການຄວບຄຸມນ້ຳຕານໃນເລືອດຢ່າງເຄັ່ງຄັດ ຕັ້ງແຕ່ຫົວທີນັ້ນ ຈະເປັນຜົນເຮັດໃຫ້
ມີຊີວິດຍືນຍາວອອກໄປໄດ້ ຫຼືບໍ່.
ດຣ. Nathan ເວົ້າວ່າ “ແລະຜົນທີ່ອອກມາ ເຖິງແມ່ນວ່າ ກຸ່ມຜູ້ເຂົ້າຮ່ວມການສຶກ
ສາຄົ້ນຄວ້າທັງໝົດ ແມ່ນຍັງຄົງມີສຸຂະພາບ ຂ້ອນຂ້າງດີຢູ່ນັ້ນ ລວມທັງພວກຜູ້
ທີ່ຕົ້ນຕໍແລ້ວ ໄດ້ຮັບການປິ່ນປົວ ຕາມແບບແຜນທຳມະດາ ແລະພວກຜູ້ທີ່ໄດ້
ຮັບການປິ່ນປົວ ຕາມແບບແຜນ ທີ່ເຂັ້ມງວດນັ້ນ ແມ່ນມີການຫລຸດຜ່ອນໃນການ
ເສຍຊີວິດປະມານ 33 ເປີເຊັນ.”
ດຣ. Nathan ເວົ້າຢ້ຳວ່າ “....ບໍ່ຕ້ອງມີແວ່ນຕາໜາໆ ບໍ່ມີຕາຕໍ້ເກີດຂຶ້ນ ຊຶ່ງມັນດີ
ທີ່ສຸດແລ້ວ....”
ດຣ. Nathan ເວົ້າຕື່ມວ່າ “ພວກຄົນທີ່ເປັນໂຣກເບົາຫວານ ປະເພດ 1 ແມ່ນບໍ່
ພຽງແຕ່ມີຊີວິດດີຂຶ້ນ ຖ້າພວກເຂົາເຈົ້າ ໄດ້ຮັບການປິ່ນປົວຢ່າງເຂັ້ມງວດ ແຕ່
ພວກເຂົາເຈົ້າ ອາດຈະມີຊີວິດ ຄາດປະມານໄດ້ ດັ່ງດຽວກັນກັບພົນລະເມືອງ
ຜູ້ບໍ່ເປັນໂຣກເບົາຫວານ.”
ດຽວນີ້ ບັນດານັກຄົ້ນຄວ້າ ກຳລັງພະຍາຍາມ ລະບຸຕົວພັນທຸກຳ ແລະສະພາບແວດລ້ອມ
ທີ່ກໍ່ໃຫ້ເກີດເປັນພະຍາດນີ້ ແລະ ເພື່ອເບິ່ງວ່າ ພວກເຂົາເຈົ້າຈະສາມາດເຮັດໃຫ້ແຊລ
ຜະລິດສານ insulin ໄດ້ ຫຼືບໍ່.
ການສຶກສາຄົ້ນຄວ້ານີ້ ໄດ້ພິມເຜີຍແຜ່ອອກ ໃນວາລະສານຂອງສະມາຄົມການແພດ ອາເມຣິກັນ.
ວິທີກວດຫາ ໂຣກເບົາຫວານ ແບບງ່າຍໆ: