ຜູ້ເປັນໂຣກເບົາຫວານ ປະເພດ 1 ຢູ່ຍືນໄດ້ ຖ້າຄວບຄຸມ ນ້ຳຕານໃນເລືອດ ຢ່າງເຂັ້ມງວດ
ບັນດານັກຄົ້ນຄ້ວາ ກ່າວວ່າ ການຄວບຄຸມລະດັບນ້ຳຕານ ໃນເລືອດຢ່າງເຄັ່ງຄັດ ສາມາດຫລຸດຜ່ອນໂຣກແຊກຊ້ອນ ຕ່າງໆ ເຊັ່ນ ການເສຍສາຍຕາ ແລະໂຣກຫົວໃຈ ໄດ້ຫຼາຍ ເຖິງ 60 ຫາ 70 ເປີເຊັນ.