ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດານັກສິລະປິນ ຕໍ່ສູ້ກັບຂະບວນການລັກຂະໂມຍທາງປັນຍາປະດິດ ດ້ວຍການປອມປົນຮູບພາບດິຈິຕອລຂອງເຂົາເຈົ້າ


LogOn: Artists fight AI theft by 'poisoning' their digital images
please wait

No media source currently available

0:00 0:02:00 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້.

ລະບົບສ້າງພາບດ້ວຍປັນຍາປະດິດ ສາມາດຮຽນແບບເອກະລັກສະເພາະ ຂອງສິນລະປິນໄດ້ແລ້ວ, ເຊິ່ງມັນໄດ້ກາຍເປັນໄພຄຸກຄາມຕໍ່ການດຳລົງຊີບຂອງ ພວກເຂົາ. ໃນລາຍການ LogOn ສະບັບນີ້, ທ່ານ ແມດ ດິບເບີລ ຈະພາ ທ່ານໄປເບິ່ງວິທີທີ່ນັກສິນລະປິນກຳລັງຕໍ່ສູ້ກັນ ໂດຍໃຊ້ເຄື່ອງມືທີ່ອອກແບບມາ ເພື່ອນຳມາຂວາງກັ້ນລະບົບປັນຍາປະດິດນີ້ໂດຍສະເພາະ.

ທ່ານນາງ ຄາລາ ອໍຕິຊ, ນັກສິນລະປິນອິດສະຫຼະທີ່ອອກແບບຕົວລະຄອນ ແລະ ສາກປະກອບສຳລັບອຸດສາຫະກຳຮູບເງົາ ແລະ ໂທລະພາບ.

ນີ້ແມ່ນຜົນງານບາງສ່ວນທີ່ຂ້ອຍໄດ້ເຮັດໃຫ້ກັບຮູບເງົາ Black Panther.

ທັກສະ ແລະ ເອກະລັກທີ່ໂດດເດັ່ນຂອງລາວ ຕ່າງກໍ່ເປັນທີ່ຕ້ອງການຂອງລູກ ຄ້າ, ແຕ່ທ່ານນາງ ອໍຕິຊ໌ ຕ້ອງພົບກັບຄວາມຕົກໃຈ ເມື່ອພົບວ່າ ລະບົບສ້າງ ພາບດ້ວຍປັນຍາປະດິດສ່ວນໃຫຍ່ ໄດ້ນຳຜົນງານຂອງລາວມານຳໃຊ້ ແລະ ຕອນນີ້ກຳລັງທົດລອງມັນຢູ່.

ມັນເປັນສິ່ງທີ່ໜ້າລັງກຽດຫຼາຍ. ໂດຍສະເພາະຕອນນີ້ມັນໄດ້ກາຍເປັນອຸດສາຫະ ກຳທີ່ເກີດຂຶ້ນໃນເວລາພຽງຂ້າມຄືນ ທີ່ມີມູນຄ່າຫຼາຍພັນລ້ານໂດລາ ແລະ ແຂ່ງຂັນກັນໃນຕະຫຼາດຂອງພວກເຮົາເອງ.

ລະບົບສ້າງພາບດ້ວຍປັນຍາປະດິດ ໄດ້ຮັບການຝຶກຝົນໂດຍການໃຊ້ຮູບພາບ ທີ່ລວບລວມຈາກອິນເຕີເນັດກວ່າ ພັນລ້ານຮູບພາບໂດຍບໍ່ໄດ້ຮັບການຂໍອະນຸ ຍາດໃດໆ.

ທ່ານນາງ ອໍຕິຊ໌ ເປັນໜຶ່ງໃນຜູ້ທີ່ຄັດ​ຄ້ານແນວທາງປະຕິບັດນີ້ ໃນລະບົບກົດ ໝາຍຂອງ ປະເທດ ອາເມຣິກາ.

ລາວຍັງປະຕິບັດໂຕແບບຕົງໄປຕົງມາອີກດ້ວຍ.

ລາວ ແລະ ນັກສິນລະປິນຄົນອື່ນໆ ຫວັງທີ່ຈະປົກປ້ອງຜົນງານທາງອອນລາຍ ຂອງຕົນໂດຍການນຳໃຊ້ຊອບແວ ທີ່ຈະເຮັດໃຫ້ AI ຫຼື ປັນຍາປະດິບເກີດ ຄວາມສັບສົນລະຫວ່າງມັນກຳລັງປະມວນຜົນ.

ຊອບແວນີ້ເອີ້ນວ່າ Glaze ຫຼື ເກຼຊ໌, ເຊິ່ງຜູ້ປະດິດໄດ້ກ່າວວ່າ ຊອບແວນີ້ ຈະສ້າງການປ່ຽນແປງເລັກນ້ອຍໃນພາບທີ່ມະນຸດບໍ່ສາມາດສັງເກດເຫັນໄດ້, ແຕ່ຈະເຮັດໃຫ້ການຮັບຮູ້ຂອງປັນຍາປະດິດເກີດຄວາມສັບສົນ, ໂດຍຈະຊີ້ໄປເຖິງຜົນງານຂອງສິນລະປິນທີ່ມີຊື່ສຽງຕໍ່ສາທາລະນະຊົນ, ຢ່າງເຊັ່ນ ທ່ານ ແວນກໍ.

Glaze ຫຼື ເກຼຊ໌ ແລະ ລະບົບຕິດຕາມຜົນທີ່ເອີ້ນວ່າ Nightshade ໄດ້ຖືກພັດ ທະນາທີ່ມະຫາວິທະຍາໄລ ຊິຄາໂກ ແລະ ສາມາດດາວໂຫລດໄດ້ຟຣີ.

Nightshade ໄດ້ພະຍາຍາມກ້າວໄປອີກລະດັບ ໂດຍບໍ່ພຽງແຕ່ຈະຢຸດ ປັນຍາປະດິດ ຈາກການຮຽນຮູ້ຂອງຮູບພາບເທົ່ານັ້ນ, ແຕ່ຍັງທຳລາຍຖານຂໍ້ມູນ ຂອງປັນຍາປະດິດເຫຼົ່ານີ້ອີກດ້ວຍ.

ຫາກນຳໃຊ້ຊອບແວຫຼາຍເທົ່າໃດ, ຜົນກະທົບກໍ່ຈະຍິ່ງຫຼາຍຂຶ້ນເທົ່ານັ້ນ. ທ່ານ Shan ກ່າວໄວ້ວ່າເປົ້າໝາຍແມ່ນຕ້ອງການຊັກຈູງໃຫ້ນັກພັດທະນາ ປັນຍາປະດິດ ຈ່າຍເງິນສຳລັບງານສິນລະປະທີ່ພວກເຂົາເອົາໄປນຳໃຊ້.

ຖ້າຫາກເຈົ້າເຜີຍແຜ່ມັນອອກໄປຫຼາຍ, ມັນຈະເລີ່ມສ້າງຄວາມເສີຍຫາຍໃຫ້ກັບ ຜະລິດຕະພັນບາງຢ່າງໃນອະນາຄົດ.

ຮູບພາບຂອງ ທ່ານນາງ ອໍຕິຊ໌ “Musa Victoriosa,” ເປັນຜົນງານທຳອິດ ທີ່ນຳໃຊ້ Glazed ເຂົ້າມາຊ່ວຍ ແລະ ກາຍເປັນສັນຍາລັກຂອງການຕໍ່ສູ້ ເພື່ອໄປຂ້າງໜ້າ.

ອ່ານລາຍງານນີ້ເປັນພາສາອັງກິດ

Freelance artist Karla Ortiz designs characters and scenes for the movie and TV industry.

“Here’s some of the stuff I did for 'Black Panther.'”

Sought after by clients for her skill and distinctive style, Ortiz was shocked to discover that major AI image generators were trained using her art and are now simulating it.

“It’s really egregious. Especially because this is now an overnight industry that’s like billions of dollars competing in our own markets.”

Image-generating AI systems are trained using billions of images gathered from the internet without permission.

Ortiz is among those challenging this practice in the American legal system. ((end courtesy))

She is also taking direct action.

She and other artists hope to protect their online images using software that confuses AI models during training.

Called Glaze, its creators say the software makes tiny changes in an image that humans don’t notice, but that distorts the AI’s perception, pointing to an artist in the public domain instead, like Van Gogh.

Glaze and a follow-up version called Nightshade were developed at the University of Chicago and are free to download.

“Nightshade tries to take it one step further by not only stopping AI from learning from a piece of image, but also actively corrupts the knowledge base of these AI models.”

The more the software is used, the greater the impact.

Shan says the goal is to persuade AI developers to pay for the artwork they use. ((end courtesy))

“If you get enough quantity of that out there, it's really going to start damaging some of the future products.”

Ortiz’s painting "Musa Victoriosa," was the first work ever Glazed, and has become a symbol of the battle ahead.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG