ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຢືນຢັນຄວາມຄືບໜ້າ ໃນການເຂົ້າ ເປັນສະມາຊິກ ຂອງ WTO


ລາວຢືນຢັນຄວາມຄືບໜ້າ ໃນການເຂົ້າ ເປັນສະມາຊິກ ຂອງ WTO
ລາວຢືນຢັນຄວາມຄືບໜ້າ ໃນການເຂົ້າ ເປັນສະມາຊິກ ຂອງ WTO

ລັດຖະມົນຕີ​ລາວ​ຢືນຢັນ​ເຖິງ​ຄວາມ​ຄືບ​ໜ້າ​ໃນ​ການ​ເຈລະຈາ​ກັບ​ນານາ​ຊາດ​ເພື່ອ ​ໃຫ້​ເປັນ​ທີ່​ຍອມຮັບ​ໃນ​ການ​ເຂົ້າໄປ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ ​ໂດຍ​ສະ​ເພ​າະ​ແມ່ນ​ການ​ພັດທະນາ​ລະບົບ​ກົດໝາຍ​ດ້ານ​ການ​ຄ້າ ​ແລະ​ພາສີ​ໃນ​ລາວ​ນັ້ນ​ໄດ້​ເລີ່​ມ​ເປັນ​ທີ່​ຍອມຮັບ​ຂອງ​ນານາ​ຊາດ​ຫລາຍ​ ຂຶ້ນນັບ​ມື້.

ທ່ານ​ ນາມ​ ວີ​ຍະ​ເກ​ດ ລັດຖະມົນຕີ​ວ່າການ​ກະຊວງອຸດສາ ຫະກໍາ​ແລະການ​ຄ້າ ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າການ​ເຈລະຈາ ​ຄັ້ງ​ທີ່ 6 ຮ່ວມ​ກັບ​ຄະນະ​ຜູ້​ຕ່າງ​ໜ້າ​ຖາວອນ​ນາໆ​ຊາດ​ປະ​ຈໍາ​ ອົງການ​ການ​ຄ້າ​ໂລກ​ຢູ່​ທີ່​ນະຄອນ​ເຈ​ນີວາ ປະ​ເທດ​ສວີ​ສເຊີ ແລນ​ດ໌ ​ເມື່ອ​ທ້າຍ​ເດືອນ​ກັນຍາ​ທີ່​ຜ່ານ​ມາ​ນີ້​ ໄດ້ຮັບ​ຜົນ​ທີ່​ຄືບ​ໜ້າ​ເປັນ​ຢ່າງ​ດີ​ໃນ​ຫລາຍ​ດ້ານ ​ໂດຍສະ​ເພາະແມ່ນ​ການພັດ ທະນາ​ລະບົບ​ກົດໝາຍ​ການ​ຄ້າແລະ​ພາສີ​ໃນ​ລາວ​ນັ້ນ​ຖືເປັນ ​ພາກສ່ວນ​ສໍາຄັນ​ທີ່ ​ຄະນະ​ຜູ້ແທນ​ຂອງ​ລັດຖະບານ​ລາວ ​ສາມາດ​ເສີມ​ສ້າງ​ຄວາມ​ເຂົ້າ​ໃຈ​ແລະ​ເຮັດ​ໃຫ້​ບັນດາ​ປະ​ເທດ ​ສະມາຊິກ​ໃນ​ອົງການ​ການຄ້າ​ໂລກ​ໃຫ້ການ​ຍອມຮັບຫລາຍ​ຂຶ້ນນັບ​ມື້. ​ໂດຍ​ກໍລະນີ​ທີ່​ຖື​ວ່າ​ໄດ້​ມີ​ການ​ພັດທະນາ​ດີ​ຂຶ້ນຢ່າງ​ຊັດ​ເຈນ​ໃນ​ໄລຍະກວ່າ 1 ປີ​ທີ ​ຜ່ານ​ມາ​ ຫລື​ນັບ​ຈາກ​ການ​ເຈລະຈາຄັ້ງ​ທີ່ 5 ​ເມື່ອ​ປີຜ່ານມາ​ ເຖິງການ​ເຈລະຈາ​ຄັ້ງ​ທີ່ 6 ນີ້ ກໍຄື​ການທີ່​ສະພາ​ແຫ່ງ​ຊາດ​ລາວ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ ວ່າ​ດ້ວຍ​ການ​ລົງທຶນ​ສະບັບ​ດັດ​ແກ້​ ໃໝ່ ການ​ອອກ​ດໍາລັດ​ວ່າ​ດ້ວຍ​ການ​ແຈ້ງ​ລາຍ​ງານ​ສິນຄ້າ​ທີ່​ເກືອດ​ຫ້າມ ​ທີ່​ຈະ​ຕ້ອງ​ຂໍອະນຸຍາດ​ ນໍາ​ເຂົ້າ ຫລື​ສົ່ງ​ອອກ ການ​ຮັບຮອງ​ກົດໝາຍວ່າ​ດ້ວຍ​ການ​ຫາ​ປາ ການ​ກະກຽມ​ທີ່ຈະ​ອອກ​ດໍາ ລັດ​ແລະ​ລະບຽບ​ການ ​ເພື່ອ​ເລີ່​ມຕົ້ນ​ນໍາ​ໃຊ້​ມູນ​ຄ່າ​ແຈ້ງ​ພາສີ​ ພາຍ​ໃຕ້​ສັນຍາ​ອົງການ​ການ​ຄ້າ​ ໂລກ ​ແລະ​ການ​ຮັບຮອງ​ເອົາ​ກົດ​ບັດ​ຂອງ​ກອງ​ທຶນ​ການ​ເງິນ​ສາ​ກົນ ຫລື IMF ກ່ຽວກັບການ ຄຸ້ມຄອງເງິນຕາຕ່າງປະເທດ ເປັນຕົ້ນ.

ຄະນະຜູ້ແທນລາວ ທີ່ໄປເຈລະຈາເລື້ອງການເຂົ້າເປັນ ສະມາຊິກຂອງອົງການການຄ້າໂລກ ຄັ້ງທີ 6 ທີ່ ປະເທດສະວິສເຊີແລນດ໌ ເມື່ອເດືອນກັນຍາ 2010.
ຄະນະຜູ້ແທນລາວ ທີ່ໄປເຈລະຈາເລື້ອງການເຂົ້າເປັນ ສະມາຊິກຂອງອົງການການຄ້າໂລກ ຄັ້ງທີ 6 ທີ່ ປະເທດສະວິສເຊີແລນດ໌ ເມື່ອເດືອນກັນຍາ 2010.

ພ້ອມກັນນີ້ ດ້ວຍຄວາມຄືບໜ້າຈາກການເຈ ລະຈາໃນຄັ້ງລ່າສຸດນີ້ ກໍຍັງເປັນຜົນເຮັດໃຫ້ ມີການລົງນາມຮັບຮອງເອົາຜົນການເຈລະຈາ ກ່ຽວກັບການເປີດຕະຫລາດການຄ້າສອງຝ່າຍ ລະຫວ່າງລາວກັບຈີນ ທີ່ຖືເປັນອົງປະກອບສໍາ ຄັນສ່ວນນຶ່ງ ທີ່ຈະຊ່ວຍຊຸກຍູ້ໃຫ້ລາວໄດ້ເຂົ້າ ໄປເປັນສະມາຊິກຂອງອົງການການຄ້າໂລກ ໃນໄລຍະຕໍ່ໄປອີກດ້ວຍ. ແຕ່ຢ່າງໃດກໍຕາມ ທ່ານນາມ ກໍຍອມຮັບວ່າ ຄວາມຄືບໜ້າດັ່ງ ກ່າວນີ້ ຍັງບໍ່ພຽງພໍທີ່ຈະເຮັດໃຫ້ລາວ ໄດ້ຮັບ ການຮັບຮອງຈາກນາໆຊາດ ໃນການເຂົ້າໄປ ເປັນສະມາຊິກຂອງອົງການການຄ້າໂລກ ເພາະວ່າທາງການລາວຍັງຈະຕ້ອງດໍາເນີນການພັດທະນາລະບົບກົດໝາຍ ແລະລະບຽບການ ທີ່ກ່ຽວກັບການຄ້າ ການລົງທຶນ ແລະລະບົບພາສີຕ່າງໆ ເພີ່ມຕື່ມຂຶ້ນອີກ ໂດຍແນໃສ່ການ ເຮັດໃຫ້ນານາຊາດໃຫ້ການຍອມຮັບຫລາຍຂຶ້ນອີກ ໃນການເຈລະຈາຄັ້ງທີ່ 7 ທີ່ຈະມີຂຶ້ນໃນ ກາງປີ 2011 ດັ່ງທີ່ທ່ານນາມ ໄດ້ຊີ້ແຈງວ່າ:

ທ່ານນາມ ວີຍະເກດ ລັດຖະມົນຕີ ອຸດສາຫະກໍາແລະການຄ້າ ຂອງ ສປປ ລາວ.
ທ່ານນາມ ວີຍະເກດ ລັດຖະມົນຕີ ອຸດສາຫະກໍາແລະການຄ້າ ຂອງ ສປປ ລາວ.

“ເພື່ອກະກຽມໃຫ້ກັບຮອບເຈລະຈາຕໍ່ໄປນັ້ນ ສໍາລັບ ຂະແໜງອຸດສາຫະກໍາ-ການຄ້ານີ້ ພວກເຮົາກໍໄດ້ສໍາ ເລັດກົດໝາຍວ່າດ້ວຍການປົກປ້ອງ ແລະນໍາໃຊ້ດໍາ ລັດກ່ຽວກັບໃບອະນຸຍາດນໍາເຂົ້າ ລະບຽບການແຈ້ງ ລາຍການສິນຄ້າຄຸ້ມຄອງ ແລະເກືອດຫ້າມການນໍາ ເຂົ້າແລະສົ່ງອອກ ດໍາລັດວ່າດ້ວຍແຫລ່ງກໍາເນີດ ຂອງສິນຄ້າ ແລະດໍາລັດວ່າດ້ວຍສູນແຈ້ງແລະຈຸດ ສອບຖາມຂໍ້ມູນທີ່ຕິດພັນກັບການຄ້າ ແລະພວກເຮົາ ຍັງຈະສືບຕໍ່ຮ່າງດໍາລັດວ່າດ້ວຍລະບຽບການຄຸ້ມຄອງ ການນໍາເຂົ້າແລະສົ່ງອອກ.”

ໃນປັດຈຸບັນນີ້ ມີ 2 ປະເທດແລ້ວ ທີ່ໄດ້ລົງນາມຮ່ວມກັບລາວເພື່ອຮັບຮອງຜົນການເຈລະຈາ ກ່ຽວກັບການເປີດຕະຫລາດລະຫວ່າງ​ສອງ​ຝ່າຍ​ ພາຍ​ໃຕ້​ຂອບ​ເຂດ​ການ​ຄ້າ​ຂອງ​ອົງການ​ການ​ຄ້າ​ໂລກ ກໍ​ຄື​ຈີນ​ແລະ​ຍີ່ປຸ່ນ ຊຶ່ງກໍ​ໝາຍ​ຄວາມ​ວ່າ​ຍັງ​ມີ​ອີກ​ຫລາຍ​ປະ​ເທດ​ ທີ່​ມີ​ບົດບາດຢ່າງ​ສໍາຄັນ​ໃນ​ອົງການ​ການ​ຄ້າ​ໂລກ ​ທີ່​ທາງ​ການ​ລາວ​ຈະ​ຕ້ອງ​ໄດ້ທໍາການເຈລະຈານໍາ ​ເພື່ອ​ໃຫ້​ ປະ​ເທດ​ເຫລົ່າ​ນັ້ນຍອມ​ຮັບ​ທີ່​ຈະ​ເປີດ​ຕະຫລາດ​ຮ່ວມ​ກັບ​ລາວ​ໃຫ້​ໄດ້​ ​ເຊັ່ນ ສະຫະລັດ​ອາ​ເມ​ຣິ​ກາ ​ແຄ​ນາ​ດາ ອອສ​ເຕຣ​ເລຍ ​ເກົາຫລີ​ໃຕ້ ​ໄຕ້​ຫວັນ ​ແລະ​ສະຫະພາບ​ຢຸ​ໂຣບ ​ເປັນ​ຕົ້ນ.

ທາງ​ການ​ລາວ​ໄດ້​ຍື່ນ​ຄໍາ​ຮ້ອງ​ເພື່ອ​ສະ​ແດງ​ເຈດ​ຕະນາ ​ຂໍ​ເຂົ້າ​ໄປ​ເປັນ​ປະ​ເທດ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ ນັບ​ເປັນ​ລະຍະ​ເວລາ​ກວ່າ 12 ປີ​ມາ​ແລ້ວ ​ໂດຍ​ຈາ​ກການ​ເຈລະຈາ ​ທັງ 6 ​ເທື່ອ​ທີ່​ຜ່ານ​ມາ​ນີ້​ ກໍ​ປາກົດ​ວ່າ​ທາງ​ການລາວ​ໄດ້​ຕອບ​ບັນດາ​ຂໍ້​ສົງ​ໃສ​ຕ່າງໆ ຂອງ​ປະ​ເທດ​ສະມາຊິກ​ໃນ​ອົງການ​ການ​ຄ້າ​ໂລກ​ໄປ​ແລ້ວ ​ຈໍານວນ​ຫລາຍ​ກວ່າ 800 ຂໍ້ ​ແລະ​ກໍ​ຍັງ​ ຈະ​ຕ້ອງ​ມີ​ການ​ຕອບ​ຂໍ້​ສົງ​ໃສ​ໄປ​ອີກ​ ຈົນ​ບໍ່​ສາມາດ​ທີ່​ຈະ​ຮູ້​ໄດ້​ເລຍ​ວ່າ ​ລາວ​ຈະ​ໄດ້​ຮັບ​ການ​ຍອມຮັບ​ໃຫ້​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ ​ເມື່ອ​ໃດ​ແທ້.

ທັງ​ນີ້​ໂດຍເຊື່ອ​ວ່າ​ ມີ​ສາ​ເຫດສໍາຄັນ​ມາ​ຈາກການ​ທີ່​ ນາໆ​ຊາດ​ຍັງ​ຄົງ​ບໍ່ໃຫ້ການ​ຍອມຮັບ​ລະ ບົບກົດໝາຍ ລະບົບ​ການ​ເງິນ-ທະນາຄານ ລະບົບ​ການ​ຄຸ້​ມຄອງ​ໃນ​ພາກ​ບໍລິການ ​ແລະລະ ບົບ​ເສດຖະກິດ​ມະຫະພາກ​ໃນ​ລາວ​ ທີ່​ຍັງ​ຄົງ​ຕ້ອງ​ເພິ່ງ​ພາ​ຕ່າງ​ຊາດ​ເປັນ​ດ້ານ​ຫລັກ​ ທັງ​ໃນ​ດ້ານ​ສິນຄ້າ ​ເງິນ​ລົງທຶນ ​ແລະ​ງົບປະມານ​ຂອງ​ລັດຖະບານ​ ທີ່​ຍັງຕ້ອງ​ຂໍ​ການ​ຊ່ວຍ​ເຫລືອ​ລ້າ​ຈາກ​ຕ່າງ​ປະ​ເທດ​ ຢູ່​ເລື້ອຍ​ມາ​ນັ້ນ​ເອງ.

XS
SM
MD
LG