ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລາວຈະຕ້ອງປັບປຸງ ການຄຸ້ມຄອງ ຊັບສິນທາງປັນຍາກ່ອນ ຈຶ່ງຈະໄດ້ເຂົ້າ WTO


ທຸງຂອງບາງປະເທດທີ່ໄດ້ເຂົ້າເປັນສະມາຊິກຂອງອົງການການຄ້າໂລກແລ້ວ ແລະລາວກໍາລັງພະຍາຍາມປັບປຸງ
ດ້ານຕ່າງໆ ເພື່ອຢາກເຂົ້າຮ່ວມອົງການດັ່ງກ່າວໄດ້
ທຸງຂອງບາງປະເທດທີ່ໄດ້ເຂົ້າເປັນສະມາຊິກຂອງອົງການການຄ້າໂລກແລ້ວ ແລະລາວກໍາລັງພະຍາຍາມປັບປຸງ ດ້ານຕ່າງໆ ເພື່ອຢາກເຂົ້າຮ່ວມອົງການດັ່ງກ່າວໄດ້

ລັດຖະມົນຕີລາວຍອມຮັບວ່າການຄຸ້ມຄອງຊັບສິນທາງປັນຍາຖືເປັນເງື່ອນໄຂສໍາຄັນຢ່າງນຶ່ງ ທີ່ຈະຕັດສິນວ່າ ລາວຈະໄດ້ເຂົ້າໄປເປັນສະມາຊິກຂອງອົງການການຄ້າໂລກເມື່ອໃດ.

ທ່ານນາມ ວິຍາເກດ ລັດຖະມົນຕີວ່າການ ກະຊວງອຸດ
ສາຫະກໍາ ແລະການຄ້າຖະແຫຼງຍອມຮັບວ່າ ເງື່ອນໄຂທີ່
ສໍາຄັນທີ່ສຸດປະການນຶ່ງທີ່ຈະເປັນປັດໃຈຕັດສິນວ່າ ສປປ
ລາວ ຈະໄດ້ຮັບການຮັບຮອງໃຫ້ເຂົ້າໄປເປັນສະມາຊິກ
ຂອງອົງການການຄ້າໂລກເມື່ອໃດນັ້ນ ກໍຄືການທີ່ຈະຕ້ອງ
ພິສູດໃຫ້ອົງການການຄ້າໂລກໄດ້ເຫັນຢ່າງຈະແຈ້ງວ່າ
ລາວໄດ້ບັງຄັບໃຊ້ກົດໝາຍວ່າດ້ວຍການຄຸ້ມຄອງຊັບ​ສິນ
ທາງປັນຍາຢ່າງມີປະສິດທິພາບຢ່າງແທ້ຈິງແລ້ວ.

ທັງນີ້ໂດຍເຖິງແມ່ນວ່າສະພາແຫ່ງຊາດລາວຈະໄດ້ຮັບຮອງ
ເອົາກົດໝາຍວ່າດ້ວຍຊັບ​ສິນທາງປັນຍານັບແຕ່ປີ 2007
ເປັນຕົ້ນມາແລ້ວກໍຕາມຫາກແຕ່ວ່າສິ່ງທີ່ບັນດາປະເທດສະ
ມາຊິກໃນອົງການການຄ້າໂລກໄດ້ໃຫ້ຄວາມສໍາຄັນຫຼາຍ
ກວ່າ ຕົວບົດກົດໝາຍນັ້ນກໍຄືການບັງຄັບໃຊ້ທີ່ມີປະສິດ
ທິຜົນ ແລະເປັນການບັງຄັບໃຊ້ກົດໝາຍທີ່ໄດ້ມາດຕະ
ການສາກົນອີກດ້ວຍ ດັ່ງທີ່ທ່ານນາມໄດ້ຖະແຫຼງຊີ້ແຈງວ່າ:

ທ່ານນາມ ວິຍາເກດ ລັດ ຖະມົນຕີກະຊວງອຸດສາ ຫະກໍາ ແລະການຄ້າ
ທ່ານນາມ ວິຍາເກດ ລັດ ຖະມົນຕີກະຊວງອຸດສາ ຫະກໍາ ແລະການຄ້າ

“ຖ້າວ່າເວົ້າຕາມຂະບວນການເຈລະຈານັ້ນ ບັນຫາ
ເລື່ອງຊັບ​ສິນທາງປັນຍາເປັນຂໍ້ສົນໃຈທີ່ສຸດຂອງ
ບັນດາປະເທດສະມາຊິກອົງການຄ້າໂລກ ສະນັ້ນ
ການທີ່ພວກເຮົາມີກົດໝາຍແລ້ວພວກເຮົາກໍຍັງ
ຕ້ອງການມີດໍາລັດເພື່ອເຮັດແນວໃດໃຫ້ມັນເປັນທີ່
ຮອງຮັບໄດ້ ໂດຍສະເພາະແມ່ນການເຊື່ອມໂຍງກັບ
ສາກົນນັ້ນ ເຂົາກໍຍັງເຫັນວ່າມີບາງຈຸດທີ່ພວກເຮົາ
ຄວນຈະໄດ້ປັບປຸງຕື່ມ”

ຄະນະຜູ້ແທນຂອງລາວພາຍໃຕ້ການນໍາຂອງທ່ານນາມ
ໄດ້ທໍາການເຈລະຈາຄັ້ງທີ 6 ຮ່ວມກັບຄະນະຜູ້ຕາງໜ້າຖາວອນປະຈໍາອົງການການຄ້າໂລກ
ທີ່ກຸງເຈນີວາ ປະເທດສະວິດ​ເຊີແລນ ເມື່ອທ້າຍເດືອນກັນຍາປີທີ່ຜ່ານມາ ຊຶ່ງ ທ່ານນາມກໍ
ໄດ້ໃຫ້ການຢືນຢັນວ່າໄດ້ຮັບຜົນທີ່ຄືບໜ້າເປັນຢ່າງດີໃນຫຼາຍດ້ານໂດຍສະເພາະແມ່ນການ
ພັດທະນາລະບົບກົດໝາຍດ້ານການຄ້າ ແລະພາສີໃນລາວນັ້ນຄືເປັນພາກສ່ວນສໍາຄັນທີ່
ຄະນະຜູ້ແທນຂອງລັດຖະບານລາວສາມາດເສີມສ້າງຄວາມເຂົ້າໃຈ ແລະກໍເຮັດໃຫ້ບັນດາ ປະເທດສະມາຊິກໃນອົງການການຄ້າໂລກໃຫ້ການຍອມຮັບຫຼາຍຂຶ້ນ.

ໂດຍກໍລະນີທີ່ຖືວ່າໄດ້ມີການພັດທະນາດີຂຶ້ນຢ່າງຊັດເຈນໃນໄລຍະກວ່າ 1 ປີທີ່ຜ່ານມາ
ຫຼືນັບຈາກການເຈລະຈາຄັ້ງທີ 5 ເມື່ອປີກ່ອນ ມາເຖິງການເຈລະຈາຄັ້ງທີ 6 ນັ້ນ ກໍຄືການ ທີ່ສະພາແຫ່ງຊາດລາວໄດ້ຮັບຮອງເອົາກົດໝາຍວ່າດ້ວຍການລົງທຶນສະບັບ​ດັດແກ້ໃໝ່, ການອອກດໍາລັດວ່າດ້ວຍການແຈ້ງລາຍການສິນຄ້າທີ່​ເກືອດຫ້າມ ທີ່ຈະຕ້ອງຂໍອານຸຍາດນໍາ
ເຂົ້າຫຼືສົ່ງອອກ, ການຮັບຮອງກົດໝາຍວ່າດ້ວຍປະມົງການກະກຽມທີ່ຈະອອກດໍາລັດເພື່ອ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຊັບ​ສິນທາງປັນຍາ, ​ການອອກດໍາລັດ ແລະລະບຽບການ ເພື່ອເລີ່ມຕົ້ນນໍາໃຊ້ມູນຄ່າແຈ້ງພາສີພາຍໃຕ້ສັນຍາຂອງອົງການການຄ້າໂລກ ແລະການຮັບ
ຮອງເອົາກົດ​ບັດຂອງກອງທຶນການເງິນສາກົນ (IMF) ກ່ຽວກັບການຄຸ້ມຄອງເງິນຕາຕ່າງ
ປະເທດເປັນຕົ້ນ.

ຄະນະຜູ້ແທນຂອງລາວເຈລະຈາຄັ້ງທີ 6 ຮ່ວມກັບຄະນະຜູ້ຕາງໜ້າຖາວອນປະຈໍາ ອົງການການຄ້າໂລກທີ່ກຸງເຈນີວາ ປະ ເທດສະວິດເຊີແລນ ເມື່ອທ້າຍເດືອນກັນ ຍາປີ 2010 ທີ່ຜ່ານມາ
ຄະນະຜູ້ແທນຂອງລາວເຈລະຈາຄັ້ງທີ 6 ຮ່ວມກັບຄະນະຜູ້ຕາງໜ້າຖາວອນປະຈໍາ ອົງການການຄ້າໂລກທີ່ກຸງເຈນີວາ ປະ ເທດສະວິດເຊີແລນ ເມື່ອທ້າຍເດືອນກັນ ຍາປີ 2010 ທີ່ຜ່ານມາ

ພ້ອມກັນນີ້ ດ້ວຍຄວາມຄືບໜ້າຈາກການ
ເຈລະຈາ ໃນ ຄັ້ງຫຼ້າສຸດນີ້ ກໍຍັງເປັນຜົນເຮັດ
ໃຫ້ມີການລົງນາມຮັບຮອງເອົາ ຜົນການ
ເຈລະຈາກ່ຽວກັບການເປີດຕະຫຼາດການຄ້າ
ສອງຝ່າຍລະຫວ່າງລາວກັບຈີນ ທີ່ຖືເປັນອົງ
ປະກອບສໍາຄັນສ່ວນ ນຶ່ງທີ່ຈະຊ່ວຍຊຸກຍູ້ໃຫ້
ລາວໄດ້ເຂົ້າໄປເປັນສະມາຊິກຂອງອົງການ
ການຄ້າໂລກໃນໄລຍະຕໍ່ໄປອີກດ້ວຍ.

ແຕ່ຢ່າງໃດກໍຕາມ ທ່ານນາມ ກໍຍອມຮັບວ່າ
ຄວາມຄືບໜ້າດັ່ງກ່າວນີ້ຍັງບໍ່ພຽງພໍທີ່ຈະເຮັດ
ໃຫ້ລາວໄດ້ຮັບການຮັບຮອງຈາກນາໆຊາດ
ໃນການເຂົ້າໄປເປັນປະເທດສະມາຊິກຂອງ
ອົງການການຄ້າໂລກ ຫາກແຕ່ວ່າທາງການ
ລາວຍັງຈະຕ້ອງດໍາເນີນການພັດທະນາລະບົບ
ກົດໝາຍ ແລະລະບຽບການທີ່ກ່ຽວກັບການຄ້າ ການລົງທຶນ ແລະລະບົບພາສີຕ່າງໆ ເພີ່ມ
ຕື່ມຂຶ້ນອີກ ໂດຍແນ່ໃສ່ການເຮັດໃຫ້ນາໆຊາດໃຫ້ການຍອມຮັບຫຼາຍຂຶ້ນອີກໃນການເຈລະຈາ
ຄັ້ງທີ 7 ທີ່ຈະມີຂຶ້ນໃນກາງປີ 2011 ນີ້ຕໍ່ໄປ. ໂດຍທາງການລາວໄດ້ຍື່ນຄໍາຮ້ອງເພື່ອຂໍເຂົ້າ
ໄປເປັນສະມາຊິກຂອງອົງການ ການຄ້າໂລກນັບເປັນໄລຍະເວລານານກວ່າ 12 ປີມາແລ້ວ.

XS
SM
MD
LG