ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດນາມວ່າ ຈະສະໜັບສະໜູນ ຢ່າງສຸດຂີດ ໃຫ້ລາວໄດ້ເຂົ້າເປັນ ສະມາຊິກຂອງ WTO


ທ່ານຈູມມະລີ ໄຊຍະສອນ, ປະທານປະເທດລາວ (ຊ້າຍ) ແລະທ່ານ ຫງວຽນ ຟູ່ຈອງ ເລຂາທິການໃຫຍ່ພັກ
ຄອມມີວນິສຫວຽດນາມ ເດີນຕວດຢ້ຽມເຫລົ່າທະຫານເນື່ອງໃນໂອກາດທີ່ທ່ານຫງຽນ ຟູ່ຈອງ ຢ້ຽມຢາມ ນະຄອນຫລວງວຽງຈັນໃນລະຫວ່າງວັນທີ 20-22 ມິຖຸນາ ນີ້
ທ່ານຈູມມະລີ ໄຊຍະສອນ, ປະທານປະເທດລາວ (ຊ້າຍ) ແລະທ່ານ ຫງວຽນ ຟູ່ຈອງ ເລຂາທິການໃຫຍ່ພັກ ຄອມມີວນິສຫວຽດນາມ ເດີນຕວດຢ້ຽມເຫລົ່າທະຫານເນື່ອງໃນໂອກາດທີ່ທ່ານຫງຽນ ຟູ່ຈອງ ຢ້ຽມຢາມ ນະຄອນຫລວງວຽງຈັນໃນລະຫວ່າງວັນທີ 20-22 ມິຖຸນາ ນີ້

ຜູ້ນໍາພັກຄອມມີວນິສຫວຽດນາມ ຢືນຢັນຈະໃຫ້ການສະໜັບສະໜູນ ແລະການຊ່ວຍເຫລືອ ລາວຢ່າງສຸດຂີດ ເພື່ອໃຫ້ເຂົ້າໄປເປັນສະມາຊິກ ຂອງອົງການການຄ້າໂລກ ໃຫ້ໄວທີ່ສຸດ.

ທ່ານຫງວຽນ ຟູ່ຈອງ ເລຂາທິການໃຫຍ່ພັກຄອມມູນິສ ຫວຽດນາມ ເລຂາທິການໃຫຍ່ພັກ
ຄອມມີວຫວຽດນາມ ໄດ້ຖະແຫລງຢືນຢັນໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 20-22 ມິຖຸນານີ້ ເພື່ອຊຸກຍູ້ໃຫ້ລາວໄດ້ເຂົ້າໄປເປັນ
ປະເທດສະມາຊິກຂອງອົງການການຄ້າໂລກ (WTO) ໃຫ້ໄວທີ່ສຸດ ພ້ອມທັງຍັງຈະໃຫ້ການ
ຊ່ວຍເຫລືອລາວ ໃນການຕຽມຄວາມພ້ອມໃນທຸກດ້ານ ເພື່ອຮອງຮັບການເປັນເຈົ້າພາບຈັດ
ກອງປະຊຸມສຸດຍອດຜູ້ນໍາລັດຖະບານລະຫວ່າງອາຊຽນ ກັບສະຫະພາບຢູໂຣບ (ASEM)
ຄັ້ງທີ 9 ຢູ່ນະຄອນຫລວງວຽງຈັນ ໃນຊ່ວງເດືອນພະຈິກ ປີໜ້າອີກດ້ວຍ.

ທ່ານນາງປານີ ຢາທໍຕູ, ປະທານສະພາແຫ່ງຊາດລາວ ຊຸດທີ 7 ຈັບມືກັບທ່ານ ທ່ານ ຫງວຽນ ຟູ່ຈອງ ເລຂາທິການໃຫຍ່ ພັກຄອມມູນິສຫວຽດນາມ
ທ່ານນາງປານີ ຢາທໍຕູ, ປະທານສະພາແຫ່ງຊາດລາວ ຊຸດທີ 7 ຈັບມືກັບທ່ານ ທ່ານ ຫງວຽນ ຟູ່ຈອງ ເລຂາທິການໃຫຍ່ ພັກຄອມມູນິສຫວຽດນາມ

ທ່ານຫງວຽນ ຟູ່ຈອງ ໄດ້
ຖະແຫລງຢືນຢັນດັ່ງກ່າວນີ້
ຕໍ່ກອງປະຊຸມຄັ້ງປະຖົມມະ
ເລີກຂອງສະພາແຫ່ງຊາດ
ລາວຊຸດທີ 7 ທີ່ກໍາລັງດໍາ
ເນີນການປະຊຸມຢູ່ໃນຂະນະ
ນີ້ ແລະໃນຖານະທີ່ທ່ານ
ຫງວຽນ ຟູ່ຈອງ ຍັງດໍາລົງ
ຕໍາແໜ່ງປະທານສະພາແຫ່ງ
ຊາດຫວຽດນາມນັບເປັນເວ
ລາເກືອບ 5 ປີມາແລ້ວ ຈຶ່ງ
ຖືເປັນຜູ້ນຶ່ງທີ່ມີປະສົບການ
ເປັນຢ່າງດີ ໃນການຜ່ານ
ຮ່າງກົດໝາຍທີ່ທັນສະໄໝ
ແລະເປັນທີ່ຍອມຮັບຂອງ
ບັນດາປະເທດສະມາຊິກໃນ WTO ດ້ວຍກັນ ອອກມາບັງຄັບໃຊ້ ຊຶ່ງດ້ວຍປະສົບການ
ດັ່ງກ່າວ ກໍຍ່ອມຈະສົ່ງຜົນດີຕໍ່ລາວອີກດ້ວຍເຊ່ນກັນ.

ເພາະກ່ອນໜ້ານີ້ ທ່ານນາມ ວິຍາເກດ ໄດ້ຖະແຫລງຍອມຮັບວ່າເງື່ອນໄຂສໍາຄັນທີ່ສຸດປະ
ການນຶ່ງທີ່ຈະເປັນປັດໃຈຕັດສິນວ່າ ລາວຈະໄດ້ຮັບການຮັບຮອງໃຫ້ເຂົ້າໄປເປັນສະມາຊິກ
WTO ເມື່ອໃດນັ້ນ ກໍຄືການທີ່ຈະຕ້ອງພິສູດໃຫ້ສະມາຊິກເຫັນຢ່າງຈະແຈ້ງວ່່າ ລາວໄດ້ບັງ
ຄັບໃຊ້ກົດໝາຍຄຸ້ມຄອງຊັບ​ສິນທາງປັນຍາ ຢ່າງໄດ້ມາດຕະຖານສາກົນແລ້ວຊຶ່ງກໍໝາຍ
ເຖິງການທີ່ສະພາແຫ່ງຊາດລາວ ຈະຕ້ອງປະຕິບັດໜ້າທີ່ໄດ້ຢ່າງມີປະສິດທິພາບອີກດ້ວຍ
ນັ້ນເອງ.

ທ່ານນາມ ວິຍາເກດ ລັດຖະມົນ ຕີວ່າການກະຊວງອຸສາຫະກໍາ ແລະການຄ້າລາວ
ທ່ານນາມ ວິຍາເກດ ລັດຖະມົນ ຕີວ່າການກະຊວງອຸສາຫະກໍາ ແລະການຄ້າລາວ

ຄະນະຜູ້ແທນຂອງລາວພາຍໃຕ້ການນຳຂອງທ່ານນາມ
ໄດ້ທໍາ​ການເຈລະຈາຄັ້ງທີ 6 ຮ່ວມກັບຄະນະຜູ້ຕາງໜ້າ
ຖາວອນປະຈຳອົງການການຄ້າໂລກທີ່ກຸງເຈນີວາ ປະ
ເທດສວິສເຊີແລນ ເມື່ອທ້າຍເດືອນກັນຍາ ປີທີ່ຜ່ານມາ
ຊຶ່ງທ່ານນາມກໍໄດ້ໃຫ້ການຢືນຢັນວ່າ ໄດ້ຮັບຜົນທີ່ຄືບ
ໜ້າເປັນຢ່າງດີໃນຫຼາຍດ້ານ ໂດຍສະເພາະແມ່ນການ
ພັດທະນາລະບົບກົດໝາຍດ້ານການຄ້າ ແລະພາສີໃນ
ລາວນັ້ນ ຖືເປັນພາກສ່ວນສຳຄັນທີ່ຄະນະຜູ້ແທນຂອງ
ລັດຖະບານລາວສາມາດເສີມສ້າງຄວາມເຂົ້າໃຈແລະກໍເຮັດໃຫ້ບັນດາປະເທດສະມາຊິກໃນ
ອົງການການຄ້າໂລກໃຫ້ການຍອມຮັບຫຼາຍຂຶ້ນ. ຫາກແຕ່ກໍຍັງບໍ່ພຽງພໍທີ່ຈະເຮັດໃຫ້ລາວ ໄດ້ຮັບການຮັບຮອງຈາກນາໆຊາດ ​ໃຫ້ເຂົ້າໄປເປັນປະເທດສະມາຊິກຂອງອົງການການ
ຄ້າໂລກ ​ເຖິງ​ແມ່ນ​ວ່າທາງການລາວໄດ້ຢືນຢັນຄໍາຮ້ອງ ເພື່ອຂໍເຂົ້າໄປເປັນສະມາຊິກຂອງ
WTO ນັບຕັ້ງແຕ່ປີ 1997 ເປັນຕົ້ນມາແລ້ວກໍຕາມ.

ທ່ານທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີລາວຈັບມືກັບ ຄະນຜູ້ແທນທາງການຈີນປະຈໍາອົງການ ການຄ້າໂລກ
ທ່ານທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີລາວຈັບມືກັບ ຄະນຜູ້ແທນທາງການຈີນປະຈໍາອົງການ ການຄ້າໂລກ

ແຕ່ຢ່າງໃດກໍຕາມ ດ້ວຍການ
ສະແດງທ່າທີດັ່ງກ່າວຂອງຜູ້
ນໍາພັກຫວຽດນາມຊຶ່ງກໍສອດ
ຄ່ອງກັນກັບທ່າທີຂອງຄະນະ
ຜູ້ແທນຖາວອນຂອງທາງການ
ຈີນ ໃນ WTO ທີ່ໄດ້ຢືນຢັນວ່າ
ຈະໃຫ້ການສະໜັບສະໜູນ
ແລະ ຊ່ວຍເຫລືອລາວເຊັ່ນດຽວ
ກັນ ຈຶ່ງເຮັດໃຫ້ຜູ້ນໍາລາວເຊື່ອ
ໝັ້ນວ່າ ລາວຈະໄດ້ເປັນສະມາ
ຊິກຂອງ WTO ໃນອີກບໍ່ນານ
ຕໍ່ໜ້ານີ້ ແລະລາວກໍຈະສືບຕໍ່
ການເສີມສ້າງສາຍພົວພັນກັບ
ຫວຽດນາມ ແລະຈີນຢ່າງບໍ່ຢຸດຢັ້ງອີກດ້ວຍ ດັ່ງທີ່ທ່ານຈູມມະລີ ໄຊຍະສອນ ປະທານ
ປະເທດລາວໄດ້ຖະແຫລງຢືນຢັນວ່າ:

“ກ່ອນອື່ນໝົດ ຈະສືບຕໍ່ຮັດແໜ້ນ ແລະເສີມຂະຫຍາຍສາຍພົວພັນອັນສາມັກຄີ
ພິເສດ ແລະການຮ່ວມມື ຮອບດ້ານກັບສສ ຫວຽດນາມ ແລະເພີ້ມທະວີມິດຕະ
ພາບ ແລະການຮ່ວມມືກັບ ສປ ຈີນ ບົນຈິດໃຈເປັນຢູ່ ຮ່ວມມືຍຸດທະສາດຮອບ
ດ້ານຍາວນານ”

ນອກຈາກນີ້ ການທີ່ລາວໄດ້ບັນລຸຂໍ້ຕົກລົງວ່າດ້ວຍການຄ້າແບບທະ​ວິພາ​ຄີ ຫລືສອງ​ຝ່າຍ
ຮ່ວມ​ກັບຈີນ, ຍີ່ປຸ່ນ, ເກົາຫລີ​ໃຕ້, ແຄ​ນາ​ດາ ​ແລະ ​ໃນ​ປັດຈຸບັນກໍ​ຍັງ​ຢູ່​ໃນ​ລະຫວ່າງການ
ເຈລະຈາຮ່ວມ​ກັບ​ສະຫະພາບ​ຢູໂຣບ ​ແລະສະຫະລັດ​ອາ​ເມ​ຣິ​ກາ ​ອີກ​ດ້ວຍ. ແລ້ວຈຶ່ງຈະ
ເຮັດໃຫ້ມີໂອກາດສູງ ທີ່ລາວຈະໄດ້ຮັບການຮັບຮອງໃຫ້ເຂົ້າໄປເປັນສະມາຊິກຂອງ WTO
ໄດ້ໄວຂຶ້ນອີກດ້ວຍ.

XS
SM
MD
LG