ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວໝັ້ນໃຈວ່າ ຕົນໃກ້ຈະໄດ້ເປັນ ສະມາຊິກຂອງ WTO ແລ້ວ


ທ່ານນາມ ວິຍາເກດ ລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າ ລາວ
ທ່ານນາມ ວິຍາເກດ ລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າ ລາວ

ທາງການລາວ ສິ້ນສຸດການເຈລະຈາຄັ້ງທີ 7 ກັບຄະນະຜູ້ແທນຜູ້ຕາງໜ້າຖາ​ວອນຂອງອົງ ການການຄ້າໂລກ ໂດຍໝັ້ນໃຈວ່າ ໃກ້ຈະໄດ້ຮັບການຮັບຮອງໃຫ້ເຂົ້າໄປເປັນສະມາຊິກ ຂອງອົງການການຄ້າໂລກແລ້ວ.

ທ່ານນາມ ວິຍາເກດ ລັດຖະມົນຕີ ກະຊວງອຸດສາຫະກໍາແລະການຄ້າໄດ້ຖະແຫຼງຢືນຢັນວ່າ
ການເຈລະຈາຄັ້ງທີ 7 ຮ່ວມກັບຄະນະຜູ້ແທນຖາ​ວອນຂອງອົງການການຄ້າໂລກ (WTO)
ທີ່ມີ ທ່ານຈາງ ຊຽງເສິນ ຜູ້ແທນຖາ​ວອນຂອງທາງການຈີນໃນອົງການການຄ້າໂລກ ເປັນ ປະທານຄະນະປະຕິບັດງານ ເພື່ອການພິຈາລະນາການຂໍເຂົ້າໄປເປັນສະມາຊິກໃນ WTO
ຂອງລາວນັ້ນ ໄດ້ມີຜົນຄືບໜ້າຢ່າງໜ້າພໍໃຈ.

ທັງນີ້ ນອກຈາກທ່ານ ຈາງຊຽງເສິນ ຈະໄດ້ຖະແຫລງຢືນຢັນວ່າ ທາງການຈີນຈະໃຫ້ການ
ສະໜັບສະໜຸນ ແລະຊ່ວຍເຫລືອລາວຢ່າງສຸດກຳລັງ ເພື່ອໃຫ້ເຂົ້າໄປເປັນສະມາຊິກຂອງ
WTO ໃຫ້ໄວທີ່ສຸດແລ້ວ ທ່ານຈາງຍັງໄດ້ເນັ້ນຢໍ້າອີກດ້ວຍວ່າ ຈາກການປະສານງານຮ່ວມ
ກັບ​ຄະນະຜູ້ແທນຂອງລັດຖະບານລາວ ໃນໄລຍະຜ່ານມາ ໄດ້ເຮັດໃຫ້ປະເທດສະມາຊິກ
ຂອງ WTO ໄດ້ຮັບການຍອມຮັບລະບົບກົດໝາຍຂອງລາວ ນັບມື້ນັບຫລາຍຂຶ້ນ.

ທ່ານທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ ລາວ ຈັບມືກັບຄະນະຜູ້ແທນທາງການຈີນປະຈໍາ ອົງການການຄ້າໂລກ.
ທ່ານທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ ລາວ ຈັບມືກັບຄະນະຜູ້ແທນທາງການຈີນປະຈໍາ ອົງການການຄ້າໂລກ.

ຊຶ່ງຈະເຫັນຈາກການທີ່ລາວ
ໄດ້ບັນລຸຂໍ້ຕົກລົງວ່າດ້ວຍການ
ຄ້າແບບທະ​ວິພາ​ຄີ ຫລືສອງ​
ຝ່າຍຮ່ວມ​ກັບອອສເຕຣເລຍ
ໃນການເຈລະຈາຄັ້ງທີ 7 ນີ້
ໂດຍເມື່ອປະກອບກັບການທີ່
ລາວໄດ້ບັນລຸຂໍ້ຕົກລົງດັ່ງກ່າວ
ນີ້ຮ່ວມ​ກັບຈີນ, ຍີ່ປຸ່ນ, ເກົາ
ຫລີ​ໃຕ້, ກາ​ນາ​ດາ ​ແລະໃນ
ປັດຈຸບັນ ກໍ​ຍັງ​ຢູ່​ໃນ​ລະຫວ່າງ
ການເຈລະຈາຮ່ວມ​ກັບ​ສະຫະ
ພາບ​ຢູໂຣບ​ແລະສະຫະລັດ​
ອາ​ເມ​ຣິ​ກາ ລວມເຖິງການທີ່
ຄະນະປະຕິບັດງານຂອງ WTO ໄດ້ເປັນເອກະສັນກັນມອບໝາຍໃຫ້ທາງການລາວ ດໍາ ເນີນການຮ່າງເອກະສານທີ່ກໍານົດເງື່ອນໄຂການເຂົ້າເປັນສະມາຊິກໃນ WTO ອັນຖືເປັນ ຂັ້ນຕອນເກືອບສຸດທ້າຍແລ້ວນັ້ນ ຈຶ່ງເຮັດໃຫ້ລາວມີໂອກາດຫລາຍຂຶ້ນອີກ ໃນການທີ່ຈະ ຖືກຮັບຮອງເຂົ້າເປັນສະມາຊິກຂອງ WTO ໃນໄລຍະອັນໃກ້ໆນີ້.

ແຕ່ຢ່າງໃດກໍຕາມ ທ່ານນາມ ກໍໄດ້ຖະແຫລງຍອມຮັບວ່າ ເງື່ອນໄຂທີ່ສໍາຄັນທີ່ສຸດປະການ ນຶ່ງທີ່ຈະເປັນປັດໃຈຕັດສິນວ່າ ລາວຈະໄດ້ຮັບການຮັບຮອງໃຫ້ເຂົ້າເປັນສະມາຊິກຂອງອົງ
ການການຄ້າໂລກ ໄດ້ໄວຂຶ້ນນັ້ນ ກໍຄືການບັງຄັບໃຊ້ກົດໝາຍວ່າດ້ວຍການຄຸ້ມຄອງຊັບ​ສິນ
ທາງປັນຍາຢ່າງມີປະສິດທິພາບຢ່າງແທ້ຈິງແລະໄດ້ມາດຕະການສາກົນອີກດ້ວຍ ດັ່ງທີ່ທ່ານ ນາມໄດ້ຖະແຫຼງຊີ້ແຈງໃນຕອນນຶ່ງວ່າ:.

“ບັນຫາເລື່ອງຊັບ​ສິນທາງປັນຍາເປັນຂໍ້ສົນໃຈທີ່ສຸດຂອງບັນດາປະເທດສະມາຊິກອົງ
ການຄ້າໂລກ ສະນັ້ນ
ການທີ່ພວກເຮົາມີກົດໝາຍແລ້ວ ພວກເຮົາກໍຍັງຕ້ອງການມີ
ດໍາລັດ ເພື່ອເຮັດແນວໃດໃຫ້ມັນເປັນທີ່
ຮອງຮັບໄດ້ ໂດຍສະເພາະແມ່ນການເຊື່ອມ
ໂຍງກັບ
ສາກົນນັ້ນ ເຂົາກໍຍັງເຫັນວ່າມີບາງຈຸດ ທີ່ພວກເຮົາຄວນຈະໄດ້ປັບປຸງຕື່ມ

ຊຶ່ງບາງຈຸດດັ່ງກ່າວນັ້ນ ໃນກົດໝາຍຂອງພວກເຮົາກະໄດ້ເວົ້າຢູ່ ແຕ່ມັນບໍ່ທັນລະ
ອຽດ ຊຶ່ງພວກເຂົາເຈົ້າຢາກໃຫ້ພວກເຮົາຊີ້ແຈງ ແລະປັບປຸງໃຫ້ມັນລະອຽດ
.

ຄະນະຜູ້ເທນລາວທີ່ເຂົ້າຮ່ວມການ ເຈລະຈາຄັ້ງທີ 6 ຮ່ວມກັບຄະນະຜູ້ ແທນຖາວອນຂອງອົງການ WTO ໃນເດືອນກັນຍາ ປີ 2010.
ຄະນະຜູ້ເທນລາວທີ່ເຂົ້າຮ່ວມການ ເຈລະຈາຄັ້ງທີ 6 ຮ່ວມກັບຄະນະຜູ້ ແທນຖາວອນຂອງອົງການ WTO ໃນເດືອນກັນຍາ ປີ 2010.

ຄະນະຜູ້ແທນຂອງລາວພາຍໃຕ້ການນໍາ
ຂອງທ່ານນາມ ໄດ້ທໍາ​ການເຈລະຈາຄັ້ງທີ
7 ຮ່ວມກັບຄະນະຜູ້ຕາງໜ້າຖາວອນປະຈໍາ
ອົງການການຄ້າໂລກທີ່ນະຄອນເຈນີວາ
ປະເທດສວິສເຊີແລນ ເມື່ອທ້າຍເດືອນມິຖຸ
ນາທີ່ຜ່ານມາ ໂດຍຄະນະຜູ້ແທນຂອງລັດ
ຖະບານລາວ ໄດ້ສະແດງໃຫ້ຄະນະປະຕິ
ບັດງານຂອງ WTO ໄດ້ເຫັນເຖິງການ
ພັດທະນາລະບົບກົດໝາຍດ້ານການຄ້າ ແລະ ພາສີໃນລາວ.

ນອກຈາກນີ້ ການທີ່ປາກົດວ່າ ທັງກຸ່ມອາຊ່ຽນ ແລະກຸ່ມປະເທດດ້ອຍພັດທະນາ ຕ່າງ ກໍໄດ້ສະແດງທ່າທີໃຫ້ການສະໜັບສະໜູນລາວ ແລະທາງການອອສເຕຣເລຍ, ຈີນ,
ສະຫະລັດ​, ສະຫະພາບ​ຢູໂຣບ, ກາ​ນາ​ດາ, ເກົາຫລີ​ໃຕ້, ຍີ່ປຸ່ນ ​ແລະອີກຫລາຍໆ ປະເທດຕ່າງກໍໄດ້ໃຫ້ການຊ່ວຍເຫລືອດ້ານວິຊາການແກ່ລາວອີກດ້ວຍແລ້ວ ກໍຍິ່ງເຮັດ
ໃຫ້ທາງການລາວ ມີຄວາມເຊື່ອໝັ້ນຫລາຍຂຶ້ນວ່າ ຈະໄດ້ເຂົ້າໄປເປັນສະມາຊິກຂອງ ອົງການການຄ້າໂລກໃນໝໍ່ໆນີ້ ​ເຖິງແມ່ນ​ວ່າທາງການລາວໄດ້ຍື່ນຄໍາຮ້ອງຂໍເຂົ້າໄປເປັນ
ສະມາຊິກຂອງ WTO ນັບຕັ້ງແຕ່ປີ 1997 ເປັນຕົ້ນມາແລ້ວກໍຕາມ.

XS
SM
MD
LG