ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຈີນສະໜັບສະໜູນລາວ ເຂົ້າເປັນສະມາຊິກ ຂອງອົງການການຄ້າໂລກ


ທ່ານທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີລາວຈັບມືກັບຄະນຜູ້ແທນທາງການຈີນປະຈໍາອົງການການຄ້າໂລກ
ທ່ານທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີລາວຈັບມືກັບຄະນຜູ້ແທນທາງການຈີນປະຈໍາອົງການການຄ້າໂລກ

ຜູ້ແທນຂອງທາງການຈີນປະຈໍາອົງການການຄ້າໂລກຢືນຢັນທີ່ຈະໃຫ້ການສະໜັບສະໜູນ ແລະຊ່ວຍເຫລືອລາວຢ່າງສຸດກຳລັງ ເພື່ອໃຫ້ເຂົ້າໄປເປັນສະມາຊິກຂອງອົງການ ການຄ້າ ໂລກໃຫ້ໄດ້.

ທ່ານຈາງ ຊຽງເສິນ ຜູ້ແທນຖາ​ວອນຂອງທາງການຈີນ
ໃນອົງການການຄ້າໂລກ (WTO) ແລະ ປະທານ​ຄະນະ​
ປະຕິບັດງານເພື່ອການພິຈາລະນາກ່ຽວກັບການຂໍເຂົ້າ
ໄປເປັນສະມາຊິກໃນ WTO ຂອງລາວໄດ້ຖະແຫລງຢືນ
ຢັນໃນໂອກາດທີ່ໄດ້ພົບປະ​ເຈລະຈາ​ຮ່ວມກັນກັບທ່ານ
ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະລັດຖະ
ມົນຕີວ່າການຕ່າງປະເທດຢູ່ນະຄອນວຽງຈັນເມື່ອບໍ່ນານ
ມານີ້ວ່າ ໃນຖານະຜູ້ແທນຂອງລັດຖະບານຈີນນັ້ນ ຈະ
ໃຫ້ການສະໜັບສະໜຸນ ແລະຊ່ວຍເຫລືອລາວຢ່າງສຸດ
ກຳລັງ ເພື່ອໃຫ້ເຂົ້າໄປເປັນສະມາຊິກຂອງ WTO ໃຫ້
ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້.

ສ່ວນໃນຖານະປະທານ​ຄະນະ​ປະຕິບັດງານທີ່ຮັບຜິດ
ຊອບກ່ຽວກັບການພິຈາລະນາຄຳຮ້ອງຂອງລັດຖະບານ
ລາວ ໃນການຂໍເຂົ້າໄປເປັນສະມາຊິກຂອງ WTO ນັ້ນ
ທ່ານຈາງກໍ​ເນັ້ນຢ້ຳວ່າ ການປະສານງານຮ່ວມກັບຄະນະ
ຜູ້ຕາງໜ້າຂອງລັດຖະບານລາວໃນໄລຍະທີ່ຜ່ານມານັ້ນ
ກໍປາກົດວ່າ ມີຄວາມຄືບໜ້າເປັນຢ່າງດີໃນຫຼາຍດ້ານ ໂດຍສະເພາະແມ່ນການພັດທະນາ-ປັບປູງທາງດ້ານກົດ
ໝາຍຂອງລາວນັ້ນ ຄືວ່າໄດ້ຮັບການຍອມຮັບຈາກບັນດາປະເທດສະມາຊິກຂອງ WTO
ຫຼາຍຂຶ້ນນັບມື້.

ທ່ານນາມ ວິຍາເກດ ລັດ ຖະມົນຕີກະຊວງອຸສາຫະ ກໍາແລະການຄ້າຂອງລາວ
ທ່ານນາມ ວິຍາເກດ ລັດ ຖະມົນຕີກະຊວງອຸສາຫະ ກໍາແລະການຄ້າຂອງລາວ

ຊຶ່ງຈະເຫັນໄດ້ຈາກການທີ່ລາວໄດ້ບັນລຸຂໍ້ຕົກລົງວ່າດ້ວຍ
ການຄ້າແບບທະວິພາຄີຫຼືສອງຝ່າຍຮ່ວມກັບຢີ່ປູ່ນ, ເກົາ
ຫລີໃຕ້, ແຄນາດາ, ແລະຈີນ ສ່ວນໃນປັດຈຸບັນກໍຍັງຢູ່ໃນ
ລະຫວ່າງການເຈລະຈາຮ່ວມກັບສະຫະພາບຢູ​ໂຣບແລະ
ສະຫະລັດອາເມລິກາ.

ແຕ່ຢ່າງໃດກໍຕາມກ່ອນໜ້ານີ້ ທ່ານນາມ ວິຍາເກດ ລັດ
ຖະມົນຕີວ່າການກະຊວງອຸດສາຫະກຳແລະການຄ້າກໍ
ໄດ້ຖະແຫລງຍອມຮັບວ່າເງືອນໄຂສຳຄັນທີ່ສຸດປະການ
ໜຶ່ງທີ່ຈະເປັນປັດໃຈຕັດສິນວ່າ ລາວຈະໄດ້ຮັບການຮັບ
ຮອງໃຫ້ເຂົ້າໄປເປັນສະມາຊິກ WTO ເມື່ອໃດນັ້ນ ກໍຄືການທີ່ຈະຕ້ອງພິສູດໃຫ້ສະມາຊິກ
ເຫັນຢ່າງຈະ ແຈ້ງວ່່າ ລາວໄດ້ບັງຄັບໃຊ້ກົດໝາຍຄຸ້ມຄອງຊັບ​ສິນທາງປັນຍາຢ່າງມີປະສິດ
ທິພາບຢ່າງແທ້ຈິງ ແລະໄດ້ມາດຕະຖານສາກົນອີກດ້ວຍດັ່ງທີ່ທ່ານນາມໄດ້ຖະແຫລງເນັ້ນ
ຢໍ້າວ່າ:

ຄະນະຜູ້ແທນລາວ ທີ່ໄປເຈລະຈາ ເລື້ອງການເຂົ້າເປັນສະມາຊິກອົງ ການການຄ້າໂລກຄັ້ງທີ 6 ທີ່ສະວິສ ເຊີແລນດ໌ໃນເດືອນກັນຍາ 2010
ຄະນະຜູ້ແທນລາວ ທີ່ໄປເຈລະຈາ ເລື້ອງການເຂົ້າເປັນສະມາຊິກອົງ ການການຄ້າໂລກຄັ້ງທີ 6 ທີ່ສະວິສ ເຊີແລນດ໌ໃນເດືອນກັນຍາ 2010

“ບັນຫາ​ເລື້ອງຊັບສິນ​ທາງ​ປັນຍາ​ເປັນ​ຂໍ້​ສົນ​ໃຈ​ຂອງ​ບັນດາ​ປະ​ເທ​ດສະມາຊິກ​ອົງການ ການ​ຄ້າ​ໂລກ ສະນັ້ນ ທີ​ພວກ​ເຮົາ​ມີ​ກົດໝາຍ​ແລ້ວ ພວກ​ເຮົາກໍ​ຍັງ​ຕ້ອງການ​ມີ​ດໍາລັດ​ເພື່ອ​ເຮັດ​ແນວ​ໃດ​ໃຫ້ ມັນ​ເປັນ​ທີ່​ຮອງ​ຮັລ​ໄດ້ ​ໂດຍ​ສະ​ເພາະ​ແມ່ນ​ການ​ເຊື່ອມ​ໂຍງ​ກັບ​ສາກົນ​ນັ້ນ ​ເຂົາ​ກໍ​ຍັງ​ເຫັນ​ວ່າ​ມີ​ບາງ​ຈຸດທີ່​ພວກ​ເຮົາ​ຄວນ​ຈະ​ໄດ້​
ປັບປຸງ​ຕື່ມ ຊຶ່ງ​ບາງຈຸດ​ດັ່ງກ່າວນັ້ນ ​ໃນ​ກົດ
ໝາຍຂອງ​ພວກ​ເຮົາ ກະໄດ້ເວົ້າຢູ່ແຕ່ມັນບໍ່
ທັນລະອຽດຊຶ່ງພວກເຈົ້າຢາກໃຫ້ພວກເຮົາ
ຊີ້ແຈງແລະຄວນປັບປຸງໃຫ້ມັນລະອຽດ”

ຄະນະຜູ້ແທນຂອງລາວພາຍໃຕ້ການນຳຂອງ
ທ່ານນາມໄດ້ທຳ​ການເຈລະຈາຄັ້ງທີ 6
ຮ່ວມກັບຄະນະຜູ້ຕາງໜ້າຖາວອນປະຈຳອົງການການຄ້າໂລກທີ່ກຸງເຈນີວາ ປະເທດເສີ
ວິດເສີແລນເມື່ອທ້າຍເດືອນກັນຍາ ປີທີ່ຜ່ານມາ ຊຶ່ງທ່ານນາມກໍໄດ້ໃຫ້ການຢືນຢັນວ່າ ໄດ້
ຮັບຜົນທີ່ຄືບໜ້າເປັນຢ່າງດີໃນຫຼາຍດ້ານ ໂດຍສະເພາະແມ່ນການພັດທະນາລະບົບກົດ
ໝາຍດ້ານການຄ້າແລະ ພາສີໃນລາວນັ້ນຖືເປັນພາກສ່ວນສຳຄັນທີ່ຄະນະຜູ້ແທນຂອງ
ລັດຖະບານລາວສາມາດ​ເສີມສ້າງຄວາມເຂົ້າໃຈແລະກໍເຮັດໃຫ້ບັນດາປະເທດສະມາຊິກໃນ
ອົງການການຄ້າໂລກໃຫ້ການຍອມຮັບຫຼາຍຂຶ້ນ.

ຫາກແຕ່ກໍຍັງບໍ່ພຽງພໍ ທີ່ຈະເຮັດໃຫ້ລາວໄດ້ຮັບການຮັບຮອງຈາກນາໆຊາດ​ໃຫ້ເຂົ້າໄປ ເປັນປະເທດສະມາຊິກຂອງອົງການການຄ້າໂລກ ເນື່ອງຈາກວ່າທາງການລາວນັ້ນ ຍັງຈະ ຕ້ອງດຳເນີນການພັດທະນາລະບົບກົດໝາຍແລະລະບຽບການທີ່ກ່ຽວກັບການຄ້າການ ລົງທຶນແລະລະບົບພາສີຕ່າງໆເພີ້ມຂຶ້ນອີກ ໂດຍແນໃສ່ການເຮັດໃຫ້ນາໆຊາດ ໃຫ້ການ ຍອມຮັບຫຼາຍຂຶ້ນອີກໃນການເຈລະຈາຄັ້ງທີ 7 ທີ່ຈະມີຂຶ້ນໃນກາງປີ 2011 ນີ້ຕໍ່ໄປໂດຍທາງ ການລາວໄດ້ຢືນຢັນຄຳຮ້ອງເພື່ອຂໍເຂົ້າໄປເປັນສະມາຊິກຂອງ WTO ນັບຕັ້ງແຕ່ປີ 1997 ເປັນຕົ້ນມາ.

XS
SM
MD
LG