ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຍອມຮັບວ່າ ຍັງບໍ່ຮູ້ເມື່ອໃດ ຈຶ່ງຈະໄດ້ເປັນສະມາຊິກ ຂອງອົງການໆຄ້າໂລກ


ເຄື່ອງໝາຍສະເພາະຂອງອົງການ ການຄ້າໂລກ (WTO) ທີ່ລາວໄດ້ຍື່ນຄໍາຮ້ອງເຂົ້າເປັນສະມາຊິກນັບແຕ່ປີ 1997 ເປັນຕົ້ນມາ
ເຄື່ອງໝາຍສະເພາະຂອງອົງການ ການຄ້າໂລກ (WTO) ທີ່ລາວໄດ້ຍື່ນຄໍາຮ້ອງເຂົ້າເປັນສະມາຊິກນັບແຕ່ປີ 1997 ເປັນຕົ້ນມາ

ລັດຖະມົນຕີລາວຍອມຮັບວ່າ ​ເປັນ​ການ​ຍາກ​ທີ່​ຈະ​ກຳໜົດ​ໄລຍະ​ເວລາ​ວ່າ ລາວຈະໄດ້ ເຂົ້າໄປເປັນສະມາຊິກຂອງອົງການການຄ້າໂລກເມື່ອໃດ ​ເນື່ອງ​ຈາກ​ວ່າ ລາວຍັງຈະຕ້ອງ ປັບປຸງໃນ​ຫລາຍໆດ້ານ.


ທ່ານນາມ ວິຍາເກດ ລັດຖະມົນຕີວ່າການກະຊວງ​ອຸດ
ສະຫະກຳແລະການຄ້າກໍໄດ້ຖະແຫລງຍອມຮັບວ່າ
ການ​ທີ່ລາວຈະໄດ້ເຂົ້າໄປເປັນສະມາຊິກຂອງອົງການ
ການຄ້າໂລກ (WTO) ເມື່ອໃດນັ້ນ ນັບ​ວ່າເປັນ​ການ​
ຍາກ​ທີ່​ຈະ​ສາມາດກຳໜົດ​ໄລຍະ​ເວລາ​ທີ່​ແນ່ນອນ​ໄດ້ ເຖິງ
ແມ່ນ​ວ່າ ຫລາຍ​ປະ​ເທດຈະສະ​ແດງ​ທ່າ​ທີ​ສະໜັບສະໜູນ
ໃຫ້ລາວໄດ້ເຂົ້າໄປເປັນສະມາຊິກຂອງ WTO ໃຫ້ໄວທີ່ສຸດ
ກໍ​ຕາມ ຫາກ​ແຕ່ເງື່ອນໄຂສຳຄັນນັ້ນ ກໍຢູ່​ທີ່​ລາວ​ເອງວ່າ
ຈະ​ສາມາດ​ພັດທະນາປັບປຸງລະບົບກົດໝາຍ ​ແລະການ
ບັງຄັບໃຊ້ກົດໝາຍຕ່າງໆ ​ໄດ້​ຕາມມາດຕະຖານຂອງ​ອົງ
ການ​ການ​ຄ້າ​ໂລກ ຢ່າງ​ແທ້​ຈິງ​ຫລືບໍ່.

ທ່ານນາມ ວິຍາເກດ ລັດຖະມົນຕີກະ ຊວງອຸດສະຫະກຳແລະ ການຄ້າ
ທ່ານນາມ ວິຍາເກດ ລັດຖະມົນຕີກະ ຊວງອຸດສະຫະກຳແລະ ການຄ້າ

ທັງນີ້ ທ່ານນາມ ວິຍາເກດ ໄດ້ຖະແຫລງ
ຍອມຮັບວ່າເງື່ອນໄຂສຳຄັນທີ່ສຸດປະການ
ໜຶ່ງທີ່ຈະເປັນປັດໃຈຕັດສິນວ່າ ລາວຈະໄດ້
ຮັບການຮັບຮອງໃຫ້ເຂົ້າໄປເປັນສະມາຊິກ
WTO ເມື່ອໃດນັ້ນ ກໍຄືການທີ່ຈະຕ້ອງພິ
ສູດໃຫ້ສະມາຊິກເຫັນຢ່າງຈະແຈ້ງວ່່າ ລາວ
ໄດ້ບັງຄັບໃຊ້ກົດໝາຍຄຸ້ມຄອງຊັບ​ສິນທາງ
ປັນຍາ ຢ່າງມີປະສິດທິຜົນຢ່າງແທ້ຈິງ ແລະ
ໄດ້ມາດຕະຖານສາກົນອີກດ້ວຍ ດັ່ງທີ່ທ່ານ
ນາມໄດ້ຖະແຫລງຊີ້​ແຈງວ່າ:

“ບັນຫາ​ເລື້ອງຊັບສິນ​ທາງ​ປັນຍາ​ເປັນ​ຂໍ້​ສົນ​ໃຈ​ຂອງ​ບັນດາ​ປະ​ເທ​ດສະມາຊິກ​ອົງການ ການ​ຄ້າ​ໂລກ ສະນັ້ນ ການທີ່​ພວກ​ເຮົາ​ມີ​ກົດໝາຍ​ແລ້ວ ພວກ​ເຮົາກໍ​ຍັງ​ຕ້ອງການ​ມີ​ດໍາລັດ​ເພື່ອ​ເຮັດ​ແນວ​ໃດ​ໃຫ້ມັນ​ເປັນ​ທີ່
ຮອງ​ຮັບໄດ້ ​ໂດຍ​ສະ​ເພາະ​ແມ່ນ​ການ​ເຊື່ອມ​ໂຍງ​ກັບ​ສາກົນ​ນັ້ນ ​ເຂົາ​ກໍ​ຍັງ​ເຫັນ​ວ່າ​ມີ​
ບາງ​ຈຸດທີ່​ພວກ​ເຮົາ​ຄວນ​ຈະ​ໄດ້​ປັບປຸງ​ຕື່ມ ຊຶ່ງ​ບາງຈຸດ​ດັ່ງກ່າວນັ້ນ ​ໃນ​ກົດໝາຍ
ຂອງ​ພວກ​ເຮົາ​ກະໄດ້ເວົ້າຢູ່ ແຕ່ມັນບໍ່ທັນລະອຽດ ຊຶ່ງພວກ​ເຂົາເຈົ້າຢາກໃຫ້ພວກ
ເຮົາຊີ້ແຈງແລະຄວນປັບປຸງໃຫ້ມັນລະອຽດ”

ຄະນະຜູ້ແທນຂອງລາວທີ່ໄດ້ທຳ​ການ ເຈລະຈາຄັ້ງທີ 6 ຮ່ວມກັບຄະນະຜູ້ຕາງ ໜ້າຖາວອນປະຈໍາ WTO ທີ່ກຸງເຈນີ ວາ, ສະວິດເສີແລນ (ກັນຍາ 2010)
ຄະນະຜູ້ແທນຂອງລາວທີ່ໄດ້ທຳ​ການ ເຈລະຈາຄັ້ງທີ 6 ຮ່ວມກັບຄະນະຜູ້ຕາງ ໜ້າຖາວອນປະຈໍາ WTO ທີ່ກຸງເຈນີ ວາ, ສະວິດເສີແລນ (ກັນຍາ 2010)

ຄະນະຜູ້ແທນຂອງລາວພາຍໃຕ້ການນໍາຂອງ
ທ່ານນາມ ໄດ້ທຳ​ການເຈລະຈາຄັ້ງທີ 6
ຮ່ວມກັບຄະນະຜູ້ຕາງໜ້າຖາວອນປະຈຳອົງ
ການການຄ້າໂລກທີ່ກຸງເຈນີວາ, ປະເທດເສີ
ວິດເສີແລນ ເມື່ອທ້າຍເດືອນກັນຍາ ປີທີ່ຜ່ານ
ມາຊຶ່ງທ່ານນາມກໍໄດ້ໃຫ້ການຢືນຢັນວ່າ ໄດ້
ຮັບຜົນທີ່ຄືບໜ້າເປັນຢ່າງດີໃນຫຼາຍດ້ານ
ໂດຍສະເພາະແມ່ນການພັດທະນາລະບົບກົດ
ໝາຍດ້ານການຄ້າແລະ ພາສີໃນລາວນັ້ນຖື
ເປັນພາກສ່ວນສຳຄັນທີ່ຄະນະຜູ້ແທນຂອງ
ລັດຖະບານລາວສາມາດ​ເສີມສ້າງຄວາມເຂົ້າ
ໃຈ ແລະກໍເຮັດໃຫ້ບັນດາປະເທດສະມາຊິກ
ໃນອົງການການຄ້າໂລກໃຫ້ການຍອມຮັບ
ຫຼາຍຂຶ້ນ. ຫາກແຕ່ກໍຍັງບໍ່ພຽງພໍທີ່ຈະເຮັດໃຫ້ລາວໄດ້ຮັບການຮັບຮອງຈາກນາໆຊາດ​ໃຫ້ເຂົ້າໄປເປັນປະເທດສະມາຊິກຂອງອົງການການຄ້າໂລກ ​ເຖິງ​ແມ່ນ​ວ່າທາງການລາວ ໄດ້ຢືນຢັນຄຳຮ້ອງເພື່ອຂໍເຂົ້າໄປເປັນສະມາຊິກຂອງ WTO ນັບຕັ້ງແຕ່ປີ 1997 ເປັນຕົ້ນມາ.

ທ່ານທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີລາວ ຈັບມືກັບຄະນຜູ້ແທນທາງການຈີນປະຈໍາ WTO
ທ່ານທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີລາວ ຈັບມືກັບຄະນຜູ້ແທນທາງການຈີນປະຈໍາ WTO

ທາງ​ດ້ານ ທ່ານຈາງ ຊຽງເສິນ
ຜູ້ແທນຖາ​ວອນຂອງທາງການຈີນ
ໃນອົງການການຄ້າໂລກ ແລະ
ປະທານ​ຄະນະ​ປະຕິບັດງານເພື່ອ
ການພິຈາລະນາກ່ຽວກັບການຂໍ
ເຂົ້າໄປເປັນສະມາຊິກ WTO
ຂອງລາວນັ້ນ ກໍໄດ້ຖະແຫລງຢືນ
ຢັນໃນໂອກາດທີ່ໄດ້ພົບປະ​ເຈລະ
ຈາ​ຮ່ວມກັນກັບທ່ານທອງລຸນ
ສີສຸລິດ ຮອງນາຍົກລັດຖະມົນຕີ
ແລະລັດຖະມົນຕີວ່າການຕ່າງປະ
ເທດຢູ່ນະຄອນວຽງຈັນເມື່ອບໍ່
ນານມານີ້ວ່າ ໃນຖານະຜູ້ແທນ
ຂອງລັດຖະບານຈີນນັ້ນ ຈະໃຫ້ການສະໜັບສະໜຸນ ແລະຊ່ວຍເຫລືອລາວຢ່າງສຸດກຳລັງ ເພື່ອໃຫ້ເຂົ້າໄປເປັນສະມາຊິກຂອງ WTO ໃຫ້ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້.

ສ່ວນໃນຖານະປະທານ​ຄະນະ​ປະຕິບັດງານທີ່ຮັບຜິດຊອບກ່ຽວກັບການພິຈາລະນາຄໍາຮ້ອງ
ຂອງລັດຖະບານລາວ ໃນການຂໍເຂົ້າໄປເປັນສະມາຊິກຂອງ WTO ນັ້ນ ທ່ານຈາງ ກໍ​ເນັ້ນ
ຢ້ຳວ່າ ການປະສານງານຮ່ວມກັບຄະນະຜູ້ຕາງໜ້າຂອງລັດຖະບານລາວໃນໄລຍະທີ່ຜ່ານ
ມານັ້ນ ກໍປາກົດວ່າ ມີຄວາມຄືບໜ້າເປັນຢ່າງດີໃນຫຼາຍດ້ານ ໂດຍສະເພາະແມ່ນການພັດ ທະນາ-ປັບປູງທາງດ້ານກົດໝາຍຂອງລາວນັ້ນ ຄືວ່າໄດ້ຮັບການຍອມຮັບຈາກບັນດາປະ
ເທດສະມາຊິກຂອງ WTO ຫຼາຍຂຶ້ນນັບມື້.

ຊຶ່ງ​ຈະ​ເຫັນ​ໄດ້​ຈາກຄ້າ ​ແບບ​ວິພາ​ຄີ ຫລື​ ສອງ​ຝ່າຍ​ຮ່ວມ​ກັບ ຍີ່ປຸ່ນ, ເກົາຫລີ​ໃຕ້
ແຄ​ນາ​ດາ ​ແລະ ຈີນ ສ່ວນ​ໃນ​ປັດຈຸບັນ ກໍ​ຍັງ​ຢູ່​ໃນ​ລະຫວ່າງ ການ​ເຈລະຈາຮ່ວມ​ກັບ​ສະ
ຫະພາບ​ຢຸ​ໂຣບ ​ແລະສະຫະລັດ​ອາ​ເມ​ຣິ​ກາ ​ອີກ​ດ້ວຍ.

XS
SM
MD
LG