ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາຍົກລາວ ສັ່ງໃຫ້ກວດກາ ແລະຢຸດການ ອະນຸຍາດ ໃຫ້ສຳປະທານ ຂຸດຄົ້ນແຮ່ທາດ


ໂຮງງານຜະລິດ ທອງແດງ ໃນແຂວງເຊໂປນ ຢູ່ທາງພາກໃຕ້ ຂອງປະເທດລາວ.
ໂຮງງານຜະລິດ ທອງແດງ ໃນແຂວງເຊໂປນ ຢູ່ທາງພາກໃຕ້ ຂອງປະເທດລາວ.

ນາຍົກລັດຖະມົນຕີລາວ ສັ່ງໃຫ້ກວດກາສຳປະທານການຂຸດຄົ້ນແຮ່ທາດທຸກ ໂຄງການ ແລະໃຫ້ຢຸດການພິຈາລະນາ ກ່ຽວກັບການອະນຸຍາດ ໃຫ້ສຳປະທານ ຂຸດຄົ້ນແຮ່ທາດ ໂຄງການໃໝ່ໃນທົ່ວປະເທດ.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ມີຄຳສັ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງ ດຳເນີນການກວດກາສຳປະທານການສຳຫຼວດ ແລະຂຸດຄົ້ນແຮ່ທາດໃນທົ່ວ ປະເທດ ແລະຍັງໄດ້ເນັ້ນຢ້ຳໃຫ້ທຸກພາກສ່ວນຢຸດການພິຈາລະນາ ກ່ຽວກັບ ການອະນຸຍາດໃຫ້ສຳປະທານໂຄງການໃໝ່ຢ່າງສິ້ນເຊີງດ້ວຍ ດັ່ງທີ່ທ່ານໄດ້ສັ່ງ ການໃນໂອກາດການພົບປະ ແລະປະຊຸມຮ່ວມກັບ ອຳນາດການປົກຄອງ ໃນ ທົ່ວແຂວງອັດຕະປື ເມື່ອບໍ່ນານມານີ້ວ່າ:

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

“ລັດຖະບານຊິເດັດຂາດ ບໍ່ທັນອະນຸຍາດໃຫ້ໃຜສຳຫຼວດຂຸດຄົ້ນອັນໂຕໃໝ່ ສຳລັບໂຕເກົ່ານີ້ ດຳເນີນໄປ ແຕ່ວ່າກວດກາ ຄຸ້ມຄອງຕິດຕາມເບິ່ງ ເຂົາເຮັດ ອັນທີ່ຜ່ານມານັ້ນ ໄປໄດ້ສ່ຳໃດ ເຮົາຄິດວ່າ ຊິໄດ້ເງິນໄດ້ຄຳ ບໍ່ໄດ້ຊ້ຳ ສຳ ຫຼວດໄປເລີຍໆ ແຕ່ວ່າບໍ່ສະເໜີຂຸດຄົ້ນ ຕັ້ງໂຮງງານຈັກເທື່ອ ສຸດທ້າຍຫລ່ະ ວ່າແລ້ວຫລ່ະເດີ້ ສຳຫຼວດບໍ່ມີປະສິດທິຜົນ ໄປແລ້ວ ເປັນແນວນັ້ນຕົ່ວະ ທີ່ຜ່ານມາ.”

ທ່ານທອງລຸນ ໃຫ້ການຢືນຢັນວ່າ ການກວດກາດັ່ງກ່າວ ເພື່ອເປັນການຮັບ ປະກັນວ່າ ບັນດາບໍລິສັດເອກະຊົນລາວ ແລະຕ່າງຊາດ ທີ່ໄດ້ຮັບການອະນຸ ຍາດສຳປະທານການຂຸດຄົ້ນແຮ່ທາດ ຈາກລັດຖະບານລາວແລ້ວນັ້ນ ໄດ້ ຈັດຕັ້ງປະຕິບັດຕາມເງື່ອນໄຂ ທີ່ໄດ້ກຳນົດໄວ້ໃນສັນຍາຢ່າງຄົບຖ້ວນ ເພາະ ຈາກການກວດກາໃນລະຍະທີ່ຜ່ານມາ ພົບວ່າການດຳເນີນງານ ຂອງບໍລິສັດ ສ່ວນໃຫຍ່ຍັງບໍ່ໄດ້ມາດຕະຖານ ແລະບໍ່ເປັນໄປຕາມເງື່ອນໄຂໃນສັນຍາ ເຊັ່ນ ການຄຸ້ມຄອງໃນຫຼາຍໆໂຄງການ ຍັງຂາດປະສິດທິພາບ ຈຶ່ງໄດ້ສົ່ງຜົນກະທົບ ຕໍ່ສະພາບແວດລ້ອມທຳມະຊາດ ລະບົບນິເວດວິທະຍາ ແລະສະພາບຊີວິດ ການເປັນຢູ່ຂອງປະຊາຊົນລາວ ຢ່າງກວ້າງຂວາງ.

ແຜນທີ່ ສະແດງໃຫ້ເຫັນ ເຖິງຊັບພະຍາກອນທຳມະຊາດຕ່າງໆ ຢູ່ໃນລາວ
ແຜນທີ່ ສະແດງໃຫ້ເຫັນ ເຖິງຊັບພະຍາກອນທຳມະຊາດຕ່າງໆ ຢູ່ໃນລາວ

ສ່ວນການຊົດເຊີຍຕໍ່ຜົນເສຍຫາຍ ຂອງປະຊາຊົນນັ້ນ ກໍດຳເນີນໄປຢ່າງຊັກຊ້າ ໃນຂະນະດຽວກັນ ກໍຍັງມີການນຳໃຊ້ນິຕິກຳ ໃນການແຈ້ງຊຳລະພາສີອາກອນ ທີ່ກ່ຽວກັບການຂຸດຄົ້ນແຮ່ທາດ ທີ່ບໍ່ໂປ່ງໃສ ແລະການປະຕິບັດໜ້າທີ່ ຂອງ ພະນັກງານລັດ ກໍຍັງບໍ່ຮວມສູນ ແລະບໍ່ເປັນເອກະພາບກັນໃນທົ່ວປະເທດ ຈຶ່ງເຮັດໃຫ້ເກີດມີການສັບສົນ ໃນການຄຸ້ມຄອງ ແລະການຈັດເກັບລາຍຮັບ ເຂົ້າງົບປະມານຂອງລັດຖະບານ ໂດຍຜົນທີ່ຕິດຕາມມາ ກໍຄືເກີດການຮົ່ວ ໄຫລຂອງລາຍຮັບງົບປະມານ ຢ່າງຫຼວງຫຼາຍ.

ທັງນີ້ ໂດຍສຳປະທານທີ່ຢູ່ໃນຄວາມຮັບຜິດຊອບ ຂອງກະຊວງພະລັງງານ ກໍມີຢູ່ເຖິງ 226 ບໍລິສັດ ແລະມີພື້ນທີ່ຂຸດຄົ້ນ ລວມ 58,569.54 ກິໂລແມັດ ມົນທົນ ຫຼືຄິດເປັນກວ່າ 24 ເປີເຊັນຂອງພື້ນທີ່ທັງໝົດ ໃນປະເທດ ໂດຍການ ກວດກາໃນລະຍະທີ່ຜ່ານມານີ້ ເປັນການຈັດຕັ້ງປະຕິບັດຕາມຄຳສັ່ງເລກທີ 13 ຂອງ ນາຍົກລັດຖະມົນຕີ ລົງວັນທີ 11 ມິຖຸນາ 2012 ຊຶ່ງໄດ້ກຳນົດໃຫ້ ດຳເນີນການ ກວດກາທຸກໂຄງການ ໃນທົ່ວປະເທດໃຫ້ແລ້ວເສັດ ທັງໝົດ ພາຍໃນທ້າຍປີ 2015 ຫາກແຕ່ກໍບໍ່ສາມາດປະຕິບັດໄດ້ຈິງ.

ແຕ່ຢ່າງໃດກໍຕາມ ອຳນາດບໍລິຫານຂອງພະແນກພະລັງງານ ແລະບໍ່ແຮ່ ໃນເຂດນະຄອນຫຼວງວຽງຈັນ ໄດ້ອອກຄຳສັ່ງຍົກເລີກ ການອະນຸຍາດສຳ ປະທານຂຸດຄົ້ນແຮ່ທາດຂອງ 23 ບໍລິສັດເອກະຊົນລາວ ແລະຕ່າງຊາດ ຕັ້ງແຕ່ວັນທີ 25 ພຶດສະພາ 2015 ເປັນຕົ້ນມາ ຊຶ່ງກໍເປັນຜົນເຮັດໃຫ້ທັງ 23 ບໍລິສັດດັ່ງກ່າວ ບໍ່ສາມາດດຳເນີນການຂຸດຄົ້ນແຮ່ທາດໄດ້ອີກຕໍ່ໄປ ທັງຍັງບໍ່ມີສິດດຳເນີນກິດຈະກຳໃດໆ ຢູ່ໃນເຂດສຳປະທານໄດ້ອີກດ້ວຍ.

ໂດຍສາເຫດທີ່ເຮັດໃຫ້ທັງ 23 ບໍລິສັດດັ່ງກ່າວຕ້ອງຖືກຍົກເລີກ ໃບອະນຸ ຍາດໃນຄັ້ງນີ້ ກໍ່ເນື່ອງຈາກວ່າ ທັງ 23 ບໍລິສັດ ບໍ່ມີເງິນທຶນສຳລັບດຳເນີນ ການຂຸດຄົ້ນຢ່າງແທ້ຈິງ ຊຶ່ງເຫັນໄດ້ຈາກສະພາບການ ທີ່ບໍ່ມີຄວາມຄືບໜ້າ ໃນການດຳເນີນ ກິດຈະການ ແລະໃນຂະນະດຽວກັນ ກໍຍັງປາກົດວ່າ ບໍລິສັດເຫຼົ່ານີ້ ໄດ້ພາກັນ ຫລົບລ່ຽງການຊຳລະພັນທະພາສີ ແລະອາກອນ ຕ່າງໆຕາມກົດໝາຍ ໃຫ້ ລັດຖະບານລາວອີກດ້ວຍ.

ແຕ່ຢ່າງໃດກໍຕາມ ສຳລັບໃນແຜນການປີ 2015-2016 ລັດຖະບານລາວ ຈະສູ້ຊົນເຮັດໃຫ້ຜົນຜະລິດແຮ່ທາດມີມູນຄ່າລວມ 11,000 ຕື້ກີບ ຫຼື 1,375 ລ້ານໂດລາ ໂດຍຈະຂຸດຄົ້ນແຮ່ເງິນ-ປະສົມຄຳໃຫ້ໄດ້ 24,882 ໂຕນ ທອງ ແຜ່ນ 91,000 ໂຕນ ທັງຝຸ່ນ 353,250 ໂຕນ ຫີນກາວ 600,000 ໂຕນ ແລະ ແຮ່ Potash ອີກຫຼາຍກວ່າ 200,000 ໂຕນ ຕາມລຳດັບ.

XS
SM
MD
LG