ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວຈະຜະລິດເຂົ້າ ໃຫ້ໄດ້ເຖິງ 4.15 ລ້ານໂຕນໃນປີ 2015


ຊາວນາດໍານາຢູ່ທົ່ງນາຂອງພວກເຂົາເຈົ້າ ດ້ວຍຄວາມຫວັງວ່າຈະ
ປະກອບສ່ວນເພີ້ມຜົນຜະລິດໃຫ້ສູງຂຶ້ນ
ຊາວນາດໍານາຢູ່ທົ່ງນາຂອງພວກເຂົາເຈົ້າ ດ້ວຍຄວາມຫວັງວ່າຈະ ປະກອບສ່ວນເພີ້ມຜົນຜະລິດໃຫ້ສູງຂຶ້ນ

ທາງການລາວວາງແຜນທີ່ຈະເພີ້ມຜົນຜະລິດ​ເຂົ້າ ໃຫ້ໄດ້ເຖິງ 4.15 ລ້ານ​ໂຕນພາຍໃນປີ 2015 ດ້ວຍການຂະຫຍາຍລະບົບຊົນປະທານ ເພື່ອຕອບສະໜອງນໍ້າໃຫ້​ແກ່ທີ່ນາໃຫ້ໄດ້ ຫຼາຍຂຶ້ນ.

ທ່ານນາງ ມົນ​ທາ​ທິບ ຈັນ​ເພັງໄຊ ຫົວໜ້າ​ກົມ​ກະສິກໍາ
ກະຊວງ​ກະສິກໍາ-ປ່າ​ໄມ້​ໄດ້​ຖະແຫລ​ງຢືນຢັນວ່າ ທາງ
ການກະຊວງ​ກະສິກໍາ-ປ່າ​ໄມ້ລາວໄດ້ວາງແຜນການ ແລະ
ເປົ້າໝາຍທີ່ຈະສົ່ງເສີມການຜະລິດສິນຄ້າກະ​ເສດ ເຊັ່ນ​ເຂົ້າ, ມັນຕົ້ນ, ອ້ອຍ, ສາລີ ແລະ
ກາເຟເພື່ອສົ່ງອອກໄປຕ່າງປະເທດໃຫ້ໄດ້ຫລາຍ​ຂຶ້ນຢ່າງຕໍ່ເນື່ອງໃນ ຕະຫຼອດໄລຍະ 5 ປີ
ຕໍ່ໄປນີ້ກໍ່ຄືຈາກປີ 2011-2015ນີ້.

ສໍາລັບຜົນຜະລິດ​ເຂົ້ານັ້ນ ລັດຖະບານ​ລາວໄດ້ຕັ້ງເປົ້າໝາຍທີ່ຈະສົ່ງເສີມການຜະລິດໃຫ້ໄດ້ບໍ່
ໜ້ອຍກວ່າ 4.15 ລ້ານ ​ໂຕນ ພາຍໃນປີ 2015 ດ້ວຍ​ການ​ຂະຫຍາຍ​ລະບົບ​ຊົນລະປະ
ທານເພື່ອ​ຕອບສະໜອງນໍ້າ​ໃຫ້​ແກ່ພື້ນ​ທີ່​ປູກ​ເຂົ້າ​ເພີ້ມຂຶ້ນຈາກ 362,000 ເຮັກຕ້າ ໃນປັດຈຸ
ບັນເປັນບໍ່ໜ້ອຍກວ່າ 8 ​ແສນ​ກວ່າ​ເຮັກ​ຕ້າ ຊຶ່ງ​ຈະເຮັດໃຫ້ລາວມີຜົນຜະລິດ​ເຂົ້າເຫຼືອກິນເພື່ອ
ສົ່ງອອກໄປຕ່າງປະເທດຄິດເປັນມູນຄ່າຫຼາຍວ່າ 15 ລ້ານໂດລ້າ.

ແຕ່ຢ່າງໃດກໍ່ຕາມທາງ​ດ້ານ ທ່ານນາງ ມົນ​ທາທິບກໍ​ຍອມຮັບວ່າ ການທີ່ຈະສາມາດບັນລຸເປົ້າ
ໝາຍດັ່ງກ່າວ ໄດ້ຢ່າງແທ້ຈິງນັ້ນກໍ່ບໍ່ແມ່ນເລື້ອງງ່າຍເນື່ອງຈາກວ່າລາວ​ກໍາລັງ​ປະ​ເຊີນ​ກັບບັນ
ຫາທ້າ​ທາຍ​ຫລາຍ​ດ້ານ​ທີ່​ເຮັດ​ໃຫ້​ເກີດຄວາມບໍ່​ໝັ້ນຄົງ​ທາງດ້ານ​ສະບຽງ​ອາຫານ​ຂອງປະຊາ
ຊົນ​ລາວ​ໄດ້ ​ເຊັ່ນການ​ປ່ຽນ​ສະພາບ​ເນື້ອທີ່​ນາ​ ແລະ​ພື້ນ​ທີ່​ການ​ກະ​ເສດ​ໄປ​ເປັນ​ເຂດທີ່ຢູ່ອາ​ໃສ
ແລະ​ເຂດ​ຊຸມ​ຊົນ​ຫລາຍ​ຂຶ້ນນັບ​ມື້.

ໂດຍສ​ະ​ເພາະ​ແມ່ນພື້ນ​ທີ່​ການ​ກະ​ເສດ​ທີ່ຢູ່​ໃກ້​ເຂດ​ຕົວ​ເມືອງ​ໃຫຍ່​ ແລະ​ທີ່ຢູ່​ແຄມ​ທາງ​ນັ້ນ​ ນັບ
ເປັນພື້ນ​ທີ່​ການ​ກະ​ເສດ​ທີ່ຖືກແປສະພາບ​ໄປ​ເປັນ​ເຂດ​ທີ່ຢູ່​ອາ​ໃສເພີ່ມ​ຂຶ້ນຢ່າງ​ວ່ອງ​ໄວ. ​ອີກທັງ
ຍັງ​ຄົງ​ບໍ່​ມີ​ການ​ກໍານົດ​ພື້ນ​ທີ່​ການ​ກະ​ເສດ ​ແລະ​ເຂດ​ທີ່ຢູ່​ອາ​ໃສ​ໃນ​ລາວ​ຢ່າງ​ຊັດ​ເຈນ​ເມື່ອ​ປະ
ກ​ອບກັບການ​ທີ່ໃນເຂດແຂວງພາກເໜືອກໍ່ຍັງຂາດແຄນລະບົບຊົນປະທານ ເນື່ອງຈາກພື້ນ ທີ່ສ່ວນໃຫຍ່ຢູ່ໃນເຂດພູດອຍອີກດ້ວຍແລ້ວ ກໍນັບເປັນອີກປັດໃຈນຶ່ງທີ່ຈະສົ່ງຜົນກະທົບຕໍ່ ແຜນການດັ່ງກ່າວຂອງທາງການລາວ, ດັ່ງທີ່ເຈົ້າໜ້າທີ່ລາວໄດ້ອະທິບາຍເຖິງສະພາບການ
ທີ່​ເກີດຂຶ້ນໃນແຂວງຫົວພັນໃນຕອນນຶ່ງວ່າ:

ໄພຄວາມແຫ້ງແລ້ງໃນລາວ.
ໄພຄວາມແຫ້ງແລ້ງໃນລາວ.

“ເນື່ອງຈາກວ່າມີສະພາບ
ໄພແລ້ງ ຊັ້ນຈຶ່ງເຮັດໃຫ້
ເນື້ອທີ່ການຜະລິດຂອງ
ພວກເຮົາຫັ້ນ ຖືວ່າມີການ
ເສຍຫາຍໄປຈໍານວນນຶ່ງ
ເຮັດໃຫ້ການຜະລິດຂອງ
ພວກເຮົາບໍ່ໄດ້ຕາມແຜນ
ການພວກເຮົາວາງໄວ້
50,144 ເຮັກຕ້າ ແຕ່ວ່າ
ຜົນກະທົບຈາກໄຟແຫ້ງ
ແລ້ງນັ້ນແມ່ນມັນມີເນື້ອທີ່
ທີ່ພວກເຮົາບໍ່ໄດ້ປັກດໍາ
ແລະບາງເນື້ອທີ່ປັກດໍາໄປແລ້ວ ແຕ່ໄພແລ້ງແກ່ຍາວມັນກະຕາຍ”

ນອກຈາກ​ນີ້​ປາກົດ​ວ່າກະ​ເສດຕະກອນ​ລາວ​ຈຳນວນ​ບໍ່​ໜ້ອຍ​ກໍ​ໄດ້​ພາກັນ​ປະລະ​ຈາກ​ການ​
ປູກ​ເຂົ້າ​ໄປ​ປູກ​ພືດ​ເສ​ດ ຖະກິ​ດຊະນິດ​ອື່ນໆ ​ເພື່ອ​ຕອບ​ສະໜອງ​ຕະຫລາດ​ໃນ​ຕ່າງປະ​ເທດ
ເປັນ​ດ້ານ​ຫລັກຫລາຍ​ຂຶ້ນອີກ​ດ້ວຍແລ້ວ ກໍ​ຍັງ​ເຮັດ​ໃຫ້​ຄົນ​ລາວ​ຕ້ອງຂາດ​ແຄນ​ເຂົ້າກິນ​ໃນ
ໄລຍະ​ຕໍ່​ໄປ​ຢ່າງ​ຫລີກ​ລ້ຽງ​ບໍ່​ໄດ້ເຊັ່ນ​ກັນ.

ຊາວນາເກັບກ່ຽວຜົນຜະລິດເຂົ້າຂອງຕົນ
ຊາວນາເກັບກ່ຽວຜົນຜະລິດເຂົ້າຂອງຕົນ

ທັງນີ້ໂດຍລັດຖະບານລາວ​ວາງ​ແຜນການ​ທີ່​ຈະ
ຂະຫຍາຍ​ພື້ນ​ທີ່​ປູກ​ເຂົ້າຈາກ 8 ​ແສນ​ກວ່າ
ເຮັກ​ຕ້າ​ໃນ​ປັດຈຸບັນ ​ໃຫ້​ເພີ່ມ​ຂຶ້ນເປັນ​ບໍ່​ໜ້ອຍ
ກວ່າ 2 ລ້ານ​ເຮັກ​ຕ້າ​ພາຍ​ໃນ​ປີ​ 2020
ແລະຖ້າຫາກວ່າ ບໍ່ສາມາດຈະຂະຫຍາຍໄດ້
ຕາມເປົ້າໝາຍທີ່ວາງໄວ້ດັງກ່າວກໍຍ່ອມໝາຍ
ເຖິງການທີ່ປະຊາຊົນລາວຈະຕ້ອງຜະ​ເຊີນ​ກັບ
ບັນຫາຂາດ​ເຂົ້າກິນຢ່າງໜັກໜ່ວງຫຼາຍ ເນື່ອງ
ຈາກ​ຄາດໝາຍ​ວ່າ​ໃນ​ປີ 2020 ລາວ​ຈະ​ມີ​
ປະຊາກອນ​ເພີ່ມຂຶ້ນ​ເປັນ​ຫລາຍ​ກວ່າ 8 ລ້ານ​
ຄົນ ຊຶ່ງ​ຈະ​ຕ້ອງ​ມີ​ຜົນ​ຜະລິດ​ເຂົ້າກິນ​ຫລາຍ​ກວ່າ 4 ລ້ານ​ໂຕນ ​ຈຶ່ງ​ຈະ​ພຽງພໍ​ກັບ​ຄວາມຕ້ອງ
ການ​ບໍລິ​ໂພ​ກພາຍ​ໃນ​ປະ​ເທດນັ້ນ​ເອງ.

ທັງ​ນີ້​ໂດຍ​ໃນ​ປີ 2010 ທີ່​ຜ່ານ​ມາ ກ​ະ​ເສດ​ຕະກອນ​ລາວ​ໃນ​ທົ່ວ​ປະ​ເທດ​ມີ​ຜົນຜະລິດ​ເຂົ້າ
ລວມກັນ​ທັງ​ໝົດ 3 ລ້ານ​ຕັນຊຶ່ງ​ຖື​ວ່າ​ຕ່ຳ​ກວ່າ​ເປົ້າໝາຍ​ທີ່​ວາງ​ໄວ້​ເຖິງ 2 ​ແສນ​ກວ່າໂຕນ
ເນື່ອງຈາກ​ວ່າ​ເຂດພາກ​ກາງ​ ແລະ​ພາກ​ໃຕ້​ຂອງ​ລາວ​ໄດ້​ປະ​ເຊີນ​ກັບໄພ​ນ້ຳຖ້ວມ​ຢ່າງ​ໜັກ
ໜ່ວງ. ສ່ວນຢູ່ພາກເໜືອກໍ່ຕ້ອງຜະ​ເຊີນກັບໄພແຫ້ງແລ້ງຢ່າງກວ້າງຂວາງ.

XS
SM
MD
LG