ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະຊາຊົນລາວຈະປະເຊີນ ກັບບັນຫາຂາດເຂົ້າກິນ ຫລາຍຂຶ້ນ


ຊາວນາກໍາລັງປູກເຂົ້າຢູ່ລາວ ຊຶ່ງຄາດວ່າຈະປະເຊີນກັບການ ຂາດແຄນເຂົ້າ ຢ່າງໜັກໜ່ວງ ໃນລະດູການປູກເຂົ້າ 2010-2011 ນີ້ ຍ້ອນໄພແຫ້ງແລ້ງ ແລະນໍ້າຖ້ວມ.
ຊາວນາກໍາລັງປູກເຂົ້າຢູ່ລາວ ຊຶ່ງຄາດວ່າຈະປະເຊີນກັບການ ຂາດແຄນເຂົ້າ ຢ່າງໜັກໜ່ວງ ໃນລະດູການປູກເຂົ້າ 2010-2011 ນີ້ ຍ້ອນໄພແຫ້ງແລ້ງ ແລະນໍ້າຖ້ວມ.

ປະຊາຊົນລາວຈະຕ້ອງປະເຊີນກັບບັນຫາຂາດເຂົ້າກິນຫລາຍຂຶ້ນ ໂດຍປະຊາຊົນຢູ່ຫລາຍພື້ນ ທີ່ ອາດຈະຕ້ອງຂາດເຂົ້າກິນ ເປັນເວລາທີ່ຍາວນານເຖິງ 6 ເດືອນຕິດຕໍ່ກັນໃນລະດູການ ປູກເຂົ້າ ປີ 2010-2011 ນີ້.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກໍາປ່າໄມ້ຍອມຮັບວ່າ ການທີ່ປະເທດລາວຕ້ອງປະເຊີນກັບ
ໄຟນໍ້າຖ້ວມຢ່າງໜັກ ແລະຍັງຈະຕ້ອງປະເຊີນກັບໄພແຫ້ງແລ້ງຢ່າງກວ້າງຂວາງໃນໄລຍະ
ຕໍ່ໄປນີ້ ບໍ່ພຽງແຕ່ຈະເຮັດໃຫ້ຜົນຜະລິດເຂົ້ານາປີ ບໍ່ສາມາດປະຕິບັດໄດ້ຕາມເປົ້າໝາຍທີ່
ວາງໄວ້ເທົ່ານັ້ນ ຫາກແຕ່ ກໍຍັງຈະສົ່ງຜົນກະທົບ ເຮັດໃຫ້ປະຊາຊົນລາວຢູ່ຫລາຍພື້ນທີ່ໃນ
ທົ່ວປະເທດ ຕ້ອງປະເຊີນກັບບັນຫາຂາດເຂົ້າກິນ ເປັນເວລາທີ່ຍາວນານກວ່າ 6 ເດືອນ
ອີກດ້ວຍ. ທັງນີ້ໂດຍສະເພາະແມ່ນປະຊາຊົນທີ່ຢູ່ໃນເຂດຊົນນະບົດແລະເຂດພູດອຍ ທີ່
ບໍ່ມີຄອງຊົນລະປະທານ ແລະຕ້ອງເພິ່ງພານໍ້າຝົນເປັນດ້ານຫລັກ ຊຶ່ງໂດຍປົກກະຕິ ກໍມີ
ຜົນຜະລິດຕໍ່າແລະບໍ່ພຽງພໍກັບຄວາມຕ້ອງບໍລິໂພກ ທີ່ເປັນຈິງໃນຊີວິດປະຈໍາວັນຢູ່ແລ້ວ
ຫາກແຕ່ຕ້ອງມາປະເຊີນກັບ ໄພນໍ້າຖ້ວມແລະໄພແຫ້ງແລ້ງດ້ວຍແລ້ວ ຈຶ່ງເຮັດໃຫ້ປະຊາ
ຊົນລາວເຫລົ່ານີ້ ຕ້ອງປະເຊີນກັບບັນຫາຂາດເຂົ້າກິນໜັກໜ່ວງຕື່ມຂຶ້ນອີກ.

ນໍ້າຖວ້ມທີ່ປະເທດລາວ (ຕຸລາ 2010)
ນໍ້າຖວ້ມທີ່ປະເທດລາວ (ຕຸລາ 2010)

ທາງດ້ານທ່ານ ທະນູຈອນ
ສິດປັນຍາສອນ ຮອງຫົວ
ໜ້າຫ້ອງການກະສິກໍາ-ປ່າ
ໄມ້ ຢູ່ເມືອງດາກຈຶງໃນເຂດ
ແຂວງເຊກອງນັ້ນ ກໍໄດ້ຍົກ
ໃຫ້ເຫັນເຖິງສະພາບບັນຫາ
ທີ່ເກີດຂຶ້ນກັບປະຊາຊົນລາວ
ໃນເຂດເມືອງດັ່ງກ່າວ ໃນ
ເວລານີ້ ວ່າ:

“ປີຜ່ານມາ ກໍອຶດຄືກັນ
ຂາດຄືກັນ ຄັນສິໃຫ້ກຸ້ມ
ກິກະບໍ່ກຸ້ມກິນເດ້ສໍາລັບເມືອງດາກຈຶງນີ້ ປີນີ້ຍ້ອນວ່າທາງການໄດ້ໃຫ້ການຊ່ວຍ
ເຫລືອຫລາຍ ຈຶ່ງກຸ້ມກິນ ຄັນສິອາໃສສະເພາະຜົນຜະລິດຂອງປະຊາຊົນນີ້ ແມ່ນ
ບໍ່ກຸ້ມກິນດອກ ໄດ້ພາກັນກິນເຜືອກກິນມັນຕາງເຂົ້າໃນປີຜ່ານມາ ປີກາຍນີ້ຂາດ
ເຂົ້າກິນ 3-4 ເດືອນ ປີນີ້ຖືວ່າ ຕາມບົດສະຫລູບຂອງສໍານັກງານນີ້ ເນື້ອທີ່ກະ ຫລຸດລົງ”

ສໍາລັບໃນລະດູການປະຈໍາປີ 2010 ນີ້ ອໍານາດການປົກຄອງເມືອງດາກຈຶງ ກໍຄາດໝາຍວ່າ
ຈະມີຜົນຜະລິດເຂົ້ານາປີພຽງແຕ່ 3,600 ກວ່າຕັນ ຫລືສະເລ່ຍຕໍ່ຫົວຄົນໄດ້ພຽງແຕ່ 181
ກິໂລຕໍ່ຄົນເທົ່ານັ້ນໃນຂະນະນີ້ ທີ່ລະດັບຄວາມຕ້ອງການຂັ້ນພື້ນຖານຈະຕ້ອງບໍ່ໜ້ອຍກວ່າ
400 ກິໂລຕໍ່ຄົນຕໍ່ປີ ຊຶ່ງກໍໝາຍຄວາມວ່າຄົນລາວໃນເຂດເມືອງດາກຈຶງນີ້ ຈະຂາດແຄນເຂົ້າ ກິນເປັນເວລາຍາວນານກວ່າ 6 ເດືອນນັ້ນເອງ.

ໃນປັດຈຸບັນ ລະບົບຄອງຊົນລະປະທານໃນທົ່ວປະເທດລາວ ສາມາດຕອບສະໜອງນໍ້າໃຫ້
ກັບພື້ນທີ່ການກະເສດ ໃນຊ່ວງລະດູແລ້ງໄດ້ໃນເນື້ອທີ່ບໍ່ເກີນ 1 ແສນເຮັກຕ້າເທົ່ານັ້ນ ຈຶ່ງ
ເຮັດໃຫ້ທາງການລາວເຊື່ອວ່າຜົນຜະລິດເຂົ້າ ນາແຊງໃນລະດູການຕໍ່ໄປກໍຍັງຈະລົດລົງຈາກ
ໄລຍະດຽວກັນຂອງປີນີ້ອີກດ້ວຍ. ແຕ່ຢ່າງໃດກໍຕາມ ສໍາລັບໃນໄລຍະຍາວທາງການລາວ
ກໍຈະແກ້ໄຂບັນຫານີ້ ດ້ວຍການກໍ່ສ້າງແລະຂະຫຍາຍຄອງຊົນລະປະທານໃຫ້ຄອບຄຸມພື້ນ
ທີ່ການກະເສດກວ້າງຂຶ້ນໃນທົ່ວປະເທດ ໂດຍທາງການລາວໄດ້ວາງແຜນການພັດທະນາ
ອອກເປັນ 2 ໄລຍະ ຄືຈາກປີ 2011-2015 ແລະຈາກປີ 2016-2020. ສໍາລັບເປົ້າໝາຍ
ລະບົບຄອງຊົນລະປະທານ ແມ່ນໃຫ້ສາມາດຕອບສະໜອງນໍ້າໃຫ້ພື້ນທີ່ການກະເສດໃຫ້ໄດ້
350,000 ເຮັກຕ້າໃນລະດູແລ້ງ ແລະ 500,000 ເຮັກຕ້າໃນລະດູຝົນ ສ່ວນເປົ້າໝາຍໃນປີ
2020 ນັ້ນ ກໍຈະເພີ່ມຂຶ້ນຈາກປີ 2015 ອີກເຖິງ 500,000 ເຮັກຕ້າ ໃນ ລະດູແລ້ງ ແລະ 1 ລ້ານເຮັກຕ້າໃນລະດູຝົນ.

ແຕ່ຢ່າງໃດກໍຕາມ ການດໍາເນີນແຜນການດັ່ງກ່າວນີ້ ກໍຈໍາເປັນທີ່ຈະຕ້ອງໃຊ້ຈ່າຍງົບປະມານ
ຫລາຍກວ່າ 3,400 ລ້ານໂດລາ ໃນຂະນະທີ່ລັດຖະບານລາວກໍຍັງມີບັນຫາຂາດແຄນງົບປະ
ມານຢ່າງໜັກ ຈຶ່ງມີພຽງການຂໍຄວາມຊ່ວຍເຫລືອຈາກຕ່າງປະເທດເທົ່ານັ້ນ ຈຶ່ງຈະສາມາດ ປະຕິບັດແຜນການ ດັ່ງກ່າວໄດ້.

XS
SM
MD
LG