ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນລາວ ຫລາຍກວ່າ 1/3 ຂາດເຂົ້າກິນ ປະມານ 3 ຫາ 6 ເດືອນຕໍ່ປີ.


ຊາວນາລາວຫຍິບເປົາເຂົ້າທີ່ເກັບກ່ຽວໄດ້ຈາກການຜະລິດໃນລະດູເຮັດນາ ປີ 2010 ທີ່ຜ່ານມານີ້.
ຊາວນາລາວຫຍິບເປົາເຂົ້າທີ່ເກັບກ່ຽວໄດ້ຈາກການຜະລິດໃນລະດູເຮັດນາ ປີ 2010 ທີ່ຜ່ານມານີ້.

ລັດຖະມົນຕີລາວຍອມຮັບວ່າ ປະຊາຊົນໃນເຂດ 56 ເມືອງຈາກທັງໝົດ 143 ເມືອງໃນທົ່ວ ປະເທດຕ້ອງປະເຊີນກັບບັນຫາຂາດແຄນເຂົ້າກິນເປັນໄລຍະເວລາລະຫວ່າງ 3-6 ເດືອນໃນ ແຕ່ລະປີ.

ທ່ານ ສີ​ຕາ​ເຮັ່ງ ລາດ​ຊະ​ພົນ ລັດຖະມົນຕີກະຊວງ​ກະສິກໍາ
-ປ່າ​ໄມ້​ລາວ ໄດ້​ຖະແຫລ​ງຍອມຮັບວ່າ ຜົນ​ຜະລິດ​ເຂົ້າ​ໃນ​
ຕະຫລອດ​ລະດູ​ການ​ປະຈຳ​ປີ 2010 ​ທີ່​ຜ່ານ​ມາບໍ່ສາມາດ
ປະຕິບັດ​ໄດ້​ຕາມ​ເປົ້າໝາຍທີ່​ວາງ​ໄວ້ ຊຶ່ງ​ກໍ​ຄື ​ໃນ​ຂະນະ​ທີ່
ແຜນການ​ໄດ້​ວາງ​ເປົ້າໝາຍ​ເອົາ​ໄວ້​ບໍ່ໜ້ອຍກວ່າ 3.3 ລ້ານ​
ໂຕນນັ້ນ ກັບ​ປາກົດ​ວ່າ ສາມາດ​ປະຕິບັດຕົວ​ຈິງ​ໄດ້ ​ພຽງ
3.26 ລ້ານ​ໂຕນ​ເທົ່າ​ນັ້ນ.

ພ້ອມກັນນີ້ ອີງຕາມການລາຍງານຈາກເຂດແຂວງຕ່າງໆ
ໃນທົ່ວປະເທດລາວ ກໍຍັງປາກົດອີກດ້ວຍວ່າມີປະຊາຊົນ
ລາວໃນເຂດ 56 ເມືອງຈາກທັງໝົດ 143 ເມືອງໃນທົ່ວ
ປະເທດລາວນັ້ນ ກໍາລັງປະເຊີນກັບບັນຫາຂາດເຂົ້າກິນ
ຄິດເປັນໄລຍະເວລາລະຫວ່າງ 3-6 ເດືອນຕໍ່ປີໃນປັດຈຸບັນ
ນີ້ ໂດຍສະເພາະແມ່ນເຂດຊົນນະບົດແລະເຂດພູດອຍນັ້ນ
ກໍປາກົດວ່າມີຢູ່ເຖິງ 40 ເມືອງ ທີ່ປະຊາຊົນຕ້ອງຂາດ
ເຂົ້າກິນເຖິງ 6 ເດືອນ.

ທັງນີ້ ນອກຈາກຈະເປັນຍ້ອນສະພາບການຂອງພື້ນທີ່ບໍ່ເອື້ອອໍານວຍແລ້ວ ກໍ່ຍັງມີສາຍເຫດ
ສໍາຄັນມາຈາກໄພທໍາມະຊາດທັງໄພນໍ້າຖ້ວມແລະໄພແຫ້ງແລ້ງທີ່ມີລະດັບຄວາມຮຸນແຮງຫຼາຍ
ຂຶ້ນທຸກປີອີກດ້ວຍ ດັ່ງທີ່ເຈົ້າໜ້າທີໃນແຂວງຫົວພັນໄດ້ອະທິບາຍເຖິງສະພາບການທີ່ເກີດຂຶ້ນ
ໃນແຂວງຫົວພັນໃນເວລານີ້ ວ່າ:

ໄພແຫ້ງແລ້ງໃນລາວໃນ ເດືອນຕຸລາທີ່ຜ່ານມາ ຊຶ່ງໄດ້ເຮັດໃຫ້ເນື້ອທີ່ນາຂາດນໍ້າ.
ໄພແຫ້ງແລ້ງໃນລາວໃນ ເດືອນຕຸລາທີ່ຜ່ານມາ ຊຶ່ງໄດ້ເຮັດໃຫ້ເນື້ອທີ່ນາຂາດນໍ້າ.

“ເນື່ອງຈາກວ່າມີສະພາບ
ໄພແລ້ງ ຊັ້ນຈຶ່ງເຮັດໃຫ້
ເນື້ອທີ່ການຜະລິດຂອງ
ພວກເຮົາຫັ້ນ ຖືວ່າມີການ
ເສຍຫາຍໄປຈໍານວນນຶ່ງ
ເຮັດໃຫ້ການຜະລິດຂອງ
ພວກເຮົາບໍ່ໄດ້ຕາມແຜນ
ການພວກເຮົາວາງໄວ້
50,144 ເຮັກຕ້າ ແຕ່ວ່າ
ຜົນກະທົບຈາກໄຟແຫ້ງ
ແລ້ງນັ້ນແມ່ນມັນມີເນື້ອທີ່
ທີ່ພວກເຮົາບໍ່ໄດ້ປັກດໍາ
ແລະບາງເນື້ອທີ່ປັກດໍາໄປ
ແລ້ວ ແຕ່ໄພແລ້ງແກ່ຍາວ ມັນກະຕາຍ

ຢ່າງໃດກໍ່ຕາມ ທ່ານຈັນ​ເພັງໄຊ ຫົວໜ້າ​ກົມ​ກະສິກໍາກະຊວງ​ກະສິກໍາ-ປ່າ​ໄມ້​ໄດ້​ຖະແຫລ​ງ
ຢືນຢັນວ່າ ທາງການລາວໄດ້ວາງແຜນການ ແລະເປົ້າໝາຍທີ່ຈະສົ່ງເສີມການຜະລິດສິນ
ຄ້າກະ​ເສດເຊັ່ນ​ເຂົ້າ, ມັນຕົ້ນ, ອ້ອຍ, ສາລີ ແລະກາເຟ ເພື່ອສົ່ງອອກໄປຕ່າງປະເທດ
ໃຫ້ໄດ້ຫລາຍ​ຂຶ້ນຢ່າງຕໍ່ເນື່ອງໃນ ຕະຫຼອດໄລຍະ 5 ປີຕໍ່ໄປ ນີ້ກໍ່ຄືຈາກປີ 2011-2015.

ຊາວນາກໍາລັງປູກເຂົ້າຊຶ່ງຄາດວ່າຈະປະເຊີນກັບ ການຂາດແຄນເຂົ້າຢ່າງໜັກໜ່ວງ ໃນລະດູການ ປູກເຂົ້າ 2010-2011 ຍ້ອນໄພແຫ້ງແລ້ງແລະ ນໍ້າຖ້ວມ.
ຊາວນາກໍາລັງປູກເຂົ້າຊຶ່ງຄາດວ່າຈະປະເຊີນກັບ ການຂາດແຄນເຂົ້າຢ່າງໜັກໜ່ວງ ໃນລະດູການ ປູກເຂົ້າ 2010-2011 ຍ້ອນໄພແຫ້ງແລ້ງແລະ ນໍ້າຖ້ວມ.

ສໍາລັບຜົນຜະລິດ​ເຂົ້ານັ້ນ
ລັດຖະບານ​ລາວໄດ້ຕັ້ງເປົ້າ
ໝາຍທີ່ຈະສົ່ງເສີມການຜະ
ລິດໃຫ້ໄດ້ ບໍ່ໜ້ອຍກວ່າ
4.15 ລ້ານໂຕນ ພາຍໃນ
ປີ 2015 ດ້ວຍ​ການ​ຂະ
ຫຍາຍ​ລະບົບ​ຊົນລະປະ
ທານເພື່ອ​ຕອບສະໜອງ
ນໍ້າ​ໃຫ້​ແກ່ພື້ນ​ທີ່​ປູກ​ເຂົ້າ
ເພີ້ມຂຶ້ນຈາກ 362,000
ເຮັກຕ້າ ໃນປັດຈຸບັນເປັນ
ບໍ່ໜ້ອຍກວ່າ 8 ​ແສນ​ເຮັກ​
ຕ້າ ຊຶ່ງ​ຈະເຮັດໃຫ້ລາວມີ
ຜົນຜະລິດ​ເຂົ້າເຫຼືອກິນ ເພື່ອສົ່ງອອກໄປຕ່າງປະເທດ ຄິດເປັນມູນຄ່າຫຼາຍວ່າ 15 ລ້ານ ໂດລາ.

ແຕ່ຢ່າງໃດກໍ່ຕາມ ທ່ານນາງ ມົນ​ທາທິບ ກໍ​ຍອມຮັບວ່າ ການທີ່ຈະສາມາດບັນລຸເປົ້າໝາຍ
ດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍ່ບໍ່ແມ່ນເລື້ອງງ່າຍ ເນື່ອງຈາກວ່າລາວ​ກໍາລັງ​ປະ​ເຊີນ​ກັບບັນຫາ
ທ້າ​ທາຍ​ຫລາຍ​ດ້ານ ​ທີ່​ເຮັດ​ໃຫ້​ເກີດຄວາມບໍ່​ໝັ້ນຄົງ​ທາງດ້ານ​ສະບຽງ​ອາຫານ​ຂອງປະຊາ
ຊົນ​ລາວ​ໄດ້ ​ເຊັ່ນການ​ປ່ຽນ​ສະພາບ​ເນື້ອທີ່​ນາ​ ແລະ​ພື້ນ​ທີ່​ການ​ກະ​ເສດ​ ໄປ​ເປັນ​ເຂດທີ່ຢູ່ອາ
ໃສແລະ​ເຂດ​ຊຸມ​ຊົນ​ຫລາຍ​ຂຶ້ນນັບ​ມື້.

ໂດຍສ​ະ​ເພາະ​ແມ່ນພື້ນ​ທີ່​ການ​ກະ​ເສດ​ທີ່ຢູ່​ໃກ້​ເຂດ​ຕົວ​ເມືອງ​ໃຫຍ່​ ແລະ​ທີ່ຢູ່​ແຄມ​ທາງ​ນັ້ນ​ ນັບ
ເປັນພື້ນ​ທີ່​ການ​ກະ​ເສດ​ທີ່ຖືກແປສະພາບ​ໄປ​ເປັນ​ເຂດ​ທີ່ຢູ່​ອາ​ໃສເພີ່ມ​ຂຶ້ນຢ່າງ​ວ່ອງ​ໄວ. ອີກທັງ
ຍັງ​ຄົງ​ບໍ່​ມີ​ການ​ກໍານົດ​ພື້ນ​ທີ່​ການ​ກະ​ເສດ ​ແລະ​ເຂດ​ທີ່ຢູ່​ອາ​ໃສ​ໃນ​ລາວ​ຢ່າງ​ຊັດ​ເຈນ ​ເມື່ອ​ປະ
ກ​ອບກັບການ​ທີ່ໃນເຂດແຂວງພາກເໜືອກໍ່ຍັງຂາດແຄນລະບົບຊົນປະທານ ເນື່ອງຈາກພື້ນທີ່
ສ່ວນໃຫຍ່ຢູ່ໃນເຂດພູດອຍອີກດ້ວຍແລ້ວ ກໍນັບເປັນອີກປັດໃຈນຶ່ງທີ່ຈະສົ່ງຜົນກະທົບຕໍ່ແຜນ
ການດັ່ງກ່າວຂອງທາງການລາວ.

XS
SM
MD
LG