ທ່ານລາວລີ ໄຟເພັງຢົວ ລັດຖະມົນຕີຊ່ວຍວ່າການກະຊວງແຮງງານ ແລະສະຫວັດດີການສັງຄົມ ໄດ້ຖະແຫລງຍອມຮັບຕໍ່ກອງປະຊຸມຮ່ວມກັບນານາຊາດເພື່ອປຶກສາຫາລືກ່ຽວກັບການປ້ອງກັນຜົນກະທົບຈາກໄພທໍາມະຊາດ ໃນລາວເມື່ອບໍ່ດົນມານີ້ວ່າ ລາວເປັນປະເທດນຶ່ງທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດຢ່າງໜັກໜ່ວງ ຫລາຍຂຶ້ນນັບມື້ ໂດຍຈະເຫັນໄດ້ຢ່າງຊັດ
ເຈນ ຈາກໄພນໍ້າຖ້ວມໃນປີ 2008 ທີ່ໄດ້ສົ່ງຜົນກະທົບຕໍ່ປະຊາຊົນຫລາຍກວ່າ 2 ແສນຄົນ
ແລະພື້ນທີ່ການກະເສດກວ້າງກວ່າ 75,000 ເຮັກຕ້າ ກໍໄດ້ຮັບການເສຍຫາຍຢ່າງສິ້ນເຊີງ.
ຕໍ່ມາ ໃນປີ 2009 ກໍຕ້ອງປະເຊີນກັບການເສຍຫາຍຢ່າງໜັກ ທີ່ເກີດພາຍຸໂຊນຮ້ອນເກດ
ສະໜາ ທີ່ບໍ່ພຽງແຕ່ໄດ້ເຮັດໃຫ້ປະຊາຊົນຫລາຍກວ່າ 2 ແສນຄົນ ທັງໃນແຂວງອັດຕະປື
ເຊກອງ ແລະຈໍາປາສັກ ຕ້ອງສູນເສຍຜົນປູກແລະທີ່ໄຮ່ທີ່ນາເທົ່ານັ້ນ ຫາກແຕ່ກໍຍັງເຮັດໃຫ້
ປະຊາຊົນຫລາຍໝື່ນຄົນ ກາຍເປັນກຸ່ມປະຊາກອນ ທີ່ບໍ່ມີທີ່ຢູ່ອາໃສອີກດ້ວຍ.
ສ່ວນໃນປີ 2010 ນີ້ ກໍປາກົດວ່າໄດ້ປະເຊີນກັບບັນຫາໄພແຫ້ງແລ້ວຢ່າງໜັກ ນັບຈາກໄລ
ຍະຕົ້ນປີຈົນເຖິງກາງປີ ແລະໃນປັດຈຸບັນ ກໍຍັງປາກົດວ່າມີຫລາຍພື້ນທີ່ໃນເຂດແຂວງພາກ
ໃຕ້ ທີ່ຍັງຄົງຕ້ອງປະເຊີນກັບໄພແຫ້ງແລ້ງຢູ່ເລື້ອຍມາ ຊຶ່ງກົງຂ້າມກັບໃນຫລາຍພື້ນທີ່ໃນ
ເຂດແຂວງພາກເໜືອ ທີ່ກັບຕ້ອງປະເຊີນກັບໄພນໍ້າຖ້ວມຢ່າງກະທັນຫັນ.
ລາຍງານຂອງທາງການແຂວງໄຊຍະບຸລີໄດ້ລະບຸວ່າ ໄພນໍ້າຖ້ວມຢ່າງກະທັນຫັນທີ່ເກີດຈາກ
ລົມພາຍຸໃນຊ່ວງເດືອນກັນຍາປີນີ້ ໄດ້ເປັນຜົນໃຫ້ເກີດການເສຍຫາຍຫລາຍກວ່າ 34 ຕື້ກີບ
ໂດຍເຮືອນຊານຂອງປະຊາຊົນເສຍຫາຍໄປຢ່າງສິ້ນເຊີງຫລາຍ
ກວ່າ 340 ຫລັງ ຄອງຊົນລະ
ປະທານ 96 ແຫ່ງແລະຖະໜົນ
ທີ່ມີລະຍະທາງຍາວກວ່າ 160
ກິໂລແມັດ ພ້ອມດ້ວຍຂົວອີກ 4 ແຫ່ງ ແລະລວມໄປເຖິງອາຄານສະຖານທີ່ສໍາຄັນຕ່າງໆ
ໃນເມືອງເງິນ ເມືອງຊຽງຮ່ອນ ແລະເມືອງທົ່ງມີໄຊ ກໍໄດ້ຮັບການເສຍຫາຍເປັນສ່ວນໃຫຍ່.
ຍິ່ງໄປກວ່ານັ້ນ ທາງການແຂວງໄຊຍະບຸລີ ຍັງໄດ້ລາຍງານດ້ວຍວ່າ ໄພແຫ້ງແລ້ງໃນຊ່ວງ
ຕົ້ນປີ 2010 ນີ້ ກໍຍັງເຮັດໃຫ້ເກີດບັນຫາໄຟປ່າ ແລະກໍໄດ້ລຸກລາມໄປໄໝ້ເຮືອນຊານຂອງ
ປະຊາຊົນ ເກືອບ 100 ຫລັງ.
ສາເຫດສໍາຄັນທີ່ເຮັດໃຫ້ປະຊາຊົນລາວຕ້ອງ
ປະເຊີນກັບບັນຫາໄພທໍາມະຊາດຫລາຍຂຶ້ນ
ນັບມື້ນັ້ນ ກໍໄດ້ຮັບການອະທິບາຍຈາກທ່ານ
ຄໍາອ້ວນ ບຸບຜາ ລັດຖະມົນຕີປະຈໍາສໍານັກ
ງານນາຍົກລັດຖະມົນຕີລາວຜູ້ຮັບຜິດຊອບ
ການຄຸ້ມຄອງທີ່ດິນແລະປ່າໄມ້ຂອງລັດຖະ ບານລາວວ່າ:
“ຢູ່ປະເທດຂອງພວກເຮົານີ້ ມັນເປັນເຂດ
ພູດອຍ ແລ້ວກະຢູ່ເຂດທົ່ງພຽງນີ້ ສ່ວນ
ຫລາຍກໍເປັນປ່າໂຄກ ຄັນຖ້າເມື່ອເປັນປ່າໂຄກແລ້ວ ມັນກໍເປັນສັນດິນທີ່ມັນຕື້ນ
ຈຶ່ງເຮັດໃຫ້ດິນຊັ້ນເທິງເກີດເປັນປ່າໂຄກ ເພາະສະນັ້ນຈຶ່ງ ຕ້ອງມີມາດຕະການ
ທີ່ຈະຕ້ອງເຮັດໃຫ້ດິນບໍ່ຂາດນໍ້າດ້ວຍການມີປ່າໄມ້ປົກຫຸ້ມ 70% ໃນທົ່ວປະເທດ
ມາດຕະ ການນີ້ໄດ້ເວົ້າກັນມາຊາວປີແລ້ວ ຊຶ່ງບາງບ່ອນກໍເຮັດໄດ້ດີ ແຕ່ກໍຍັງມີ
ຫລາຍບ່ອນທີ່ເຮັດບໍ່ໄດ້ດີ ກໍເລີຍເຮັດໃຫ້ ປ່າໄມ້ຖືກຕັດທໍາລາຍໄປ ມັນກໍເລີຍ
ເກີດໄພແຫ້ງແລ້ງ ແລະລະດູຝົນ ຝົນຕົກແຮງ ກໍເກີດນໍ້າຖ້ວມຢ່າງກະທັນຫັນ.”
ຈາການສໍາຫລວດສະພາບປ່າໄມ້ຂອງລາວໃນປີ 1992 ພົບວ່າລາວຍັງມີຄວາມໜາແໜ້ນຂອງປ່າໄມ້ຄິດເປັນ 47% ຂອງພື້ນທີ່ທັງໝົດຂອງປະເທດ ຫາກແຕ່ວ່າລະດັບຄວາມໜາແໜ້ນກໍລົດລົງເປັນ 42% ແລະໃນ ປັດຈຸບັນນີ້ ທ່ານຄໍາອ້ວນ ກໍເຊື່ອວ່າສະພາບປ່າໄມ້ໃນລາວຍັງເຫລືອຄວາມໜາແໜ້ນຢູ່ພຽງແຕ່ 35% ຂອງພື້ນ ທີ່ທັງໝົດເທົ່ານັ້ນ.
ສ່ວນການຊົມໃຊ້ປະໂຫຍດຈາກທີ່ດິນ ໂດຍປາສະຈາກການບໍລິຫານແລະຄຸ້ມຄອງຢ່າງມີ
ປະສິດທິພາບນັ້ນ ກໍປາກົດວ່າກໍລະນີທີ່ກາຍເປັນບັນຫາຫລາຍທີ່ສຸດໃນລາວໃນປັດຈຸບັນນີ້
ກໍຄືການໃຫ້ສໍາປະທານສິດທິໃນການເຊົ່າທີ່ດິນລະຍະຍາວແກ່ເອກກະຊົນຕ່າງຊາດ ທີ່ໄປ
ກວມເອົາທີ່ດິນຂອງປະຊາຊົນລາວແລະເຂດປ່າສະຫງວນ ໂດຍອີງຕາມລາຍງານຂອງທາງ
ການລາງເອງ ກໍໄດ້ລະບຸວ່າ ຈົນເຖິງປັດຈຸບັນນີ້ ໄດ້ໃຫ້ສໍາປະທານທີ່ດິນແກ່ເອກກະຊົນຕ່າງ
ຊາດໄປແລ້ວກວ້າງກວ່າ 4 ແສນເຮັກຕ້າ.
ນອກຈາກນີ້ກໍຍັງໄດ້ໃຫ້ສໍາປະທານໃນການສໍາຫລວດແລະຂຸດຄົ້ນບໍ່ແຮ່ແກ່ເອກກະຊົນລາວແລະຕ່າງຊາດໄປ ແລ້ວ 154 ບໍລິສັດ ຫລື 269 ໂຄງການ ຊຶ່ງມີພື້ນທີ່ໃນການສໍາຫລວດແລະຂຸດຄົ້ນລວມກັນກວ້າງກວ່າ 2.88 ລ້ານເຮັັກຕ້າ ໃນທົ່ວປະເທດລາວ ໃນປັດຈຸບັນນີ້.