ລັດຖະບານລາວຍັງຈະບໍ່ມີການປັບຂຶ້ນຄ່າເຊົ່າທີ່ດິນ ໃນເຂດ
ສຳປະທານທົ່ວປະເທດ ໃນລະຍະນີ້ ເນື່ອງຈາກຢ້ານກົວວ່າ
ຈະສົ່ງຜົນເຮັດໃຫ້ບັນດາບໍລິສັດຕ່າງປະເທດ ພາກັນຖອນ
ການລົງທຶນໄປຈາກລາວ.
ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຜນການ ແລະການລົງທຶນເປີດເຜີຍວ່າ ລັດຖະບານລາວ
ພາຍໄຕ້ການນຳຂອງນາຍົກລັດຖະມົນຕີ ທ່ານທອງສິງ ທຳມະວົງ ຍັງບໍ່ສາມາດຫາຂໍ້ສະ
ລຸບໄດ້ວ່າ ມີການປັບຂຶ້ນອັດຕາຄ່າເຊົ່າທີ່ດິນໃນເຂດສຳປະທານທີ່ໄດ້ອະນຸມັດໃຫ້ກັບ
ບັນດາບໍລິສັດເອກະຊົນລາວ ແລະຕ່າງຊາດໄປແລ້ວໃນທົ່ວປະເທດຫຼືບໍ່?
ທັງນີ້ກໍເນື່ອງຈາກຢ້ານວ່າ ການປັບຂຶ້ນອັດຕາຄ່າເຊົ່ານັ້ນ ຈະສົ່ງຜົນກະທົບຕໍ່ການລົງທຶນ ໂດຍລວມໃນລາວ ໂດຍສະເພາະແມ່ນການຢ້ານກົວວ່າ ບັນດາບໍລິສັດຕ່າງຊາດທີ່ໄດ້ຮັບອະນຸຍາດສຳປະທານ ທີ່ດິນຈາກທາງການລາວຢ່າງຖືກຕ້ອງແລ້ວນັ້ນ ຈະພາກັນຖອນການລົງທຶນໄປຈາກລາວ ໃນລະຍະຕໍ່ໄປອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໄດ້ໃຫ້ການຢືນຢັນວ່າ:
“ການສຳປະທານທີ່ດິນຂອງລັດນີ້ ກໍມີການຖົກຖຽງກັນ ຖ້າເຮົາມີການປັບປ່ຽນໄປ
ໃນທາງທີ່ກະທົບຕໍ່ຜູ້ລົງທຶນນີ້ ພວກເຮົາຈະໄດ້ຮັບຜົນສະທ້ອນໄວໂລດ ຖ້າຫາກ
ວ່າເຮົາປັບປ່ຽນໄປໃນທາງທີ່ດີຂອງເຂົາເຈົ້າຫັ້ນ ສິໄຄແນ່ ຕົວຢ່າງເຮົາຂຽນກົດ
ໝາຍແຕ່ລະເທື່ອ ຄັນວ່າໄປຢ້ອນຫຼັງ ຫຼືວ່າ ອັນນັ້ນ ອັນນີ້ຫັ້ນ ພວກເຮົາສິເສຍຫາຍ.”
ລັດຖະບານລາວໄດ້ອະນຸຍາດ ໃຫ້ສຳປະທານ ທີ່ດິນເພື່ອປູກພືດ
ເສດຖະກິດຕ່າງໆ ເຊັ່ນຢາງພາລາ ໄມ້ວິກ ອ້ອຍ ສາລີ ແລະມັນຕົ້ນ
ຄິດເປັນພື້ນທີ່ລວມກັນ ກວ້າງກວ່າ 570,000 ເຮັກຕາ ຫາກແຕ່
ຈາກການກວດກາໃນພາກຕົວຈິງກໍພົບວ່າ ໄດ້ມີການບຸກລຸກເຂົ້າ
ໄປໃນເຂດປ່າສະງວນ ແລະປ່າປ້ອງກັນຂອງລັດຖະບານ ທັງກໍຍັງ
ໄດ້ມີການລັກລອບຕັດໄມ້ໃນເຂດດັ່ງກ່າວເປັນພື້ນທີ່ກວ້າງກວ່າ
1 ລ້ານເຮັກຕາແລ້ວອີກດ້ວຍ.
ທາງດ້ານກະຊວງກະສິກຳ-ປ່າໄມ້ ລາຍງານວ່າໜ່ວຍສະເພາະກິດ
ສາມາດຍຶດໄມ້ທີ່ລັກລອບຕັດໂດຍຜິດກົດໝາຍໄດ້ ຫຼາຍກວ່າ 8
ແສນແມັດກ້ອນ ໃນ 6 ເດືອນທຳອິດຂອງແຜນການປີ 2013-
2014 ຂະນະທີ່ລັດຖະບານໄດ້ອະນຸມັດໂຄວຕາການຕັດໄມ້ຄິດເປັນປະລິມານລວມ 1 ລ້ານກວ່າແມັດກ້ອນ ແບ່ງເປັນໂຄວຕາໄມ້ປົກກະຕິ 580,071 ແມັດກ້ອນ ແລະໂຄວຕາໄມ້ພິເສດ 446,783 ແມັດກ້ອນ.
ແຕ່ຢ່າງໃດກໍຕາມ ລັດຖະບານລາວກໍສາມາດ ຈັດເກັບລາຍຮັບຈາກອາກອນການສົ່ງໄມ້ໄປຕ່າງປະເທດໄດ້ຕ່ຳຫຼາຍເຊັ່ນ ສາມາດຈັດເກັບລາຍຮັບໄດ້ບໍ່ເຖິງ 20 ລ້ານດອນລາ ໃນແຜນການປີ 2012-2013 ທີ່ຜ່ານມາໂດຍມີສາເຫດມາຈາກການປະຕິບັດໜ້າທີ່ ຂອງພະນັກງານລັດ ທີ່ເຫັນຜົນປະໂຫຍດສ່ວນໂຕ ເປັນສຳຄັນດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນຄະນະກຳມະການກວດກາແຫ່ງລັດໄດ້ໃຫ້ການຢືນຢັນວ່າ:
“ໄມ້ພວກເຮົານີ້ຂຸດຄົ້ນອອກເປັນຈຳນວນມະຫາສານທີ່ສຸດ ແຕ່ວ່າລາຍຮັບຈາກການຂາຍໄມ້ນີ້ ກໍບໍ່ໄດ້ພໍເທົ່າໃດ ໄມ້ແມັດກ້ອນໜຶ່ງ ພວກເຮົາຂາຍນີ້ ມີແຕ່ຢູ່ໃນລະດັບ 50-60 ຫລຽນຕໍ່ແມັດກ້ອນ 50-60 ຫລຽນນີ້ແລ້ວ ເບິ່ງປ່າໄມ້ພວກເຮົາທີ່ຖືກບຸກລຸກທຳລາຍນັ້ນ ເປັນຈຳນວນມະຫາສານອັນນີ້ນິ ມັນໆສວນທາງກັນກັບການພັດທະນາແບບຍືນຍົງ.”
ເຈົ້າໜ້າທີ່ຂັ້ນສູງໃນຄະນະກຳມະການກວດກາແຫ່ງລັດ ບອກວ່າການປະເມີນດັ່ງກ່າວ ຖື
ເປັນການປະເມີນລາຄາໄມ້ ທີ່ຕ່ຳກວ່າຄວາມເປັນຈິງ ໃນອັດຕາສະເລ່ຍເຖິງ 50 ເປີເຊັນ
ຊຶ່ງກໍເປັນຜົນເຮັດໃຫ້ລັດຖະບານລາວ ຕ້ອງສູນເສຍຜົນປະໂຫຍດຄິດເປັນມູນຄ່າຫຼາຍ
ຕື້ກີບໃນແຕ່ລະປີ.
ຍິ່ງໄປກວ່ານັ້ນ ເຈົ້າໜ້າທີ່ຂັ້ນສູງຂອງລາວ ກໍຍັງປະເມີນດ້ວຍວ່າ ການລັກລອບຕັດໄມ້ຜິດກົດໝາຍ ໃນຕະຫລອດແຜນການປີ 2013-2014 ທີ່ຜ່ານມາ ມີປະລິມານລວມຫຼາຍກວ່າ 1 ລ້ານແມັດກ້ອນ ແລະພື້ນທີ່ ທີ່ມີການລັກລອບຕັດໄມ້ຫຼາຍທີ່ສຸດ ກໍແມ່ນເຂດຊາຍແດນລາວ
ທີ່ຕິດກັບຫວຽດນາມ ຈີນ ແລະ ໄທ ຕາມລຳດັບ.