ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໘ ກັນຍາ ໒໐໒໔

GDP ຂອງລາວ ໃນປີ 2024 ນີ້ ຄາດໝາຍວ່າ ຈະມີມູນຄ່າລວມ ຕ່ຳທີ່ສຸດ ແລະຈັດຢູ່ອັນດັບທີ 10 ໃນອາຊຽນ


ແຟ້ມພາບ - ນາຍົກລັດຖະມົນຕີຂອງລາວ ທ່ານສອນໄຊ ສີພັນດອນ, ກາງ, ກ່າວຖະແຫລງຕໍ່ບັນດາຜູ້ນຳຂອງອາຊຽນໃນລະຫວ່າງກອງປະຊຸມສຸດຍອດພິເສດ ສະໄໝສາມັນ ອາຊຽນ ກັບ ອອສເຕຣເລຍ ໃນນະຄອນເມລເບີນ ຂອງອອສເຕຣເລຍ, ວັນທີ 6 ມີນາ 2024.
ແຟ້ມພາບ - ນາຍົກລັດຖະມົນຕີຂອງລາວ ທ່ານສອນໄຊ ສີພັນດອນ, ກາງ, ກ່າວຖະແຫລງຕໍ່ບັນດາຜູ້ນຳຂອງອາຊຽນໃນລະຫວ່າງກອງປະຊຸມສຸດຍອດພິເສດ ສະໄໝສາມັນ ອາຊຽນ ກັບ ອອສເຕຣເລຍ ໃນນະຄອນເມລເບີນ ຂອງອອສເຕຣເລຍ, ວັນທີ 6 ມີນາ 2024.

ຍອດຜະລິດຕະພັນລວມພາຍໃນ (GDP) ຂອງລາວ ໃນປີ 2024 ນີ້ ຄາດໝາຍວ່າ ຈະມີມູນຄ່າລວມຕ່ຳທີ່ສຸດ ແລະຈັດຢູ່ອັນດັບທີ 10 ໃນອາຊຽນ ຍ້ອນຜົນກະທົບຈາກອັດຕາເງິນເຟີ້ສູງ ແລະຄ່າເງິນກີບຕົກຕ່ຳລົງ ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ນັກຊ່ຽວຊານດ້ານການເງິນ ແລະການທະນາຄານໃນອາຊຽນ ໄດ້ະເມີນສະພາບການທາງເສດຖະກິດຂອງອາຊຽນໃນປີ 2024 ນີ້ວ່າ ຍອດຜະລິດຕະພັນລວມ (GDP) ຂອງທັງ 10 ປະເທດສະມາຊິກອາຊຽນຈະມີມູນຄ່າລວມທັງໝົດ 4,161,842 ລ້ານໂດລາ ໂດຍອິນໂດເນເຊຍ ຍັງຄົງເປັນປະເທດທີ່ GDP ມີມູນຄີ່າສູງທີ່ສຸດ ຄື 1,542,407 ລ້ານໂດລາ ຕິດຕາມດ້ວຍ ໄທ ສິງກະໂປ ຟີລິບປິນ ຫວຽດນາມ ມາເລເຊຍ ມຽນມາ ກຳປູເຈຍ ບຣູໄນ ແລະລາວ ຕາມລຳດັບ ໂດຍສຳລັບ ລາວນັ້ນ ກໍຍັງນັບເປັນປີທີ 3 ແລ້ວ ທີ່ມີມູນຄ່າ GDP ໄດ້ປັບຕົວຫລຸດລົງ ແລະຕ່ຳກວ່າມູນຄ່າ GDP ຂອງບຣູໄຈ ອີກດ້ວຍ.

ທັງນີ້ ໂດຍນັກຊຽວຊານດ້ານການເງິນ ແລະການທະນາຄານໃນອາຊຽນ ໄດ້ໃຫ້ການຄາດໝາຍວ່າ GDP ຂອງລາວ ໃນປີ 2024 ນີ້ ຈະມີມູນຄ່າລວມບໍ່ເກີນ 14,110 ລ້ານໂດລາ ສ່ວນ GDP ຂອງບຣູໄນ ຈະມີມູນຄ່າລວມປະມານ 15,780 ລ້ານໂດລາ ໃນຂະນະທີ່ລັດຖະບານລາວ ໄດ້ວາງເປົ້າໝາຍມູນຄ່າຂອງ GDP ໃນປີ 2024 ນີ້ໄວ້ທີ່ລະດັບ 293,650 ກວ່າຕື້ກີບທີ່ຄິດເປັນການຂະຫຍາຍຕົວຂອງ GDP ໃນອັດຕາສະເລ່ຍ 4.7 ເປີເຊັນນັ້ນ ກໍມີຄວາມເປັນໄປໄດ້ສູງທີ່ລັດຖະບານລາວ ຈະບັນລຸເປົ້າໝາຍດັ່ງກ່າວຢ່າງແທ້ຈິງ ດັ່ງທີ່ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຖະແຫລງກ່ຽວກັບຜົນຂອງການຈັດຕັ້ງປະຕິບັດໃນໄລຍະ 6 ເດືອນຕົ້ນປີ 2024 ນີ້ວ່າ:

“ໃນໄລຍະ 6 ເດືອນຕົ້ນປີ 2024 ໂດຍລວມແລ້ວ ເຫັນວ່າ ເສດຖະກິດຂອງປະເທດເຮົາມທ່າອຽງຂະຫຍາຍຕົວດີຂຶ້ນສາມາດບັນລຸໄດ້ 4.7 ເປີເຊັນ ຄາດຄະເນໝົດປີ ຈະສາມາດບັນລຸໄດ້ຕາມສະພາກຳນົດ GDP ຄາດຄະເນ 6 ເດືອນຕົ້ນປີ 2024 ຈະບັນລຸໄດ້ 148,000 ກວ່າຕື້ກີບເທົ່າກັບ 50.4 ເປີເຊັນຂອງແຜນການແລະສືບຕໍ່ສຸມໃສ່ການຈັດເກັບລາຍຮັບເຂົ້າງົບປະມານດ້ວຍມາດຕະການຕ່າງໆ ເປັນຕົ້ນແມ່ນສຸມໃສບັນດາມາດຕະການນິຕິກຳທີ່ເປັນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນແລະການເກັບລາຍຮັບຈາກຄ່າຊັບພະຍາກອນທຳມະຊາດ.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG