ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວຢູເຄຣນເຊື້ອສາຍລາວ ອົບພະຍົບ​ຫລົບໜີສົງຄາມ ໄປປະເທດທີ່ປອດໄພ ແລະອາດຈະກັບຄືນໄປຢູ່ລາວ


ຊິ້ນສ່ວນຂອງລູກສອນໄຟຂີປະນາວຸດລູກນຶ່ງຕົກຢູ່ໃກ້ກັບສະຖານີລົດໄຟ ທີ່ແອອັດດ້ວຍຜູ້ໂດຍສານກຳລັງລໍຖ້າຂຶ້ນລົດໄຟເພື່ອຫລົບໜີສົງຄາມ ໃນເມືອງຄຣາມາທອສຄ໌ (Kramatorsk) ທາງພາກຕາເວັນອອກຂອງຢູເຄຣນ. ວັນທີ 8 ເມສາ 2022.
ຊິ້ນສ່ວນຂອງລູກສອນໄຟຂີປະນາວຸດລູກນຶ່ງຕົກຢູ່ໃກ້ກັບສະຖານີລົດໄຟ ທີ່ແອອັດດ້ວຍຜູ້ໂດຍສານກຳລັງລໍຖ້າຂຶ້ນລົດໄຟເພື່ອຫລົບໜີສົງຄາມ ໃນເມືອງຄຣາມາທອສຄ໌ (Kramatorsk) ທາງພາກຕາເວັນອອກຂອງຢູເຄຣນ. ວັນທີ 8 ເມສາ 2022.

ອົບພະຍົບໄດ້ຫລັ່ງໄຫຼອອກຈາກຢູເຄຣນມາໄດ້ 1 ເດືອນກວ່າແລ້ວຍ້ອນການສູ້ລົບກັນ ພາຍຫລັງທີ່ຣັດເຊຍ ເລີ້ມບຸກລຸກປະເທດດັ່ງກ່າວ ຢ່າງເຕັມສ່ວນ ໃນທ້າຍເດືອນກຸມພາເປັນຕົ້ນມາ. ໃນບັນດາອົບພະຍົບຫລາຍລ້ານຄົນທີ່ຫລົບໜີອອກຈາກຢູເຄຣນນັ້ນ ກໍອະດີດນັກສຶກສາລາວທີ່ສ້າງຄອບຄົວຢູ່ໃນຢູເຄຣນຫລັງ ຈາກການພັງທະລາຍຂອງອະດີດສະຫະພາບໂຊຫວຽດ ໃນປີ 1991 ຊຶ່ງຜູ້ກ່ຽວຈະມາເລົ່າປະສົບການຂອງຕົນສູ່ຟັງ. ລາຍລະອຽດ ຈະເປັນແນວໃດນັ້ນ ໄຊ​ຈະເລີນ​ສຸກ​ ມີ​ລາຍ​ງານ​ເລື້ອງນີ້ ຈາກນັກຂ່າວຂອງເຮົາ ເຊີນ​ຮັບ​ຟັງໄດ້ ໃນອັນດັບຕໍ່ໄປ.

ນັບ​ແຕ່​ຣັດ​ເຊຍ​ໄດ້​ບຸກ​ລຸກ​ຢູ​ເຄ​ຣນຢ່າງເຕັມສ່ວນໃນ​ວັນ​ທີ 24 ກຸມພາເປັນ​ຕົ້ນ​ມາ ທ້າວວີລະກອນ (ນາມແຝງ), ອະດີດນັກສຶກສາລາວ ກໍເໝືອນກັນກັບປະ​ຊາ​ຊົນຢູ​ເຄ​ຣນຫລາຍແສນຄົນ ໃນເມືອງຄາກີບທາງພາກຕາເວັນອອກສຽງເໜືອຂອງ ຢູເຄຣນ ກໍໄດ້ຫາທາງຫລົບໜີ ໂດຍຜ່ານຊາຍແດນໂປແລນທີ່ຢູ່ອີກຟາກນຶ່ງ ຂອງປະເທດທີ່ຢູ່ໄກກັນປະມານ 1,300 ກິໂລແມັດ ເພື່ອໄປຫາບ່ອນປອດໄພ. ລາວ ແລະພັນລະຍາ ພ້ອມດ້ວຍລູກຊາຍໄວ 16 ປີ ແລະແມ່ເຖົ້າ ໄດ້ພາກັນເລີ້ມຍົກຍ້າຍໜີແຕ່ຫົວທີ ຊຶ່ງລາວເລົ່າເຖິງສະພາບການຕອນນັ້ນສູ່ຟັງວ່າ:

“ເຂົາເລີ້ມຍິງວັນທີ 24-25 ເດືອນທີ 2 ນີ້ຫລະ ວັນທີ 28 ເຮົາອອກ ຂີ່ລົດເມຂົນສົ່ງອອກເລີຍ ທັນຂີ່ລົດໝອກລົດເມແນວໃດກະຂີ່ ເອົາແຕ່ຜູ້ທັນຂີ່ອອກໄປ ໃຜມີປັນຍາແນວໃດກະຂີ່ອອກໂລດ ທຸກສິບ ຊາວນາທີ ສມສິບນາທີ ມັນຍິງລູກສອນໄຟເຂົ້າບື້ມບ້ຳ ບື້ມບ້ຳອ້ອມຂ້າງອ້ອມແອວໃດ ມັນບໍ່ໄດ້ໄລ່ກັນໃດ ມັນມີແຕ່ລູກສອນໄຟ ພວກເຂົາຄຸມຄອມພິວເຕີພຸ້ນນະ.”

ເນື່ອງຈາກວ່າພັນລະຍາຂອງລາວມີພີ່ນ້ອງຢູ່ໃນເຢຍຣະມັນ ເມື່ອໄປເຖິງ ໂປແລນ ແລ້ວຄອບຄົວຂອງທ້າວວີລະກອນກໍຈຶ່ງພາກັນຕັດສິນໃຈໄປເຢຍຣະມັນ ແລະກໍໄດ້ຮັບຄວາມຊ່ວຍເຫລືອເປັນຢ່າງດີ ຊຶ່ງລາວເລົ່າລາຍລະອຽດສູ່ຟັງວ່າ:

“ແມ່ເຖົ້າກະໂທຫາພີ່ນ້ອງຢູ່ເຢຍຣະມັນວ່າລູກຫລານປົບເສິກແລ້ວດຽວນີ້ ເຂົາໄປໂປໂລຍແລ້ວວ່າຊັ້ນ ຊິເຮັດແນວໃດຊ່ວຍເຫລືອແນ່ລາວວ່າ. ລາວກະເລີຍວ່າໃຫ້ເຂົາມາເຢຍຣະມັນຫາຂ້ອຍຕິ ຊິພະຍາຍາມສົ່ງໃຫ້ເຂົາ ຢູ່ອົງການຈັດຕັ້ງຊ່ວຍ ເຫລືອ ລາວກະເລີຍໂທຫາໝູ່ວ່າ ເອົາລົດແລ່ນເອົາຫລານຂ້ອຍແນ່ ລາຄາເທົ່ານັ້ນເທົ່ານີ້ ບາດແລ້ວສູນອົບພະຍົບກະຂຶ້ນທະບຽນເຂົ້າຄອມພິວຕອ໊ກຄອມພິວເຕີ ໝົດກາຍ ເປັນຄົນອົບພະຍົບຢູ່ໂຮງແຮມເລີຍ ບາດແລ້ວເຂົາກະລ້ຽງກະເກືອ ແລະຊອກບ່ອນໃຫ້ຢູ່ຍັງບໍ່ທັນໄດ້ປານນີ້, ມັນສີ່ແສນຄົນແລ້ວຊົ່ວມັນຊິໄດ້ມັນບໍ່ງ່າຍຂອງມັນມາບາດດຽວເຄິ່ງລ້ານວ່າຊັ້ນສະ.”

ສະຖານທູດເຢຍຣະມັນ ປະຈຳນະຄອນຫຼວງວຽງຈັນ
ສະຖານທູດເຢຍຣະມັນ ປະຈຳນະຄອນຫຼວງວຽງຈັນ

ເມື່ອຖາມເຖິງພາຫະນະໃນການເດີນທາງຂອງພວກອົບພະຍົບຢູ່ໃນໂປແລນໄປຫາປະເທດທີ 3 ລວມທັງຂອງຄອບຄົວລາວເອງ ໄປຫາເຢຍຣະມັນນັ້ນ ວີລະກອນເລົ່າສູ່ຟັງວ່າ:

“ ລົດສ່ວນຕົວຂອງເຂົາຈ້າງ 300 ໂດ​ລາ​ສະ​ຫະ​ລັດ. ລົດໄຟກະມີ ບໍ່ໄດ້ເສຍດອກ ຈ້າງກະຈ້າງບໍ່ແພງ. ມັນມີລົດຈ້າງແບບຫາເງິນພິເສດດອກ, ໄປທໍາອິດໄປກະໄປຕັ້ງຢູ່ໂປໂລຍ ກະມີການຈໍ້າກາຜ່ານເຂົ້າໂປໂລຍເຂົ້າໄປໃນສະຖານີລົດໄຟນະ ມັນເປັນເດີ່ນ ກ້ວາງຄົນເຕັມຢູ່ຫັ້ນແຫລະ ເຂົາກະລໍ ຖ້າພວກໃດທີ່ຢາກອອກຈາກໂປໂລຍກະປ່ອຍອອກ. ໃຜບໍ່ຢາກອອກກະເອົາເຂົ້າບັນຊີຂອງເຂົາ ເຂົາຊິເອົາໄປລ້ຽງໄປເກືອນະ.”

ວີລະກອນເວົ້າສູ່ຟັງອີກດວ່າ ສະພາບການອົບພະຍົບຂອງຄົນອອກຈາກຢູເຄຣນ ນັ້ນ ຍັງສືບຕໍ່ມີຢູ່ ແລະເຂົາເຈົ້າກໍປະສົບຄວາມຫຍຸ້ງຍາກຫລາຍ ຊຶ່ງຜູ້ນຶ່ງເວົ້າວ່າ:

“ມັນມີຕັ້ງເປັນແສນສອງແສນຢູ່ໃນເດີ່ນກິລາແບບກອງກັນ ຢູ່ແບບອົບພະຍົບບ້ານເຮົາແຕ່ຄາວກ່ອນພຸ້ນລະ ຢູ່ໂປໂລຍ ແມ່ນສອງລ້ານປາຍດຽວນີ້ ແນວແຕ່ລະມື້ຄົນມັນອອກທຸກມື້ ຄົນອອກຕະຫລອດເດ ດຽວນີ້ຄົນອົບພະຍົບຢູ່ບ້ານເຮົາມັນຊິເຂົ້າຫ້າລ້ານແລ້ວລະ ຢູ່ໂປໂລຍມັນສອງລ້ານປາຍ ຢູ່ເຢຍຣະມັນ ມັນຊິເຂົ້າສີ່ແສນແລ້ວ. ແຕ່ລະປະເທດໃກ້ຄຽງເອີຣົບ ບ່ອນສອງແສນ ສາມແສນ.”

ເມື່ອຖາມເຖິງການພັກເຊົາໃນປັດຈຸບັນນັ້ນ ວີລະກອນບອກວ່າ ລາວໂຊກດີທີ່ ໄດ້ພັກຢູ່ໂຮງແຮມແຫ່ງນຶ່ງ ໃນເມືອງດັສເຊລດັອຟ (Düsseldorf), ເມືອງເອກຂອງ ລັດໄຣນ໌-ເວີສຟາເລຍ ເໜືອ (North Rhine-Westphalia), ຢູ່ທາງຕາເວັນຕົກຂອງເຢຍຣະມັນ ເພື່ອລໍຖ້າການຈັດສັນບ່ອນຢູ່ສໍາລັບອົບພະຍົບຢູ່ໃນເມືອງດັ່ງກ່າວ.

ວີລະກອນຜູ້ທີ່ເຫັນເຫດການຕົວຈິງກ່ຽວກັບຄວາມຂັດແຍ້ງຂອງຣັດເຊຍກັບຢູເຄຣນທີ່ເລີ້ມຕັ້ງແຕ່ປີ 2014 ໃນຕອນທີ່ຣັດເຊຍໄດ້ເອົາແຫລມໄຄຣເມຍ ຊຶ່ງເປັນດິນແດນອ້ອມຮອບໄປດ້ວຍທະເລດໍານັ້ນ ມາເປັນສ່ວນນຶ່ງຂອງຕົນເລົ່າສູ່ຟັງອີກວ່າ:

“ອັນແຕ່ມັນປະທ້ວງ 2014 ມັນຍຶດເອົາສອງບ່ອນພຸ້ນ ສອງເມືອງພຸ້ນ ເມືອງນຶ່ງແມ່ນບ່ອນພັກຜ່ອນຂອງຄົນທ່ອງທ່ຽວ ເມືອງທີສອງແມ່ນເມືອງບໍ່ຖ່ານຫີນ ລາຍຈ່າຍ ລາຍໄດ້ຢູ່ນໍາຫັ້ນໝົດຂອງປະເທດເຮົາ ມັນເອົາໄປໝົດ ມັນຈຶ້ງຢູ່ຫັ້ນໄດ້ 8 ປີ ມັນບໍ່ປ່ອຍ ບໍ່ສົ່ງໃຫ້ປະເທດເຮົາເກາະຜິດກັນຕະຫລອດ ແຕ່ລະມື້ຍິງປັ່ນປວນກັນ ປະຊາຊົນ ທະຫານ ກະຕາຍແຕ່ລະມື້ລະວັນ,”

ສ່ວນເມືອງ​ຄາ​ກີບ ຫລືຄາ​ກົບ​ນັ້ນ​ເປັນ​ເມືອງ​ທີ່​ສວຍ​ງາມ ແລະໃຫຍ່ອັນດັບສອງ ຂອງຢູເຄຣນ ຮອງຈາກນະຄອນຫລວງກີຢິບ ຍັງສືບຕໍ່ຖືກທໍາລາຍ ຍ້ອນການສູ້ ລົບກັນ. ວີລະກອນຮູ້ສຶກເສຍໃຈຫລາຍທີ່ໄດ້ເຫັນພາບຫ້າງສັບພະສິນຄ້າໃຫຍ່ ແຫ່ງນຶ່ງຢູ່ໃຈກາງເມືອງທີ່ມີຮ້ານຄ້າຂອງລາວຢູ່ໃນນັ້ນ ຖືກທໍາລາຍໝົດ. ຜູ້ກ່ຽວ ບອກວ່າ ມັນຈະເປັນການຍາກຫລາຍທີ່ຈະຟື້ນຟູໃຫ້ກັບຄືນມາ ໃຫ້ຄືເກົ່າໄດ້. ສະນັ້ນຖ້າຫາກການຕັ້ງຖິ່ນຖານໃໝ່ຂອງຄອບຄົວຂອງລາວ ຢູ່ໃນເຢຍຣະມັນລົງ ຕົວດີແລ້ວ ລາວກໍຈະຫາທາງທີ່ຈະພາຄອບຄົວກັບມາຕັ້ງຖິ່ນຖານຢູ່ບ້ານເກີດ ເມືອງນອນຂອງຕົນ ຢູ່ໃນລາວພີ້.

XS
SM
MD
LG