ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຮງງານລາວ ຈໍາເປັນຕ້ອງກັບເມືອປະເທດເປັນເວລານຶ່ງເດືອນ ກ່ອນຈະກັບຄືນໄປເຮັດວຽກ ທີ່ປະເທດໄທ


ສະຖານທີ່ບໍລິການກວດຄົນເຂົ້າເມືອງແຫ່ງນຶ່ງ ໃນປະເທດໄທ.
ສະຖານທີ່ບໍລິການກວດຄົນເຂົ້າເມືອງແຫ່ງນຶ່ງ ໃນປະເທດໄທ.

ແຮງງານກໍາປູເຈຍ, ລາວ ແລະມຽນມາ ຫຼາຍກວ່າ 500,000 ຄົນ ທີ່ສິ້ນສຸດການໄດ້ຮັບອະນຸຍາດໃຫ້ເຮັດວຽກຢູ່ໃນໄທ ຕ້ອງກັບຄືນປະເທດເປັນເວລາ 1 ເດືອນ ຈຶ່ງຈະສາມາດໄປເຮັດວຽກຢູ່ໄທໄດ້ອີກເທື່ອໃໝ່. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.ແຮງງານກໍາປູເຈຍ, ລາວ ແລະມຽນມາ ຫຼາຍກວ່າ 500,000 ຄົນ ທີ່ສິ້ນສຸດການໄດ້ຮັບອະນຸຍາດໃຫ້ເຮັດວຽກຢູ່ໃນໄທ ຕ້ອງກັບຄືນປະເທດເປັນເວລາ 1 ເດືອນ ຈຶ່ງຈະສາມາດໄປເຮັດວຽກຢູ່ໄທໄດ້ອີກເທື່ອໃໝ່. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ທ່ານ​ອະ​ນຸ​ຊາ ບູຣະພະໄຊສີ, ໂຄສົກລັດຖະບານໄທຖະແຫຼງວ່າ ແຮງງານກໍາປູເຈຍ, ລາວ ແລະມຽນມາ ຈໍານວນ 500,000 ກວ່າຄົນ ເຊິ່ງສາມາດຜ່ອນຜັນໃຫ້ສາມາດເຮັດວຽກໃນໄທຕໍ່ໄປໄດ້ ເຖິງວັນທີ 31 ກໍລະກົດ 2023 ນັ້ນ ຈະຕ້ອງເດີນທາງກັບຄືນປະເທດທີ່ເປັນພູມລໍາເນົາໃນທັນທີເມື່ອຄົບກໍານົດດັ່ງກ່າວ ແລະຖ້າຫາກວ່າແຮງງານກຸ່ມນີ້ຍັງຕ້ອງການທີ່ຈະເຮັດວຽກໃນໄທອີກເທື່ອໃໝ່ນັ້ນ ຈະຕ້ອງຕິດຕໍ່ກັບບໍລິສັດ ຈັດຫາງານທີ່ໄດ້ຮັບອະນຸຍາດຈາກລັດຖະບານກໍາປູເຈຍ, ລາວ ແລະມຽນມາ ຢ່າງຖືກຕ້ອງເທົ່ານັ້ນ ແະແຮງງານທີ່ເດີນທາງກັບນັ້ນຈະຕ້ອງອາໄສຢູ່ທີ່ພູມລໍາເນົາ 1 ເດືອນເປັນຢ່າງໜ້ອຍ ຈຶ່ງຈະມີສິດໄດ້ຮັບອະ ນຸຍາດໃຫ້ເຮັດວຽກໃນໄທໄດ້ອີກເທື່ອໃໝ່ ເພາະວ່າແຮງງານກຸ່ມນີ້ ໄດ້ສິ້ນສຸດໄລຍະຂອງການອະນຸຍາດໃຫ້ເຮັດວຽກໃນໄທນັບຕັ້ງແຕ່ເດືອນມັງກອນ ປີ 2023 ແລ້ວ, ດັ່ງທີ່ ທ່ານອະນຸຊາ ບູລະພະໄຊສີ ໂຄສົກລັດຖະບານໄທ ໄດ້ຖະແຫຼງຢືນຢັນວ່າ:

“ກຸ່ມຕ່າງດ້າວ 3 ສັນຊາດກໍຄື: ກໍາປູເຈຍ, ລາວ ແລະ ມຽນມາ ເຊິ່ງເຂົ້າມາເຮັດວຽກຕາມ MOU ເຊິ່ງກໍມີປະມານ 500,000 ຄົນ, ເຊິ່ງໃນຂໍ້ຕົກລົງຂອງ MOU ນີ້ກໍຄື ຄົນຕ່າງດ້າວໄດ້ຮັບອະນຸຍາດໃຫ້ເຮັດວຽກໄດ້ເປັນໄລຍະເວລາ 2 ປີ ແລ້ວກໍສາມາດຕໍ່ອາຍຸໄດ້ອີກ 2 ປີ ລວມເປັນ 4 ປີ, ແຕ່ເມື່ອຄົບກໍານົດແລ້ວ ຈະຕ້ອງເດີນທາງກັບໄປປະເທດຕົ້ນທາງ ແລ້ວຖ້າຫາກມີຈຸດປະສົງກັບມາເຮັດວຽກອີກ ກໍຕ້ອງລໍຖ້າ 30 ມື້ ແລ້ວຈຶ່ງຈະກັບເຂົ້າມາຕາມ MOU ໄດ້.”

ໂດຍກະຊວງແຮງງານໄທລາຍງານວ່າ ແຮງງານລາວໄດ້ຮັບອະນຸຍາດເຮັດວຽກຢ່າງຖືກຕ້ອງຕາມກົດໝາຍໃນໄທຈໍານວນທັງໝົດ 200,296 ຄົນໃນປັດຈຸບັນ ໝາຍຄວາມວ່າແຮງງານລາວ 2 ແສນກວ່າຄົນດັ່ງກ່າວ ຈະຕ້ອງເດີນທາງກັບຄືນມາລາວ ເມື່ອຄົບກໍານົດຂອງການຜ່ອນຜັນ ໃນວັນທີ 31 ກໍລະກົດ 2023 ຫາກແຕ່ວ່າ ນາຍຈ້າງໃນໄທຍັງຕ້ອງການແຮງງານເພີ້ມອີກຫຼາຍກວ່າ 8 ແສນຄົນໃນປີ 2023 ນີ້ ແລະລັດຖະບານໄທຈະອະນຸຍາດໃຫ້ນໍາເຂົ້າແຮງງານໂດຍຜ່ານບໍລິສັດຈັດຫາງານທີ່ລັດຖະບານລາວ, ກໍາປູເຈຍ ແລະມຽນມາ ໃຫ້ການຮັບຮອງເທົ່ານັ້ນ, ແຕ່ວ່າ ດ້ວຍຄ່າທໍານຽມທີ່ສູງກວ່າ 1,300 ໂດລາສໍາລັບແຮງງານແຕ່ລະຄົນທີ່ຕ້ອງການຈະໄປເຮັດວຽກໃນໄທນັ້ນ ເຄືອຄ່າຍເພື່ອຄຸ້ມຄອງແຮງງານອົບພະຍົບໃນອາຊຽນໄດ້ປະເມີນການວ່າ ຈະມີແຮງງານລັກລອບເຮັດວຽກໂດຍຜິດກົດໝາຍໃນໄທເພີ້ມຂຶ້ນອີກ ໃນນີ້ກໍລວມເຖິງແຮງງານລາວກວ່າ 2 ແສນຄົນທີ່ສິ້ນສຸດການໄດ້ຮັບອະນຸຍາດໃຫ້ເຮັດວຽກໃນໄທດັ່ງກ່າວ ກັບອີກ 64,000 ກວ່າຄົນ ທີ່ມີສະຖານະຫວ່າງງານຢູ່ລາວໃນປັດຈຸບັນນີ້.

ສ່ວນນັກທຸລະກິດໄທໃນລາວ ໄດ້ໃຫ້ທັດສະນະວ່າ ບັນຫາການຫວ່າງງານໃນລາວມີສາເຫດສໍາຄັນ ມາຈາກແຮງງານລາວເອງ ທີ່ບໍ່ສາມາດຕອບສະໜອງຄວາມຕ້ອງການຂອງບັນດາບໍລິສັດຕ່າງປະເທດທີ່ລົງທຶນໃນລາວໄດ້ຢ່າງພຽງພໍ ຈຶ່ງເຮັດໃຫ້ຕ້ອງນໍາເຂົ້າແຮງງານຈາກຕ່າງປະເທດເປັນຫຼັກ ດັ່ງຈະເຫັນໄດ້ຈາກການເພີ້ມຂຶ້ນຢ່າງໄວວາຂອງແຮງງານຈີນໃນລາວນັ້ນ ເຊິ່ງກໍຖືວ່າເປັນນະໂຍ ບາຍສໍາຄັນຂອງລັດຖະບານຈີນ ທີ່ມີເປົ້າໝາຍສົ່ງອອກແຮງງານ ໄປຕ່າງປະ ເທດເພີ້ມຂຶ້ນນັບມື້, ດັ່ງທີ່ນັກທຸລະກິດໄທ ຢືນຢັນວ່າ

“ຈີນຈະສົ່ງອອກຊັບພະຍາກອນມະນຸດຂອງເຂົານີ້ີ້ໄປຕ່າງປະເທດ ຈະເພື່ອການຄ້າຂາຍ, ໄປເຮັດທຸລະກິດຫຼືແມ່ນແຕ່ອອກໄປເຮັດວຽກໃນໂຄງການຕ່າງໆທີ່ລັດ ຖະບານຈີນອາດຈະອອກໄປອີກຢ່າງຫຼວງຫຼາຍ, ອັນນີ້ ກໍຄືການສົ່ງອອກແຮງງານຄຸນນະພາບທາງອ້ອມ ເພາະດຽວນີ້ ຈີນ ອອກໄປເຮັດເລື້ອງກໍ່ສ້າງ, ດ້ານ ວິສະວະກໍາສາດ, ດ້ານອື່ນໆອີກຫຼາຍທີ່ສຸດໃນຕະຫຼາດໂລກ, ແນ່ນອນ ຖ້າເຂົາກຽມຄົນຂອງເຂົາໄວ້ພຽງພໍ ຄົນເຫຼົ່ານີ້ມັນກໍຈະຖືກດຶງເຂົ້າສູ່ລະບົບ.”

ທາງດ້ານສະຫະພັນກໍາມະບານລາວລາຍງານວ່າ ໃນປັດຈຸບັນມີແຮງງານລາວທີ່ຢູ່ໃນພາກການຜະລິດຕ່າງໆຈໍານວນກວ່າ 2.4 ລ້ານຄົນ ແລະໃນຕົ້ນປີ 2023 ນີ້ມີແຮງງານລາວ 38,000 ກວ່າຄົນທີ່ເດີນທາງໄປເຮັດວຽກຢ່າງຖືກຕ້ອງຕາມກົດໝາຍໃນຕ່າງປະເທດ ແລະໄທກໍເປັນປະເທດທີ່ແຮງງານລາວເດີນທາງໄປເຮັດວຽກຫຼາຍທີ່ສຸດ ແລະຍັງຈະພາກັນເດີນທາງໄປເພີ້ມຂຶ້ນນັບມື້ ເພາະຄ່າຈ້າງແຮງງານໃນໄທສູງກວ່າຢູ່ໃນລາວເກີນກວ່າ 4 ເທົ່າ ໃນຂະນະທີ່ການປັບຂຶ້ນຄ່າຈ້າງຂັ້ນຕໍ່າໃນລາວໃຫ້ສອກຄ່ອງກັບຄ່າຄອງຊີບໂຕຈິງນັ້ນ ຄະນະກໍາມະການຄ່າຈ້າງແຮງງານ 3 ຝ່າຍ ຈະພິຈາລະນາໃນທ້າຍປີ 2023 ນີ້.

XS
SM
MD
LG