ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທຸລະກິດຊາວອາເມຣິກັນ ເຊື້ອສາຍລາວ ໃນ ມ. ມີວວອກກີ, ລັດວິສຄອນຊິນ ໄດ້ຮັບຜົນກະທົບຈາກ ການລະບາດຂອງ ໄວຣັສໂຄໂຣນາ


ທ.ນ. ບົວວັນ ຊາວກີ ກໍາລັງຈັດເຄື່ອງຂາຍຢູ່ໃນຮ້ານຂາຍສິຄ້າຍ່ອຍ Asian International Market ທີ່ທ່ານລົງທຶນຮ່ວມກັບເອື້ອຍຂອງທ່ານນາງ ແລະຂາຍສິນຄ້າທີ່ນໍາເຂົ້າມາຈາກໄທ ເປັນຕົ້ນຕໍ
ທ.ນ. ບົວວັນ ຊາວກີ ກໍາລັງຈັດເຄື່ອງຂາຍຢູ່ໃນຮ້ານຂາຍສິຄ້າຍ່ອຍ Asian International Market ທີ່ທ່ານລົງທຶນຮ່ວມກັບເອື້ອຍຂອງທ່ານນາງ ແລະຂາຍສິນຄ້າທີ່ນໍາເຂົ້າມາຈາກໄທ ເປັນຕົ້ນຕໍ

ການປິດເມືອງຕ່າງໆ ຢູ່ລັດວິສຄອນຊິນ ຊຶ່ງເປັນລັດນຶ່ງໃນສະຫະລັດທີ່ມີຄົນຕິດເຊື້ອໄວ
ຣັສໂຄໂຣນາ ນັບມື້ນັບເພີ້ມຂຶ້ນນັ້ນ ໄດ້ສົ່ງຜົນກະທົບຕໍ່ທຸລະກິດຂະໜາດນ້ອຍ ລວມທັງ
ທຸລະກິດທີ່ເປັນຂອງຊາວອາເມຣິກັນເຊື້ອສາຍລາວ ຢູ່ໃນເມືອງມີວວອກກີນັ້ນຢ່າງໜັກ
ໜ່ວງ ໂດຍສະເພາະ ແມ່ນທຸລະກິດຂອງຮ້ານອາຫານ. ດ້ວຍເຫດໃດຈຶ່ງເປັນເຊັ່ນນັ້ນຂໍ
ເຊີນທ່ານໄປຟັງລາຍລະອຽດຈາກບົວສະຫວັນໄດ້ ໃນອັນດັບຕໍ່ໄປ.

ມາຮອດວັນທີ 12 ເມສາຜ່ານມາ, ການລະບາດຂອງເຊື້ອໄວຣັສໂຄໂຣນາທີ່ເລີ້ມຕົ້ນເກີດ
ຂຶ້ນຢູ່ໃນລັດວິສຄອນຊິນໃນຕົ້ນເດືອນກຸມຜ່ານມານັ້ນ ໄດ້ພາໃຫ້ມີຄົນປ່ວຍຍ້ອນເຊື້ອໄວ
ຣັສໂຄໂຣນາດັ່ງກ່າວຫລາຍກວ່າ 3,340 ຄົນ ແລະເສຍຊີວິດໄປຫລາຍກວ່າ 140 ຄົນ
ແລ້ວຢູ່ໃນລັດຊຶ່ງຕັ້ງຢູ່ທາງພາກຕາເວັນຕົກຕອນກາງຂອງປະເທດແຫ່ງນັ້ນ, ອີງຕາມການ
ລາຍງານຂອງສູນກາງຄວບຄຸມແລະ ປ້ອງກັນພະຍາດຂອງສະຫະລັດ. ເພື່ອຫລຸດຜ່ອນ
ການແຜ່ລະບາດລົງນັ້ນ ໃນຕົ້ນເດືອນມີນາຜ່ານມາ ທາງລັດວິດຄອນຊິນ ກໍຄືຫລາຍໆ
ລັດປະກາດປິດເມືອງຕ່າງໆລົງ ຊຶ່ງກໍຄືໃຫ້ປິດຮ້ານຂາຍສິນຄ້າຕ່າງໆ ເຊັ່ນເສື້ອຜ້າແລະ
ເຄື່ອງໃຊ້ສອຍທີ່ບໍ່ຈໍາເປັນທີ່ສຸດຢູ່ຕາມຫ້າງສັບພະສິນຄ້າຕ່າງໆໄວ້. ສ່ວນຮ້ານອາຫານ
ກໍໃຫ້ເປີດພຽງແຕ່ສໍາລັບການສັ່ງຊື້ ເພື່ອຊື້ໄປກິນຢູ່ເຮືອນເທົ່ານັ້ນ.

ລູກຄ້າຈໍານວນນຶ່ງຂອງຮ້ານ Vientiane Noodle ໃນເມືອງມີວວອກກີ, ລັດວິດຄອນຊິນ
ລູກຄ້າຈໍານວນນຶ່ງຂອງຮ້ານ Vientiane Noodle ໃນເມືອງມີວວອກກີ, ລັດວິດຄອນຊິນ

ສະພາບການດັ່ງກ່າວລ້ວນແຕ່ໄດ້ສົ່ງຜົນກະທົບຕໍ່ທຸລະກິດຂະໜາດນ້ອຍຫຼາຍປະເພດ
ລວມທັງຮ້ານອາຫານຕະຫລອດທັງຮ້ານຂາຍສິນຄ້າ ແລະພືດຜັກຂະໜາດນ້ອຍຂອງ
ຊາວອາເມຣິກັນເຊື້ອສາຍລາວຢູ່ໃນເມືອງມີວວອກກີ. ແຕ່ວ່າຜົນກະທົບຂອງມັນຕໍ່ທຸລະ
ກິດທີ່ແຕກຕ່າງກັນ ແມ່ນຢູ່ໃນລະດັບ ທີ່ແຕກຕ່າງກັນ. ສໍາລັບຮ້ານຂາຍສິນຄ້າທົ່ວໄປ
ຂອງຄົນເຊື້ອສາຍລາວໃນເມືອງດັ່ງກ່າວມີຢູ່ສອງຮ້ານ ຊຶ່ງໄດ້ນໍາເອົາສິນຄ້າມາຈາກໄທ
ແລະປະເທດອື່ນໆ ເຊັ່ນເຂົ້າໜຽວ, ເຂົ້າຈ້າວ ແລະຜະລິດຕະພັນເຂົ້າປະເພດຕ່າງໆ ຕະ
ຫລອດທັງ ອາຫານແຫ້ງແລະອາຫານກະປ໋ອງຫລາຍປະເພດທີ່ຄົນລາວ, ຄົນໄທ ແລະ
ຄົນເຊື້ອຊາດເອເຊຍອື່ນໆ ນິຍົມກິນນັ້ນມາຂາຍນັ້ນ ແມ່ນໄດ້ຮັບຜົນກະທົບຈາກວິກິດ
ການນີ້ ຢູ່ໃນລະດັບໃດນຶ່ງ ດັ່ງການໃຫ້ສໍາພາດຂອງທ່ານນາງບົວວັນ ຊາວກີ
(Bouavanh Schuelke), ຜູ້ມີຫຸ້ນສ່ວນເປັນເຈົ້າຂອງຮ້ານຮ່ວມຂອງຕະຫລາດເອເຊຍ
ສາກົນ ຫລື Asian International Market ວ່າ:

ແຕ່ທ່ານນາງກໍເວົ້າວ່າ ທຸລະກິດກໍຍັງສາມາດດໍາເນີນໄປໄດ້ ທັງນີ້ກໍຍ້ອນວ່າ ລູກຄ້າຂອງ
ຮ້ານດັ່ງກ່າວ ແມ່ນມີຫລາຍຊົນຊາດຊົນເຜົ່າທີ່ມາຈາກປະເທດເພື່ອນບ້ານຂອງລາວດັ່ງ
ທ່ານນາງບົວວັນໄດ້ກ່າວ ຕໍ່ວີໂອເອວ່າ:

ພ້ອມກັນນັ້ນທາງຮ້ານດັ່ງກ່າວ ກໍສາມາດປະຕິບັດຕາມຄໍາສັ່ງຂອງທາງການໄດ້ໂດຍທີ່ອະ
ນຸຍາດໃຫ້ຄົນເຂົ້າຫລືມີຄົນຢູ່ໃນຮ້ານໄດ້ສູງສຸດບໍ່ເກີນ 10 ຄົນ ຍົກເວັ້ນວັນສຸກ ແລະວັນ
ເສົາເທົ່ານັ້ນທີ່ອະຍຸຍາດໃຫ້ເຂົ້າໄດ້ຫລາຍເຖິງ 15 ຄົນຕໍ່ຄັ້ງ ແລະພະຍາຍາມຮັກສາໄລຍະ
ຫ່າງກັນກໍຄືບໍ່ຢູ່ໃກ້ກັນເກີນ 6 ຟຸດ ຫລື 2 ແມັດ ເພາະປາກົດວ່າລູກຄ້າທຸກຄົນກໍເຂົ້າໃຈ
ເຖິງລະບຽບການນີ້ດີ, ອີງຕາມການບອກເລົ່າຂອງທ່ານນາງບົວວັນ.

ເຈົ້າຂອງຮ້ານ ແລະພະນັກງານຂາຍຂອງຮ້ານ Vientiane Noodle
ເຈົ້າຂອງຮ້ານ ແລະພະນັກງານຂາຍຂອງຮ້ານ Vientiane Noodle

ແຕ່ວ່າ ກິດຈະການທີ່ໄດ້ຮັບການກະທົບໜັກທີ່ສຸດກໍຄື ຮ້ານອາຫານເກືອບໝົດທຸກຮ້ານ,
ອີງຕາມການສັງເກດການຂອງທ່ານນາງບົວວັນ ຜູ້ທີ່ໄດ້ໃຫ້ການຊ່ວຍເຫລືອແກ່ເຈົ້າ
ຂອງຮ້ານເຝີວຽງຈັນ ຫລື Vientiane Noodle ທີ່ຂາຍເຝີແລະ ເຂົ້າປຽກ ແລະຕັ້ງຢູ່ໃກ້ໆ
ກັບຮ້ານຂາຍສິນຄ້າຍ່ອຍຂອງຜູ້ກ່ຽວນັ້ນ. ທ່ານນາງບອກວ່າລາຍໄດ້ຂອງຮ້ານດັ່ງກ່າວ
ຕົກລົງຢ່າງຫລວງຫລາຍຈົນວ່າເຈົ້າຂອງ ຮ້ານທີ່ເປັນຜູ້ເຖົ້າອາຍຸແກ່ 70 ກວ່າປີ ທັງສອງ
ຜົວເມຍ ຕ້ອງໄດ້ຫລຸດພະນັກງານເສີບລົງເກືອບວ່າບໍ່ຍັງເຫລືອຈັກຄົນເລີຍ ແລະກໍພະ
ຍາຍາມເຮັດອາຫານຂາຍເອົາເອງ. ທ່ານນາງບົວວັນ ເລົ່າສູ່ຟັງດັ່ງນີ້:

ເພື່ອຢາກໃຫ້ທຸລະກິດຢູ່ລອດ ນາງບົວວັນ ທີ່ເຄີຍໄດ້ຊ່ວຍເຫລືອເຈົ້າຂອງຮ້ານເຝີວຽງຈັນ
ໃນດ້ານຕ່າງໆຢູ່ແລ້ວນັ້ນ ກໍໄດ້ຍື່ນມືເຂົ້າໄປຊ່ວຍເຫລືອແກ່ພວກເພິ່ນໃນດ້ານການຂຽນ
ຄໍາຮ້ອງຂໍເງິນຊ່ວຍເຫລືອບັນເທົາທຸກຈາກຜົນກະທົບຂອງວິກິດການນີ້ຈໍານວນ 10 ພັນ
ໂດລາຈາກລັດຖະບານກາງອີກດ້ວຍ. ທັງນີ້ກໍເພາະວ່າໃນທ້າຍເດືອນມີນາຜ່ານມາທາງ
ລັດຖະບານຂອງສະຫະລັດ ໄດ້ມີນະໂຍບາຍໃຫ້ເງິນກະຕຸ້ນເສດຖະກິດຊຶ່ງເປັນເງິນຈໍາ
ນວນ 2 ພັນກວ່າຕື້ໂດລາ, ໃນນັ້ນແມ່ນລວມມີເງິນສະໜັບສະໜຸນທຸລະກິດຂະໜາດນ້ອຍ
ໃນລະດັບຕ່າງໆ ອີກດ້ວຍ. ທ່ານນາງບົວວັນເລົ່າລາຍລະອຽດສູ່ວີໂອເອຟັງໃນວັນສຸກ
ຜ່ານ ມາດັ່ງນີ້:

ສະຫລຸບແລ້ວ ການລະບາດລະດັບໂລກລ້ວນແຕ່ໄດ້ສົ່ງຜົນກະທົບແກ່ທຸລະກິດຂະໜາດ
ນ້ອຍຂອງຊາວອາເມຣິກັນເຊື້ອສາຍລາວ ທີ່ຂາຍອາຫານຊຶ່ງເປັນສິນຄ້າຈໍາເປັນໃນຊີວິດ
ປະຈໍາວັນ ຢູ່ໃນເມືອງມີວອກກີ, ໃນລັດວິສຄອນຊິນ. ແຕ່ວ່າ ຮ້ານຄ້າຂາຍເຄື່ອງຍ່ອຍ
ທົ່ວໄປ ແລະຂາຍອາຫານປະເພດທີ່ໃຫ້ຄົນຊື້ໄປປຸງແຕ່ງອາຫານເອງນັ້ນ ແມ່ນໄດ້ຮັບ
ຜົນກະທົບໜ້ອຍກວ່າຮ້ານອາຫານ. ທັງນີ້ ກໍເພາະວ່າຮ້ານຂາຍເຄື່ອງຍ່ອຍທີ່ທາງການ
ກໍນົດຈໍານວນຄົນອີງຕາມເນື້ອທີ່ຮ້ານນັ້ນ ແມ່ນເຮັດໃຫ້ຈໍານວນຄົນທີ່ເຂົ້າໄປໃນຮ້ານດັ່ງ
ກ່າວໄດ້ຄັ້ງລະບໍ່ເກີນ 10 ຄົນ ເພື່ອຫລຸດຄວາມສ່ຽງຕໍ່ການຕິດເຊື້ອໄວຣັສໂຄໂຣນາ ຊຶ່ງ
ການເຮັດເຊັ່ນນັ້ນ ໂດຍລວມແລ້ວກໍຍັງເຮັດໃຫ້ມີລູກຄ້າເຂົ້າໄປຊື້ສິນຄ້າໃນຮ້ານດັ່ງກ່າວ
ໄດ້ຕາມປົກກະຕິກວ່າຮ້ານອາຫານ.

XS
SM
MD
LG