ທ່ານນິຍົມສຸກ ຍອຍສາຍຄຳ ເກີດຢູ່ບ້ານຄັງໄຂ, ເມືອງແປກ, ແຂວງຊຽງຂວາງ ມີອ້າຍເອື້ອຍນ້ອງນຳກັນທັງໝົດ 9 ຄົນ ຊຶ່ງທ່ານເປັນລູກຫລ້າ. ພໍ່ຂອງທ່ານໃນສະໄໝພະລາດຊະອານາຈັກລາວ ເປັນຫົວໜ້າພະແນກໂຍທາ ແຂວງຊຽຂວາງ ແລະຕໍ່ມາກໍໄດ້ອົບພະຍົບໄປຢູ່ເມືອງສຸ້ຍ ແລະເປັນເຈົ້າໜ້າທີ່ເມືອງດັ່ງກ່າວ. ສ່ວນທ່ານເອງໄດ້ຍົກຍົກມາຢູ່ນຳເອື້ອຍ ແລະພີ່ນ້ອງຢູ່ນະຄອນຫລວງວຽງຈັນຕັ້ງແຕ່ຕອນເຍົາໄວ ແລະໃນຕອນທີ່ທ່ານເປັນນັກຮຽນໂຮງຮຽນອຸດົມນັ້ນ ທ່ານ ພ້ອມກັບອ້າຍຜູ້ນຶ່ງອົບພະຍົບໄປຢູ່ສູນໜອງຄາຍ. ຈາກນັ້ນປະມານ 6 ເດືອນທ່ານ ແລະອ້າຍ ກໍໄດ້ເຂົ້າມາຕັ້ງຖິ່ນຖານ ຢູ່ໃນນະຄອນຮຸສຕັນ, ລັດເທັກຊັສ, ທາງພາກໃຕ້ຂອງສະຫະລັດພາຍໃຕ້ການອຸປະຖຳຂອງເອື້ອຍກົກຂອງທ່ານທີ່ມາຕັ້ງຖິ່ນຖານຢູ່ໃນເມືອງດັ່ງກ່າວກ່ອນແລ້ວ. ຫລັງຈາກນັ້ນ ກໍມີອ້າຍ ແລະເອື້ອຍອີກ 6 ຄົນຕາມມາ ຊຶ່ງທ່ານເລົ່າສູ່ຟັງດັ່ງນີ້:
ຕອນມາຮອດອາເມຣິກາໃໝ່ໃນປີ 1980 ນັ້ນ ທ່ານມີອາຍຸໄດ້ 18 ປີ. ເນື່ອງຈາກວ່າທ່ານອາໄສຢູ່ກັບຄອບຄົວຂອງເອື້ອຍທີ່ເປັນຄອບຄົວໃຫຍ່ ແຕ່ມີລາຍໄດ້ບໍ່ສູງ ທ່ານຕ້ອງໄດ້ສູ້ຊົນຊີວິດໂດຍທັງໄປຮຽນແລະເຮັດວຽກໄປພ້ອມ ດັ່ງທີ່ທ່ານເລົ່າສູ່ຟັງວ່າ:
ຫລັງຈາກນັ້ນທ່ານກໍຮຽນຕໍ່ໂຮງຮຽນວີຊາຊີບດ້ານກົນຈັກ ແລະກໍເປັນຊ່າງສ້ອມແປງລົດໃຫຍ່ ແລະປະກອບອາຊີບຢູ່ຮ້ານແປງລົດ ຂອງບໍລິສັດໂຕໂຢຕາ ໃນນະຄອນຮຸສຕັນ. ຕໍ່ມາກໍໄດ້ຮຽນການສ້ອມແປງລົດກົນຈັກໜັກ ແລະເຮັດວຽກໃນຂະແໜງສ້ອມແປງລົດບັນທຸກຕ່າງໆ.
ທ່ານໄດ້ແຕ່ງງານກັບຍານາງກົງສີ ໃນປີ 1988. ຫລັງຈາກນັ້ນ ໃນປີ 1990 ທ່ານກໍໄດ້ຍົກຍ້າຍໄປຕັ້ງຖິ່ນຖານຢູ່ໃນເມືອງມີລວອກກີເພື່ອຊ່ວຍເຫລືອ ຄ້ຳຈູນຄອບຄົວຂອງພັນລະຍາ ທີ່ມີພໍ່ລົ້ມປ່ວຍຢູ່ໃນເວລານັ້ນ. ຢູ່ໃນເມືອງນີ້ ທ່ານກໍໄດ້ສູ້ຊົນ ເຮັດວຽກເຮັດການ ຊຶ່ງຕອນທຳອິດກໍເຮັດການໃຫ້ແກ່ບໍລິສັດ, ຕໍ່ມາໃນປີ 2000 ທ່ານກໍໄດ້ເຮັດວຽກຮັບເໝົາປູພື້ນປັກເກ ໃຫ້ແກ່ບ້ານເຮືອນຕ່າງໆ. ຈາກນັ້ນໃນປີ 2005 ທ່ານກໍໄດ້ຕັ້ງບໍລິສັດຊື່ວ່າ Ban Lao Home Improvement LLC ຊຶ່ງນຳລາຍໄດ້ສູງມາໃຫ້ທ່ານນັບແຕ່ປີ 2008 ຈົນມາຮອດປັດຈຸບັນນີ້ ດັ່ງທີ່ທ່ານເລົ່າສູ່ຟັງວ່າ:
ເມື່ອຖາມເຖິງປະຊາຄົມທີ່ມີເຊື້ອສາຍມາຈາກລາວນັ້ນ ທ່ານຕອບວ່າ:
ເມືອງມີລວອກກີ ເປັນເມືອງໃຫຍ່ທີ່ສຸດ ແລະເປັນເມືອງແຫ່ງອຸດສາຫະກໍາຂອງ ລັດວິສຄອນຊິນທີ່ຕັ້ງຢູ່ໃນເຂດຕາເວັນຕົກຕອນກາງຂອງສະຫະລັດນີ້, ເມືອງນີ້ ເປັນບ່ອນຜະລິດລົດຈັກໃຫຍ່ Harley Davidson ຊຶ່ງເປັນລົດຈັກທີ່ມີ ເອກະ ລັກພິເສດຂອງຄົນອາເມຣິກັນ ແລະມີຊື່ສຽງໂດ່ງດັງຢູ່ໃນທົ່ວໂລກ. ນອກຈາກນັ້ນ ກໍມີໂຮງງານຜະລິດເບຍມີລເລີ (Miller) ແລະເບຍອື່ນໆ ທີ່ມີຊື່ ສຽງຂອງອາເມຣິກາ. ສະນັ້ນ ຜູ້ຄົນຢູ່ໃນລັດນີ້ສ່ວນໃຫຍ່ກໍເຮັດວຽກເຮັດ ການຢູ່ ໃນໂຮງງານທີ່ຜະລິດສິ້ນສ່ວນຕ່າງໆ ເຊັ່ນໂຮງງານຫຍິບເບາະລົດ, ໂຮງງານ ຫລໍ່ ຫລື ຕັດແທ່ງເຫລັກເພື່ອສະໜອງໃຫ້ແກ່ໂຮງງານ ຜະລິດລົດຈັກ Harley Davidson ແລະເຄື່ອງບັນຈຸເບຍໃຫ້ແກ່ໂຮງານເບຍ ແລະໂຮງງານຜະລິດເຄື່ອງໃຊ້ສອຍ ແລະອຸປະກອນທີ່ເປັນປລາສຕິກ ດັ່ງທີ່ທ່ານນິຍົມສຸກເລົ່າສູ່ຟັງວ່າ:
ໃນເມືອງມີລວອກກີນີ້ ມີຄົນລາວຫລາຍພັນຄົນ ຫລື 100 ກວ່າຄອບຄົວ ແລະກໍມີຄົນລາວ-ອາເມຣິກັນເຊື້ອສາຍມົ້ງຫລາຍ.
ນອກຈາກເຮັດວຽກໃນໂຮງງານຜະລິດອຸດສາຫະກໍາຕ່າງໆແລ້ວ ຄົນລາວຈໍາ ນວນນຶ່ງ ກໍມີເປັນນາຍຄູສອນໃນໂຮງຮຽນປະຖົມ ແລະມັດທະຍົມປາຍ ຫລື High Schools, ມີບາງຄົນກໍເປັນອໍານວຍການໂຮງຮຽນຫລວງ ເຊັ່ນທ່ານ ເຈັມສ໌ ໄຊຍະວົງ, ອໍານວຍການວິທະຍາຄານພາສາຈີນ ໃນລະບົບໂຮງຮຽນ ຫລວງຂອງລັດວິສຄອນຊິນ. ສ່ວນອີກຈໍານວນຶ່ງກໍເຮັດວຽກ ໃນຂະແໜງການ ແພດ ເຊັ່ນທ່ານໝໍ, ເປັນນາງພະຍາບານ, ມີບາງຄົນກໍເປັນ ທີ່ປຶກສາຂອງນັກ ສຶກສາເຊື້ອສາຍເອເຊຍຕາເວັນອອກສຽງໃຕ້ ແລະຈຳນວນນຶ່ງກໍເປັນອາຈານ ສອນຢູ່ໃນມະຫາວິທະຍາໄລລັດວິສຄອນຊິນ ເມືອງມີລວອກກີ ຊຶ່ງເປັນມະຫາວິ ທະຍາໄລໃຫຍ່ທີ່ສຸດໃນເມືອງດັ່ງກ່າວ. ຍັງມີຄົນລາວຈໍານວນ ບໍ່ໜ້ອຍທີ່ເປັນ ເຈົ້າຂອງທຸລະກິດຮ້ານຂາຍເຄື່ອງເອເຊຍ, ຮ້ານຂາຍສິ້ນ ແລະຜ້າໄໝລາວ, ຮ້ານອາຫານລາວ ຕະຫລອດຮອດຮ້ານຂາຍຄໍາກໍມີ.
ເມື່ອຖາມເຖິງວັດລາວນັ້ນທ່ານນິຍົມສຸກບອກວ່າ ມີຢູ່ສາມວັດ ແລະກໍມີຄົນລາວ ຈໍານວນນຶ່ງແມ່ນນັບຖືສາສະໜາກາໂຕລິກ ແລະຄຣິສຕຽນນິກາຍອື່ນ ສະນັ້ນ ໃນເມືອງນີ້ ກໍມີໂບດກາໂຕລິກໃຫຍ່ ສໍາລັບຄົນລາວ ແລະເຊື້ອສາຍເອເຊຍຕາ ເວັນອອກສຽງໃຕ້ແຫ່ງນຶ່ງ ທີ່ບໍລິຫານໂດຍຄຸນແມ່ອາລີສ ຊຶ່ງມາຈາກ ເມືອງ ທ່າແຂກ ຊຶ່ງທ່ານບອກວ່າ ໄດ້ໃຫ້ຄວາມຊ່ວຍເຫລືອແກ່ຄົນລາວ ຫລາຍໃນ ການມາຕັ້ງຖິ່ນຖານໃໝ່ໃນເມືອງນີ້ ເຊັ່ນຊ່ວຍໃນການຊອກວຽກເຮັດງານທໍາ ຕະຫລອດ ຮອດການປະກອບເອກະສານຕ່າງໆໃຫ້ຖືກຕ້ອງ ເພື່ອຈະດໍາລົງ ຊີວິດຢູ່ໃນສະຫະລັດແບບຖາວອນໄດ້.
ເມື່ອຖາມເຖິງຈຸດທ່ອງທ່ຽວທີ່ເດັ່ນຂອງເມືອງນີ້ທ່ານນິຍົມສຸກເວົ້າວ່າ ມີຫລາຍ ແຫ່ງ. ສຳລັບບ່ອນທີ່ເປັນສັນຍາລັກຂອງເມືອງມີລວອກກີທີ່ສຸດກໍຄື ສວນພຶກສາຊາດ ທີ່ມີພືດມາຈາກທຸກຂົງເຂດຂອງໂລກຫລື ໂດມທີ່ມີສາມຕຶກ ແລະໂຮງ ງານເບຍມີລເລີ ທີ່ໃຫ້ຄົນໄປທ່ຽວຊົມໂຮງງານ ແລະຊີມເບຍຟຣີ.
ນອກນັ້ນແລ້ວ ເມືອງມີລວອກກີທີ່ຕັ້ງຢູ່ແຄມຫາດຊາຍອັນສວຍງາມຂອງ ທະເລ ສາບມິຊິແກນ ຫລື Lake Michigan ອັນກວ້າງໃຫຍ່ ຢູ່ເຂດຕາເວັນອອກຂອງ ເມືອງ ແລະຕັ້ງຢູ່ລຽບສອງຟາກຂ້າງ ຂອງແມ່ນໍ້າມີລວອກກີນັ້ນ ຍັງມີຈຸດທ່ອງທ່ຽວ ແລະງານບຸນທີ່ໜ້າສົນໃຈດຶງດູດໃຫ້ແຂກຄົນໄປເບິ່ງໄປຊົມຢູ່ອີກ ຫລາຍແຫ່ງ ໂດຍສະເພາະແມ່ນໃນລະດູຮ້ອນ ຢູ່ເຂດແຄມທະເລສາບດັ່ງກ່າວ ຊຶ່ງນອກຈາກ ຈະເປັນບ່ອນໃຫ້ຄົນໄປຫລິ້ນຫາດຊາຍ ແລະຍ່າງທ່ຽວຊົມທີວ ທັດແຄມແມ່ນໍ້າໃຫຍ່ແລ້ວ ກໍຍັງເປັນບ່ອນຈັດງານບຸນປະຈໍາປີຂອງລັດ ທີ່ມີຊື່ ສຽງເຊັ່ນ State Fair ຊຶ່ງມີຈຸດເດັ່ນກໍຄື Summerfest, ຫລື ບຸນລະດູຮ້ອນ ຊຶ່ງກ່ອນການລະບາດຂອງ ໂຄວິດ-19 ນັ້ນ ກໍຈະມີການຈັດງານຄອນເສີດໃຫຍ່ ລະດັບຊາດຂອງອາເມຣິກັນ ແລະເປັນເອກະລັກຂອງລັດວິສຄອນຊິນທີ່ມີນັກ ຮ້ອງ, ນັກດົນຕີປະມານ 100 ຄົນສະແດງຢູ່ເທິງ 12 ເວທີແຕ່ ບ່າຍຈົນຮອດທ່ຽງຄືນເປັນເວລາ 11 ວັນ ນັບແຕ່ທ້າຍເດືອນ ມິຖຸນາຫາຕົ້ນເດືອນກໍລະກົດ ກໍຄືຢູ່ໃນໄລຍະນີ້ເອງທີ່ ລວມທັງການສະຫລອງວັນ ເອກະລາດຂອງອາເມຣິກາ ອີກດ້ວຍ.
ສ່ວນການສະຫລອງບຸນໃຫຍ່ແບບພື້ນເມືອງປະຈໍາປີສໍາລັບຊາວລາວ, ຊາວມົ້ງ ແລະເຊື້ອສາຍເອເຊຍອື່ນໆ ກໍຄື ງານບຸນລະດູ Silver Spring Festival ທີ່ ຈັດຢູ່ໃນຟາກຕາເວັນຕົກຂອງແມ່ນໍ້າມີລວອກກີ ທີ່ໄຫລຜ່ານໃຈກາງເມືອງ ນັ້ນ.
ສະຫລຸບແລ້ວການມາຕັ້ງຖິ່ນຖານຂອງທ່ານນິຍົມສຸກ ຍອຍສາຍຄຳ ໃນສະຫະລັດໃນ 40 ປີກວ່າມານີ້ ແມ່ນປະສົບຜົນສຳເລັດດັ່ງໃຈຫວັງເພາະທີ່ມີທຸລະກິດ ເປັນຂອງສ່ວນຕົວທີ່ສ້າງລາຍໄດ້ດີ ແລະມີຄອບຄົວອັນອົບອຸ່ນ ຊຶ່ງລູກຊາຍທັງສອງຄົນຂອງທ່ານກໍມີອາຊີບວຽກງານດີ.
ທີ່ທ່ານໄດ້ຟັງຜ່ານໄປນັ້ນ ຄືເລື້ອງລາວການມາຕັ້ງຖິ່ນຖານ ຂອງທ່ານນິຍົມສຸກ ຍອຍສາຍຄຳ ໃນເມືອງມີລວອກກີ, ພາກຕາເວັນຕອນກາງຂອງສະຫະ. ຂໍເຊີນທ່ານມາພົບກັບລາຍການຊຸມຊົນຊາວລາວໃນທະວີອາເມຣິກາໄດ້ອີກ ໃນອາທິດ ໜ້າເວລາດຽວກັນນີ້.
ວີດິໂອກ່ຽວກັບເລື້ອງ