ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ວີໂອເອ ລາວ ສຳພາດ ທ່ານ ທະຣາທິບ ສຸລິສັກ ໃນລາຍ​ການຊຸມຊົນລາວ ໃນທະວີບອາເມຣິກາອາເມຣິກາ


ທ່ານ ທະຣາທິບ ສຸລະສັກ, ຄົນ ອາເມິກັນ ເຊື້ອສາຍ ລາວ ທີ່ອາໄສຢູ່ເມືອງ ບູເອນາ ລັດຄາລິຟໍເນຍ.
ທ່ານ ທະຣາທິບ ສຸລະສັກ, ຄົນ ອາເມິກັນ ເຊື້ອສາຍ ລາວ ທີ່ອາໄສຢູ່ເມືອງ ບູເອນາ ລັດຄາລິຟໍເນຍ.

ລາຍ​ການຊຸມຊົນລາວ ໃນທະວີບອາເມຣິກາ ຂອງວີ​ໂອ​ເອພາກພາສາລາວ ສຳລັບແລງວັນອາທິດມື້ນີ້ ພວກເຮົາ​ຈະ​ນຳສະເໜີການສຳພາດກັບທ່ານທະຣາທິບ ສຸລິສັກ, ຈາກເມືອງ ບູເອນາ ພາກ, ລັດຄາລິຟໍເນຍ. ເຊີນທ່ານຟັງ ການສຳພາດ ກັບ ພຸດທະສອນ ໄດ້ໃນອັນດັບຕໍ່ໄປ.


ຕື່ນນອນຍາມເຊົ້າ, ທ່ານ ທະຣາທິບ ມັກຈະອອກໄປຍ່າງ ແລະ ນັ່ງສະມາທິເພື່ອຮວບຮວມຈິດໃຈ ແລະ ສະຫງົບສະຕິອາລົມປະມານ 40 ຫາ 50 ນາທີ ຕໍ່ມື້. ການນັ່ງສະມາທິສາມາດໃຊ້ເພື່ອຂະ ຫຍາຍການລະວັງຕົວ ແລະ ສິ່ງທີ່ຢູ່ອ້ອມຂ້າງ. ຫຼາຍຄົນຄິດວ່າມັນແມ່ນວິທີການເພື່ອຫຼຸດຜ່ອນຄວາມຕຶງຄຽດ ແລະ ເສີມສ້າງຄວາມຕັ້ງໃຈ.

ທ່ານ ທິບ ກ່າວວ່າ: ນັ່ງສະມາທິເຮັດມາແທ້ໆນີ້ປະມານ One and half years, ປີປາຍ.

ພຸດທະສອນ: ຮູ້ສຶກແຕກຕ່າງກັນຫຼາຍບໍ່ ຕອນນັ່ງແລ້ວ ກັບ ກ່ອນນັ່ງ?

ທ່ານ ທິບ ກ່າວວ່າ: Oh yeah, Oh yeah, ແຕກຕ່າງຫຼາຍເພາະເຮົານັ່ງສະມາທິລະເຮົາຈະຮູ້ສຶກວ່າ, ຄວາມທີ່ນັ່ງສະມາທິແມ່ນຄວາມ Happiness (ຄວາມສຸກ) ມັນກະຈະບໍ່ໄດ້ Happy ແບບໄປມ່ວນໄປທ່ຽວ ແຕ່ວ່າ Happy ແບບບໍ່ຕ້ອງການຫຍັງ, ແບບສະບາຍໃຈ, You know? ລະພໍເຮົາມີຄວາມສະບາຍໃຈລະເຮົາກະບໍ່ຄ່ອຍສົນໃຫ້ແນວອື່ນມາກະທົບໃຈ ເພື່ອທີ່ຈະໃຫ້ເຮົາອອກຈາກອາລົມ. ເພາະເຮົາຮູ້ວ່າອາລົມທີ່ສະບາຍໃຈນີ້ it’s much happier, it’s much genuine. ຕອນກ່ອນ ຄົນແຊງເຂົ້າມາຕັດລົດເຮົາ ເວລາຢູ່ໃນ Traffic ເຮົາກະຈະແບບອາລົມເສຍດ່າໄປນຳເຂົາ ເຈົ້າ or something. ແຕ່ວ່າພໍມານັ່ງສະມາທິລະເຮົາກະບໍ່ໄປເສຍເວລາເສຍອາລົມນຳຄົນທີ່ວ່າ not a big deal, you know. ຖ້າເຮົາມີສະມາທິເຮົາກະຈະຮູ້ສຶກວ່າເຮົາບໍ່ໃຫ້ແນວອື່ນມາກວນ ເຮົາດີກວ່າ.”

ທ່ານ ທະຣາທິບ ນັ່ງສະມາທິ.
ທ່ານ ທະຣາທິບ ນັ່ງສະມາທິ.

ທ່ານ ທະຣາທິບ ເກີດຢູ່ ສະຫະລັດ, ທີ່ເມືອງ ແຟແຟັກສ໌ ລັດ ເວີຈິເນຍ, ເມື່ອໃຫຍ່ຂຶ້ນມາລາວກໍໄດ້ຍ້າຍໄປລັດຄາລິຟໍເນຍ ກັບອ້າຍຂອງລາວຈົນຮອດປັດຈຸ ບັນນີ້.

ທ່ານ ທະຣາທິບ: “ຕອນນີ້ ທິບ ຢູ່ເມືອງ ບູເອນາ ພາກ, ຄາລິຟໍເນຍ. ກໍຈະນອກ ລອສ ແອນເຈີ ລິສ, ໄກຕົວເມືອງ ລອສ ແອນເຈີລິສ ປະມານ 30 ນາທີ. ກະບໍ່ໄກ, ກະເຄີຍຢູ່ໃນເມືອງແຕ່ວ່າຍ້າຍອອກມາເພາະວ່າຢູ່ໃນ ລອສ ແອນເຈີລິສ ຖ້າເຮັດເຄື່ອງຂາຍເຄື່ອງຫຍັງນິກະຈະຍາກໜ້ອຍນຶ່ງ. ເພາະ ວ່າມັນຢູ່ໃນເມືອງລະກະຈະຢູ່ໃກ້ກັນສະເພາະອາຫານລາວ. ຈະມາຕົ້ມປາແດກ, ຂົ້ວໝາກເຜັດກະຍາກ.”

ພຸດທະສອນ: ທິບ ຍ້າຍໄປຫັ້ນດົນລະບໍ?

ທ່ານ ທະຣາທິບ: ຍ້າຍມາຢູ່ ຄາລິຟໍເນຍ ປະມານ 2003.

ພຸດທະສອນ: ຍ້າຍໄປຄົນດຽວ ບໍ່ມີອ້າຍເອື້ອຍນ້ອງໄປຢູ່ນຳບໍ?

ທ່ານ ທະຣາທິບ ຕອບ: ກະມີອ້າຍໃຫຍ່ກະຢູ່ແຖວ ຄາລິຟໍເນຍ,​ ກະຕອນຍ້າຍເທື່ອທຳອິດກະຢູ່ນຳອ້າຍ. ກະບໍ່ຄ່ອຍມີຄອບຄົວແຖວນີ້ເນາະ, ນອກ ຈາກມີອ້າຍມີນ້າສາວຄົນນຶ່ງ, ມີທໍ່ນັ້ນ.

ພຸດທະສອນ: ມີຄົນລາວຢູ່ຫັ້ນຫຼາຍບໍ່?.

ທ່ານ ທະຣາທິບ: ຄົນລາວຫຼາຍ, ຢູ່ ຄາລິຟໍເນຍ ນີ້ຄົນລາວຫຼາຍຢູ່ແລ້ວ. ເມືອງໃຫຍ່ແດ່, ມີຄົນລາວຢູ່ ຄາລິຟໍເນຍ ຫຼາຍ. ແຕ່ວ່າບ່ອນແຖວ ທິບ ຢູ່, Orange county, ກະຄຶດວ່າຕາມ ທິບ ເຄີຍເບິ່ງຂໍ້ມູນເນາະ ເຂົາເຈົ້າກະວ່າປະມານ 10,000 ກວ່າຄົນຢູ່ແຖວນີ້.

ທ່ານ ທະຣາທິບ ເປັນຄົນທີ່ມັກເຮັດອາຫານ ແລະ ຈະເຮັດອາຫານແຈກຄົນ ຖ້າຜູ້ໃດຢາກເອົາເງິນປະກອບສ່ວນໃນການເຮັດອາຫານນັ້ນ ເຂົາເຈົ້າກໍສາມາດເຮັດໄດ້. ແຕ່ຕອນກ່ອນເກີດໂຣກລະບາດໄວຣັສໂຄໂຣນາ ທ່ານ ທະຣາທິບ ຈະໄປຕັ້ງຮ້ານຂາຍອາຫານຊົ່ວຄາວຢູ່ທີ່ສວນ ເອໂຄ ຫຼື Eco park ໃນນະຄອນ ລອສ ແອນເຈີລິສ ແລະ ກໍຈະຖືກຈ້າງໄປເປັນພໍ່ຄົວສ່ວນຕົວຢູ່ເຮືອນ ຂອງປະຊາຊົນ. ລູກຄ້າຂອງທ່ານ ທະຣາທິບ ສ່ວນຫຼາຍກໍຈະແມ່ນຊາວໜຸ່ມ ລາວ ອາເມຣິກັນ ທີ່ຍ້າຍໄປຢູ່ນະຄອນ ລອສ ແອນເຈີລິສ, ຄົນ ອາເມຣິກັນ ແລະ ອື່ນໆ. ສຳລັບຜູ້ທີ່ຈ້າງລາວໄປເຮັດກິນຢູ່ບ້ານນັ້ນ, ສ່ວນ ຫຼາຍຈະເປັນຄົນຕ່າງປະເທດ ເຊິ່ງລາວເວົ້າຕໍ່ໄປນີ້

ອາຫານທີ່ທ່ານ ທະຣາທິບ ເຮັດ.
ອາຫານທີ່ທ່ານ ທະຣາທິບ ເຮັດ.

ທ່ານ ທະຣາທິບ: “ຄົນ ອາເມກາ ຫຼືວ່າຄົນ ຟີລິບປິນ ຈະມັກຈ້າງຫຼາຍໄປເຮັດຂອງກິນຢູ່ບ້ານ.”

ພຸດທະສອນ: ເຂົາຈ້າງເທື່ອນຶ່ງເທົ່າໃດ?

ທ່ານ ທະຣາທິບ: “ກະຂຶ້ນກັບວ່າເຂົາເຈົ້າຕ້ອງການແບບຈັ່ງໃດ, ເພາະວ່າເຮົາກະຈະມີແບບ every menu is custom, ທຸກເມນູກໍຈະແຕກຕ່າງ ກັນ. ກະຂຶ້ນນຳວ່າລູກຄ້າຕ້ອງການແບບໃດ, ລາງເທື່ອລູກຄ້າຢາກໄດ້ Seafood ເມນູກໍຈະແພງກວ່າອາຫານແບບທົ່ວໆໄປ. ແຕ່ວ່າຖ້າລູກຄ້າບໍ່ ສົນນີ້ກະຈະຕົກປະມານຄົນລະ 50 ໂດລາຕໍ່ຄາບນຶ່ງ.”

ພຸດທະສອນ: ທິບ ມີໝູ່ຫຼາຍບໍ່?

ທ່ານ ທະຣາທິບ ຕອບ: ກະມີຫຼາຍຢູ່ແຕ່ວ່າ ທິບ ກະບໍມີເວລາໄປຊຸມກັບຄົນ ລາວ ຫຼາຍເພາະວ່າເຮົາເປີດທຸລະກິດໂຕເອງລະກະບໍ່ຄ່ອຍໄດ້ໄປກັບເພິ່ນເນາະ. ຍາມໃດເພິ່ນເຮັດບຸນບ້ານບໍ່ ຍາມໃດເພິ່ນມ່ວນຊື່ນກັນ ທິບ ກະສ່ວນຫຼາຍໄປເຮັດວຽກວັນເສົາ ວັນອາທິດ. ກະເລີຍບໍ່ໄດ້ Hangout ກັບເພິ່ນ. ເພາະວ່າ ຕອນກ່ອນເຮົາເປີດທຸລະກິດກະມີຫຼາຍຢູ່ ຄົນລາວກໍຈະຮູ້ເຮົາຫຼາຍ ເພາະວ່າແຖວນັ້ນເຮົາກະຂາຍຂອງກິນ ເພິ່ນກະມາຊື້ນຳຫຼືວ່າເຮົາຈັດງານແບບ ເພິ່ນຈ້າງໄປເຮັດແບບຂຶ້ນບ້ານຫຼາຍຄົນກະຮູ້ ຫຼືວ່າ ທິບ ໄປຊ່ອຍວັດຫຼາຍຄົນກະຈະຮູ້.”

ພຸດທະສອນ: ສ່ວນຫຼາຍຄົນ ລາວ ເຂົາເຈົ້າເຮັດຫຍັງຢູ່ຫັ້ນ?

ທ່ານ ທະຣາທິບ: ຄົນ ລາວ ແຖວພາກໃຕ້ລັດຄາລິຟໍເນຍ ສ່ວນຫຼາຍຈະມັກຊຸມກັນຢູ່ບ້ານ ກະຈະປ່ຽນບ້ານກັນ, ແຕ່ວ່າດົນໆເຂົາເຈົ້າກະອອກໄປທ່ຽວ ແບບໄປກິນເຂົ້າໄປກິນອາຫານຄໍ່າຈັ່ງຊີ້. ທິບ ກະຄຶດວ່າຈະຄືກັບຄົນ ລາວ ຢູ່ບ່ອນອື່ນແຕ່ວ່າອາດຈະມີການມ່ວນຊື່ນບັນເທີງຫຼາຍກວ່າ ເພາະວ່າຢູ່ ຄາລິຟໍເນຍ ນີ້ມັນກະຈະມີຫຼາຍບ່ອນທ່ຽວຫຼາຍກວ່າ. ກະມີແບບ ໄນທ໌ ຄລັບ ກະຫຼາຍ, ທະເລ, we have a lot of beach. ຮ້ານອາຫານກະຫຼາຍ, ອ້ານອາຫານແບບ Top, top, top restaurant. ຮ້ານອາຫານບາງບ່ອນກະເປີດ 24 ຊົ່ວໂມງ, ຫຼືວ່າ 2​ ໂມງເຊົ້າ, 3​ໂມງເຊົ້າຈັ່ງຊີ້. ຫຼາຍຄົນກະມັກໄປ ກາຊີໂນ ເບາະ. ກະມີຫຼາຍບ່ອນທ່ຽວ ຄາລິຟໍເນຍ, ແບບບໍ່ອຶດບ່ອນທ່ຽວ. ທິບ ຄຶດວ່າ whatever you wannado in southern California, there is something for you to do, no matter what you wanna do, at what time of day. ທຸກເວລາທຸກຍາມ, ຈະເຮັດຫຍັງກໍຕາມຈະມີແນວໃຫ້ຢູ່ ຄາລິຟໍເນຍ.”

ພຸດທະສອນ: ອາກາດເປັນແນວໃດ? ຮ້ອນບໍ່, ໜາວບໍ່ທຽບກັບຢູ່ຟາກຕາ ເວັນອອກ.

ທ່ານ ທະຣາທິບ: ອາກາດຢູ່ພາກໃຕ້ລັດຄາລິຟໍເນຍ ສ່ວນຫຼາຍຈະບໍ່ ຕໍ່າກວ່າ 60 ອົງສາຟາເຣັນໄຮທ໌, ເຢັນກະຈະປະມານ 55 ອົງສາຟາເຣັນໄຮທ໌, ສູງສຸດກະຈະປະມານ 100 ປາຍ. ສ່ວນຫຼາຍມັນຈະຢູ່ລະຫວ່າ 70-80.”

ພຸດທະສອນ: ຄ້າຍຄືເມືອງລາວເລີຍແມ່ນບໍ່?

ທ່ານ ທະຣາທິບ: ແຕ່ວ່າບໍ່ເອົ້າ.

ພຸດທະສອນ: ປູກຕົ້ນໝາກໄມ້ເມືອງລາວໄດ້ສະບາຍເລີຍແມ່ນບໍ່?

ທ່ານ ທະຣາທິບ: ປູກໄດ້, ຕອນນີ້ກະມີ ທິບ ກະມີຕົ້ນໝາກມ່ວງ, ຕົ້ນລຳໄຍ, ຕົ້ນໝາກສີດາ. ແຕ່ວ່າຢູ່ ຄາລິຟໍເນຍ ຜູ້ໃດມີຕົ້ນໝາກມ່ວງນີ້ຕ້ອງລະວັງເພາະວ່າຈະມີຄົນລາວໄປລັກ.”

ຕົ້ນໝາກລຳໄຍຢູ່ບ້ານຂອງທ່ານ ທະຣາທິບ, ເມືອງ ບູເອນາ ພາກ, ລັດ ຄາລິຟໍເນຍ.
ຕົ້ນໝາກລຳໄຍຢູ່ບ້ານຂອງທ່ານ ທະຣາທິບ, ເມືອງ ບູເອນາ ພາກ, ລັດ ຄາລິຟໍເນຍ.

ທ່ານ ທະຣາທິບ ນອກຈາກຈະເປັນພໍ່ຄົວ ແລະ ຂາຍອາຫານແລ້ວ, ລາວຍັງມີ ແຜນຢາກເຮັດຮູບ ເງົາຂຶ້ນມາ, ເຊິ່ງລາວເວົ້າວ່າລາວກຳລັງຄິດ ກ່ຽວກັບ ໂຄງການຢູ່. ຕາມທີ່ລາວໄດ້ບອກພວກເຮົານັ້ນ, ຕົວລະຄອນໃຫຍ່ກໍຈະມີຢູ່ປະມານຫ້າຄົນ, ແລະ ລາວຫວັງວ່າຢາກໄດ້ຄົນລາວມາຮ່ວມສະ ແດງນຳຫຼາຍຄົນ.

ຢູ່ເມືອງ ບູເອນາ ພາກ ມີວັດລາວຢູ່ສອງແຫ່ງ, ແຕ່ກໍເປັນວັດນ້ອຍ ເຊິ່ງທ່ານ ທະຣາທິບ ກ່າວຕໍ່ໄປນີ້:

“ຖ້າແຖວບ້ານ ທິບ ນີ້ກໍຈະມີສອງວັດ, ແຕ່ວ່າວັດເພິ່ນກະວັດນ້ອຍ. ເຂົາເຈົ້າຊື້ ບ້ານ ເພາະວ່າຢູ່ພາກໃຕ້ລັດຄາລິຟໍເນຍ ຈະບໍ່ມີດິນຫຼາຍ, ຖ້າມີດິນກະຈະແພງ. ບໍ່ຮອດເອເກີ ລາງເທື່ອກະເປັນລ້ານ ເພາະສະນັ້ນສະເພາະຄົນລາວເນາະກໍຈະ ຫາເງິນຈັ່ງຊັ້ນຍາກເພື່ອທີ່ຈະມາສ້າງວັດ, ດິນແພງ.”

ພຸດທະສອນ: ຄ່າຄອງຊີບຢູ່ຫັ້ນແພງບໍ່?

ທ່ານ ທະຣາທິບ: ລາຄາອາຫານນີ້ຈະຖືກຢູ່ຄາລິຟໍເນຍ, ແຕ່ວ່າຄ່າຢູ່, ຄ່າບ້ານແພງ, ຄ່ານໍ້າມັນແພງ.

ພຸດທະສອນ: ຄົນທີ່ຍ້າຍໄປຢູ່ຫັ້ນເປັນແນວໃດ? ມັນເປັນຕາຢູ່ບໍ່?

ທ່ານ ທະຣາທິບ: ຂຶ້ນກັບວ່າເປົ້າໝາຍເຮົາຈະແມ່ນຫຍັງເພື່ອທີ່ຈະມາຢູ່ນີ້ ເພາະວ່າຄັນເຮົາຢາກມາຢູ່ແບບບໍ່ມີເປົ້າໝາຍ ຢາກມາຢູ່ຊື່ໆນີ້ກະຢູ່ຍາກ ເພາະມັນກະລາຄາແພງແມ່ນບໍ່. ແຕ່ວ່າຖ້າເຮົາມີຄວາມຝັນ ຫຼືເປົ້າໝາຍທີ່ ກ່ຽວກັບ ສະຖານທີ່ໂຕນີ້ຖ້າມາຢູ່ມັນກະມ່ວນໄດ້ກະຫາວິທີມ່ວນ, ກະມີຫຼາຍ ແນວເຮັດ. ແຕ່ຖ້າຈະແນະນຳນີ້ຖ້າເຮົາບໍ່ມີເປົ້າໝາຍ ເຮົາບໍ່ຢາກເປັນນັກສະແດງ, ເຮົາບໍ່ ຢາກເປັນນັກຂຽນຮູບເງົາ, ບໍ່ຢາກເປັນ Super Model ຈະມາຢູ່ ຊື່ໆນີ້ກະ ທິບ ວ່າບໍ່ສົມລາຄາ.”

ພຸດທະສອນ: ຢູ່ລັດ ຄາລິຟໍເນຍ ມີໄພພິບັດຫຼາຍບໍ່?

ທ່ານ ທະຣາທິບ: ຕອນນີ້ເລີ່ມມີຫຼາຍນຳໄຟໄໝ້ປ່າ, ໄຟໄໝ້ອີ່ຫຍັງແນວນີ້ ແຕ່ວ່າຕອນກ່ອນ ທິບ ມາຢູ່ນີ້ເກືອບ 20 ກວ່າປີແລ້ວ ກະບໍ່ຄ່ອຍໄດ້ມີຫຍັງຫຼາຍ ແຜ່ນດິນໄຫວມາກະບໍ່ໄດ້ແຮງພໍທີ່ຈະມີຕຶກມີຫຍັງຕົກຫັ້ນນະກະວ່າມັນສັ່ນໜ້ອຍນຶ່ງມັນກະໄປ. ແຕ່ຕອນນີ້ໄຟໄໝ້ປ່າເປັນບັນຫາໃຫຍ່ທີ່ສຸດຢູ່ແຖວ ຄາລິຟໍເນຍ.”

ພຸດທະສອນ: ເປັນແນວໃດແລ້ວ ດຽວນີ້ມັນຍັງແຮງຢູ່ບໍ?

ທ່ານ ທະຣາທິບ: ທິບ ຄຶດວ່າກຳລັງຈະໝົດໄປລະ ເພາະວ່າມັນກຳລັງເຂົ້າອາກາດໜາວ. ແຕ່ວ່າຊ່ວງລະດູຮ້ອນນີ້ຈະແຮງຫຼາຍຈົນຟ້າຄຶ້ມໆເປັນຫຼາຍ ອາທິດຫັນໃຈກະຍາກ. ສ່ວນຫຼາຍ ທິບ ຈະໄປອອກກຳລັງຢູ່ທາງນອກຢູ່ Fitness park, ຈະໄປແລ່ນໄປຫຍັງຕອນ ທິບ ພະຍາຍາມອອກກຳລັງກາຍ ອາທິດກ່ອນທິດຫຼັງນີ້, ອອກກຳລັງກາຍບໍ່ໄດ້ເລີຍ ແບບຫັນໃຈບໍ່ເຂົ້າ.”

ພຸດທະສອນ: ຝົນບໍ່ຕົກຫວາ?

ທ່ານ ທະຣາທິບ: ຝົນບໍ່ຕົກຢູ່ຄາລິຟໍເນຍ, ມັນກະຂຶ້ນນຳປີ, ສ່ວນຫຼາຍລະດູໜາວບ່ອນອື່ນຈະຫິມະຕົກເນາະ ຖ້າຄາລິຟໍເນຍ ໂຊກດີນີ້ກໍຈະຕົກຝົນ, ຖ້າບໍ່ໂຊກດີກໍຈະບໍ່ມີຝົນ, ລາງປີນຶ່ງມີຝົນແຕ່ສີ່ຫ້າມື້ເທົ່ານັ້ນ.

ລັດຄາລິຟໍເນຍ, ໂດຍສະເພາະໃນເຂດນະຄອນ ລອສ ແອນເຈີລິສ, ເປັນທີ່ຮູ້ ຈັກດີ ສຳລັບພູມອາ ກາດທີ່ຄືກັບເຂດທະເລ ເມດີເທີເຣນຽນ, ມີຫຼາກຫຼາຍເຊື້ອ ຊາດຊົນເຜົ່າ, ແລະ ມີອຸດສາຫະກຳບັນ ເທີງ ຮອລລີວູດ ທີ່ມີຊື່ສຽງໂດ່ງດັງໄປທົ່ວໂລກ. ຖ້າຈະເວົ້າແລ້ວ, ລັດດັ່ງກ່າວເໝາະສົມສຳລັບການທ່ອງທ່ຽວຫຼາຍ.

XS
SM
MD
LG