ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທາງ​ການ​ລາວ ແລະ​ ຈີນ ຍົກ​ລະ​ດັບ​ ການ​ພົວ​ພັນ ​ຮ່ວມ​ມື​ນຳ​ກັນ


ປະ​ທານ​ປະ​ເທດ ລາວ ແລະ ປະ​ທານ​ປະ​ເທດ ຈີນ ພ້ອມ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຈາກ​ສອງ​ຝ່າຍ ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ ໂຄງ​ການ​ນຶ່ງ​ແລວ​ນຶ່ງ​ເສັ້ນ​ທາງ.
ປະ​ທານ​ປະ​ເທດ ລາວ ແລະ ປະ​ທານ​ປະ​ເທດ ຈີນ ພ້ອມ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຈາກ​ສອງ​ຝ່າຍ ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ ໂຄງ​ການ​ນຶ່ງ​ແລວ​ນຶ່ງ​ເສັ້ນ​ທາງ.

ທາງ​ການ​ລາວ ແລະ​ຈີນ ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ ຈາກ​ຄູ່​ຮ່ວມ​ຍຸດ​ທະ​ສາດ ເປັນ​ຄູ່​ຮ່ວມ​ຊະ​ຕາ​ກຳ​ໃນ​ການ​ດຳ​ເນີນ​ຍຸ​ທະ​ສາດ​ການ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ ແລະ​ຍາວ​ນານ ລະ​ຫວ່າງ​ກັນ ຢ່າງ​ເປັນ​ທາງ​ການ.

ເຈົ້​າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເປີດ​ເຜີຍ​ວ່າ ການ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ​ ລາວ-ຈີນ ໄດ້​ຖືກ​ຍົກ​ລະ​ດັບ​ຈາກ​ຄູ່​ຮ່ວມ​ຍຸດ​ທະ​ສາ​ດ​ຂຶ້ນ​ສູ່​ການ​ເປັນ​ຄູ່​ຮ່ວມ​ຊະ​ຕາ​ກຳ​ໃນ​ການ​ດຳ​ເນີນ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ ແລະ​ຍາວ​ນານ ລະ​ຫວ່າງ​ກັນ ຢ່າງ​ເປັນ​ທາງ​ການ​ເມື່ອບໍ່​ນານ​ມານີ້ ຊຶ່ງ​ການ​ຍົກ​ລະ​ດັບ​ ການ​ພົວ​ພັນ​ຮ່ວມ​ມື​ດັ່ງ​ກ່າວນີ້ ຈະ​ເປັນ​ຜົນ​ເຮັດ​ໃຫ້​ການ​ພັດ​ທະ​ນາ​ລາວ ມີ​ຊະ​ຕາ​ກຳ​ຮ່ວມ​ກັນ​ກັບ​ຈີນ​ໃນ​ທຸກ​ດ້ານ ໂດຍບໍ່​ວ່າ ຈະ​ເປັນການ​ພັດ​ທະ​ນາ​ລາວ​ມີ​ຊະ​ຕາ​ກຳ​ຮ່ວມ​ກັນ​ກັບ​ຈີນ​ໃນ​ທຸກ​ດ້ານ ໂດຍບໍ່​ວ່າ​ຈະ​ເປັນ​ການ​ພັດ​ທະ​ນາ​ທາງ​ການ​ເມືອງ ເສ​ດ​ຖະ​ກິດ ສັງ​ຄົມ-ວັດ​ທະ​ນະ​ທຳ ແລະ​ຄວາມ​ໝັ້ນ​ຄົງ​ກໍ​ຕາມ ລ້ວນ​ແຕ່​ຈະ​ດຳ​ເນີນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຮ່ວມ​ກັນ​ໃນ​ທຸກ​ຂັ້ນ​ຕອນ ແລະ​ມີ​ເປົ້າ​ໝາຍ​ດຽວ​ກັນ.

ໂດຍ​ການ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ລາວ-ຈີນ ດັ່ງ​ກ່າວນີ້ ຖື​ເປັນ​ການ​ລິ​ເລີ້ມ​ຮ່ວມ​ກັນ​ຂອງ​ຜູ້​ນຳ​ທັງ​ 2 ປະ​ເທດ ທີ່​ເກີດ​ຂຶ້ນ​ໃນ​ໂອ​ກາດ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ປະ​ເທດ​ຈີນ ຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ເດືອນ​ເມ​ສາ 2019 ໂດຍ ທ່ານ​ບຸນ​ຍັງ ວໍ​ລະ​ຈິດ ປະ​ທານ​ປະ​ເທດ​ລາວ ຕາມ​ການ​ເຊີນ​ຂອງ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ່ນ​ຜິງ ຊຶ່ງ​ໃນ​ໂອ​ກາດ​ດຽວ​ກັນ​ນັ້ນ ຜູ້​ນຳ​ທັງ 2 ປະ​ເທດ ຍັງ​ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ​ແຜນ​ປະ​ຕິ​ບັດ​ການ​ຮ່ວມ​ໃນ​ການ​ພັດ​ທະ​ນາ​ຕາມ​ຍຸດ​ທະ​ສາດ​ນຶ່ງ​ແລວ-ນຶ່ງ​ເສັ້ນ​ທາງ ຫຼື Belt and Road Initiative (BRI) ທີ່​ລິ​ເລີ້ມ​ໂດຍ ທ່ານ​ສີ ຈິ່ນ​ຜິງ ອີກ​ດ້ວຍ.

ທາງ​ດ້ານ ທ່ານ​ຄຳ​ມະ​ນີ ອິນ​ທິ​ລາດ ລັດ​ຖະ​ມົນ​ຕີ​ວ່າ​ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່ໃຫ້​ການ​ຢືນ​ຢັນ​ວ່າ ​ການ​ເປັນ​ຄູ່​ຮ່ວມ​ຊະ​ຕາ​ກຳ ລະ​ຫວ່າງ ລາວ-ຈີນ ຈະ​ສົ່ງ​ຜົນ​ດີກໍ່​ການ​ພັດ​ທະ​ນາ​ໃນ​ລາວ ດ້ວຍ​ການ​ຊ່ອຍ​ເຫຼືອ​ຢ່າງ​ຮອບ​ດ້ານ​ຈາກ​ຈີນ ໃນ​ຂະ​ນະ​ດຽວ​ກັນ ລາວ​ກໍ​ຈະ​ທຸ້ມ​ເທ​ຢ່າງ​ສຸດ​ກຳ​ລັງ​ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜ​ູນ​ຊຸກ​ຍູ້​ແຜນ​ຍຸດ​ທະ​ສາດ​ນຶ່ງ​ແລວ​-ນຶ່ງ​ເສັ້ນ​ທາງ​ຂອງ​ຈີນ ທັງ​ໃນ​ລາວ ແລະ​ພູ​ມິ​ພາກ ກໍ​ຄື​ໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ ແລະ​ອາ​ຊຽນ​ທີ່​ຖື​ເປັນ​ບາດ​ກ້າວ​ສຳ​ຄັນ​ທີ່​ສຸດ​ຂອງ​ການ​ຮ່ວມ​ມື​ ລາວ-ຈີນ ດັ່ງ​ທີ່ ທ່ານ​ຄຳ​ມະ​ນີ ຢືນ​ຢັນ​ວ່າ:

“ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຊະ​ຕາ​ກຳ​ ລາວ-ຈີນ ຊຶ່ງ​ເນື້ອ​ແທ້ ກໍ​ແມ່ນ​ການ​ຜັນ​ຂະ​ຫຍາຍ​ເນື້ອ​ໃນ ຈິດ​ໃຈ ແລະ​ຜົນ​ສຳ​ເລັດ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ພົວ​ພັນ ຄູ່​ຮ່​ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ໃນ​ເງື່ອນ​ໄຂ​ໃໝ່ ເປັນ​ການ​ສ້າງ​ໂອ​ກາດ​ເຮັດ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື ລາວ-ຈີນ ກ້າວ​ເຂົ້າ​ສູ່​ຍຸກ​ສະ​ໄໝ​ໃໝ່​ພ້ອມ​ດຽວ​ກັນ​ນີ້ ການ​ສ້າງ​ຄູ່​ຮ່ວມ​ຊະ​ຕາ​ກຳ​ດັ່ງ​ກ່າວ ເປັນ​ການ​ເສີມ​ຂະ​ຫຍາຍ​ບົດບາດທີ່​ສຳ​ຄັນ ຍິ່ງ​ໃຫຍ່​ໃນ​ປະ​ຫ​ວັດ​ສາດ​ແຫ່ງ​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ ລະ​ຫວ່າງ 2 ພັກ 2 ລັດ ແລະ​ປະ​ຊາ​ຊົນ 2 ຊາດ ລາວ-ຈີນ.”

ໂດຍ​ຫລ້າ​ສຸດ ກອງ​ທັບ​ປະ​ຊາ​ຊົນ​ລາວ ແລະ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ ໄດ້​ຮ່ວມ​ກັນ ໃນ​ການ​ຫັດ​ແອບ​ຝຶກ​ຊ້ອມ​ການ​ຊ່ອຍ​ເຫຼືອ​ມະ​ນຸດ​ສະ​ທຳ​ດ້ານ​ການ​ແພດ ໃນ​ເດືອນ​ສິງ​ຫາ 2019 ທີ່​ນະ​ຄອນຫຼວງ ວຽງ​ຈັນ ໂດຍ​ມີ​ນາຍ​ທະ​ຫານ​ທີ່​ເຂົ້າ​ຮ່ວມ​ການ​ຫັດ​ແອ​ບ​ຄັ້ງ​ນີ້​ຈາກກອງ​ທັບ​ປະ​ຊາ​ຊົນ ລາວ 350 ກວ່າ​ຄົນ ແລະ ຈາກກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ ຈີນ 238 ຄົນ​ຊຶ່ງ​ຖື​ເປັນ​ການ​ຝຶກ​ແອບ​ຮ່ວມ​ໃນ​ໂອ​ກາດ​ຄົບ​ຮອບ 10 ຂອງ​ການ​ເປັນ​ຫຸ້ນ​ສ່ວນ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຮອບ​ດ້ານ​ລະ​ຫວ່າງ ລາວ-ຈີນ (2009-2019) ໂດຍ​ໃຫ້​ຊື່​ການ​ຝຶກ​ແອບ​ຄັ້ງ​ນີ້​ວ່າ "ຂະ​ບວນ​ລົດ​ໄຟ​ສັນ​ຕິ​ພາບ 2019" ທີ່​ເນັ້ນ​ໃນ​ດ້ານກ​ານ​ກູ້​ໄພ, ການ​ປະ​ຖົມ​ພະ​ຍາ​ບານ , ໂຮງ​ໝໍ​ສະ​ໜາມ​ທີ່​ໃຫ້​ການ​ຊ່ວຍ​ເຫຼືອ​ຜູ້​ບາດ​ເຈັບ, ການ​ຄວບ​ຄຸມ​ພະ​ຍາດ​ຕິດ​ແປດ, ການ​ວາງ​ແຜນ​ປະ​ຕິ​ບັດ​ການ, ການ​ສ້າງ​ບຸກ​ຄະ​ລາ​ກອນ, ການ​ຮັບ​ປະ​ກັນ​ດ້ານ​ວັດ​ຖຸ-ເຄື່ອງ​ມື ແລະ ບໍ​ລິ​ການ​ທາງ​ແພດ​ຢ່າງ​ຄົບ​ຊຸດ ທັງ​ການ​ຜ່າ​ຕັດ​ສຸກ​ເສີນ, ການ​ເຄື່ອນ​ຍ້າຍ​ຄົນ​ເຈັບ​ທາງ​ອາ​ກາດ, ການ​ທຳ​ລາຍ​ສານ​ເຄ​ມີ​ພາກ​ສະ​ໜາມ​ເປັນ​ຕົ້ນ.

ໃນ​ປີ 2018 ທາງ​ການ ຈີນ ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່ ລາວ ມູນ​ຄ່າ 4 ຕື້ຢວນ ທີ່​ແນ​ໃສ່​ການ​ສ້າງ​ຄວາມ​ໝັ້ນ​ຄົງ ແລະ ຍົກ​ລະ​ດັບ​ຄຸນ​ນະ​ພາບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ລາວ ໃຫ້​ດີ​ຂຶ້ນ​ເຊັ່ນ​ໂຄງ​ການ 100 ບ້ານ​ຕ້ອງ​ມີ​ນ້ຳ​ປະ​ປາ 100 ບ້ານ​ຕ້ອງ​ໄຟ​ຟ້າ 100 ບ້ານ​ຕ້ອງ​ມີ​ສຸກ​ສາ​ລາ, 100 ບ້ານ​ຕ້ອງ​ມີ​ການ​ໃຊ້ ດິ​ຈິ​ຕອ​ລ ໂຄງ​ການ​ສຶກ​ສາ​ທາງ​ໄກ, ການ​ຝຶກ​ອົບ​ຮົມ​ບຸ​ກ​ຄະ​ລາ​ກອນ​ເພື່ອ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ການ​ຍົກ​ລະ​ດັບ​ຄຸນ​ນະ​ພາບ​ໃນ​ການ​ຮຽນ-ການ​ສອນ​ຢູ່​ຊົນ​ນະ​ບົດ, ການ​ສ້າງ​ເວ​ທີ​ໃນ​ລະ​ບົບ ອິນ​ເຕີ​ແນັດ ເພື່ອ​ຊ່ວຍ​ກະ​ເສດ​ຕະ​ກອນ ລາວ ໃນ​ຊົນ​ນະ​ບົດ​ທັງ​ໃນ​ດ້ານ​ການ​ຜະ​ລິດ-ການ​ຕະຫຼາດ ແລະ ການ​ສົ່ງ​ສິນ​ຄ້າ​ຈາກ​ ລາວ ໄປ ຈີນ ເປັນ​ຕົ້ນ.

ແຕ່​ຢ່າງ​ໃດ​ກໍ​ຕາມ ສຳ​ລັບ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ໃນ ລາວ ເຊັ່ນ​ທາງ​ລົດ​ໄຟ, ທາງ​ດ່ວນ ແລະ ໂຄງ​ຂ່າຍ​ສາຍ​ສົ່ງ​ໄຟ​ຟ້າ​ແຮງ​ສູງ​ທີ່​ເປັນ​ການ​ຮ່ວມ​ທຶນ ລາວ-ຈີນ ນັ້ນ​ກໍ​ເຮັດ​ໃຫ້ ລາວ ຕ້ອງ​ກູ້​ຢືມ​ເງິນ​ທຶນ​ຈາກ ຈີນ ຫຼາຍ​ຂຶ້ນ ໂດຍ​ຄາດ​ວ່າ​ລັດ​ຖະ​ບານ ລາວ ຈະ​ເປັນ​ໜີ້ ຈີນ ເພີ່ມ​ຂຶ້ນ​ຈາກ​ເກີນກວ່າ 12 ຕື້ຢວນ​ເປັນຫຼາຍກວ່າ 20 ຕື້ຢວນ​ພາຍ​ໃນ​ປີ 2021 ຢ່າງ​ແນ່ນອນ.

XS
SM
MD
LG