ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການ​ສ້າງ ​ທາງ​ລົດ​ໄຟລາວ-ຈີນ ສຳ​ເລັດ 40 ເປີ​ເຊັນ ແຕ່​ຍັງ​ບໍ່​ໄດ້ຈ່າຍ ​ຄ່າຊົດ​ເຊີຍ ໃຫ້​ເຈົ້າ​ຂອງ​ດິນ


ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ ທີ່​ກຳ​ລັງ​ສ້າງ ໃນ ສ​ປ​ປ ລາວ.
ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ ທີ່​ກຳ​ລັງ​ສ້າງ ໃນ ສ​ປ​ປ ລາວ.

ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​ຄືບ​ໜ້າ​ແລ້ວ 40 ເປີ​ເຊັນ ຂອງ​ແຜນ​ການ ຫາກ​ແຕ່
​ລັດ​ຖະ​ບານ​ລາວ​ກັບ​ປະ​ຊາ​ຊົນ​ຍັງ​ບໍ່​ສາ​ມາດ​ຕົກ​ລົງກັນ​ກ່ຽວ​ກັບ​ ຄ່າ​ເວນ​ຄືນທີ່​ດິນ ທີ່​
ກະ​ທົບ​ຈາກ​ໂຄງ​ການ​ໄດ້​ທັງ​ໝົດ.

ທ່ານ​ບຸນ​ທອງ ຈິດ​ມະ​ນີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ຖະ​ແຫຼງ​ໃນ​ໂອ​ກາດ​ທີ່​ເດີນ​ທາງ​
ໄປ​ກວດ​ກາ​ການກໍ່​ສ້າງທາງ​ລົດ​ໄຟ​ລາວ-ຈີນ ຮ່ວມ​ກັບ​ທ່ານ​ຈ້າວ​ເລີຈີ ປະ​ທານ​ຄະ​ນະ
​ກວດ​ກາ​ລະ​ບຽບ​ວິ​ໄນສູນ​ກາງ​ພັກ​ຄອມ​ມິວ​ນິ​ສ​ຈີນ ທີ່​ແຂວງ​ຫຼວງ​ພະ​ບາງ ເມື່ອ​ທ້າຍ​
ເດືອນກັນ​ຍາ​ທີ່​ຜ່ານ​ມາ​ນີ້​ວ່າ ການ​ກໍ່​ສ້າງ​ໄດ້​ຄືບ​ໜ້າ​ໄປ​ແລ້ວ 40 ເປີ​ເຊັນ ຂອງ​ແຜນ
​ການ ແລະ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ຍັງ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຮຽບ​ຮ້ອຍ​ໃນ​ທຸກໆ​ດ້ານ​ອີກ
​ດ້ວຍ ດັ່ງ​ທີ່ທ່ານບຸນ​ທອງ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

“ຜ່ານ​ການ​ຕິດ​ຕາມ​ການ​ກໍ່​ສ້າງ​ຕົວ​ຈິງ ເຫັນ​ວ່າ​ມີ​ຄວາມ​ຄືບ​ໜ້າ​ເປັນ​ຢ່າງ​ດີ​ໃນ​ການ
​ປະ​ຕິ​ບັດ​ໄດ້​ຕາມ​ແຜນ​ການ​ທີ່​ວາງ​ໄວ້ ຄະ​ນະ​ຮັບ​ຜິດ​ຊອບ​ຝ່າຍ​ລາວ​ໄດ້​ປະ​ສານ​ສົ​ມ​
ທົບ​ກັບ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ​ເປັນ​ຢ່າງ​ດີ ໃນ​ການ​ເຮັດ​ໜ້າ​ທີ່​ຄຸ້ມ​ຄອງ​ໂຄງ​
ການສ້າງ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ໂຄງ​ການ ແລະ​ບັນ​ດາ​ສະ​ຫາຍ​ຈີນ​ຍັງ
ໄດ້ຮຽນ​ຮູ້​ວັດ​ທະ​ນາ​ທຳ​ລາວ​ຫຼາຍ​ຂຶ້ນ ແລະ​ສ້າງ​ໃຫ້​ຄົນ​ລາວ​ຄົນ​ຈີນ​ຮັກ​ແພງ​ກັນ.”

ແຕ່​ຢ່າງ​ໃດ​ກໍ​ຕາມ ຄະ​ນະ​ໄກ່​ເກ່ຍ​ຂອງ​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​ຍັງ​ຄົງ​ສືບ
​ຕໍ່​ການ​ເຈລ​ະ​ຈ​າ​ກັບ​ບັນ​ດາ​ຫົວ​ໜ່ວຍ​ທຸ​ລະ​ກິດ ແລະ​ປະ​ຊາ​ຊົນ​ຜູ້​ເປັນ​ເຈົ້າ​ຂອງ​ທີ່​ດິນ
ແລະ​ສິ່ງ​ປູກ​ສ້າງ​ຕ່າງໆ ທີ່​ຢູ່​ໃນ​ເຂດ​ກໍ່​ສ້າງ​ທາງ​ລົດ​ໄຟ ເພື່ອ​ຈະ​ເຮັດ​ຂໍ້​ຕົກ​ລົງ​ຮ່ວມກັນ
ກ່ຽວ​ກັບ​ອັດ​ຕາ​ຄ່າ​ເວນ​ຄືນ​ໃຫ້​ໄດ້​ຢ່າງ​ສົມບູນ ຊຶ່ງ​ໃນ​ປັດ​ຈຸ​ບັນ​ນີ້​ຍັງ​ເຫຼືອ 242 ລາຍ​ທີ່​
ຍັງ​ບໍ່​ສາ​ມາດ​ຕົກ​ລົງ​ກັນ​ໄດ້.

ທາງ​ດ້ານ​ທ່ານ​ປໍ​ທອງ ໂງ່ນ​ພະ​ຈັນ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ໂຍ​ທາ​ທິ​ການ
ແລະ​ຂົນ​ສົ່ງ​ຢືນ​ຢັນ​ວ່າ ຄະ​ນະ​ຄຸ້ມ​ຄອງ​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ​ຈີນ ໄດ້ມອບ
​ທີ່​ດິນ​ໃຫ້​ກັບ​ບໍ​ລິ​ສັດ​ຜູ້​ຮັບ​ເໝົາ​ຈາກ​ຈີນ​ໄດ້​ແລ້ວ 84 ເປີເຊັນ ​ຂອງ​ພື້​ນ​ທີ່​ທັງໝົດຈຶ່ງ​ຍັງ​
ເຫຼືອພຽງ 16 ເປີ​ເຊັນ ເທົ່າ​ນັ້ນ​ທີ່​ຈະ​ເຈ​ລະ​ຈາ​ຕົກ​ລົງ​ກັບ ປະ​ຊາ​ຊົນ ແລະ​ສົ່ງ​ມອບ​ທີ່​ດິນ
​ໃຫ້​ກັບບໍ​ລິ​ສັດ​ຈີນ​ຢ່​າງ​ຄົບ​ຖ້ວນ​ພາຍ​ໃນ​ທ້າຍ​ປີ 2018 ນີ້.

ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​ ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ປະ​ຊາ​ຊົນ​ລາວ​ຈຳ​ນວນ​
4,411 ຄອບ​ຄົວໃນ​ເຂດ 13 ເມືອງ​ຂອງ​ແຂວງ​ຫຼວງ​ນ້ຳ​ທາ ອຸ​ດົມ​ໄຊ ຫຼວງ​ພະ​ບາງ
ວຽງ​ຈັນ ແລະ​ນະ​ຄອນ​ຫຼວງ​ວຽງ​ຈັນ ໂດຍ​ມີ​ທີ່​ດິນ​ທີ່​ຖືກ​ກະ​ທົບ 3,832 ເຮັກ​ຕາ ສິ່ງ​ປູກ
​ສ້າງ 3,346 ຫຼັງ ຕົ້ນ​ໄມ້​ຕ່າງໆ ແລະ​ໄມ້​ກິນ​ໝາກ​ຮວມ​ກັນ​ຫຼາຍກວ່າ 9 ແສນ​ຕົ້ນ ໂດຍ
​ການ​ຊົດ​ເຊີຍ​ຄ່າ​ທີ່​ດິນ​ສະ​ເພາະ​ໃນ​ເຂດ​ແຂວງ​ຫຼວງ​ນ້ຳ​ທາ ອຸ​ດົ​ມ​ໄຊ ແລະ​ຫຼວ​ງ​ພະ​ບາງ
ໄດ້​ແບ່ງ​ເປັນດິນ​ນາໃນ​ໂຕ​ເມືອງ ທີ່​ຕິດ​ຖະ​ໜົນ​ສາຍ​ເອກ ຕິດ​ທາງ​ນ້ອຍ ແລະ​ດິນ​ນາ​ທີ່​
ບໍ່​ມີ​ເສັ້ນ​ທາງ​ຈະ​ໄດ້​ຄ່າ​ຊົດ​ເຊີຍ​ລະ​ຫວ່າງ 11,000 ຫາ 80,000 ກີບ​ຕໍ່​ຕາ​ແມັດ ສ່ວນ
​ທີ່​ດິນທີ່​ຢູ່​ຊານ​ເມືອງຕິດ​ທາງ​ຫຼວງ​ແຫ່ງ​ຊາດ ທາງ​ຫຼ​ວງແຂວງ ແລະ​ດິນ​ທີ່​ບໍ່​ມີ​ເສັ້​ນ​ທາງ​
ຈະ​ໄດ້​ຮັບ​ຄ່າ​ຊົດ​ເຊີຍ 16,000 ຫາ 40,000 ກິບ​ຕໍ່​ຕາ​ແມັດ ສ່ວນ​ທີ່​ດິນ​ອື່ນໆ​ໃນ​ເຂດ
​ຊົນນະ​ບົດ​ຈະ​ໄດ້​ຮັບຄ່າ​ຊົດ​ເຊີຍລະ​ຫວ່າງ 11,000 ຫາ 15,000 ກີບ​ຕໍ່​ຕາ​ແມັດ.

ສ່ວນ​ໃນ​ເຂດ​ແຂວງວຽງ​ຈັນ ແລະ​ນະ​ຄອນ​ວຽງ​ຈັນ​ນັ້ນ ດິນ​ນາ​ໃນ​ຕົວ​ເມືອງ​ທີ່​ຕິດ​ຖະ​
ໜົນ​ສາຍ​ເອກ ຕິດ​ທາງ​ນ້ອຍ ແລະ​ດິນ​ບໍ່​ມີ​ເສັ້ນ​ທາງ​ຈະ​ໄດ້​ຄ່າ​ຊົດ​ເຊີຍລະ​ຫວ່າງ
20,000 ຫາ 30,000 ກີບ​ຕໍ່​ຕາ​ແມັດ ດິນ​ຢູ່​ຊານ​ເມືອງ​ຕິດ​ທາງ​ຫຼວງ​ແຫ່ງ​ຊາດ ທາງ​
ຫຼວງ​ແຂວງ ແລະ​ດິນ​ບໍ່​ມີ​ເສັ້ນ​ທາງກໍຈະ​ໄດ້​ຄ່າ​ຊົດ​ເຊີຍ​ລະ​ຫວ່າງ 15,000 ຫາ 25,000
ກີບ​ຕໍ່​ຕາ​ແມດ ​ດິນ​ໃນ​ເຂດ​ໂຕເມືອງ​ໄຊ​ທາ​ນີ ຈະ​ໄດ້​ຄ່າ​ຊົດ​ເຊີຍ 55,000 ຫາ 107,000
ກີບ​ຕໍ່​ຕາ​ແມັດ ດິນ​ໃນ​ເຂດ​ເມືອງ​ໄຊ​ທາ​ນີ ຈະ​ໄດ້​ຄ່າ​ຊົດ​ເຊີຍ 55,000 ຫາ 107,000
ກີບ​ຕໍ່​ຕາ​ແມັດ ແລະ 50,000 ຫາ 137,000 ກີບ​ຕໍ່​ຕາ​ແມັດ ສ​ຳ​ລັບ​ທີ່​ນາ​ຢູ່​ເມືອງ​ນາ​
ຊາຍ​ທອງ.

ທາງ​ດ້​ານ​ກຸ່ມ​ແລກ​ປ່ຽນ​ຂໍ້​ມູນ​ດ້ານ​ທີ່​ດິນ ຫຼື Land Information Working Group
ຊຶ່ງ​ເປັນ​ອົງ​ການ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ໃນ​ລາວ ລາຍງ​ານ​ວ່າການກຳ​ນົດ​ອັດ​ຕາ​ຄ່າ​
ຊົດ​ເຊີຍ​ທີ່​ດິນ ແລະ​ສິ່ງ​ປຸກ​ສ້າງ​ໃຫ້​ກັບ​ປະ​ຊາ​ຊົນ​ທີ່​ຖືກ​ກະ​ທົບ​ຈາກ​ໂຄງ​ການ​ທາງ​ລົດ​
ໄຟ​ລາວ-ຈີນ​ນັ້ນ​ເປັນການ​ປະ​ເມີນ​ລາ​ຄາ​ທີ່​ຕ່ຳ​ກວ່າ​ຄວາມ​ເປັນ​ຈິງ ເຊັ່ນ​ທີ່​ດິນ​ຢູ່​ເຂດ​
ເມືອງ​ນາ​ຊາຍ​ທອງ ມີ​ລາ​ຄາ​ສະ​ເລ່ຍ​ສູງ​ເຖິງ 1.3 ລ້ານ​ກີບ​ຕໍ່ຕາແມັດ ຊຶ່ງ​ສູງກວ່າ​ອັດ​
ຕາ​ຄ່າ​ຊົດ​ເຊີຍ​ໃນ​ໂຄງ​ການ​ທາງ​ລົດ​ໄຟ​ລາວ-ຈີນ ເຖິງ 10 ເທົ່າ​ໂຕ.

ໂຄງ​ການ​ທາງ​ລົດ​ໄຟ​ລາວ-ຈີນ ມີ​ກຳ​ນົດ​ກໍ່​ສ້າງ​ແລ້ວເສັດ​ໃນ​ປີ 2021 ເປັນ​ການ​ຮ່ວມ
​ ​ທຶນ​ໃນ​ມູນ​ຄ່າ 6,000 ລ້ານ​ໂດ​ລາສະ​ຫະ​ລັດ ລະ​ຫວ່າງ​ລັດ​ຖະ​ບານ​ລາວ​ກັບ​ຈີນ ໃນ​
ສັດ​ສ່ວນ 30 ເປີ​ເຊັນ ຕໍ່ 70 ເປີນ​ເຊັນ ຕາ​ມ​ລໍ​າ​ດັບ.

XS
SM
MD
LG