ເດັກນ້ອຍລາວໃນເຂດຊົນນະບົດຍັງບໍ່ໄດ້ຮັບການຕອບສະໜອງດ້ານສະບຽງອາຫານ ແລະ ນ້ຳສະອາດຢ່າງພຽງພໍ ຈຶ່ງເຮັດໃຫ້ຫຼາຍ 55 ເປີເຊັນຍັງຄົງຂາດສານອາຫານ ແລະ ມີນ້ຳໜັກຕ່ຳກວ່າເກນ.
ຜູ້ປະສານງານໂຄງການພັດທະນາເດັກນ້ອຍໃນລຸ່ມນ້ຳຂອງເປີດເຜີຍວ່າສະພາວະການຂາດແຄນນ້ຳສະອາດ ແລະ ໂພຊະນາການທີ່ຈຳເປັນສຳລັບເດັກນ້ອຍລາວໃນເຂດຊົນນະບົດໃນປັດຈຸບັນນີ້ຍັງເປັນບັນຫາທີ່ທ້າທາຍ ແລະ ຈະຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນທີ່ສຸດເນື່ອງຈາກການລະບາດພະຍາດໄວຣັສໂຄວິດ-19 ໃນຊ່ວງປີ 2020-2022 ໄດ້ເຮັດໃຫ້ບັນຫາດັ່ງກ່າວມີຄວາມຮຸນແຮງເພີ່ມຂຶ້ນ ໂດຍເຫັນໄດ້ຈາກສັດສ່ວນເດັກນ້ອຍລາວອາວຸຕ່ຳກວ່າ 5 ປີ ແລະມີນ້ຳໜັກຕ່ຳກວ່າເກນໄດ້ເພີ່ມຂຶ້ນຈາກອັດຕາສະເລ່ຍ 37 ເປີເຊັນໃນປີ 2019 ເປັນສູງກວ່າ 55 ເປີເຊັນຂອງເດັກນ້ອຍລາວໃນເຂດຊົນນະບົດໃນປັດຈຸບັນ.
ຍິ່ງໄປກວ່ານັ້ນບັນຫາການຂາດແຄນນ້ຳສະອາດ ແລະ ໂພຊະນາການດັ່ງກ່າວນີ້ກໍຍັງໄດ້ສົ່ງຜົນກະທົບເຮັດໃຫ້ອັດຕາການເສຍຊີວິດຂອງເດັກນ້ອຍລາວທີ່ອາຍຸຕ່ຳກວ່າ 1 ປີນັ້ນຍັງສູງເຖິງ 45 ຄົນຕໍ່ 1,000 ຄົນອີກດ້ວຍໂດຍເມື່ອສົມທົບດ້ວຍສະພາວະຂາດແຄນລະບົບໃຫ້ບໍລິການດ້ານສາທາລະນະສຸກສຳລັບແມ່ ແລະ ເດັກທີ່ຢູ່ໃນເຂດຊົນນະບົດຂອງລາວດ້ວຍນັ້ນຍັງເຮັດໃຫ້ອັດຕາການເສຍຊີວິດຂອງແມ່ຍິງລາວໃນຂະນະຖືພານັ້ນເພີ່ມຂຶ້ນເປັນ 199 ຄົນຕໍ່ 1 ແສນຄົນ ແລະ ແມ່ຍິງທີ່ເກີດລູກໂດຍໄດ້ຮັບການຊ່ວຍເຫຼືອຈາກແພດ-ພະຍາບານກໍມີພຽງ 54 ເປີເຊັນເທົ່ານັ້ນທັງຍັງຖືເປັນສາເຫດສຳຄັນທີ່ເຮັດໃຫ້ເດັກນ້ອຍລາວອາຍຸຕ່ຳກວ່າ 1 ປີນັ້ນຕ້ອງເສຍຊີວິດເພີ່ມຂຶ້ນນັບມື້ອີກດ້ວຍ ເພາະໄດ້ຮັບຜົນກະທົບຈາກສຸຂະພາບທີ່ອ່ອນແອຂອງຜູ້ທີ່ເປັນແມ່ນັ້ນໂດຍເມື່ອສົມທົບກັບສະພາວະຂາດແຄນທາງດ້ານງົບປະມານຂອງລັດຖະບານລາວດ້ວຍແລ້ວ ກໍຍິ່ງເຮັດໃຫ້ບັນຫາດັ່ງກ່າວນີ້ມີທ່າອຽງທີ່ຈະເພີ່ມລະດັບຄວາມຮຸນແຮງສູງຂຶ້ນອີກ ດັ່ງທີ່ຜູ້ປະສານງານໂຄງການພັດທະນາເດັກນ້ອຍຢືນຢັນວ່າ
“ພວກເຮົາກະຍັງພົບບັນຫາ ແລະ ສິ່ງທ້າທາຍຊຶ່ງພວກເຮົາຈະຕ້ອງໄດ້ສືບຕໍ່ແກ້ໄຂໂດຍສະເພາະບັນດາເມືອງ, ບັນດາບ້ານ, ຄອບຄົວ ກໍເຫັນວ່າການຕອບສະໜອງໂພຊະນາການທີ່ດີນີ້ກໍຍັງບໍ່ທັນຮັບປະກັນເທື່ອ. ການຕອບສະໜອງນ້ຳສະອາດສຳລັບບໍລິໂພກກະຍັງບໍ່ທັນພຽງພໍ. ບາງຄາດໝາຍຕົວຊີ້ວັດດ້ານໂພຊະນາການກໍບັນລຸໄດ້ບາງສ່ວນ ແລະ ຍັງຂາດຂໍ້ມູນອ້າງອີງການສະໜັບສະໜູນທຶນຮອນເຂົ້າໃນວຽກງານໂພຊະນາການກໍຍັງຈຳກັດ ການເປັນເຈົ້າການຂອງຄະນະກຳມະການ ແລະ ຂັ້ນເມືອງຮອດຊຸມຊົນໃນການສ້າງບ້ານໂພຊະນາການຕົວແບບກໍຍັງພົບຄວາມຫຍຸ້ງຍາກ.”
ຍິ່ງໄປກວ່ານັ້ນການລະບາດພະຍາດໄວຣັສ-19 ຍັງໄດ້ສົ່ງຜົນກະທົບເຮັດໃຫ້ເດັກນ້ອຍລາວບໍ່ໄດ້ກິນຢາຂ້າແມ່ທ້ອງນັບເປັນເວລາເກືອບເຖິງ 4 ປີຕິດຕໍ່ກັນນັ້ນກໍຍິ່ງເຮັດໃຫ້ເດັກນ້ອຍລາວໃນເຂດຊົນນະບົດມີຄວາມສ່ຽງຫຼາຍຂຶ້ນທີ່ຈະເຈັບປ່ວຍດ້ວຍໂຣກທີ່ກ່ຽວຂ້ອງກັບການຂາດສານອາຫານ ແລະ ອາດເສຍຊີວິດໄດ້ເພາະພະຍາດແມ່ທ້ອງໄດ້ຍາດເອົາສານອາຫານໄປເປັນສ່ວນໃຫຍ່ ຈຶ່ງເຮັດໃຫ້ເດັກນ້ອຍລາວຕ້ອງໄດ້ກິນຢາຂ້າແມ່ທ້ອງຢ່າງຮີບດ່ວນທີ່ສຸດ ແຕ່ວ່າດ້ວຍການຂາດແຄນດ້ານງົບປະມານຂອງລັດຖະບານລາວ ຈຶ່ງເຮັດໃຫ້ສາມາດເລີ່ມການຈັດຕັ້ງປະຕິບັດໄດ້ໃນບາງພື້ນທີ່ເທົ່ານັ້ນ ນັບຕັ້ງແຕ່ເດືອນຕຸລາ 2023 ເປັນຕົ້ນມາດັ່ງເຈົ້າໜ້າທີ່ໃນກະຊວງສາທາລະນະສຸກໄດ້ໃຫ້ການຢືນຢັນວ່າ
“ຫຼັງຈາກປີ 2019 ແລ້ວເຮົາກະໄດ້ຢຸດການກິນຢາຍ້ອນວ່າໂຄວິດເຂົ້າມາເນາະຊ່ວງນັ້ນໂຄວິດເຂົ້າມາກະພໍດີປີ 2020, 2021, 2022 ທີ່ພວກເຮົາບໍ່ໄດ້ເຄື່ອນໄຫວໃນການກິນຢາ ເຮົາໄດ້ຢຸດຫຼືວ່າ Drop ໄວ້ໃນການກິນຢາຢູ່ໃນໂຮງຮຽນ ບາດນີ້ເຮົາຊິເລີ່ມມາຈັດຕັ້ງປະຕິບັດກິນຢາໃນປີ 2023 ນີ້ ຊຶ່ງມັນກະເປັນການໄລຍະຫ່າງທີ່ວ່າເຮົາບໍ່ໄດ້ເລີ່ມຈັດຕັ້ງປະຕິບັດທາງເບື້ອງວິຊາການເຮົາກະມີການຄົ້ນຄິດກັນຫຼາຍຫຼົບຫຼາຍຕ້າວເນາະ ຈຶ່ງວ່າໄດ້ເປີດຂະບວນການກິນຢານີຂຶ້ນກ່ອນຊິຈັດຕັ້ງກິນຢາເລີ່ມເດືອນສິບນີ້ໄປ ແມ່ນເພື່ອເຮັດໃຫ້ນັກຮຽນຫຼືວ່າເດັກນ້ອຍມີສຸຂະພາບແຂງແຮງ.”
ອີງຕາມລາຍງານຂອງກອງທອນຫຼຸດຜ່ອນບັນຫາທຸກຍາກໃນລາວລະບຸວ່າ ເຂດທີ່ມີບັນຫາຂາດແຄນໃນດ້ານໂພຊະນາການສຳລັບແມ່ ແລະ ເດັກຮຸນແຮງທີ່ສຸດໃນລາວຄືແຂວງຜົ້ງສາລີ, ຫົວພັນ, ອຸດົມໄຊ ແລະ ຊຽງຂວາງ ຊຶ່ງຈາກການສຳຫຼວດພົບວ່າການຂາດແຄນດ້ານໂພຊະນາການຂອງແມ່ ແລະ ເດັກມີຢູ່ເຖິງ 465 ບ້ານໃນ 12 ເມືອງ ແລະ ທີ່ຜ່ານມາກໍໄດ້ຮັບການຊ່ວຍເຫຼືອຈາກອົງການອາຫານໂລກ ແຕ່ກໍບໍ່ພຽງພໍກັບສະພາບຕົວຈິງທີ່ປະຊາຊົນມີຊີວິດການເປັນຢູ່ຍາກຈົນຢ່າງຍິ່ງ.