ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີໃຕ້ ຂໍສິດ ຈາກ ສປຊ ເພື່ອກວດ ກຳປັ່ນ ເກົາຫຼີເໜືອ (ວີດິໂອກ່ຽວຂ້ອງ)


ຜູ້ຊາຍເກົາຫຼີໃຕ້ຄົນນຶ່ງ ພວມເບິ່ງຂ່າວໂທລະພາບ ກ່ຽວກັບການທົດລອງອາວຸດນິວເຄລຍຂອງເກົາຫຼີເໜືອ ທີ່ສະຖານີລົດໄຟແຫ່ງນຶ່ງ ໃນກຸງໂຊລ (12 ກຸມພາ 2013)
ຜູ້ຊາຍເກົາຫຼີໃຕ້ຄົນນຶ່ງ ພວມເບິ່ງຂ່າວໂທລະພາບ ກ່ຽວກັບການທົດລອງອາວຸດນິວເຄລຍຂອງເກົາຫຼີເໜືອ ທີ່ສະຖານີລົດໄຟແຫ່ງນຶ່ງ ໃນກຸງໂຊລ (12 ກຸມພາ 2013)
ນັກການທູດອະວຸໂສທ່ານນຶ່ງ ຂອງເກົາຫຼີໃຕ້ ກ່າວວ່າ ກຸງໂຊລ
ພວມຊອກຫາຊ່ອງທາງເພື່ອໃຫ້ມີການຮັບຜ່ານຮ່າງຍັດຕິຂອງ
ອົງການສະຫະປະຊາຊາດ ທີ່ຈະອະນຸຍາດໃຫ້ມີການເອົາມາດ
ຕະການທາງທະຫານ ຕໍ່ເກົາຫຼີເໜືອ ລຸນຫຼັງທີ່ພຽງຢາງ ໄດ້ທົດ ລອງນິວເຄລຍເທື່ອຫຼ້າສຸດ.

ອົງການຂ່າວຢອນຮັບຂອງເກົາຫຼີໃຕ້ ໄດ້ອ້າງຄຳເວົ້າຂອງນັກ
ການທູດທ່ານນີ້ ທີ່ກ່າວວ່າ ປະເທດຂອງທ່ານ ຫວັງວ່າ ຈະສາ
ມາດຊັກຊວນໃຫ້ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຮັບ
ຮອງເອົາຮ່າງຍັດຕິ ທີ່ມີເນື້ອໄນ ຮວມທັງບົດທີ 7 ຂອງມາດຕາ
42 ຂອງກົດບັດສະຫະປະຊາຊາດ.

ຖ້າມະຕິທີ່ມີການຮັບຮອງເອົາຫາກມີເນື້ອໄນຮວມທັງຂໍ້ກຳນົດ
ດັ່ງກ່າວນີ້ແລ້ວມັນອາດຈະອຳນວຍໃຫ້ກຳປັ່ນລົບ ຢູ່ໃນແຫ່ງ
ຕ່າງໆຂອງໂລກ ຢຸດແລະຂຶ້ນໄປກວດຄົ້ນ ກຳປັ່ນຂອງເກົາຫຼີ
ເໜືອທີ່ສົງໄສວ່າ ລຳລຽງອາວຸດຫຼືນິວເຄລຍ ຫຼືບໍ່ກໍຊິ້ນສ່ວນ
ຕ່າງໆຂອງລູກສອນໄຟ ທີ່ຖືກຫ້າມພາຍໃຕ້ການລົງໂທດຂອງ
ສະຫະປະຊາຊາດ.

ແຕ່ແນວໃດກໍຕາມ ນັກການທູດເກົາຫຼີໃຕ້ທ່ານນີ້ເວົ້າວ່າ ທ່ານບໍ່ແນ່ໃຈວ່າຈີນຈະໃຫ້ການ ສະໜັບສະໜຸນຕໍ່ຮ່າງຍັດຕິ ທີ່ຈະອະນຸຍາດໃຫ້ມີການປະຕິບັດງານທາງທະຫານຕໍ່ເກົາຫຼີ ເໜືອຫຼືບໍ່.

ຈີນ ຊຶ່ງເປັນພັນທະມິດ ທີ່ສຳຄັນສຸດ ຂອງເກົາຫຼີເໜືອ ແລະເປັນສະມາຊິກສະພາຄວາມ ໝັ້ນຄົງ ທີ່ສາມາດໃຊ້ສິດຢັບຢັ້ງຫຼືວີໂຕ້ໄດ້ນັ້ນ ໄດ້ຄັດຄ້ານ ມາເປັນເວລາດົນນານແລ້ວ ກ່ຽວກັບການນຳໃຊ້ບົດທີ 7 ຂອງມາດຕາ 42 ຕໍ່ພຽງຢາງເຖິງແມ່ນວ່າປັກກິ່ງໃຫ້ການສະ ໜັບສະໜຸນຕໍ່ມະຕິຂອງສະຫະປະຊາຊາດຫຼັງຈາກເກົາຫຼີເໜືອໄດ້ທົດລອງຈະຫຼວດທີ່ຍິງ ໄດ້ໃນໄລຍະໄກ ເມື່ອເດືອນທັນວາຜ່ານມາ.

ມະຕິດັ່ງກ່າວນີ້ ໄດ້ຂະຫຍາຍການກັກຊັບສິນ ແລະການຫ້າມເດີນທາງຕໍ່ເຈົ້າໜ້າທີ່ ສ່ວນ ບຸກຄົນ ແລະບໍລິສັດຂອງເກົາຫຼີເໜືອຈຳນວນນຶ່ງ.

ສປຊ ກັບ ສຫລ ປະຕິຍານ ຈະເອົາບາດກ້າວ ຕອບໂຕ້ຕໍ່ເກົາຫລີເໜືອ:

US, UN Vow Action Against North Korean Nuclear Test
please wait

No media source currently available

0:00 0:02:48 0:00
ລິງໂດຍກົງ


ນັກວິເຄາະທ່ານນຶ່ງກ່າວຕໍ່ວີໂອເອວ່າ ຮ່າງຍັດຕິທີ່ມີເນື້ອໄນຮວມທັງ ບົດທີ 7 ຂອງມາດ ຕາ 42 ນັ້ນ ແມ່ນຈະສົ່ງສັນຍານຢ່າງແຂງຂັນ ໄປໃຫ້ເກົາຫລີເໜືອ ທີ່ວ່າ ໂລກຂອງເຮົາ ພວມຈະໝົດຄວາມອົດທົນແລ້ວ ຕໍ່ໂຄງການນິວເຄລຍຂອງເກົາຫຼີເໜືອແລະການບໍ່ເຄົາ ລົບຕໍ່ມະຕິໃນຄັ້ງຜ່ານໆມາ.

ທ່ານ James Schoff ຈາກອົງການກອງທຶນ Carnegie ເພື່ອສັນຕິພາບນາໆຊາດທີ່ກຸງ ວໍຊິງຕັນກໍກ່າວວ່າ ຈີນມີທ່າທາງວ່າຈະລັງເລໃຈ ໃນການທີ່ຈະໃຫ້ຄວາມສະໜັບສະໜຸນ ຕໍ່ມາດຕະການດັ່ງກ່າວນີ້.

ທ່ານ Schoff ເວົ້າວ່າ ຈີນຈະມີຄວາມວິຕົກກັງວົນວ່າ ການຮັບຜ່ານມະຕິນີ້ ບໍ່ຈຳເປັນວ່າ ແມ່ນການຈັດຕັ້ງປະຕິບັດ ອາດເປັນການພຽງພໍທີ່ຈະເຮັດໃຫ້ເກົາຫຼີເໜືອຫັນໄປທາງອື່ນ.

ຈີນໄດ້ປະນາມການທົດລອງນິວເຄລຍຂອງເກົາຫຼີເໜືອໃນວັນອັງຄານແລ້ວນີ້ ແລະຮຽກ ຮ້ອງໃຫ້ເກົາຫລີເໜືອປະຕິບັດຕາມພັນທະ ໃນການເປັນປະເທດ ທີ່ບໍ່ມີອາວຸດນິວເຄລຍ. ປັກກິ່ງກ່າວວ່າ ບັນຫາດັ່ງກ່າວນີ້ ຄວນຈະໄດ້ຮັບການແກ້ໄຂຢູ່ໃນການເຈລະຈາ 6 ຝ່າຍ ເພື່ອປົດອາວຸດນິວເຄລຍເກົາຫຼີເໜືອ ທີ່ຕົກຢູ່ໃນສະພາບບໍ່ໄປບໍ່ມານັ້ນ.

ສ່ວນທ່ານ Bruce Klingner ນັກວິເຄາະຂອງມູນນິທິ Heritage ທີ່ກຸງວໍຊິງຕັນກ່າວຕໍ່ ວີໂອເອວ່າ ຈີນແມ່ນສ່ວນນຶ່ງຂອງບັນຫາ ແທນທີ່ຈະແມ່ນສ່ວນນຶ່ງຂອງການແກ້ໄຂ ເວ ລາການລົງໂທດຕໍ່ເກົາຫຼີເໜືອມີບັນຫາ.

ທ່ານ Klingner ເວົ້າວ່າ ບາງຄົນໄດ້ຄັດຄ້ານຕໍ່ຮ່າງຍັດຕິ ທີ່ຮວມທັງມາດຕາ 42 ວັກ 7 ຫຼືພວກທີ່ບໍ່ຮູ້ເຖິງຈຸດປະສົງຂອງມັນຈະເບິ່ງຄືກັນກັບວ່າສະຫະລັດຊອກຫາເຫດຜົນເພື່ອ ທຳການໂຈມຕີເກົາຫຼີເໜືອ.

ຜ່ານມາກອງທັບເຮືອຂອງສະຫະລັດມີແຕ່ນຳເບິ່ງຫຼືເປັນເງົາຕິດຕາມກຳປັ່ນເກົາຫຼີເໜືອ ທີ່ສົງໄສວ່າລຳລຽງຊິ້ນສ່ວນອຸບປະກອນຫຼືເທັກໂນໂລຈີລູກສອນໄຟນິວເຄລຍ.

ການທົດລອງນິວເຄລຍຂອງເກົາຫຼີເໜືອໃນປີ 2006 ແລະ 2009 ພາໃຫ້ມີການລົງໂທດ ທາງດ້ານການທູດແລະດ້ານເສດຖະກິດຢ່າງໜັກຕໍ່ເກົາຫຼີເໜືອ.

ເກົາຫຼີເໜືອກ່າວວ່າ ຕົນຕ້ອງການຢາກມີອາວຸດນິວເຄລຍ ຍ້ອນອັນທີ່ປະເທດດັ່ງກ່າວ ເວົ້າວ່າ ນະໂຍບາຍທີ່ເປັນປໍລະປັກຂອງສະຫະລັດ. ເກົາຫຼີເໜືອເວົ້າວ່າ ຜົນປະໂຫຍດ ຕ່າງໆ ທີ່ມີການໃຫ້ຄຳໝັ້ນສັນຍາໄວ້ວ່າ ຕົນຈະໄດ້ຮັບ ຖ້າຍຸຕິໂຄງການນິວເຄລຍ ເຊັ່ນ ເຊື້ອໄຟ ແລະການຊ່ອຍເຫຼືອທາງດ້ານເສດຖະກິດ ຈາກບັນດາປະເທດຕາເວັນຕົກນັ້ນ ແມ່ນບໍ່ເຄີຍມີຂຶ້ນເລີຍ. ເກົາຫຼີເໜືອ ຊຶ່ງເປັນປະເທດທີ່ທຸກຍາກ ແມ່ນກາງຕໍ່ຢ່າງໜັກນຳ ການຊ່ອຍເຫຼືອທາງດ້ານອາຫານການກິນ ຈາກຕ່າງປະເທດ ເພື່ອລ້ຽງດູປະຊາຊົນຂອງ ຕົນ.


XS
SM
MD
LG