ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໐ ມິຖຸນາ ໒໐໒໓

ເກົາຫຼີເໜືອ ທົດລອງ ອາວຸດນິວເຄລຍ ຄັ້ງທີ 3 (ສະໄລດ໌/ວີດີໂອ)


ພວກປະທ້ວງ ຊາວເກົາຫຼີໃຕ້ ທິ່ກຸງໂຊລ ຈູດຮູບຂອງທ່ານ Kim Jong Un ຜູ້ນຳຂອງເກົາຫຼີເໜືອ ໃນລະຫວ່າງການໂຮມຊຸມ ຊຶ່ງມີຂຶ້ນຫຼັງຈາກ ການທົດລອງອາວຸດນິວເຄລຍ ຂອງເກົາ ຫຼີເໜືອ (12 ກຸມພາ 2013)
ເກົາຫລີ​ເໜືອ​ກ່າວ​ວ່າ ຕົນ​ໄດ້​ “ປະສົບ​ຜົນສໍາ​ເລັດ” ​ໃນ​ການທົດ​
ລອງ ນິວ​ເຄລຍຄັ້ງ​ທີສາມ ຊຶ່ງ​ເປັນ​ການ​ທ້າ​ທາຍ ຕໍ່ຄຳ​ເຕືອນ​
ຂອງສະຫະ​ປະ ຊາ​ຊາດ ເພື່ອ​ໃຫ້ຢຸດ​ເຊົາ​ໂຄງການພັດທະນາ
ອາວຸດ​ນິວ​ເຄລຍຂອງ​ຕົນ ນັ້ນ.

ສື່​ມວນ​ຊົນ​ຂອງລັດກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ການ​ທົດ​ລອງ​ໃຕ້​ດິນໄດ້​ໃຊ້ “ລູກ​ລະ​ເບີດ​ນິວ​ເຄລຍຂະໜາດເບົາກວ່າ ​ແລະ​ນ້ອຍ” ນັ້ນ ​ແມ່ນມີ​ພະລັງລະ​ເບີດທີ່ແຮງກວ່າການ​ທົດ​ລອງຄັ້ງ​ທີ່​ແລ້ວ. ​ສື່​ຂອງ​ລັດກ່າວວ່າ ການ​ທົດ​ລອງ​ດັ່ງກ່າວ​ ແມ່ນເປັນ​ການ​ຕອບ​ໂຕ້ ຕໍ່ອັນ​ທີ່​ຮ້ອງ​ວ່າ “ການເປັນ​ປໍ​ລະ​ປັກ​ທີ່​ບໍ່ໄຕ່ຕອງ” ຂອງສະຫະລັດ.

ນັກ​ຂ່າວ​ຄົນ​ນຶ່ງ​ຂອງໂທລະພາບລັດຖະບານເກົາຫຼີ​ເໜືອປະກາດ
​ວ່າ: “ວິຊາ​ການ​ທາງດ້ານ​ວິທະຍາສາດ ໃນ​ການ​ປ້ອງ​ກັນ​ປະ​ເທດ
​ຊາດຂອງ​ພວກ​ເຮົາ ​ໄດ້​ປະສົບ​ຜົນ​ສໍາ​ເລັດ ​ໃນ​ການ​ທົດ​ລອງ​ນິວ​ເຄລຍ​ໃຕ້​ດິນຄັ້ງທີ​ສາມ ຢູ່​ທີ່​ບ່ອນ​ທົດ​ລອງນິວ​ເຄລຍ​ໃຕ້​ດິນ ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ ເມື່ອວັນ​ທີ 12 ກຸມພາ ປີ 2013 ນີ້.”



​ເລ​ຂາ​ທິການ​ໃຫຍ່ສະຫະ​ປະຊາຊາດ ທ່ານ Ban Ki-moon ​ໄດ້ປະ ນາມໃນ​ທັນ​ທີວ່າ​ ເປັນການເຄື່ອນ​ໄຫວ​ທີ່ສ້າງ “ຄວາມ​ບໍ່​ທຸ່ນ​ທ່ຽງ​ຢ່າງ​ ຮ້າຍ​ແຮງ” ​ແລະ​ຮ້ອງ​ວ່າ “​ເປັນ​ການລະ​ເມີດ​ຢ່າງ​ຈະ​ແຈ້ງ ​ແລະ​ຮ້າຍ ​ແຮງ​” ຕໍ່​ການ​ລົງ​ໂທດ​ຂອງ​ນາໆ​ຊາດ.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຮ້ອງ​ການ​ທົດ​ລອງ​ນີ້​ວ່າ “​ເປັນ​ການ​ທ້າ​ທາຍ​ເກາະ​ຜິດ​ຢ່າງແຮງ” ໂດຍ​ກ່າວ​ວ່າ ມັນ​ເປັນ​ການ​ນາບ​ຂູ່ຕໍ່ຄວາມ​ປອດ​ໄພ​ຂອງສະ
ຫະລັດ​ແລະ​ສັນຕິພາບຂອງ​ນາໆ​ຊາດ. ທ່ານ​ໄດ້​ຮຽກຮ້ອງ​ໃຫ້ເອົາມາດ​ຕະການ “​ຢ່າງ​ວອງ​ໄວ ​ແລະ​ເປັນ​ທີ່​ໜ້າ​ເຊື່ອ​ຖື” ​ໂດຍ​ປະຊາ​ຄົມນາໆ​ຊາດ.

ຈີນ ຊຶ່ງ​ເປັນ​ພັນທະ​ມິດໃກ້​ຊິດ​ຂອງ​ເກົາຫລີ​ເໜືອ ​ໄດ້​ສະ​ແດງ​ອອກໃນ​ອັນ​ທີ່ທາງ​ການ​ຈີນ​ຮ້ອງ​ວ່າ “ການ​ຄັດຄ້ານ​ຢ່າງ​ແຂງ​ຂັນ" ຕໍ່ການ​ທົດ​ລອງດັ່ງກ່າວ​ນີ້.

ບັນດາ​ນັກ​ການ​ທູດກ່າວ​ວ່າ ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ຈະ​ພົບ​ປະກັນ​ໃນ​ຕອນ​ເຊົ້າ​ຂອງວັນ​ອັງຄານ​ມື້​ນີ້ ທີ່​ນະຄອນ​ນິວຢອກ ​ເພື່ອ​ຊອກ​ຫາ​ການ​ໂຕ້​ຕອບຕໍ່​ເລື່ອງ​ດັ່ງກ່າວ.

ນັກ​ຂ່າວວີ​ໂອ​ເອ Steve Herman ກ່າວ​ວ່າ ​ເກົາຫລີ​ໃຕ້ ​ຊຶ່ງໄດ້​ຍົກ​ລະດັບ​ການ​ຕຽມພ້ອມ ທາງ​ທະຫານ​ຂອງ​ຕົນນັ້ນ ກໍາລັງ​ສັງ​ເກ​ດການ ກ່ຽວ​ກັບ​ການ​ທົດ​ລອງລະ​ເບີດນິວ​ເຄລຍ​ ຫລື​ການ​ຍິງ​ລູກ​ສອນ​ໄຟ ​ເພີ້ມຕື່ມ​ ຂອງເກົາຫລີເໜືອ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG