ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ Kerry ພົບປະ ຄູ່ຕຳແໜ່ງ ຝ່າຍອີຣ່ານ ເພື່ອຫາທາງ ບັນລຸ ຂໍ້ຕົກລົງ ນິວເຄລຍ


.ທ່ານJohn Kerry ລັດຖະມົນຕີຕ່າງປະເທດສະຫະລັດ ໄດ້ຮັບການຕ້ອນຮັບ ທີ່ນະຄອນ Muscat ວັນທີ 9 ພະຈິກ 2014
.ທ່ານJohn Kerry ລັດຖະມົນຕີຕ່າງປະເທດສະຫະລັດ ໄດ້ຮັບການຕ້ອນຮັບ ທີ່ນະຄອນ Muscat ວັນທີ 9 ພະຈິກ 2014

ທ່ານ John Kerry ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ​ແລະ
​ທ່ານ Mohammad Javad Zarif ລັດຖະມົນຕີ​ຕ່າງປະ​ເທດ​
ອີຣ່ານໄດ້ເລີ້ມ​ທຳ​ການ​ພົບ​ປະຫາລືກັນ​ໜ້າ​ຕໍ່ໜ້າກັນ​ທີ່ Oman
​ໃນ​ເວລາ​ພຽງ​ແຕ່ 2 ສັບປະດາ​ເທົ່າ​ນັ້ນກ່ອນ​ເວລາ​ເສັ້ນ​ຕາຍສຳ
ລັບ​ການ​ບັນລຸ​ຂໍ້​ຕົກລົງ​ກັນ​ວ່າ​ດ້ວຍ​ນີວ​ເຄລຍນັ້ນ.

ທ່ານ​ນາງ Catherine Ashton ຫົວໜ້າ​ນະ​ໂຍບາຍ​ຕ່າງປະ​ເທດ
​ຂອງ​ສະຫະພາບ​ຢູ​ໂຣບ ກໍ​ໄດ້​ປະກອບສ່ວນ​ນຳ​ເຊັ່ນ​ກັນ ​ໃນ​ການ​
ພົບ​ປະ​ສົນ ທະ​ນາ​ກັນ​ໃນ​ວັນ​ອາທິດ​ມື້​ນີ້.

ທ່ານ Kerry ​ແລະ​ທ່ານ Zarif ​ໄດ້​ຈັບ​ມື​ກັນ ​ແຕ່​ບໍ່​ໄດ້​ກ່າວ​ຖ້ອຍ​ຖະ​ແຫຼ​ງ​ໃດໆ​ຕໍ່​ສື່​ມວນ​ຊົນ ​ໃນ​ຂະນະ​ທີ່​ພວກ​ທ່ານ​ກະກຽມ​ເພື່ອ​ເລີ້ມ​ທຳ​ການໂອ້​ລົມ​ສົນທະນາ​ກັນ ​ທີ່​ນະຄອນຫຼວງ Muscat ຂອງ Oman ນັ້ນ.

​ໃນ​ການ​ຖະ​ແຫຼ​ງ ກ່ອນ​ອອກ​ເດີນທາງຈາກປັກ​ກິ່ງ​ໃນ​ວັນ​ເສົາ​ວານ​ນີ້ ທ່ານ Kerry ກ່າວ​ວ່າ “ມີ​ຊ່ອງ​ຫວ່າງ​ອັນ​ແທ້​ຈິງ​ຫຼາຍ​ຢ່າງ” ​ໃນການ​ ໂອ້​ລົມ​ສົນທະນາ​ກັນ​ ເພື່ອ​ໃຫ້​ບັນລຸ​ຂໍ້​ຕົກ
ລົງ​ກັນ​ກັບ​ອີຣ່ານ ກ່ຽວ​ກັບ​ໂຄງການ​ນີວ​ເຄລຍຂອງ​ອີຣ່ານນັ້ນ ​ແລະ​ທ່ານ​ໄດ້​ກ່າວ​ເນັ້ນເຊັ່ນ​ກັນ​ວ່າ ການ​ເຈລະຈາເລື້ອງ​ນີວ​ເຄລຍນີ້ ​ແມ່ນ​ແຍກ​ຈາກ​ເລື້ອງ​ອື່ນໆ ຮວມທັງ ການຮ່ວມ​ມື​ທີ່​ເປັນ​ໄປ​ໄດ້​ກັບ​ອີຣ່ານ​ໃນ​ການ​ຕໍ່ສູ້​ກັບ​ກຸມ​ລັດ​ອິສລາມ​ນັ້ນ.

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ກ່າວຫວ່າງ​ໄວໆ​ຜ່ານ​ມາ​ນີ້​ວ່າ ສະ ຫະລັດ ​ແລະ​ກຸ່ມ​ພັນທະ​ມິດ P5 ບວກ​ນຶ່ງ ​ໄດ້ມອບໂຄງ​ຮ່າງ​ສຳລັບ​ຂໍ້​ຕົກລົງ​ດ້ານ​ນີວ​ເຄລຍ ໃຫ້​ແກ່​ອີຣ່ານ
ແລ້ວ.

ທ່ານ​ເອີ້ນ​ໂຄງຮ່າງ​ດັ່ງກ່າວ​ວ່າ​ເປັນ​ບາດກ້າວເທື່ອ​ລະ​ກ້າວທີ່​ກວດສອບ​ໄດ້ ສຳລັບ​ອີຣ່ານ
ທີ່​ຈະ​ຫລຸດພົ້ນ​ຈາກ​ການ​ລົງ​ໂທດ​ທີ່​ເຮັດ​ໃຫ້​ປະ​ເທດ ຕົກ​ຢູ່​ໃນ​ສະພາບ​ອຳມະພາດ ​ແລະ​ກັບ​ຄືນ​ມາຮ່ວມປະຊາ​ຄົມນາໆ​ຊາດ​. ​ແຕ່​ປະທານາທິບໍດີ ​ໂອ​ບາ​ມາ ​ເອີ້ນ​ເລື້ອງ​ນີ້​ວ່າ “​ເປັນ​ຄຳຖາມທີ່ເປີດ​ກວ້າງ​ອັນ​ນຶ່ງ” ວ່າ​ ຄະນະ​ນຳພາ​ຂອງ​ອີຣ່ານຈະ​ເຮັດ​ຫຼື​ບໍ​ໃນອັນ​ທີ່​ດີ​ທີ່​ສຸດ​ສຳລັບ​ອີຣ່ານນັ້ນ.

ກຸ່ມ P5 ບວກ 1 ຫຼື​ກຸ່ມ 5 ປະ​ເທດ​ສະມາຊິກ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະປະ
ຊາ​ຊາດ​ແລະ​ເຢຍຣະມັນ ຢາກ​ໃຫ້​ອີຣ່ານຫຼຸດ ຜ່ອນສະມັດຖະພາບ​ໃນ​ການຫລອມ​ທາດ​ຢູ​ເຣນຽມ​ຂອງ​ຕົນ ​ເພື່ອ​ບໍ່​ໃຫ້​ຕົນສາມາດ​ຜະລິດ​ລະ​ເບີດ​ນີວ​ເຄລຍໄດ້ນັ້ນ ​ເພື່ອ​ເປັນ​ການ​ແລກປ່ຽນ ​ສະຫະ​ປະຊາ​ຊາດ​ ຈະ​ຍົກ​ເລີກການ​ລົງ​ໂທດ​ຂອງ​ຕົນ​ຕໍ່​ອີຣ່ານ.

ອີຣ່ານ​ໄດ້​ປະຕິ​ເສດ​ມາ​ໂດຍຕະຫຼອດ ທີ່​ວ່າ​ຕົນ​ຢາກ​ຜະລິດ​ອາວຸດ​ນີວ​ເຄລຍນັ້ນ.

usirannuclearupd9november14
please wait

No media source currently available

0:00 0:00:34 0:00

XS
SM
MD
LG