ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາຍງານສິດທິມະນຸດ ຂອງສະຫະລັດ ວ່າ ມຽນມາເປັນຈຸດເດ່ນ (ວີດິໂອ ລາວ/ອັງກິດ)


ນັກເຄຶ່ອນໄຫວດ້ານສິດທິມະນຸດຊາວຮັດເຊຍ Anna Kolelinikova ຂະນະກ່າວກ່ຽວກັບ ສະພາບການສິດທິມະນຸດ ໃນການໂຮມຊຸມນຸມປະທ້ວງ ຢູ່ນະຄອນຫລວງມອສໂຄ ຂອງຣັດເຊຍ, ວັນທີ 17 ເມສາ 2013.
ນັກເຄຶ່ອນໄຫວດ້ານສິດທິມະນຸດຊາວຮັດເຊຍ Anna Kolelinikova ຂະນະກ່າວກ່ຽວກັບ ສະພາບການສິດທິມະນຸດ ໃນການໂຮມຊຸມນຸມປະທ້ວງ ຢູ່ນະຄອນຫລວງມອສໂຄ ຂອງຣັດເຊຍ, ວັນທີ 17 ເມສາ 2013.
ເມື່ອວັນສຸກທີ 19 ເມສາ ຜ່ານມານີ້ ກະຊວງຕ່າງປະເທດ
ສະຫະລັດໄດ້ນໍ​າອອກເຜີຍແຜ່ ລາຍງານປະຈໍາປີຂອງຕົນ
ວ່າດ້ວຍສະພາບການດ້ານສິດທິມະນຸດຢູ່ໃນທົ່ວໂລກ.
Scott Stearns ຜູ້ສື່ຂ່າວວີໂອເອ ປະຈໍາກະຊວງຕ່າງປະ
ເທດ ລາຍງານວ່າ ທ່ານຈອນແຄຣີ ລັດຖະມົນຕີຕ່າງປະ
ເທດສະຫະລັດ ເວົ້າວ່າ ລັດຖະບານປະທານາທິບໍດີໂອບາ
ມາ ຮຽກຮ້ອງໃຫ້ທຸກໆ​ປະ​ເທດ ພິທັກປົກປ້ອງສິດທິມະນຸດ
ໂດຍທີ່ບໍ່ຈໍາກັດ ຊົນ​ຊາດຊົນເຜົ່າ ເພດ ​ເຊື້ອ​ຊາດ ສາສະໜາ
ຄວາມ​ມັກທາງເພດສໍາພັນ ຫລືຄວາມພິການ. ທອງປານມີ
ເລຶ່ອງນີ້ມາສະເໜີທ່ານ.


ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ:


ໃນຄໍາ​ຖະ​ແຫລ​ງຕອນ​ນໍາ​ເອົາລາຍງານສິດທິມະນຸດຂອງປີນີ້ອອກເຜີຍແຜ່ນັ້ນ ທ່ານລັດ
ຖະມົນຕີ ຈອນ ແຄຣີ ເວົ້າວ່າຈຸດນຶ່ງທີ່ພົ້ນເດັ່ນກ່ຽວກັບເລຶ່ອງນີ້ແມ່ນຢູ່ໃນມຽນມາ ບ່ອນທີ່
ມີການປະຕິຮູບໄປສູ່ປະຊາທິປະໄຕ ແລະ ມີການພິທັກປົກປ້ອງດ້ານສິດທິມະນຸດດີຂຶ້ນ
ກວ່າເກົ່າ ຊຶ່ງກໍາລັງ​ເຮັດໃຫ້ການຢູ່ໂດດດ່ຽວມາເປັນເວລາຫຼາຍປີຂອງ​ມຽນມາສິ້ນ​ສຸດລົງ.

ທ່ານ ແຄຣີ ເວົ້າວ່າ: “ມັນໄດ້ມາເຖິງຈຸດທີ່ພວກເຮົາຕ້ອງການນັ້ນແລ້ວຫຼືບໍ່?
ບໍ່-ຍັງເທື່ອ ແຕ່ມັນຢູ່ໃນເສັ້ນທາງແລ້ວ ຊຶ່ງກໍາລັງເຄຶ່ອນໄຫວໄປໜ້າ. ແລະ
ໂດຍ ການເລີ່ມຕົ້ນນ້ອມຮັບເອົາສິດທິສາກົນນັ້ນ ລັດຖະບານມຽນມາ
​ແມ່ນ
ໄດ້ເປີດ ປະຕູ​ໃນ​ຫລາຍໆ​ດ້ານ ໄປສູ່ການເປັນພາຄີທີ່ເຂັ້ມແຂງກວ່າເກົ່າ
ກັບບັນ
ດາປະເທດເພື່ອນບ້ານຂອງຕົນ ແລະກັບປະເທດອື່ນໆໃນທົ່ວໂລກ.”

ລາຍງານຂອງ​ກະຊວງ​ການ​ຕ່າງປະ​ເທດເວົ້າວ່າ ມຽນມາຍັງປະເຊີນກັບສິ່ງທ້າທາຍຫຼາຍໆ
ຢ່າງຢູ່ ໂຮມທັງບັນຫາການສໍ້ລາດບັງຫຼວງ ແລະບັນດານັກໂທດການເມືອງ ທີ່​ຍັງ​ຖືກ​ຄຸມ​ຂັງ​ຢູ່.

ທ່ານຈອນ ແຄຣີ ເວົ້າຕື່ມວ່າ: “ແຕ່ຖ້າຫາກວ່າ ບັນດາຜູ້ນໍາມຽນມາສືບ​ຕໍ່ສຸມສ່
ການສົ່ງ​ເສີມ​ ແລະພິທັກປົກປ້ອງສິດທິຕ່າງໆຂອງປະຊາຊົນທັງໝົດ ຢູ່ໃນປະ
ເທດຂອງພວກເຂົາເຈົ້າແລ້ວ ກໍ
ມີ​ທາງວ່າ ມຽນມາຈະສືບຕໍ່ເດີນໄປຕາມເສັ້ນ
ທາງທີ່ໃຫ້ຄ
ວາ​ມຫວັງ ແກ່ການ​ຟື້ນ​ຟູ​ໂຕ​ເອງຄືນມາໃໝ່.”

ສໍາລັບຂົງເຂດຕາເວັນອອກກາງແລະອາຟຣິກາເໜືອນັ້ນ ລາຍງານເວົ້າວ່າ ຄວາມຫວັງຈາກ​
ໄລຍະ​ຕົ້ນໆຂອງການຕື່ນຕົວຂອງຊາວອາຫຣັບ ທີ່​ລຸກ​ຂຶ້ນ​ມາ​ຕໍ່ຕ້ານ​ການ​ປົກຄອງ​ແບບຜະ
​ເດັດການ​ນັ້ນ ​ໄດ້​ປະ​ເຊີນກັບຄວາມເປັນຈິງ ທີ່​ຮຸນ​ແຮງຂອງການຜັນປ່ຽນທີ່ບໍ່ສົມບູນ ແລະມີການ
​ໂຕ້​ແຍ້​ງ​ແຂ່ງຂັນກັນ.

ທ່ານ ແຄຣີ ເວົ້າວ່າ: ຢູ່​ໃນບ່ອນທີ່ ລັດຖະບານທີ່ຍຶດຄອງ​ອໍານາດ​ມາ​ເປັນ​ເວລາ​
ດົນນານ
​ໄດ້​ຖືກ​ໂຄ່ນ​ລົ້ມ​ລົງ ແລະລັດຖະບານຊຸດໃໝ່ ​ໄດ້ຊັກຊ້າ​ໃນ​ການຮັບປະ
ກັນສິດທິເຫຼົ່ານັ້ນ ແລະ
​ໃນ​ການພິທັກປົກປ້ອງພວກທີ່ອ່ອນແອທີ່ສຸດ ແລະ​ໃນ
ການ
ສ້າງສາບັນດາສະຖາບັນປະຊາທິປະໄ ທີ່ມີຄວາມຮັບຜິດຊອບນັ້ນ ພວກ
ເຮົາຍັງເຫັນການຕ້ານຢັນ
ກັນ ຢູ່ໃນພາກສ່ວນນັ້ນຂອງໂລກ.”

ໂຮມທັງຊີເຣຍ ບ່ອນທີ່ສະຫະລັດກໍາລັງໃຫ້ການສະໜັບສະໜຸນ​ແກ່ຝ່າຍທີ່​ຄັດຄ້ານ ປະທາ
ນາທິບໍດີ Bashar al-Assad ນັ້ນ.

ທ່ານ ແຄຣີ ເວົ້າວ່າ: “ຢູ່ໃນຊີເຣຍນັ້ນ ທ່ານອັດຊັດຍັງພະຍາຍ​າມຍຶດອໍານາດໄວ້​
ຢ່າງ
ສຸດຂີດ ​ໂດຍທໍາການຕອບສະໜອງຕໍ່ສຽງຮຽກຮ້ອງເພື່ອເສລີພາບ ດ້ວຍ
ການຄາດຕະກໍາ
ສ້າງ​ຄວາມ​ປັ່ນ​ປ່ວນ ແລະເຂັ່ນຂ້າຫຼາຍຂຶ້ນ. ວິໄສທັດຂອງ
ຫຼາຍໆຄົນຜູ້ທີ່ໄດ້ທໍາການຕໍ່ສູ້ແລະຍອມເສຍສະຫຼະຢູ່
​ໃນທົ່ວຂົງເຂດ ​ແມ່ນຈະ
ບໍ່ມີວັນ
​ເປັນ​ຈິງ​ຂຶ້ນ​ມາ ຖ້າຫາກວ່າສິດທິມະນຸດຂອງ​ເຂົາ​ເຈົ້າຖືກປະຕິເສດ ຫຼື
ບໍ່​ເອົາ​ຫົວຊາ​ນໍາ.

ສ່ວນໃນທິເບດ ລາຍງານເລຶ່ອງສິດທິມະນຸດຂອງ​ສະຫະລັດເວົ້າວ່າ ຈໍານວນຂອງ​ຊາວພຸດ
ທີ່ຈູດເຜົາຕົນເອງເມື່ອປີຜ່ານມາ ໄດ້ເພີ່ມທະວີຂຶ້ນເປັນ ຫົກເທົ່າຕົວ ທຽບໃສ່ສະຖິຕິຂອງ
ປີ 2011. ລາຍງານເວົ້າອີກວ່າ ພວກເຈົ້າໜ້າທີ່ຈີນໄດ້ກົດຂີ່ປາປປາມມູນ​ເຊື້ອທາງສາສະ
ໜາແລະວັດທະນະທໍາທີ່ ເປັນເອກກະລັກຂອງທິເບດ ໂດຍການຈໍາກັດສິດທິພົລະເຮືອນ
ຂອງຊົນເຜົ່າທິເບດຢ່າງ​ເຄ່ງ​ຄັດ.

ໃນອິຣ່ານນັ້ນ ລາຍງານເວົ້າວ່າ ລັດຖະບານຍັງສືບຕໍ່ການກວດລ້າງຕໍ່ສັງຄົມພົນລະເຮືອນ
ດ້ວຍ​ການຈັບກຸມພວກນັກຂ່າວ ນັກສຶກສາ ທະນາຍຄວາມ ນັກສິນລະປິນ ແລະພວກນັກ
ເຄຶ່ອນໄຫວດ້ານສາສະໜາແລະຊົນເຜົ່າ ໂດຍມີກໍາລັງຮັກສາຄວາມປອດໄພ ກະທໍາການ
ກໍ່ຄວາມຮຸນແຮງ ແລະກົດຂີ່ປາບປາມ ທີ່​ມີ​ສາ​ເຫດ​ທາງ​ການ​ເມືອງ ອັນໂຮມທັງການທໍລະ
ມານ ທຸບຕີ ແລະຂົ່ມຂືນ.

ທ່ານ ແຄຣີ ເວົ້າວ່າ ສະຫະລັດຊຸກຍູ້ສົ່ງເສີມສິດທິມະນຸດ ບໍ່ແມ່ນພຽງ​ເພາະວ່າມັນເປັນການ
​ກະທໍາທີ່ຖືກຕ້ອງເທົ່ານັ້ນ ແຕ່ມັນກ່ຽວ​ພັນກັບຄວາມໝັ້ນຄົງນໍາ.

ທ່ານ ແຄຣີ ເວົ້າວ່າ: “ປະເທດຕ່າງໆ ບ່ອນທີ່ມີສິດທິມະນຸດທີ່ເຂັ້ມແຂງນັ້ນ
ຄືບັນດາປະເທດທີ່ປະຊາຊົນມີສະພາບຄວາມເປັນຢູ່ດີຂຶ້ນ ມີເສດຖະກິດ
ເຕີບ
ໂຕ ມີຕົວບົດກົດໝາຍທີ່ເຂັ້ມແຂງກວ່າ ລັດຖະບານມີປະສິດທິພາບ
ສູງ
ກ່ວາ ແລະຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ
ໄດ້ຫຼາຍ
ກວ່າ ແລະເປັນປະເທດທີ່ນໍາພາໃນເວທີໂລກ ແລະ​ແຜ່ສະຖຽນ
ລະພາບ
ໄປທົ່ວຂົງເຂດ ຂອງພວກເຂົາເຈົ້າ.”

ລາຍງານ​ເລື້ອງ​ສິດທິ​ມະນຸດ​ຂອງ​ສະຫະລັດຍັງໃຫ້ຂໍ້ສັງເກດອີກວ່າ ມີ​ພື້ນ​ທີ່​ແຄບເຂົ້າ ສໍາລັບ
ການ​ເຄື່ອນ​ໄຫວ​ຂອງສັງຄົມພົນລະເຮືອນຢູ່ໃນທົ່ວໂລກ ໂດຍສະເພາະໃນຣັດເຊຍ ບ່ອນທີ່
ມີກົດໝາຍອອກໃໝ່ ທີ່ຂຶ້ນຄ່າປັບໃໝ ສໍາລັບການປະທ້ວງທີ່ບໍ່ໄດ້ຮັບອະນຸຍາດ ແລະວາງ
ຂໍ້ຈໍາກັດຮັດແຄບຕໍ່ເສລີພາບ​ໃນການຊົມໃຊ້ອິນເຕີ​ເເນັດ ແລະຂະຫຍາຍຄວາມໝາຍຂອງ
ການທໍລະຍົດຕໍ່ຊາດ ອອກ​ໄປ​ຢ່າງ​ຫລວງຫລາຍ.

ວີດິໂອ ພາສາອັງກິດ:

State Dept. Human Rights Report: Murder in Syria, Progress in Burma
please wait

No media source currently available

0:00 0:03:01 0:00
ລິງໂດຍກົງ
XS
SM
MD
LG