ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ພິພາກສາ ຕັດສິນ ທ່ານທຣໍາ ກ່ຽວກັບການສໍ້ໂກງທະນາຄານ ແລະບໍລິສັດປະກັນໄພ ໃນລະຫວ່າງກໍ່ສ້າງອານາຈັກອະສັງຫາລິມະຊັບຂອງທ່ານ

ແຟ້ມຮູບ-ອະດີດປະທານາທິບໍດີສະຫະລັດ ແລະຜູ້ສະໝັກເລືອກຕັ້ງຈາກພັກຣີພັບບຣິກັນ ທ່ານດໍໂນລ ທຣໍາ ກ່າວຄໍາປາໄສໃນລະຫວ່າງການໂຄສະນາຫາສຽງເລືອກຕັ້ງປະທານາທິບໍດີປີ 2024 ຢູ່ທີ່ Sportsman Boats ໃນເມືອງ ຊໍາເມີວີລ, ລັດຄາໂຣໄລນາໃຕ້, ວັນທີ 25 ກັນຍາ 2023.

ຜູ້ພິພາກສາຄົນນຶ່ງ ໄດ້ຕັດສິນວ່າ ທ່ານດໍໂນລ ທຣໍາ ໄດ້ທໍາການສໍ້ໂກງມາເປັນເວລາຫຼາຍປີ ໃນລະຫວ່າງການກໍ່ສ້າງອານາຈັກອະສັງຫາລິມະຊັບ ທີ່ເຮັດໃຫ້ທ່ານມີຊື່ສຽງໄວວາ ແລະທໍານຽບຂາວ, ອີງຕາມລາຍງານຂອງອົງການຂ່າວ AP.

ຜູ້ພິພາກສາ ທ່ານອາເທີ ເອັນໂກຣອນ (Arthur Engoron), ​ໄດ້​ຕັດ​ສິນ​ໃນຄະ ດີແພ່ງ ເຊິ່ງຍື່ນໂດຍ​ຫົວ​ໜ້າ​ຍຸ​ຕິ​ທຳຂອງລັດນິວຢອກ, ພົບວ່າອະດີດປະທານາ ທິບໍດີ ແລະບໍລິສັດຂອງທ່ານ ຫຼອກລວງທະນາຄານຫຼາຍແຫ່ງ, ບໍ​ລິ​ສັດປະກັນໄພ ແລະອື່ນໆ ໂດຍການປະເມີນມູນຄ່າຊັບສິນຂອງທ່ານສູງ​ເກີນ​ໄປ ແລະເວົ້າເກີນມູນຄ່າສຸດທິ ໃນເອກະສານຂອງທ່ານ ທີ່ໃຊ້ເຂົ້າໃນການເຮັດສັນຍາ ແລະການຄໍ້າປະກັນດ້ານການເງິນ.

ການຕັດສິນຂອງ ທ່ານເອັນໂກຣອນ ແກ້ໄຂຂໍ້ຮຽກຮ້ອງທີ່ສໍາຄັນໃນຄະດີຄວາມຂອງຫົວ​ໜ້າ​ຍຸ​ຕິ​ທຳ ທ່ານນາງເລັດທິເທຍ ເຈມສ໌ (Letitia James), ແຕ່ອີກ 6 ຂໍ້ຍັງຄ້າງ​ຄາ​ຢູ່. ທ່ານ​ນາງເຈມສ໌ ພະຍາຍາມ​ຢາກ​ໃຫ້ປັບ​ໃໝເງິນຈໍານວນ 250 ລ້ານໂດລາ ແລະຫ້າມ ທ່ານທຣໍາ ດໍາເນີນທຸລະກິດໃນລັດນິວຢອກ ເຊິ່ງເປັນລັດບ້ານເກີດຂອງທ່ານ.

ແຟ້ມຮູບ-ເຈົ້າໜ້າທີ່ຕໍາຫຼວດ ຢືນຍາມເຝົ້າດ້ານໜ້າຂອງຕຶກ Trump Tower ການການເດີນທາງມາຮອດຂອງອະດີດປະທານາທິບໍດີສະຫະລັດ ທ່ານທຣໍາ ໃນນະຄອນນະວຢອກ, ວັນທີ 12 ເມສາ 2023.
ແຟ້ມຮູບ-ເຈົ້າໜ້າທີ່ຕໍາຫຼວດ ຢືນຍາມເຝົ້າດ້ານໜ້າຂອງຕຶກ Trump Tower ການການເດີນທາງມາຮອດຂອງອະດີດປະທານາທິບໍດີສະຫະລັດ ທ່ານທຣໍາ ໃນນະຄອນນະວຢອກ, ວັນທີ 12 ເມສາ 2023.

NEW YORK (AP) — A judge has ruled that Donald Trump committed fraud for years while building the real estate empire that catapulted him to fame and the White House. Judge Arthur Engoron, ruling in a civil lawsuit brought by New York's attorney general, found that the former president and his company deceived banks, insurers and others by massively overvaluing his assets and exaggerating his net worth on paperwork used in making deals and securing financing. Engoron's ruling resolves the key claim in Attorney General Letitia James' lawsuit, but six others remain. James is seeking $250 million in penalties and a ban on Trump doing business in New York, his home state.

XS
SM
MD
LG