ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ ໄດ້ປະກາດກອງທຶນສຸກເສີນຈໍານວນ 141 ລ້ານໂດລາ ເພື່ອຊ່ວຍເຫຼືອຜູ້ສົ່ງອອກອາຫານທະເລຍີ່ປຸ່ນ ທີ່ໄດ້ຮັບຜົນກະທົບ ໂດຍການຫ້າມຂອງຈີນ ສໍາລັບການຕອບໂຕ້ ທີ່ປ່ອຍນໍ້າເປື້ອນຈາກກໍາມັນຕະພາບລັງສີ ທີ່ໄດ້ຮັບການບໍາບັດແລ້ວ ຈາກໂຮງໄຟຟ້າພະລັງງານນິວເຄລຍ ຟູກູຊິມະ ທີ່ເປ່ເພ, ອີງຕາມລາຍງານຂອງອົງການຂ່າວ AP.
ການປ່ອຍນໍ້າເປື້ອນດັ່ງກ່າວລົງສູ່ທະເລໄດ້ເລີ້ມຕົ້ນຂຶ້ນໃນວັນທີ 24 ສິງຫາແລະ ຄາດການວ່າ ຈະດໍາເນີນຕໍ່ໄປ ເປັນເວລາຫຼາຍທົດສະວັດ.
ສະມາຄົມຊາວປະມົງຂອງຍີ່ປຸ່ນ ແລະບັນດາກຸ່ມໃນປະເທດຕ່າງໆໃກ້ຄຽງມີການຕໍ່ຕ້ານຢ່າງແຂງຂັນຕໍ່ການປ່ອຍນໍ້າດັ່ງກ່າວນັ້ນ, ແລະ ຈີນ ກໍໄດ້ຫ້າມທຸກການ ນໍາເຂົ້າອາຫານເທເລ ຈາກຍີ່ປຸ່ນທັງໝົດໃນທັນທີ.
ຈີນ ເປັນຕະຫຼາດຕ່າງປະເທດເພື່ອຈໍາໜ່າຍອາຫານທະເລຂອງຍີ່ປຸ່ນ ທີ່ໃຫຍ່ທີ່ສຸດ ແລະການຫ້າມດັ່ງກ່າວ ກໍເປັນການສ້າງຄວາມເສຍຫາຍໃຫ້ແກ່ອຸດສາຫະກໍາການປະມົງຢ່າງຫຼວງຫຼາຍ.
TOKYO (AP) — Japanese Prime Minister Fumio Kishida has announced a $141 million emergency fund to help exporters hit by a ban on Japanese seafood imposed by China in response to the release of treated radioactive wastewater from the damaged Fukushima nuclear power plant. The discharge of the wastewater into the ocean began Aug. 24 and is expected to continue for decades. Japanese fishing associations and groups in neighboring countries have strongly opposed the release, and China immediately banned all imports of Japanese seafood. China is the biggest overseas market for Japanese seafood and the ban is a major blow to the fisheries industry.