ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໔ ຕຸລາ ໒໐໒໓

ໄວລຸ່ນອາເມຣິກັນ ຊະນະ ການແຂ່ງຂັນ ວິທະຍາສາດ ນາໆຊາດ (ວີດິໂອລາວ/ອັງກິດ)


ທ້າວ Jack Andraka ນັກວິທະຍາສາດໄວລຸ່ນ ອາຍຸ 16 ປີ ໄດ້ຮັບລາງວັນຊະນະເລີດ ການແຂ່ງຂັນວິທະຍາສາດໂລກ ປີ 2012 ລະດັບມັດທະຍົມຂອງບໍລິສັດ Intel ຢູ່ສະຫະລັດ ໂດຍໄດ້ເງິນລາງວັນ ຈໍານວນ 75.000 ໂດລາ.
ມະເຮັງມ້າມ ຖືວ່າເປັນນຶ່ງ​ໃນບັນດາ​ໂຣກມະເຮັງທີ່ຮ້າຍ​ແຮງທີ່​
ສຸດ. ເມື່ອປີ ຜ່ານມາ ມີຄົນໃນທົ່ວໂລກ ຫຼາຍກວ່າ 250.000 ຄົນເສຍຊີວິດຍ້ອນໂຣກມະເຮັງມ້າມ ແລະ​ໂຕ​ເລກ​ນີ້​ກໍ​ກໍາລັງ
ເພີ່ມຂຶ້ນໄປອີກ. ແຕ່ເມື່ອບໍ່ດົນມານີ້ ນັກຮຽນອາຍຸ 16 ປີຈາກ
ລັດ Maryland ໄດ້ປະດິດຄິດສ້າງວິທີກວດແບບງ່າຍໆຂຶ້ນມາ ທີ່ສາມາດກວດເຫັນມະເຮັງມ້າມ​ໃນຂັ້ນເລີ່ມຕົ້ນໄດ້ ຊຶ່ງເປັນ
ຄວາມ​ກ້າວ​ໜ້າ​ອັນ​ສໍາຄັນ ທີ່​ຈະ​ພາ​ໃຫ້​ມີ​ການ​ວິນິດ​ໄສແລະ
ການປິ່ນ ປົວພະຍາດ​ນີ້ ຢ່າງມີປະສິດທິຜົນ. ນັກວິທະຍາສາດ
ໜຸ່ມນ້ອຍທີ່ມີພອນ ສະຫວັນຄົນນີ້ ໄດ້ເປັນແຂກຮັບເຊີນຂອງ
ສະຕຣີ ໝາຍເລກນຶ່ງ ທ່ານນາງ Michelle Obama ​ໃຫ້​ໄປ​
ຮ່ວມ​ຮັບ​ຟັງຄໍາ​ປາ​ໄສ​ກ່ຽວ​ກັບສະພາບ​ການ​ຂອງປະເທດຊາດ
ຂອງປະທານາທິບໍດີ​ໂອ​ບາ​ມາ ຢູ່​ຫໍ​ລັດຖະສະພາ​ສະຫະລັດ
ເມື່ອວັນທີ 12 ກຸມພາ ​ຜ່ານ​ມາ​ນີ້.

ເບິ່ງວີດິໂອລາຍງານນີ້ເປັນພາສາລາວ:

Jack Andraka ນັກວິທະຍາສາດໄວລຸ່ນ ຂອງສະຫະລັດ
please wait

No media source currently available

0:00 0:03:30 0:00


ທ້າວ ແຈ໊ກ ອັນເດຣກາ ​ໄດ້​ຮັບລາງວັນຊະນະ​ເລີດ ຢູ່ງານເທດສະການ ວິທະຍາສາດແລະ
ວິສະວະກໍານານາຊາດ Intel ອັນເປັນການແຂ່ງຂັນວິທະຍາສາດລະດັບມັທະຍົມປາຍທີ່
ໃຫຍ່ທີ່ສຸດໃນໂລກ ຊຶ່ງໄດ້ຈັດຂື້ນເມື່ອປີຜ່ານມາ ທີ່ເມືອງ Pittsburgh ລັດ Pennsylvania.

ຄວາມຕື່ນເຕັ້ນຂອງທ້າວແຈ໊ກ ອັນເດຣກາ ​ແມ່ນເປັນທີ່ເຂົ້າໃຈ​ໄດ້ດີ. ຊາວລັດແມຣີແລນດ໌
ໄວ 16 ປີຄົນນີ້ ເປັນຜູ້ໄດ້ຮັບລາງວັນເງິນຈໍານວນ 75.000 ໂດລາ ທີ່ໜຸ່ມນ້ອຍທີ່ສຸດທີ່ເຄີຍ
ມີມາ ​ໂດຍ​ໄດ້ເອົາຊະນະນັກຮຽນທີ່ເຂົ້າແຂ່ງຂັນ ຫຼາຍກວ່າ 1.500 ຄົນ ຈາກ 70 ປະເທດ.

ໄຊຊະນະຂອງທ້າວແຈ໊ກ ຄັ້ງນີ້ ເປັນຜົນມາຈາກຄວາມມຸ້ງໝັ້ນສົນໃຈໃນວິຊາວິທະຍາສາດ
ມາຕະຫຼອດຊີວິດ ທີ່​ໄດ້​ຮັບ​ການຊຸກຍູ້ຈາກພໍ່ແມ່ຂອງລາວ ດົນໃຈໂດຍອ້າຍຂອງລາວ ທີ່​ໄດ້
​ຮັບ​ລາງວັນຊະນະ​ເລີດ​ໃນງານ​ເທດສະການວິທະຍາສາດ Intel ດຽວ​ກັນ​ນີ້ເມື່ອປີ 2010 ແລະໄດ້ຮັບການສະໜັບສະໜຸນອຸ້ມຊູ ຢູ່ທີ່ໂຮງຮຽນມັທະຍົມ Glen Burnie ຂອງລາວ.

ທ້າວແຈ໊ກ ຊະນະການແຂ່ງຂັນ ຍ້ອນຜົນງານການປະດິດສ້າງວິທີກວດຫາພະຍາດແບບ
ງ່າຍໆແລະຖືກໆຂຶ້ນມາ ທີ່ສາມາດກວດຫາເຊື້ອມະເຮັງມ້າມ ຂັ້ນເລີ່ມຕົ້ນແຕ່ຫົວທີໄດ້ ຊຶ່ງ​
ເປັນສິ່ງນຶ່ງທີ່ທ້າວແຈ໊ກ ເກີດຄວາມສົນໃຈຂຶ້ນ​ມາ ຫຼັງຈາກສູນເສຍເພື່ອນຄອບຄົວທີ່ໃກ້ຊິດ
ຄົນນຶ່ງ​ໄປ ຍ້ອນ​ໂຣກມະເຮັງນີ້.

ແຈ໊ກ ເວົ້າວ່າ “ຂ້ອຍເຂົ້າໄປຊອກ​ອ່ານເບິ່ງຢູ່ອິນ​ເຕີ​ແນັດ ແລະພົບວ່າ 85 ເປີເຊັນ
ຂອງຜູ້ເປັນມະເຮັງມ້າມທັງໝົດ
​ໄດ້​ກວດເຫັນພະຍາດ ກໍ​ເມື່ອ​ຮອດ​ຂັ້ນສຸດທ້າຍ​ແລ້ວ ຊຶ່ງເປັນຂັ້ນທີ່ອັດຕາ​ການ​ລອດ​ຊີວິດ​ຍັງ​ເຫຼືອຢູ່ ພຽງສອງເປີເຊັນ​ເທົ່ານັ້ນ ແລະຂ້ອຍ
ກໍຄິດວ່າ
ມັນບໍ່ຖືກຕ້ອງເລີຍ ພວກເຮົາໜ້າຈະສາມາດເຮັດ ສິ່ງໃດສິ່ງນຶ່ງໄດ້.”

​ແລະ​ທ້າວແຈ໊ກກໍໄດ້ລົງມືເຮັດສິ່ງນຶ່ງແທ້. ແຈ໊ກເຂົ້າໄປຊອກ​ອ່ານ​ໃນອິນ​ເຕີ​ແນັດ​ອີກ ​ແລະ​
ກໍ​ໄດ້​ຮຽນຮູ້ວ່າ ພວກຄົນທີ່ເປັນມະເຮັງມ້າມ ຈະມີລະດັບທາດໂປຣທີນ ຊະນິດທີ່ເອີ້ນວ່າ
mesothelin ນັ້ນ ​ໃນ​ລະດັບທີ່​ສູງ​ຂຶ້ນ ຢູ່ໃນເລືອດ.

ທ້າວ Jack Andraka, ອາຍຸ 16 ປີ, ກັບແຜ່ນເຊັນເຊີກວດ ພະຍາດມະເຮັງມ້າມ ທີ່ຫ້ອງແລບ ອຂງມະຫາວິທະຍາໄລ Johns Hopkins ທີ່ເມືອງ Baltimore ລັດ Maryland.(ຄລິກເພື່ອຂະຫຍາຍຮູບໃຫ້ໃຫຍ່) (VOA/J. Taboh)
ທ້າວ Jack Andraka, ອາຍຸ 16 ປີ, ກັບແຜ່ນເຊັນເຊີກວດ ພະຍາດມະເຮັງມ້າມ ທີ່ຫ້ອງແລບ ອຂງມະຫາວິທະຍາໄລ Johns Hopkins ທີ່ເມືອງ Baltimore ລັດ Maryland.(ຄລິກເພື່ອຂະຫຍາຍຮູບໃຫ້ໃຫຍ່) (VOA/J. Taboh)

​ທ້າວ​ແຈ໊ກ​ໄດ້​ໄປຂໍ​ໃຊ້ຫ້ອງ​ແລບ​ຫຼືຫ້ອງ​ທົດ​ລອງ ທີ່ມະຫາ
ວິທະຍາໄລ Johns Hop kins ​ໃນເມືອງບອລຕິມໍ ລັດແມຣີ
ແລນດ໌ ເພື່ອ​ທໍາ​ການ​ຄົ້ນ​ຄ້ວາ​ຂອງ​ລາວ ຊຶ່ງ​ລາວ​ໄດ້ເລີ່ມຕົ້ນ
ປະດິດແຜ່ນກະດາດກວດ​ທີ່​ມີ ເຊັນເຊີ ແບບງ່າຍໆທີ່ສາມາດ
ພົບເຫັນທາດໂປຣທີນ mesothelin ຈາກຕົວຢ່າງ ເລືອດຫຼື
ນໍ້າປັດສະວະ ພຽງຢົດດຽວເທົ່ານັ້ນ ຊຶ່ງ​ເປັນສັນຍານບອກ​ໃຫ້
​ຮູ້ຈັກ​ວ່າ​ມີ​ເຊື້ອມະເຮັງມ້າມ ໄດ້​ໄວກວ່າ ວິທີກວດແບບ​ເກົ່າ​ທີ່
​ເຄີຍ​ໃຊ້​ກັນມາກ່ອນ.

ວິທີກວດຂອງແຈ໊ກ ປາກົດວ່າ ມີຄວາມແມ່ນຍໍາ 90 ເປີເຊັນ.

ແຈ໊ກ ເວົ້າວ່າ: “ກະດາດ​ກວດ​ທີ່​ມີເຊັນເຊີນີ້ ຈະມີລະດັບຄວາມ​ສາມາດ​ໃນ​ການ​
ຈັບ​ເຊື້ອ​ມະ​ເຮັງ​ໄດ້
ເພີ່ມຂຶ້ນເຖິງ 400 ເທົ່າ ຄືໄວກວ່າ 168 ເທົ່າ ແລະມີລາຄາຖືກ
ກວ່າ 26
.000 ເທົ່າ. ການກວດແຕ່ລະເທື່ອ ຄິດເປັນຄ່າໃຊ້ຈ່າຍ ພຽງສາມເຊັນຫຼື
ປະມານ
240 ກີບ​ເທົ່າ​ນັ້ນ ແລະ ໃຊ້ເວລາພຽງຫ້ານາທີ.”

Dr. Anirban Maitra ທີ່ມະຫາວິທະຍາໄລ John Hopkins ເປັນພຽງຜູ້ດຽວໃນບັນດາ
ນັກຄົ້ນຄວ້າ 200 ຄົນ ທີ່ຕອບສະໜອງຢ່າງຊື່ນຊົມ ຕໍ່ອີເມລທີ່ທ້າວ​ແຈ໊ກສົ່ງໄປເພື່ອອະທິ
ບາຍໂຄງການຂອງລາວ.

ດຣ. ເມຕຣາ ເວົ້າວ່າ: “ຂ້າພະເຈົ້າຕ້ອງຍອມຮັບ ຄືໃນເບື້ອງຕົ້ນ ຂ້າພະເຈົ້າປະຫຼາດ
ໃຈຫຼາຍ ທີ່ຮູ້ວ່າ
​ແມ່ນເດັກອາຍຸພຽງ 15 ປີ ທີ່ຂຽນເລຶ່ອງນີ້. ຂ້າພະເຈົ້າກໍ​ເລີຍຢາກ
ຈະພົບ
​ເດັກໜຸ່ມ ທີ່ ​ແນ່ນອນວ່າ ມີພອນສະຫວັນຄົນນີ້ ແລະເບິ່ງວ່າ ລາວຈະເວົ້າ
ເລຶ່ອງຫຍັງ
. ສະນັ້ນ ຂ້າພະເຈົ້າຈຶ່ງເອີ້ນແຈ໊ກມາສໍາພາດ. ປາກົດວ່າ ແຈ໊ກເປັນທີ່
ໜ້າປະທັບໃຈຫຼາຍ.”


ດຣ. ເມຕຣາ ​ໄດ້​ກາຍ​ມາ​ເປັນ​ທີ່​ປຶກສາ​ໃຫ້​ທ້າວ​ແຈ໊ກ ​ແລະໃນປີ 2011 ໄດ້ມອບແຈນຶ່ງ
ຂອງຫ້ອງແລ໊ບຂອງ​ທ່ານ ໃຫ້ແຈ໊ກ​ໃຊ້​ທໍາ​ການ​ຄົ້ນ​ຄ້ວາ ຊຶ່ງລາວ​ໃຊ້ເວລາພຽງ 7 ເດືອນ
ກໍເສັດ​ສິ້ນໂຄງການຄົ້ນ​ຄ້ວາ ທີ່​ນໍາ​ລາງວັນ ຊະນະ​ເລີດດັ່ງກ່າວ ມາ​ໃຫ້​ລາວ.

ນັບຕັ້ງແຕ່ນັ້ນມາ ແຈ໊ກກໍໄດ້ຈົດທະບຽນສິດທິບັດ ແຜ່ນກະດາດເຊັນ​ເຊີກວດເຊື້ອມະເຮັງ
ມ້າມ ຂອງລາວໄວ້ ແລະກໍກໍາລັງພັດທະນາ​ເພິ່ມຕື່ມ ​ເພື່ອ​ຜະລິດ​ອອກເປັນເຄຶ່ອງກວດ
ແບບ ງ່າຍໆ ສໍາລັບ​ນໍາ​ອອກວາງຂາຍຢູ່ຕາມຮ້ານຄ້າທົ່ວໄປ.

​ແລະແຈ໊ກກໍ​ໄດ້​ຖືກ​ເຊີນ​ໃຫ້ໄປເວົ້າຢູ່ຕາມກອງປະຊຸມດ້ານເທັກໂນໂລຈີ່ ຢູ່ໃນທົ່ວໂລກ ເຊັ່ນກອງປະຊຸມ TED ທີ່ມີຊື່ສຽງ ​ແລະໄດ້ຖືກເຊື້ອເຊີນ ໂດຍອະດີດປະທານາທິ Bill
Clinton ​ໃຫ້​ເຂົ້າ​ຮ່ວມກອງປະຊຸມ​ຂອງ​ອົງການ Clinton Global Inititiative ​ເມື່ອປີ
ຜ່ານມາ.

ດຣ. ເມຕຣາ ຜູ້ໃຫ້ຄໍາແນະນໍາແຈ໊ກ ບໍ່ແປກໃຈຫຍັງເລີຍ ທີ່​ເດັກໜຸ່ມ ຄົນນີ້ ໄດ້ຮັບຊື່​ສຽງ​
ໂດ່​ງດັງ​ແບບ​ນັ້ນ.

ດຣ. ເມຕຣາ ເວົ້າວ່າ: “Jack Andraka ຈະເປັນຊື່ທີ່ພວກເຮົາຈະໄດ້ຍິນ ແລະ
ຊ່າລືກັນ ໃນ
10 ຫາ 20 ປີ ຕໍ່ໜ້ານີ້. ຖ້າຜູ້ກ່ຽວສາມາດ​ເຮັດ​ໄດ້​ໃນ​ສິ່ງທີ່ລາວເຮັດ ເວລາມີອາຍຸພຽງ 15 ປີ ​ແລ້ວໃຜຮູ້ໄດ້ວ່າ ລາວຈະບໍ່​ສາມາດປະດິດຄິດສ້າງສິ່ງ
ໃດ ຂຶ້ນມາໄດ້ອີກ
ເວລາລາວມີອາຍຸ 25 ຫຼື 35 ປີ?

ຫຼືຮູ້​ວ່າ ຈະມີຈັກຊີວິດທີ່ອາດຖືກຊ່ວຍໄວ້ໄດ້ ຍ້ອນ​ແຜ່ນກະດາດ​ເຊັນ​ເຊີກວດຫາມະເຮັງ
ມ້າມຂັ້ນເລີ່ມຕົ້ນ ທີ່ປະດິດຂຶ້ນໂດຍໄວລຸ່ນໂຮງຮຽນມັດທະຍົມ Jack Andraka ຄົນນີ້.

ເບິ່ງວີດິໂອລາຍງານນີ້ ເປັນພາສາອັງກິດ:

Teenager Wins Top Science Prize for Pancreatic Cancer Test
please wait

No media source currently available

0:00 0:03:25 0:00
ລິງໂດຍກົງ
XS
SM
MD
LG