Jack Andraka ນັກວິທະຍາສາດໄວລຸ່ນ ຂອງສະຫະລັດ
ມະເຮັງມ້າມ ຖືວ່າເປັນນຶ່ງໃນບັນດາໂຣກມະເຮັງທີ່ ຮ້າຍແຮງທີ່ສຸດ. ເມື່ອປີຜ່ານມາ ມີຄົນໃນທົ່ວໂລກ ຫຼາຍກວ່າ 250.000 ຄົນເສຍຊີວິດຍ້ອນໂຣກມະ ເຮັງມ້າມ ແລະໂຕເລກນີ້ກໍກໍາລັງເພີ່ມຂຶ້ນໄປອີກ. ແຕ່ເມື່ອບໍ່ດົນມານີ້ ນັກຮຽນອາຍຸ 16 ປີ ຈາກລັດ Maryland ໄດ້ປະດິດຄິດສ້າງວິທີກວດແບບ ງ່າຍໆຂຶ້ນມາ ທີ່ສາມາດກວດເຫັນມະເຮັງມ້າມ ໃນຂັ້ນເລີ່ມຕົ້ນໄດ້ ຊຶ່ງເປັນຄວາມກ້າວໜ້າອັນ ສໍາຄັນ ທີ່ຈະພາໃຫ້ມີການວິນິດໄສ ແລະການ ປິ່ນປົວພະຍາດນີ້ ຢ່າງມີປະສິດທິຜົນ.