ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄວາມເປັນຫ່ວງຂອງອິສຣາແອລ ກ່ຽວກັບ ໂຄງການອາວຸດນິວເຄລຍຂອງອີຣ່ານ ເພີ້ມຂຶ້ນນັບມື້


ໃນຂະນະທີ່ສະຫະລັດແລະບັນດາຄູ່ພາຄີຂອງຕົນເຕືອນວ່າ ເວ ລາໃກ້ຈະໝົດແລ້ວ ສຳລັບຂໍ້ຕົກລົງນິວເຄລຍໃໝ່ກັບອີຣ່ານ ຊຶ່ງບັນດາເຈົ້າໜ້ທີ່ ອິສຣາແອລແລະນັກວິເຄາະກໍເຕືອນວ່າ ເຕຫະຣານ ແມ່ນໃກ້ເຂົ້າເຖິງຂີດກຳນົດຂອງການເປັນປະເທດມະຫາອຳນາດດ້ານນິວເຄລຍທີ່ສຸດ. ອະດີດນາຍົກລັດຖະ ມົນຕີຂອງອິສຣາແອລ ທ່ານເອຮູດ ບາຣັກ ໃນການໃຫ້ສຳພາດກັບວີໂອເອກ່າວ ວ່າ ອິສຣາແອລ ຕ້ອງປະເມີນຄືນໃໝ່ ໃນການຮັບມື ກັບສະພາບການຂອງຕົນ. ລິນດາ ກຣາສຕີນ ມີລາຍງານມາຈາກນະຄອນຫຼວງເຈຣູຊາແລັມ ຊຶ່ງໄຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເມື່ອນາຍົກລັດຖະມົນຕີຂອງອິສຣາແອລ ທ່ານນາຟທາລີ ເບັນເນັຕ ໄດ້ພົບປະກັບປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ ຢູ່ນະຄອນຫຼວງວໍຊິງຕັນ ບໍ່ດົນມານີ້ ຜູ້ນຳທັງສອງ ກ່າວວ່າ ເລື້ອງອີຣ່ານ ແມ່ນຢູ່ໃນອັນດັບສູງສຸດ ຂອງກອງປະຊຸມ. ການຮ່ວມມືຂອງອາເມຣິກາ ແລະອິສຣາແອລນີ້ ແມ່ນສຳຄັນຍິ່ງ ອີງຕາມການກ່າວຂອງອະດີດນາຍົກລັດຖະມົນຕີອິສຣາແອລ ທ່ານເອຮູດ ບາຣັກ ໃນການໃຫ້ສຳພາດພິເສດ ກັບວີໂອເອ.

ທ່ານເອຮູດ ບາຣັກ ເວົ້າວ່າ “ພວກເຮົາຕ້ອງລົມກັນຢູ່ໃນຫ້ອງປິດລັບກັບຄະນະລັດຖະບານຂອງອາເມຣິກາ ແລະກ່ອນອື່ນໝົດ ຕົກລົງນຳກັນກ່ຽວກັບພາສາ-ຄຳວ່າ 'ຄວາມກ້າວໜ້າ ຫຼື breakthrough' ມັນໝາຍຄວາມວ່າແນວໃດ, 'ຂີດຈຳກັດ ຫຼື threshold' ມັນໝາຍຄວາມວ່າແນວໃດ, 'ອາວຸດນິວເຄລຍ' ມັນໝາຍຄວາມວ່າແນວໃດ. ແລະຕໍ່ຈາກນັ້ນ ຄ້ຳປະກັນວ່າ ພວກເຮົາມີສະຕິປັນຍາພຽງພໍເພື່ອຈະຮູ້ໄດ້ວ່າ ແມ່ນຫຍັງຈະເກີດຂຶ້ນ. ແລະຈາກນັ້ນ ເພື່ອເຮັດໃຫ້ສະຖານະການສຸກເສີນແຈ່ມແຈ້ງຂຶ້ນ ແລະຄວນເຮັດແນວໃດ ເຮັດໂດຍຝ່າຍດຽວຫຼືເຮັດຮ່ວມກັນ ບໍ່ວ່າຈະເປັນຂັ້ນຕອນແບບລັບ ຫຼືແມ່ນແຕ່ປະຕິບັດການທີ່ເຈາະຈົງໃສ່ເປົ້າໝາຍ.”

ນັບຕັ້ງແຕ່ ປະທານາທິບໍ ທຣຳ ຂອງສະຫະລັດ ໄດ້ຖອນໂຕອອກຈາກຂໍ້ຕົກ ລົງນິວເຄລຍກັບອີຣ່ານ ປີ 2018 ມານັ້ນ ອົງການສິ້ງຊອມນິວເຄລຍຂອງສະຫະປະຊາຊາດ ຫຼື IAEA ກ່າວວ່າ ອີຣ່ານ ໄດ້ເລັ່ງຂັ້ນຕອນ ໃນການກັ່ນທາດຢູເຣນຽມແລະກີດກັນບໍ່ໃຫ້ບັນດາຜູ້ກວດກາຂອງສາກົນ ເຂົ້າເຖິງສະຖານທີ່ນິວເຄລຍຕ່າງໆຂອງຕົນ. ໂຄງການນິວເຄລຍຂອງອີຣ່ານ ໄດ້ກໍ່ໃຫ້ເກີດການກ່າວເຕືອນຢ່າງໜັກໂດຍນາຍົກລັດຖະມົນຕີ ນາຟທາລີ ເບັນເນັຕ ຂອງອິສຣາແອລ ໃນການກ່າວຄຳປາໄສຢູ່ທີ່ກອງປະຊຸມສະມັດຊາໃຫຍ່ຂອງສະຫະປະຊາຊາດ.

ທ່ານເບັນເນັດ ໄດ້ກ່າວວ່າ “ໂຄງການນິວເຄລຍຂອງອີຣ່ານມາເຖິງຈຸດປ່ຽນແປງທີ່ເປັນປະຫວັດການແລະຄວາມອົນທົນຂອງພວກເຮົາກໍເຊັ່ນກັນ. ຄຳເວົ້າບໍ່ສາມາດຢຸດຢັ້ງເຄື່ອງກັ່ນທາດທັງຫຼາຍໃຫ້ເຊົາປິ່ນໄດ້. ມີຄົນຈຳພວກນຶ່ງໃນໂລກຜູ້ທີ່ປາກົດວ່າ ມີທັດສະນະຕໍ່ການສະແຫວງຫາອາວຸດນິວເຄລຍຂອງອີຣ່ານນັ້ນ ຄືວ່າ ຈະເປັນຄວາມຈິງຢ່າງຫຼີກລ່ຽງບໍ່ໄດ້ ໃນຂະນະທີ່ໄດ້ເຮັດຂໍ້ຕົກລົງດັ່ງກ່າວ ຫຼືພວກເຂົາຫາກໍຮູ້ສຶກເບື່ອໜ່າຍນຳການໄດ້ຍິນກ່ຽວກັບມັນນັ້ນ. ອິສຣາແອລ ບໍ່ມີສິດອັນນັ້ນເລີຍ. ພວກເຮົາບໍ່ສາມາດເບື່ອໜ່າຍ. ພວກເຮົາຈະບໍ່ເມື່ອຍເລີຍ. ອິສຣາແອລຈະບໍ່ຍອມໃຫ້ອີຣ່ານມີອາວຸດນິວເຄລຍຢູ່ໃນຄວາມຄອບຄອງ.”

ອົງການນິວເຄລຍຂອງສະຫະປະຊາຊາດ ກ່າວວ່າ ອີຣ່ານ ໄດ້ເລີ້ມກັ່ນທາດຢູເຣນຽມ ໄດ້ເຖິງ 60 ເປີເຊັນ ແຕ່ໃນຂັ້ນຕອນຕໍ່ໄປຂອງການກັ່ນນັ້ນ ຈະໃຫ້ໄດ້ເຖິງ 90 ເປີເຊັນ ຊຶ່ງເປັນການຍາກຂຶ້ນທີ່ຈະກວດສອບໄດ້ ດັ່ງທີ່ທ່ານເອຮູດ ບາຣັກ ກ່າວໄປ ຜູ້ທີ່ຍັງເປັນຫົວໜ້າເສນາທິການຂອງກອງກຳລັງປ້ອງກັນຊາດ ແລະກະຊວງປ້ອງກັນປະເທດຂອງອິສຣາແອລ.

ທ່ານບາຣັກ ກ່າວວ່າ “ການກັ່ນທາດຈາກ 60 ເປີເຊັນໄປເປັນ 90 ເປີເຊັນ ຊຶ່ງເປັນສິ່ງທີ່ຕ້ອງການເພື່ອໃຊ້ໃນດ້ານການທະຫານນັ້ນແມ່ນໃຊ້ເວລາອັນສັ້ນຫຼາຍ. ມັນສາມາດເຮັດໄດ້ໃນສະຖານທີ່ໂດດດ່ຽວ ບໍ່ໃຫຍ່ຫຼາຍ ບໍ່ວ່າຈະຢູ່ກະຈາຍໄປໃນພື້ນທີ່ຂອງພົນລະເຮືອນ ຫຼືແມ່ນກະທັງຢູ່ໃນບໍ່ແຮ່ເກົ່າທີ່ເລີກລົງໄປໃນພື້ນດິນບາງແຫ່ງ. ເຈົ້າກໍຈະສູນເສຍການຕິດຕາມກັບກິດຈະການນັ້ນ. ຖ້າພວກເຂົາມີວັດຖຸພຽງພໍສຳລັບອາວຸດພຽງເລັກນ້ອຍທີ່ມີທາດກັ່ນໃນລະດັບໃຊ້ໃນການທະຫານໄດ້-ມັນແມ່ນຄວາມຈິງທີ່ວ່າ ພວກເຂົາຕ້ອງການພັດທະນາອາວຸດຕ່າງໆ ມັນແມ່ນຄວາມຈິງທີ່ພວກເຂົາຈະຕ້ອງໄດ້ເຮັດໃຫ້ມັນພໍດີກັບຫົວລູກສອນໄຟ. ແຕ່ພວກເຮົາ ແລະບັນດາປະເທດຂອງໂລກທັງມວນ ອົງການ IAEA ຢູ່ໃນນະຄອນວຽນນາ ກໍຈະບໍ່ສາມາດຄວບຄຸມມັນໄດ້ ຫຼືກວດກາມັນໄດ້ອີກຕໍ່ໄປ.”

ຕະຫຼອດໄລຍະບໍ່ເທົ່າໃດປີຜ່ານມານີ້ ມີລາຍງານຂ່າວຕ່າງໆ ທີ່ໄດ້ກ່າວວ່າ ອິສຣາແອລ ໄດ້ທຳການໂຈມຕີກໍ່ວິນາດສະກຳຕໍ່ໂຄງການນິວເຄລຍຂອງອີຣ່ານ. ເມື່ອມໍ່ໆມານີ້ ຫົວໜ້າເສນາທິການປະຈຳກອງກຳລັງປ້ອງກັນຊາດຂອງອິສຣາແອລ ໄດ້ປະກາດວ່າ ແຜນການສຳລັບການໂຈມຕີດ້ານການທະຫານ ໄດ້ຖືກ “ເລັ່ງລັດຂຶ້ນຢ່າງຫຼວງຫຼາຍ.” ບັນດານັກວິເຄາະບາງຄົນ ກ່າວວ່າ ການກະທໍາຂອງອິສຣາແອລ ຕ້ອງເປັນການປະສານງານກັນກັບປະເທດມະຫອຳນາດອື່ນໆ.

ທ່ານເມນາຊີ ອາເມຍ ນັກວິເຄາະຊາວອີຣ່ານ ກ່າວຕໍ່ວີໂອເອ ເປັນພາສາອັງກິດວ່າ “ອິສຣາແອລ ມີທາງເລືອກດ້ານການທະຫານ ແຕ່ມັນບໍ່ເປັນການແກ້ໄຂທີ່ດີ ຍ້ອນວ່າ ອິສຣາແອລ ບໍ່ຕ້ອງປະຕິບັດການໂດຍລຳພັງໃນພາລະກິດນີ້. ອິສຣາແອລ ຕ້ອງການສອງຢ່າງ - ຍຸດທະສາດແລະການສະໜັບສະໜຸນດ້ານການສະໜອງເຄື່ອງຂອງຕ່າງໆ ເປັນຕົ້ນຈາກສະຫະລັດ ແລະການສະໜັບສະໜຸນດ້ານການເມືອງຈາກບັນດາປະເທດໃນຢູໂຣບ ອັງກິດ ແລະຝຣັ່ງ ແລະອື່ນໆນັ້ນ.”

ການເລືອກຕັ້ງເອົາປະທານາທິບໍດີຫົວແຂງກະດ້າງຄົນໃໝ່ຂອງອີຣ່ານ ຄື ທ່ານອີບຣາຮີມ ເຣຊີ ໄດ້ເຮັດໃຫ້ອິສຣາແອລ ມີຄວາມເປັນຫ່ວງ ກ່ຽວກັບຄວາມທະເຍີທະຍານທາງດ້ານນິວເຄລຍຂອງເຕຫະຣ່ານ.

ທ່ານເດວິດ ເມນາຊຣີ ຢູ່ທີ່ສູນກາງການສຶກສາກ່ຽວກັບອີຣ່ານຂອງມະຫາວິທະ ຍາໄລ ແທລ ອາວີບ ກ່າວເປັນພາສາອັງກິດວ່າ “ຂ້າພະເຈົ້າເປັນຫ່ວງຫຼາຍ ເພາະວ່າ ຄັນຈິນຕະນາການເບິ່ງວ່າ ອີຣ່ານມີອຸດົມການຫົວຮຸນແຮງ, ກັບລະ ບອບການປົກຄອງແບບນີ້, ມັນຖືກຄວບຄຸມໂດຍພວກອານຸລັກນິຍົມແຕ່ພຽງຝ່າຍດຽວ ທຽບໃສ່ກັບສິ່ງທີ່ພວກເຮົາໄດ້ເຄີຍຊິນໃນເມື່ອກ່ອນ ເມື່ອມີສຽງຈາກຝ່າຍຕ່າງໆທີ່ແຕກຕ່າງກັນໃນລັດຖະບານ ແມ່ນໜ້າເປັນຫ່ວງ…ແລະຄວາມເປັນຈິງແລ້ວ ອີຣ່ານມີຄວາມອາດສາມາດເຫຼົ່ານີ້ໃນມື ກໍຈະປ່ຽນແປງຍຸດທະສາດດ້ານພູມສາດຢູ່ໃນພາກພື້ນ.”

ທ່ານເອຮູດ ບາຣັກ ແລະເຈົ້າໜ້າທີ່ອະວຸໂສຂອງອິສຣາແອລຄົນອື່ນໆ ຍັງເປັນຫ່ວງວ່າ ຖ້າຫາກອີຣ່ານກາຍເປັນປະເທດທີ່ມີອາວຸດນິວເຄລຍ ມັນຈະເຮັດໃຫ້ມີການແຂ່ງຂັນດ້ານອາວຸດນິວເຄລຍຢູ່ໃນພາກຕາເວັນອອກກາງ ຍິ່ງໄປກວ່ານັ້ນ ຈະເຮັດໃຫ້ສະຖຽນລະພາບ ທີ່ຫຼໍ່ແຫຼມຢູ່ແລ້ວນັ້ນ ຮ້າຍແຮງຂຶ້ນຕື່ມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

As the U.S. and its partners warn that time is running out for a new nuclear deal with Iran, Israeli officials and analysts warn Tehran is very close to becoming a threshold nuclear power. Former Israeli Prime Minister Ehud Barak, in a VOA interview, says that Israel must reassess its response. Linda Gradstein reports for VOA from Jerusalem.

When new Israeli Prime Minister Naftali Bennett met with U.S. President Joe Biden in Washington recently, both leaders said that Iran was at the top of the agenda. This American-Israeli cooperation is crucial, according to former Israeli Prime Minister Ehud Barak in an exclusive interview with VOA.

((Ehud Barak, Former Israeli Prime Minister, IN ENGLISH, VOA))

“We have to sit behind closed doors with the American administration, and first of all agree on a common language — what it means “breakthrough,” what it means “threshold,” what it means “nuclear weapon.” And then to make sure that we have enough intelligence in order to know what will happen. And then to clarify the contingency — should do what, independently or together, either a covert step or even a surgical operation.”

Since then-U.S. President Trump pulled out of the Iran nuclear deal in 2018, the U.N. nuclear watchdog (IAEA) says Iran has stepped up its uranium enrichment and prevented access of international inspectors to its nuclear facilities. Iran’s nuclear program sparked a harsh warning by Israeli Prime Minister Naftali Bennett in his recent speech at the U.N. General Assembly.

((Naftali Bennett, Israeli Prime Minister, IN ENGLISH, APTN))

“Iran's nuclear program has hit a watershed moment, and so has our tolerance. Words do not stop centrifuges from spinning. There are those in the world who seem to view Iran's pursuit of nuclear weapons as an inevitable reality, as a done deal, or they've just become tired of hearing about it. Israel doesn't have that privilege. We cannot tire. We will not tire. Israel will not allow Iran to acquire a nuclear weapon.”

The U.N. nuclear agency says Iran has started enriching uranium to 60 percent, but the next stage of enrichment, to 90 percent, will be harder to detect, says Ehud Barak, who was also chief of staff of the Israel Defense Forces and Defense Minister.

((Ehud Barak, Former Israeli Prime Minister, IN ENGLISH, VOA))

“The enrichment from 60 percent to 90 percent, what’s needed for military use, is very short. (It) can be done in isolated small place, either spread over civilian areas or even buried very deep in some old mine. You lose contact with the operation. If they have enough material for even a few weapons enriched to military level — it’s true that they need to develop the weapons, it’s true that they will have to fit in the head of a missile. But we, the rest of the world, the IAEA in Vienna, won’t be able to control it or inspect it anymore.”

Over the past few years, news reports have said Israel has conducted sabotage attacks against Iran’s nuclear program. Recently the chief of staff for Israel Defense Forces declared that plans for a military strike have been “greatly accelerated.” Some analysts say that Israeli action must be coordinated with other powers.

((Menashe Amir, Iran Analyst (IN ENGLISH, VOA))

“Israel has the military option, but it’s not a good solution because Israel doesn’t have to go alone to this journey. Israel needs two things — strategic and logistic support of the United States, and political support of the Europeans, Britain and France and so on.”

The election of a new hard-line Iranian president, Ebrahim Raisi, has raised Israeli concerns about Tehran’s nuclear ambitions.

((David Menashri, Tel Aviv University Center for Iranian Studies (IN ENGLISH, VOA))

“I am very concerned because to imagine Iran with such radical ideology, with such government regime, that it’s being controlled solely by conservatives, as against what we were used to in the past when there have been different voices in government, is worrying …

And the fact that Iran having these capabilities in hand will change the geo-strategic situation in the region.”

Ehud Barak and other senior Israeli officials also worry that if Iran becomes a nuclear state, it will set off a nuclear arms race in the Middle East, further destabilizing this volatile region.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG