ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ. ທຣຳ ຫຼື ທ. ໄບເດັນ ປະທານາທິບໍ ຄົນໃດ ຈະດີກວ່າກັນ ສຳລັບ ອັງກິດ ຫຼັງການຖອນໂຕອັງຈາກ ອີຢູ


ເຊີນຊົມວີດີໂອ ພາກພາສາອັງກິດ
please wait

No media source currently available

0:00 0:03:26 0:00

ເຊີນຊົມວີດີໂອ ພາກພາສາອັງກິດ

ໃນປີ 2016, ການເລືອກຕັ້ງຂອງທ່ານ ດໍໂນລ ທຣຳ ເປັນປະທານາທິ ບໍດີ ສະຫະລັດ ແລະ ການລົງຄະແນນສຽງຂອງ ອັງກິດ ເພື່ອອອກຈາກສະຫະ ພາບຢູໂຣບ ແມ່ນໄດ້ເກີດຂຶ້ນພ້ອມໆກັນ. ມັນຖືກພິຈາລະນາວ່າ ເປັນໄຊຊະນະ ສຳລັບການເມືອງປະຊານິຍົມ. ສີ່ປີຕໍ່ມາ, ການຕໍ່ສູ້ຂອງທ່ານ ທຣຳ ສຳລັບການ ເລືອກຕັ້ງອີກສະໄໝນຶ່ງ ດ້ວຍການຢັ່ງຫາງສຽງ ສະແດງໃຫ້ເຫັນວ່າ ທ່ານມີຄະ ແນນຕາມຫຼັງຄູ່ແຂ່ງຂອງທ່ານ ຈາກພັກເດໂມແຄຣັດ ທ່ານ ໂຈ ໄບເດັນ, ໃນ ຂະນະທີ່ ອັງກິດ ຈະກຳນົດການສິ້ນສຸດ ຂອງໄລຍະການຫັນປ່ຽນ Brexit ໃນ ທ້າຍປີນີ້. ດັ່ງທີ່ນັກຂ່າວວີໂອເອ ເຮັນຣີ ຣິຈແວລ ລາຍງານ, ຜູ້ສັງເກດການ ຫຼາຍຄົນເວົ້າວ່າ ອະນາຄົດຫຼັງ Brexit ຂອງ ອັງກິດ ອາດກ່ຽວພັນຢ່າງໃກ້ຊິດ ກັບຜົນທີ່ອອກມາຂອງການເລືອກຕັ້ງປະທານາທິບໍດີ ສະຫະລັດ ໃນວັນທີ 3 ພະຈິກນີ້. ພຸດທະສອນ ມີລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ວັນຫຼັງຈາກການລົງຄະແນນສຽງ ຂອງ ອັງກິດ ເພື່ອອອກຈາກສະຫະພາບຢູ ໂຣບ ນັ້ນ, ທ່ານ ດໍໂນລ ທຣຳ, ເຊິ່ງຕອນນັ້ນຍັງເປັນຜູ້ຖືກສະເໜີຊື່ ເອົາຕຳ ແໜ່ງປະທານາທິບໍດີ ຂອງພັກຣີພັບບລີກັນຢູ່, ໄດ້ເດີນທາງໄປຮອດສະໜາມ ກອຟຂອງທ່ານໃນປະເທດ ສກັອດແລນ ດ້ວຍຂໍ້ຄວາມ ກ່ຽວກັບ ການສະໜັບ ສະໜູນ Brexit.

ທ່ານ ດໍໂນລ ທຣຳ ກ່າວວ່າ “ປະຊາຊົນຢາກໄດ້ປະເທດຂອງເຂົາຄືນ.”

ດົນກວ່າ 4 ປີຕໍ່ມາ ອັງກິດ ໃນທີ່ສຸດກໍໄດ້ແຍກອອກຈາກສະຫະພາບ ຢູໂຣບ. ລັດຖະບານ ອັງກິດ ແມ່ນກຳລັງເບິ່ງຫາ ສະຫະລັດ ສຳລັບຂໍ້ຕົກລົງການຄ້າ ໃໝ່ ເພື່ອສົ່ງເສີມເສດຖະກິດຂອງເຂົາເຈົ້າ.

ທ່ານ ອຽນ ບັອນ, ຈາກສູນກາງເພື່ອການປະຕິຮູບ ຢູໂຣບ ກ່າວວ່າ “ທ່ານ ທຣຳ ໄດ້ເປັນຜູ້ສະໜັບສະໜູນ Brexit, ແຕ່ຂ້າພະເຈົ້າຄິດວ່າ ລັດຖະບານ ອັງກິດ ໄດ້ຮູ້ຈັກແລ້ວໃນເວລານີ້ຈາກການເຈລະຈາກການຄ້າຂອງເຂົາເຈົ້າກັບ ສະຫະລັດ ວ່າມັນບໍ່ມີອາຫານທ່ຽງທີ່ໃຫ້ກິນລ້າໆ. ຍິ່ງສະຫະຣາຊະອານາຈັກ ອັງກິດ ຕ້ອງການຫຼາຍຊໍ່າໃດ ໃນແງ່ຂອງການເຂົ້າຫາຕະຫຼາດ ອາເມຣິກາ ນັ້ນ, ເຂົາເຈົ້າກໍຕ້ອງໄດ້ໃຫ້ຫຼາຍຍິ່ງຂຶ້ນ ໃນແງ່ຂອງການຜ່ອນຜັນ ກ່ຽວກັບ ມາດຕະຖານ ແລະ ສິ່ງອື່ນໆທີ່ຄ້າຍຄືກັນ.”

ແນວໃດກໍຕາມ, ໄຊຊະນະຂອງທ່ານ ດໍໂນລ ທຣຳ ອາດຈະເປັນຜົນທີ່ດີທີ່ສຸດ ສຳລັບ ອັງກິດ ໃນຂະນະທີ່ເຂົາເຈົ້າອອກຈາກ ສະຫະພາບ ຢູໂຣບ ອີງຕາມ ການກ່າວຂອງທ່ານ ໂຣເບີດ ອູດສ໌, ຜູ້ອຳນວຍການກຸ່ມ ບຣູກສ໌ (Bruges), ເຊິ່ງສະມາຊິກຂອງເຂົາເຈົ້າລວມມີສະມາຊິກສະພາທີ່ສະໜັບສະໜູນ Brexit ຫຼາຍສິບຄົນ.

ທ່ານ ໂຣເບີດ ອູດສ໌ ກ່າວວ່າ “ມັນມີຜູ້ລົງແຂ່ງຂັນຄົນນຶ່ງໃນການເລືອກຕັ້ງ ປະທານາທິບໍດີ ສະຫະລັດ ຜູ້ທີ່ມີຄວາມໝາຍໝັ້ນທີ່ຈະເຮັດຂໍ້ຕົກລົງການຄ້າ ທີ່ດີກັບ ສະຫະຣາຊະອານາຈັກ, ແລະ ນັ້ນກໍແມ່ນປະທານາທິບໍດີ ດໍໂນລ ທຣຳ. ສະນັ້ນ, ນີ້ແມ່ນສຳຄັນຫຼາຍຕໍ່ ອັງກິດ, ມັນບໍ່ແມ່ນພຽງເລື່ອງຂອງທາງ ເລືອກດ້ານການເມືອງເທົ່ານັ້ນ. ວຽກເຮັດງານທຳ ແລະ ໂອກາດຕ່າງໆ ອັງກິດ ແມ່ນຕ້ອງ ໄດ້ອາໄສການມີທ່ານ ດໍໂນລ ທຣຳ ເປັນປະທານາທິບໍດີ ສະຫະລັດ ແທ້ໆ.”

ແຕ່ສື່ມວນຊົນ ອັງກິດ ໄດ້ລາຍງານໃນອາທິດນີ້ວ່າ ພັກຫົວອະນຸລັກນິຍົມຂອງ ທ່ານ ບໍຣິສ ຈອນສັນ ແມ່ນກຳລັງພະຍາຍາມທີ່ຈະສ້າງສາຍພົວພັນກັບຜູ້ທ້າຊິງ ຂອງທ່ານ ທຣຳ ຈາກພັກເດໂມແຄຣັດຄືທ່ານ ໂຈ ໄບເດັນ, ເຊິ່ງແມ່ນຜູ້ທີ່ໄດ້ ຕຳໜິ ກ່ຽວກັບ Brexit, ແລະ ທ່ານກໍມີຄະແນນນຳໜ້າໃນການຢັ່ງຫາງສຽງ. ທ່ານ ໄບເດັນ ເມື່ອບໍ່ດົນມານີ້ໄດ້ເຕືອນ ອັງກິດ ວ່າມັນຈະບໍ່ມີຂໍ້ຕົກລົງການຄ້າ ສະຫະລັດ ຖ້າ Brexit ເຮັດໃຫ້ສັນຕິພາບໃນ ໄອຣແລນເໜືອ ມີຄວາມສ່ຽງ.

ທ່ານ ອຽນ ບັອນ ກ່າວວ່າ “ແງ່ທີ່ເປັນບວກແມ່ນສາມາດຄາດເດົາໄດ້ຫຼາຍກວ່າ ໃນສາຍພົວພັນ ແລະ ເປັນທັດສະນະຄະຕິທີ່ໃຫ້ການສະໜັບສະໜູນຫຼາຍກວ່າ ຕໍ່ສະຖາບັນຂ້າມມະຫາສະໝຸດປາຊີຟິກ ຄື NATO. ດ້ານລົບກັບທ່ານ ໄບເດັນ ກໍແມ່ນທ່ານມີການເຊື່ອມໂຍງ ທີ່ແຂງແກ່ນຫຼາຍ ກັບຊຸມຊົນ ອາເມຣິກັນ ເຊື້ອ ສາຍ ໄອຣແລນ, ແນ່ນອນຕົວທ່ານເອງແມ່ນໄດ້ເກີດມາຈາກຊຸມຊົນຊາວ ໄອຣແລນ, ສະນັ້ນທ່ານ ໄບເດັນ ຄົງຈະຮັບມືຢ່າງເຄັ່ງຄັດກັບ ອັງກິດ ກ່ຽວກັບ ພັນທະຂອງ ເຂົາເຈົ້າໃນລະບຽບການຂໍ້ຕົກລົງການຖອນຕົວອອກຈາກ ສະຫະ ພາບ ຢູໂຣບ ແລະ ໄອຣແລນ ຫຼາຍກວ່າທີ່ທ່ານ ທຣຳ ຈະເຮັດ.“

ສະມາຊິກອະນຸລັກນິຍົມທີ່ມີແນວທາງປານກາງບາງຄົນ ລວມທັງທ່ານ ແດນຽລ ຟິງໂຄສໄຕນ໌, ສະມາຊິກຂອງສະພາສູງຂອງອັງກິດ ນັ້ນ, ແມ່ນຫວັງຢາກໃຫ້ ທ່ານ ໄບເດັນ ໄດ້ຊະນະ.

ທ່ານ ແດນຽລ ຟິງໂຄສໄຕນ໌ ໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າ ມັນສຳຄັນຫຼາຍ ສຳລັບສະພາບຂອງບັນດານັກອະນຸລັກນິຍົມ ທີ່ລັດທິຣີພັບບລີກັນຫຼັງສົງຄາມ ທີ່ສຳຄັນຈຳນວນຫຼາຍກວ່າເກົ່າ ແມ່ນສາມາດທີ່ຈະກ່າວອ້າງຕົນເອງອີກຄັ້ງນຶ່ງ ຕໍ່ປະເພດຂອງລັດທິຣີພັບບລີກັນປະຊານິຍົມທີ່ໜ້າເປັນຫ່ວງນີ້້ຂອງທ່ານ ດໍໂນລ ທຣຳ. ແລະ ການເສຍໄຊຂອງລາວນັ້ນຂ້າພະເຈົ້າຄິດວ່າ ຈະເປັນສ່ວນນຶ່ງໃນ ການຄົ້ນພົນຄືນ ກ່ຽວກັບ ປະເພດຂອງຄຸນຄ່າຕ່າງໆຂອງພັກອະນຸລັກນິຍົມຂອງ ອັງກິດ.”

ອັງກິດ ໄດ້ປະເຊີນກັບຄວາມບໍ່ແນ່ນອນຂອງ Brexit ທ່າມທາງຜົນກະທົບທີ່ ຮ້າຍແຮງຂອງໂຣກລະບາດໄວຣັສໂຄໂຣນາ. ຜົນຂອງການເລືອກຕັ້ງ ສະຫະ ລັດ ອາດມີບົດບາດທີ່ໃຫຍ່ຕໍ່ທິດທາງໃນອະນາຄົດຂອງປະເທດ ໃນຂະນະທີ່ ເຂົາເຈົ້າ ໄດ້ພະຍາຍາມທີ່ຈະສ້າງເສັ້ນທາງໃໝ່ ຢູ່ນອກສະຫະພາບ ຢູໂຣບ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG