ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາງ​ອີ​ຊາ​ແບ​ລ ອິນ​ທິ​ສອນ ຕຽມ​ເຂົ້າແຂ່ງ​ຂັນ ​ກິ​ລາໂອ​ລິມ​ປິກ​ລະ​ດູ​ໜາວ ​ປີ 2022 ທີ່ປັກ​ກິ່ງ


ເຊີນ​ຊົມ ການ​ສະ​ແດງ​ຂອງ​ ນາງ​ອີ​ຊາ​ແບ​ລ ອິ​ນ​ທິ​ສອນ

ສະ​ບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃນລາຍການ​ຊີວິດ​ຊາວ​ລາວໃນ​ຕ່າງ​ແດນ ຂອງ ວີ​ໂອ​ເອ
ປະ​ຈຳ​ແລງວັນ​ພະ​ຫັດມື້​ນີ້ ເຮົາຈະ​ນຳ​ເອົາກາ​ນ​ສຳ​ພາດ ກັບນາງອີ​ຊາ​ແບ​ລ ອິນ​ທິ​ສອນ
ອາ​ຍຸ 15 ປີ ເກີດ​ຢູ່​ໃນ​ສະ​ຫະລັດ​ ແລະ​ແມ່​ຂອງ​ນາງ ຍານາງ​ແຈັ​ສ​ຊີ​ກາ ອິນ​ທິ​ສອນ ມາ
ສະ​ເໜີ​ທ່ານ . ອີ​ຊາ​ແບ​ລ ເປັນນັກ​ກິ​ລາແລ່ນສະ​ເກັດນ້ຳ​ກ້ອນ figure skating ນາງມີ
ພອນ​ສະ​ຫວັນ​ເປັນ​ພິ​ເສດ ແລະເປັນ​ຜູ້​ນຶ່ງ​ທີ່ໄດ້​ຖືກຄັດ​ເລືອກ​ຈາກ​ຄະ​ນະ​ກຳ​ມະ​ການໃຫ້
​ເຂົ້າ​ມ​າເຝິກ​ຊ້ອມ​ ເປັນ​ຜູ້​ຕາງໜ້າ ຂອງສ​ະ​ຫະ​ລັດ ທີ່​ຈະ​ໄປແຂ່ງ​ຂັນ​ກິ​ລາ​ໂອ​ລິມ​ປິກລ​ະ
ດູ​ໜ​າວ ຊຶ່ງ​ຈະ​ຈັດ​ຂຶ້ນ​ໃນປີ 2022 ທີ່​ປະ​ເທດ​ຈີນ. ກິ່ງ​ສະຫວັນ ຈະ​ນຳ​ເອົາ​ການ​ສຳພາດ
ດັ່ງ​ກ່າວ ມາ​ສະ​ເໜີ​ທ່ານ​ ໃນ​ອັນ​ດັບຕໍ່​ໄປ.​


ອີ​ຊາ​ແບ​ລ ອິນ​ທິ​ສອນ ໄດ້​ຮັບ​ລາງວັນ ຫຼຽນ​ທອງ​ແດງ ແຫ່ງ​ຊາດ 2019 (National Bronze Medaist)
ອີ​ຊາ​ແບ​ລ ອິນ​ທິ​ສອນ ໄດ້​ຮັບ​ລາງວັນ ຫຼຽນ​ທອງ​ແດງ ແຫ່ງ​ຊາດ 2019 (National Bronze Medaist)

Figure skating ແມ່ນ​ກິ​ລາແລ່ນຢູ່​ເທິງໜ້ານ້ຳ​ກ້ອນ​ ທີ່ພື້ນເກີບ​ຂອງ​ນັກ​ແລ່ນ​ນັ້ນຄື​ກັນ​ກັບມີດແຫຼມ​ຄົມ.​ ໃນ​ຂະ​ນະ​ທີ່ຜູ້​ຫຼິ້ນແລ່ນ​ຢູ່​ນັ້ນ​ລາວ​ຈະ​ວາງ​ລີ​ລາການສະ​ແດງ​ໃຫ້​ເຫັນ
ເຖິງຄວາມ​ຊຳ​ນິ​ຊຳນານ ເຊັ່ນ​ວ່າ​ແລ່ນ​ໄວ ເຕັ້ນ​ປິ່ນ​ໄປ​ມາ​ບໍ່​ໃຫ້​ລົ້ມ. ກິ​ລາ figure skating
ໄດ້​ເກີດ​ມີ​ມາ​ຢູ່​ໃນປະ​ເທດ​ສະ​ແກນ​ດີ​ເນ​ເວຍເມື່ອ​ພັນ​ປີ​ກ່ອນ ແລະ​ໄດ້​ຖືກ​ປັບ​ປຸງ​ໃຫ້​ດີ​ຂຶ້ນ
​ມາ​ເປັນ​ລໍາ​ດັບ. ຕົກ​ມາ​ເຖິງ​ປີ 1924 ​ figure skating ໄດ້​ຖືກ​ຈັດ​ເຂົ້າ​ເປັນ​ແຂ່ງ​ຂັນ​ປະ​
ເພດ​ນຶ່ງ ​ຂອງ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ.

ບັດ​ນີ້​ເຮົາຂໍ​ແນະ​ນຳ​ໃຫ້​ທ່ານ​ຮູ້​ຈັກກັບນາງ​ອີ​ຊາ​ແບລ ອິນ​ທິ​ສອນ ​ເດັກ​ນ້ອຍ​ອາ​ເມ​ຣິ​ກັນ​
ເຊື້ອ​ສາຍ​ລາວ ອາ​ຍຸ 15 ປີ ເກີດ​ຢູ່​ທີ່ລັດ​ເມິ​ນເນ​ໂຊ​ຕາ ສະ​ຫະ​ລັດ​ອາ​ເມ​ຣິ​ກາ. ອີ​ຊາ​ແບ​ລ ​
ສາ​ມາດ​ເວົ້າ​ພາ​ສາ​ລາວ ດ້ວຍ​ສຳ​ນຽງ​ສະ​ຫ​ວັນ​ນະ​ເຂດ ອັນ​ເປັນ​ບ້ານ​ເກີດ​ທີ່​ມາ​ຂອງ​ພໍ່​
ແມ່. ໃນ​ຂັ້ນ​ຕົ້ນ​ພໍ່​ແມ່​ໄດ້​ແນະ​ນຳ​ໃຫ້​ ​ອີ​ຊາ​ແບ​ລ ລອຍ​ນ້ຳແຕ່ອາ​ຍຸ​ 3 ​ປີ ຫຼັງ​ຈາກນັ້ນ ກໍ​ໄດ້
​ເລີ້ມ​ຫຼິ້ນ​ກິ​ລາໄອສ​ເກັດ​ຕິງ ແຕ່​ອາ​ຍຸ 4 ປີ. ປັດ​ຈຸ​ບັນ ອີ​ຊາ​ແບ​ລ ກຳ​ລັງເຝິກ​ຊ້ອມຢູ່​ໃນ​ທີມ​
ໄອ​ສ​ເກັດ​ຕິງ​ຂອງ​ສະ​ຫະ​ລັດ ທີ່​ຈະໄປ​ແຂ່ງ​ຂັນ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ ປີ 2022 ໃນ​
ປະ​ເທດ​ຈີນ. ອີ​ຊາ​ແບ​ລ​ໄດ້ກ່າວ ຕໍ່ ວີ​ໂອ​ເອເປັນພາ​ສາ​ລາວ ດ້ວຍ​ຄວາມ​ຕື່ນ​ເຕັ້ນ ​ສູ່ຟັງ
​ດັ່ງ​ນີ້:


ອີ​ຊາ​ແບ​ລ ອິນ​ທິ​ສອນ ຢູ່​ໃນ​ການ​ແຂ່ງ​ຂັນ.
ອີ​ຊາ​ແບ​ລ ອິນ​ທິ​ສອນ ຢູ່​ໃນ​ການ​ແຂ່ງ​ຂັນ.

​ບັນ​ດາ​ຜູ້​ປົກ​ຄອງ​ຂອງພວກເດັກ​ນ້ອຍ​ອາ​ເມ​ຣິ​ກັນ​ຫຼາຍໆ​ຄົນ ຢາກ​ໃຫ້​ລູ​ກເຂົາ​ເຈົ້າ ຫຼິ້ນ
​ກິ​ລາ​ແນວ​ໃດ​ແນວ​ນຶ່ງ​ເກັ່ງ ແລະ​ໄດ້​ເຂົ້າໄປ​ຢູ່​ໃນ​ທີມຊ​າດເພື່ອ​ຈະໄດ້​ໄປແຂ່ງ​ ຂັນ​ຢູ່ໃນ
ໂອ​ລິ​ມ​ປິກ ​ຕາງ​ໜ້າ​ປະ​ເທດຊາດ​. ແຕ່​ວ່າ​ຄວາມ​ຝັນ​ດັ່ງ​ກ່າວ​ນັ້ນ​ບໍ່​ແມ່ນ​ເລື້ອງ​ງ່າຍແກ່
ທຸກໆ​ຄົນ. ຍ​າ​ນາງ​ແຈັ​ສ​ຊິ​ກາ ແມ່​ຂອງ​ອີ​ຊາ​ແບ​ລ ໄດ້​ກ່າວສູ່​ຟັງ​ວ່າ ​ເປັນ​ຫຍັງ​ອີ​ຊາ​ແບ​ລ
ຈຶ່ງ​ຢາກ​ຫຼິ້ນ​ໄອ​ສ​ເກັດ​ຕິງແລະຈົນ​ກ້າວໜ້າມາ​ເຖິງ​ຂັ້ນ​ນີ້:

ອີ​ຊາ​ແບ​ລ ອິນ​ທິ​ສອນ ເຝິກ​ຊ້ອມມາ​ແຕ່​ຍັງ​ນ້ອຍ.
ອີ​ຊາ​ແບ​ລ ອິນ​ທິ​ສອນ ເຝິກ​ຊ້ອມມາ​ແຕ່​ຍັງ​ນ້ອຍ.

ອີ​ຊາ​ແບ​ລ ແມ່ນ​ຄົນ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ທີ່ໂຊກ​ດີ ຊຶ່ງ​ໄດ້​ຖືກ​ຈັດເຂົ້າ​ຢູ່​ໃນ​ທີມ​ຊາດ
ຂອງ​ສະ​ຫະ​ລັດ. ເພາ​ສະ​ນັ້ນການ​ໃຊ້ຊີ​ວິດ​ປະ​ຈຳ​ວັນຂອງອີ​ຊາ​ແບ​ລຈຶ່ງ ​ມີ​ຄວາມ​ແຕກ​
ຕ່າງໄປຈາກ​ພວກດັກ​ນ້ອຍທົ່ວໆ​ໄປ ເຊັ່ນ​ວ່າບໍ່​ໄດ້​ໄປ​ເຂົ້າ​ໂຮງ​ຮຽນ​ທຳ​ມະ​ດາ. ​ອີ​ຊາ​ແບ​ລ
ຕ້ອງ​ໄດ້ເຈາ​ະ​ຈົງ​ໃສ່​ການ​ເຝິກ​ຊ້ອມ​ມື້​ນຶ່ງ​ຫົກ​ຊົ່ວ​ໂມງ ທີ່​ມີ​ນາຍຄູ​ພິ​ເສດ​ມາ​ສອນ​ໃຫ້ຢູ່ໃນ​
ແຕ່​ລະ​ຂະ​ແໜງທີ່​ພົວ​ພັນ​ກັບ​ figure skating ​ເຊັ່ນ​ວ່າ ນາຍຄູ​ສອນ​ຟ້ອນ​ບາ​ເລ ນາຍ​ຄູສອນເຕັ້ນ ແລະ​ນາຍ​ຄູສອນ​ໜັງ​ສື ດັ່ງ​ທີ່​ຍາ​ນາງ​ແຈັ​ສ​ຊິ​ກາ ແມ່​ຂອງ​ອີ​ຊາ​ແບ​ລ ກ່າວ​ກ່ຽວ
​ກັບ​ເລື້ອງ​ນີ້ວ່າ:

ອີ​ຊາ​ແບ​ລ ອິນ​ທິ​ສອນ ​ເຝິກ​ຊ້ອມແຕ່​ອາ​ຍຸ​ຍັງ​ນ້ອຍ.
ອີ​ຊາ​ແບ​ລ ອິນ​ທິ​ສອນ ​ເຝິກ​ຊ້ອມແຕ່​ອາ​ຍຸ​ຍັງ​ນ້ອຍ.

ອີ​ຊາ​ແບ​ລ ບໍ່​ພຽງ​ແຕ່​ເປັນ​ນັກ​ກິ​ລ​າ​ທີ່ມີ​ພອນ​ສະ​ຫວັນ​ເທົ່າ​ນັ້ນ​ ແຕ່​ຍັງ​ເປັນ​ນັກ​ຮຽນ​ເກັ່ງ​ທີ່​
ດີ​ເດັ່ນ​ອີກ​ດ້ວຍ ຊຶ່ງ​ຍາ​ນາງ​ແຈັ​ສ​ຊິ​ກາ ຜູ້​ເປັນ​ແມ່ໄດ້​ອະ​ທິ​ບາຍມ້ວນ​ທ້າຍ​ກ່ຽວ​ກັບການ
​ສຶກ​ສາ​ຂອງອີ​ຊາ​ແບ​ລ ສູ່​ຟັງ​ວີ​ໂອ​ເອ ຟັງດັ່ງ​ນີ້ :

ອີ​ຊາ​ແບ​ລ ເປັນ​ເດັກ​ຍິງ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ​ທີ່​ໜ້າ​ຮັກ ​ມີ​ພອນ​ສະ​ຫວັນ​ໃນດ້ານກິ​
ລາແລ່ນຟ້ອນ​ຢູ່ໜ້າ​ນ້ຳ​ກ້ອນ ແລະ​ເຖິງ​ແມ່ນ​ວ່າ ​ບໍ່​ໄດ້​ໄປ​ເຂົ້າ​ໂຮ​ງ​ຮຽນ ແລະ​ໃຊ້​ຊີ​ວິດ
ເໜືອນ​ດັ່ງເດັກນັກ​ຮຽນທົ່ວໆ​ໄປກໍ​ຕາມ ແຕ່​ນາງ​ຍັງ​ສາ​ມາດ​ຮຽນຢູ່​ບ້ານ ​ສິດ​ສອນ​ໂດຍ
​ນາຍ​ຄູ​ພິ​ເສດ ແລະ​ມີ​ຄະ​ແດນທີ່​ດີ​ເດັ່ນ. ພວກ​ເຮົາ​ຂໍ​ເປັນ​ກຳ​ລັງ​ໃຈ​ໃຫ້​ແກ່ ອິ​ຊາ​ແບ​ລ ທີ່​
ຈະ​ເປັນ​ຜູ້​ຕາງ​ໜ້ານັກ​ກິ​ລາສະ​ຫະ​ລັດ ເຂົ້າ​ແຂ່ງ​ຂັນ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ ປີ 2022
ທີ່​ປ​ະ​ເທດ​ຈີນ.

ກະ​ລຸ​ນາ​ຕິດ​ຕາມ​ຫົນ​ທາງໄປ​ສູ່ ກິ​ລາໂອລິມ​ປິກລະ​ດູ​ໜາວ ຂອງ​ອີ​ຊາ​ແບ​ລ ອິນ​ທິ​ສອນ
ໄດ້​ທີ່ instagram:

Isabelleinthisone

Isabelle.skatess

XS
SM
MD
LG