ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການລ່າເນື້ອ ໃນ ສະຫະລັດ ອາເມຣິກາ (ສະໄລດ໌)


ທ່ານສຸກ ຈັນທະຄູນ ນັກລ່າກວາງ elk ດ້ວຍທະນູ ຢູ່ທີ່ລັດ Oregon ທາງພາກຕາເວັນຕົກສຽງເໜືອ ຂອງສະຫະລັດ
ທ່ານສຸກ ຈັນທະຄູນ ນັກລ່າກວາງ elk ດ້ວຍທະນູ ຢູ່ທີ່ລັດ Oregon ທາງພາກຕາເວັນຕົກສຽງເໜືອ ຂອງສະຫະລັດ
ສະ​ບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາ​ຣົບ ລະດູຮ້ອນທີ່ອົບເອົ້າມາເປັນເວ
ລາຫລາຍເດືອນ​ນັ້ນ ບັດ​ນີ້​ໄດ້ເລີ້ມເຢັນລົງ​ແດ່​ແລ້ວ ​ຢູ່​ໃນ ສະ​ຫະ
​ລັດອາ​ເມ​ຣິ​ກາ. ບັດ​ນີ້ ​ ລະ​ດູ​ໃບ​ໄມ້​ຫລົ່ນກຳລັງ​ເລີ້ມ​ຕົ້ນຂຶ້ນ ​ໂດຍ​
ສະ​ເພາະ​ຢູ່​ພາ​ກ​ເໜືອ​ຂອງ​ປະ​ເທດ ໃບ​ໄມ້ທີ່ຂຽວປົກ​ຄຸ​ມຕົ້ນ​ຂອງ
​ມັນ ກໍາ​ລັງປ່ຽນຈາກ​ສີຂຽວ ມາ​ເປັນ​ສີເຫລືອງ ສີ້ນ້ຳ​ໝ​າກ​ກ້ຽງ ​ສີ​
ຊ້ຳ ປະສົມ​ກັບສີ​ຕ່າງໆຢ່າງ​ງົດ​ງາມ. ການ​ປ່ຽນ​ແປງ​ທໍາ​ມະ​ຊາດ
ດັ່ງກ່າວ​ນີ້ ​ໄດ້ ບອກ​ເຖິງ​ລະ​ດູ​ລ່າ​ເນື້ອ.

ເພາະ​ສະ​ນັ້ນ ລາຍ​ການ​ຊີ​ວິດ​ຊາວ​ລາວໃນ​ຕ່າງ​ແດນ ແລງ​ວັນ​ພະ​ຫັດ​ມື້​ນີ້ ຂ້າ​ພະ​ເຈົ້າ ຈຶ່ງຢາກນຳ​ພາ​ທ່ານ​ໄປ​ຮຽນ​ຮູ້ ແລະສຶກສາ​ເບິ່ງ ການລ່າສັດ ​ຢູ່​ລັດ Oregon ແຄ​ມ​ຝັ່ງມະ​ຫ​າ​ສະ​ມຸດປາຊິ​ຟິກ ກໍ້າ​ຕາ​ເວັນຕົກສຽງເໜືອ ຂອງສະ​ຫະ​ລັດ.

ການ​ລ່າ​ເນື້ອໃນ​ລະດູ​ໃບ​ໄມ້​ຫລົ່ນ​ມັກມີ ອາກາດ​ເຢັນ ມີ​ຟ້າ​ລົມຝົນຕົກ ພາ​ຍຸ​ຝົນ ​ແລະ​ບາງ​
ຄັ້ງ​ອາກາດ​ໜາ​ວຈົນ​ກາຍ​ເປັນ​ນໍ້າກ້ອນ. ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ດັ່ງກ່າວ​ນີ້ ​ເຮັດ​ໃຫ້​
ຫລາຍໆ​ຄົນ​ເກີດ​ຄວາມ​ຫງອຍ​ເຫງົາ ​ໂສກ​ເສົ້າ ​ເນື່ອງ​ຈາກຟ້າ​ມືດ​ຄຶ້ມ ​ແລະບໍ່​ຄ່ອຍມີ​ແສງ
ຕາ​ເວັນ​. ເຖິງ​ຢ່າງ​ໃດ​ກໍ​ດີ ລະດູ​ໃບ​ໄມ້​ຫລົ່ນ ​ແມ່ນ​ລະດູ​ຫາ​ປາ​ບາງ​ຊະ​ນິດ ​ແລະ​ລ່າ​ເນື້ອ​ສັດ
ປ່າ​ເຊັ່ນ​ວ່າ ກວາງ elk ​ແລະ moose. ​ເພາະສະ​ນັ້ນ ຢູ່​ໃນ​ລະດູ​ການ​ດັ່ງກ່າວ​ນີ້ ປະຊາກອນ
​ ອາ​ເມຣິກັນ ປະມານ 400,000 ຫາ 450,000 ຄົນ​ຢູ່​ໃນ​ລັດ Oregon ຈຶ່ງພາກັນ​ອອກ​ບ້ານ
ຂັບ​ລົດ​ເຮືອນ​ເຄຶ່ອນ​ທີ່​ ​ແລະ​ລົດ​ກະບະ​ ພ້ອມ​ດ້ວຍອາຫານ​ການ​ກິນ ຫ້າງ​ຫາ​ປືນ​ຜາ​ໜ້າ​ກະ
ບອກ ຂຶ້ນ​ພູຜາ ​ເຂົ້າ​ປ່າດົງ ຕັ້ງ​ເຕັ້ນ ຕັ້ງ​ຜາມ ​ລ່າ​ສັດອັນ​ເປັນ​ເກ​ມກິລາ ຫາ​ເວລາ​ພັກຜ່ອນ
​ຢ່າ​ງນຶ່ງ ທີ່​ເຂົາ​ເຈົ້າ​ພາກັນໄປນອນ​ຢູ່ປ່າ​ເປັນ​ເວລາ ນຶ່ງ​ຫາສອງ​ອາທິດ. ​

ໃນ​ຈໍານວນນາຍພານ​ທີ່​ກ່າວມາ​ນີ້ ບາງ​ຈຳພວກ​ກໍຈະປະ ສົບ​ຜົນ​ສໍາ​ເລັດ ​ໂດຍ​ໄດ້ ນໍາ​ເອົາ​
ຊີ້ນ​ສັດປ່າ​ມາສູ່​ຄອບຄົວ ​ແລະມາ​ຝາກ​ມາ​ຕ້ອນ​ໝູ່​ເພື່ອນ ແລະ​ເພື່ອ​ຕຽ​ມ ສະຫລອງ​ບຸນ
Thanksgiving ຫລື​ ບຸນວັນ​ຂອບ​ຄຸນພະ​ເຈົ້າ ຊຶ່ງ​ຕໍ່​ໄປ​ກໍ​ຈະ​ແມ່ນ ບຸນຄຣິສ ມາສ ນຳ ທີ່​
ຈະຕິດຕາມ​ມາ​ໃນອີກ​ສອງສາມອາທິດ​ຂ້າງ​ໜ້າຕໍ່ກັນມາ. ​

ຄວາມ​ເປັນ​ມາ​ຂອງການ​ລ່າເນື້ອ​ ຫາ​ປາ ຍິງ​ສັດ​ປ່າ ແມ່ນການ​ຫາ​ຢູ່​ຫາ​ກິນລ້ຽງ​ຊີບຂອງ​ມະ​
ນຸດໂລກ ທີ່ໄດ້​ພາກັນປະຕິບັດ​ມາຕັ້ງ​ແຕ່​ໂບຮາ​ນະ​ການ. ນອກຈາກຊີ້ນຳ​ເອົາຊີ້ນ​ສັດມາ​
ເປັນອາຫານ​ແລ້ວ ​ເຮົາ​ກໍ​ຍັງໃຊ້​ໜັງ​ຂອງ​ມັນ​ມາ​ເປັນ​ເຄຶ່ອງ​ນຸ່ງ​ຫົ່ມນຳ. ​ເຖິງ​ແມ່ນ​ວ່າ ສັງ​ຄົມ​
ມະ​ນຸດ​ເຮົາ ຈະໄດ້​ພັດ​ທະ​ມາຈົນ​ເຖິງໂລກ​ສະ​ໄໝ​ໃໝ່ ຈະ​ເລີ​ນຮຸ່ງ​ເຮືອງມາແລ້ວກໍ​ຕາມ
​ແຕ່​ວ່າ ຢູ່​ໃນບັນ​ດາ​ປະ​ເທດ​ທີ່​ກຳ​ລັງ ພັດ​ທະ​ນາ ຜູ້​ຄົນຈຳນວນ​ຫຼາຍກໍຍັງ​ພາກັນອາ​ໄສ
ວິ​ຊາ​ຊີບ​ອັນ​ເກົ່າ​ແກ່​ໂບຮານນີ້ ລ່າ​ເນື້ອ​ຍິງ​ສັດລ້ຽງ​ຊີບມາຈົນ​ເຖິງ​ເທົ້າ​ທຸກ​ວັນນີ້ຢູ່.

ການ​ລ່າ​ເນື້ອ​ຍິງ​ສັດ ​ຢູ່ໃນປະ​ເທດ​ອຸດ​ສະ​ຫະ​ກຳຮັ່ງ​ມີ ​ແມ່ນມີ​ຄວາມ​ແຕກ​ຕ່າງກັນ ກັບ ຢູ່
​ໃນປະ​ເທດ​ທີ່​ກໍາລັງ​ພັດທະນາ​ຫລາຍ​ທີ່​ສຸດ. ຢູ່​ໃນ​ປະ​ເທດອຸດສາຫະກໍາ ການ​ລ່າເນື້ອ​ຖື
​ວ່າ​ເປັນ​ເກມ​ກິ​ລາ ​ເປັນ​ການ​ຜັກ​ຜ່ອນຢ່ອນ​ອາ​ລົມ ​ນອກ​ຈາກ​ນັ້ນ​ອີກ​ແລ້ວ ກໍ​ແມ່ນ​ເພື່ອ​
ເປັນ​ການຄວ​ບ​ຄຸ​ມ​ສັດ​ປ່າ​ບໍ່​ໃຫ້ ແຜ່​ຂະຫ​ຍາຍອອກ​ໄປ ຫລາຍ​ເກີນ​ຂອບ​ເຂດ ​ແລະ​ຮັກສາ
ບໍ່ໃຫ້​ສູນພັນ​ໄປ. ຢູ່​ໃນ​ສະຫະລັດ ອາ​ເມຣິກາ ​ໃນ​ແຕ່​ລະ​ລັດ ຈະມີ ກະ​ຊວງ ປາ ແລະ​ສັດ
​ປ່າ ຫລື Department of Fish and Wildlife ​ຊຶ່ງ​ເປັນ​ຫ້ອງ​ການຮັບ​ຜິ​ດ ​ຊອ​ບ​ຄວບ​ຄຸມ
ແລະ​ຮັກ​ສາ​ສັດ​ປ່າ ​ໂດຍ​ກົງ. ດ້ວຍ​ເຫດ​ນີ້​ເອງ ແຕ່​ລະ​ລະດູ​ການ ​ຫ້ອງ​ການ​ດັ່ງ​ກ່າວ​ນີ້ຈຶ່ງມີ
ໜ້າ​ທີ່ອອກປະ​ຕິ​ທິນ ແລະ​ກົດ​ລະ​ບຽບ ໃຫ້​ປະ​ຊາ​ກອນ ໄດ້​ມີ​ໂອ​ກາດ ລ່າ​ສັດປ່າຕ່າງໆ
​ໂດຍອອກ​ໃບອະນຸ​ຍາດພາຍ​ໄຕ້​ກົດລະ​ບຽບ​ອັນ​ເຄັ່ງ​ຄັດ​ ຊຶ່ງ​ຜູ້​ສະ​ແຫວງ​ຫາ​ການ​ລ່າ​ສັດ​
ຕ້ອງ​ໄດ້ ຮຽນຮູ້​ກ່ຽວ​ກັບ ​ກົດ​ລະ​ບຽບນີ້ ກ່ອນຈະຖືອາວຸດ ເຂົ້າປ່າລ່າເນື້ອ​ໄດ້.

ທ່ານ​ສຸກຈັນ​ທະ​ຄູນ ປະຊາ ກອນລາວ-ອາ​ເມຣິກັນ ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ລັດ Oregon ກໍ
ແມ່ນນັກໂຮ່ເນຶ້ອ​ຍິງ​ສັດ​ປ່າຄົນ​ນຶ່ງ. ທ່ານ ​ໄດ້​ເລົ່າ​ຄວາມ​ເປັນ​ມາ​ຂອງ​ການ​ໂຮ່​ເນື້ອ ​ແລະ​
ເປັນ​ຫຍັງ​ຈຶ່ງ​ມັກ​ໂຮ່​ເນື້ອ​ສູ່ ວີ​ໂອ​ເອ ​ຟັງ​ວ່າ:
ຟັງການສໍາພາດ ທ່ານສຸກ ຈັນທະຄູນ
ຟັງການສໍາພາດ ທ່ານສຸກ ຈັນທະຄູນ

ລິງໂດຍກົງ

ຫລັງ​ຈາກພວກ​ນາຍ​ພານຍິງສັດປ່າ​ໄດ້​ແລ້ວ ສິ່ງ​ທໍາ​ອິດ​ທີ່​ເຂົາ​
ເຈົ້າຕ້ອງປະຕິບັດ​ກໍ​ຄືຊົວະເອົາເຄື່ອງໃນ​ໃສ້​ພຸງອອກໃຫ້ໝົດ
​ແລ້ວ​ປະ​ໄວ້ຢູ່​ບ່ອນ​ສັດລົ້ມ​ຕາຍນັ້ນກ່ອນ ​ດ້ວຍເຫ​ດຜົນຫລາຍ
​ຢ່າງເຊັ່ນ​ ​ເພື່ອ​ເປັນ​ການ​ຜ່ອນເບົາ ກ່ອນ​ຈະ​ນໍາ​ເອົາໂຕ​ສັດກັບ​ມາ​ບ່ອນພັກ​ເຊົາອີກ​ປະ
ການ​ນຶ່ງກໍ​ແມ່ນ​ວ່າ ຊາວ​ອາ​ເມຣິກັນສ່ວນ​ຫຼາຍ ບໍ່​ມັກ​ພາກັນກິນ​ເຄື່ອງ​ໃນໃສ້​ພຸງ​ສັດ. ຫລັງ
​ຈາ​ກນັ້ນເຂົາ​ເຈົ້າຈຶ່ງ​ໄດ້ນຳ​ເອົາ​ໂຕ​ສັດ​ ມາ​ແຂວນ​ໄວ້​ໃຫ້​ເລືອດ​ໄຫຼ​ອອກ​ໜົດ​ເສຍ​ກ່ອນ ​
ໃຊ້​ເວລາປະ​ມານ​ນຶ່ງ​ຫາ​ສອງອາ​ທິດ ເພື່ອ​ໃຫ້​ຊີ້ນສັດ​ນັ້ນແຫ້ງແໜ້ນເຂົ້າກັນ​ດີ​ ກ່ອນຈະ
ນຳ​ເອົາ​ມາ​ກິ​ນ​. ຫລື​ບໍ່​ດັ່ງ​ນັ້ນກໍ​ຈະນໍາ​ເອົາ​ໂຕ​ສັດ ​ໄປ​ຮ້ານ​ປາດຊີ້ນ​ສັດ​ປ່າລອກ​ໜັງ ຕັດ
​ເອົາ​ແຕ່​ຊີ້ນເປັນຕ່ອນ ຕາມ​ທີ່​ຕ້ອງ​ການ ໃສ່​ຖົງ​ຢາງ ແລ້ວ​ນໍ​າ​ໄປ​ໃສ່​ຕູ້​ນ້ຳກ້ອນ​ເກັບໄວ້​ກິນ
ຕາມ​ເວ​ລາ​ທີ່​ຕ້ອງ​ການ.

ຊາວອາ​ເມ​ຣິ​ກັນ​ ມັກນໍາ​ເອົາ​ຊີ້ນສັດປ່າ​ມາເຮັດ steak, hamburger, sausage ຫລື ​ເຮັດໃສ້​ອົ່ວ ແລະ​ອຶ່ນໆ. ​ແຕ່​ສຳ​ລັບ ​ຊາວລາວ-​ອາ​ເມ​ຣິ​ກັນ ​ແລ້ວ ​ທ່ານ​ສຸກ ຜູ້​ເປັນ​ນາຍ​ພານ​ໄດ້​ກ່າ​ວຕໍ່ ວີ​ໂອ​ເອ ອີກວ່າ:
ຟັງການສໍາພາດ ທ່ານສຸກ ຈັນທະຄູນ
ຟັງການສໍາພາດ ທ່ານສຸກ ຈັນທະຄູນ

please wait

No media source currently available

0:00 0:02:11 0:00
ລິງໂດຍກົງ

ບັນຍາກາດ​ອີກ​ຢ່າງ​ນຶ່ງ ທີ່​ບັນດາ​ນາຍພານ ມີ​ປະສົບ​ການ​ກໍ​ຄື ພໍ
​ຕາ​ເວັນ​ຕົກ​ດິນ ​ໃນ​ຂະນະ​ທີ່​ພວກເຂົາ​ເຈົ້າພາ​ກັນ​ພັກ​ຜ່ອນຢູ່​ນັ້ນ
ພາຍ​ໃຕ້ທ້ອງ​ຟ້າອັນ​ມືດ​ມົວ ຈົ​ນ​ຫລຽວ​ບໍ່​ເຫັນຂ້າງນອກ ແຕ່ຈະ
ເຫັນທ້ອງ​ຟ້າ​ເຕັມ​ໄປ​ດ້ວຍດວງ​ດາວຕ່າງໆ ທີ່ພາ​ກັນເລື່ອນ​ລອຍ​ ​ສົ່ງ​ແສງ​ມິບໆ​ແມບ​ໆ​ຢູ່​ນັ້ນ ພວກ​ສັດປ່າ​ທີ່​ພາກັນຫາ​ກິນ​ຢູ່ໃນຄວາມມືດ ຕ່າງ​ກໍຈະອອກ​ມາ​ ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ພວກ​ໝາ​ປ່າ kayote ຈະພາ​ກັນ​ຫອນມາເປັນ​ຝູງ ​ມີ​ສຽງ​ອັນ​ເຢືອກ​ເຢັນ​ມາ​ແຕ່​ໄກໆ ສົ່ງ​ສັນ​ຍານ​ໃຫ້​ກັນ​ຮູ້​ວ່າ ມີ​ອາ​ຫານເຄື່ອງ​ໃນຕັບ​ໄຕ​ໃສ້​ພຸງ ທີ່​ພວກ​ນາຍ​ພານ​ໄດ້ປະ​ຖີ້ມ​ໄວ້​ຢູ່​ໃນ​ປ່າ​ນັ້ນ. ບອກ​ກັນ​ວ່າ ຮີບ​ມາ​ກິນ​ເດີ້.

ການໄປໂຮ່​ເນື້ອແມ່ນເກ​ມກິລາ​ຂອງພວກຜູ້​ຊາຍ ການໄປໂຮ່​ເນື້ອຂອງ​ຊາວອາ​ເມຣິກັນ
ບໍ່​ໄດ້​ໝາຍ​ຄວາມ​ວ່າ ເຂົາ​ເຈົ້າ​ບໍ່​ມີ​ອາຫານ​ການ​ກິນ ​ແຕ່ຄວາມ​ຈິງ​ແລ້ວ ​ຖ້າເຂົາ​ເຈົ້າ
ຢາກກິນ ​ຊີ້ນ​ສັດປ່າເຂົາ​ເຈົ້າ​ຈະ​ຊື້ມາ​ກິນກໍ​ໄດ້ ​ໂດຍບໍ່​ຕ້ອງລົງ​ເຮືອນ​ໄປ​ໂຮ່​. ການ​ໄປ​ໂຮ່​
ເນື້ອ​ແຕ່​ລະ​ຄັ້ງ ​ພວກ​ນາຍພານແຕ່ລະຄົນຈະຕ້ອງໄດ້ຈ່າຍ​ເງິນຢ່າງ​ໜ້ອຍ $300 ຫາ
$500 ​ໂດ​ລາ ​ເພື່ອ​ເປັນ​ຄ່າ​ທໍາ​ນຽມ ​ແລະ​ອາຫານ​ການ​ກິນ. ເພາະສະ​ນັ້ນ ການ​ໂຮ່​ເນື້ອ
​ແມ່ນການສະ​ແຫວ​ງຫາ​ການ​ຜັກ​ຜ່ອນ​ຢ່າ​ງນຶ່ງ ​ເພື່ອໜີ​ອອກຈາກຊີວິດຢູ່ໃນ​ເມືອງ​ໄປ​ຢູ່​
ໃນ​ປ່າຊົ່ວ​ລະຍະ​ນຶ່ງ. ທ່ານສົມ​ເພັດ ປະ​ຖັມມະ​ວົງ ນັກ​ລ່າ​ເນື້ອ​ອີກ​ຄົນ​ນຶ່ງ​ໄດ້​ໃຫ້​ເຫດຜົນ​
ຂອງ​ທ່ານ​ຕໍ່ ວີ​ໂອ​ເອວ່າ:

ທ່ານສົມເພັດ ປະຖັມມະວົງ ນັກໂຮ່ເນື້ອ ທີ່ລັດ Oregon
ທ່ານສົມເພັດ ປະຖັມມະວົງ ນັກໂຮ່ເນື້ອ ທີ່ລັດ Oregon


ຢູ່​ໃນ​ ສະຫະ​ລັດ ປະຊາຊົນ ອາ​ເມຣິກັນ ຈະສາມາດ ຫາ​ປາ ໂຮ່​
ເນື້ອ​ໄດ້​ຕາມ​ລະດູ​ການຕະຫລອດ​ປີ. ປັດຈຸ​ບັນ​ນີ້ມີ​ປະຊາກອນ
​ລາວ-ອາ​ເມຣິກັນ ຜູ້​ດຸ​ໝັ່ນ ຢູ່​ຕາມລັດ​ຕ່າງໆ ທີ່​ມັກ​ໂຮ່​ເນື້ອ​ ຫາ​
ປາ​ເປັນ​ປະ​ຈໍານັ້ນ ມັກ​ພາກັນ​ໄປ​ຕຶຶກ​ເບັດ ​ເຮັດ​ປາແຫ້ງ ປາແດກ ສົ້ມປາ ແລະ​ອາຫານ
​ພື້ນ​ເມຶ​ອງລາວ​ຕ່າງໆ ສົ່ງໄປ​ຂາຍ​ໃຫ້​ຜູ້​ຢູ່​ໃນ​ເມືອງ ​ແລະ​ເຂດ​ທີ່​ຫາ​ປາ​ໂຮ່​ເນື່ອບໍ່​ໄດ້ນັ້ນ ​ໄດ້​ຢູ່​ໄດ້​ກິນ​ນຳ​.

XS
SM
MD
LG