ນັກຮຽນໜຸ່ມນ້ອຍ 40 ຄົນ ທີ່ເຂົ້າຮ່ວມການແຂ່ງຂັນວິທະຍາ
ສາດ ທີ່ມີຊື່ສຽງລະດັບໂລກ ໄດ້ມາເຕົ້າໂຮມກັນຢູ່ນະຄອນ
ຫລວງວໍຊິງຕັນ ເມື່ອບໍ່ນານມານີ້ ເພື່ອແບ່ງປັນໃຫ້ຜູ້ອື່ນຮູ້ນໍາ ຄວາມກ້າວໜ້າໃນການຄົ້ນຄວ້າຂອງເຂົາເຈົ້າໃນດ້ານຕ່າງໆ
ທີ່ລວມທັງພະລັງງານທາງເລືອກອື່ນເພື່ອໃຊ້ແທນພະລັງງານ
ປະເພດເກົ່າ, ວິທີກວດໂຣກມະເຮັງ ແລະເຄື່ອງຢັບຢັ້ງສັດພັນ
ຕ່າງໆທີ່ແຜ່ລາມໄປທົ່ວ. Susanne Presto ຜູ້ສື່ຂ່າວວີໂອ
ເອ ໄດ້ມີໂອກາດພົບກັບຜູ້ທີ່ຖືກຄັດເລືອກເຂົ້າໃນຮອບສຸດ
ທ້າຍຈໍານວນນຶ່ງ ຊຶ່ງລວມທັງໄວລຸ້ນສາວຄົນນຶ່ງ ທີ່ໄດ້ຮັບລາງ
ວັນຊະນະເລີດ ຂອງການແຂ່ງຂັນຊອກຫາຜູ້ມີພອນສະຫວັນ
ໃນດ້ານວິທະຍາສາດຂອງບໍລິສັດ Intel ແລະເງິນລາງວັນ 1 ແສນໂດລາຂອງການແຂ່ງຂັນນີ້ ຊຶ່ງບົວສະຫວັນ ຈະນໍາ
ມາສະເໜີທ່ານໃນອັນດັບຕໍ່ໄປ:
ສຽງປະກາດ
ສຽງປະກາດທີ່ທ່ານໄດ້ຍິນຜ່ານໄປນັ້ນ ເວົ້າວ່າ:
“ຈາກເມືອງ Colorado Springs, ລັດ Colorado, ແລະຈາກໂຮງຮຽນອຸດົມ
Cheyenne Mountain High, ນາງ Sara Volz.”
ພໍສິ້ນສຸດຄໍາປະກາດນັ້ນ ສາວນ້ອຍ Sara Volz ກໍກ້າວອອກໄປຮັບເອົາລາງວັນຊະນະ
ເລີດຂອງການແຂ່ງຂັນ ຊອກຫາຜູ້ມີພອນສະຫວັນໃນດ້ານວິທະຍາສາດຂອງບໍລິສັດ
Intel ຫລື Intel Science Talent Search ປີ 2013 ແລະເງິນລາງວັນ 1 ແສນໂດລາ
ສໍາລັບຜົນງານການຄົ້ນຄວ້າພະລັງງານທາງເລືອກອື່ນ ຂອງນາງ.
ວີໂອເອ ໄດ້ພົບກັບນັກຮຽນ ອາຍຸ 17 ປີຄົນນີ້ ຢູ່ໃນງານສະແດງການຄົ້ນຄ້ວາດ້ານວິທະ
ຍາສາດດັ່ງກ່າວຂອງບໍລິສັດ Intel ບໍ່ເທົ່າໃດມື້ ກ່ອນໜ້ານາງຈະໄດ້ຮັບລາງວັນຊະນະ
ເລີດນັ້ນ ແຕ່ສິ່ງຂອງໃນໂຕນາງ ທີ່ດຶງດູດສາຍຕາ ບໍ່ແມ່ນຫລຽນລາງວັນທີນຶ່ງ ແຕ່ວ່າ
ແມ່ນຕຸ້ມຫູທີ່ເປັນຄໍາເວົ້າວ່າ “N-Er-Dy” (ເນີດີ) ຊຶ່ງໝາຍເຖິງຄົນທີ່ເກ່ງໃນດ້ານວິທະ
ຍາສາດ ແຕ່ແປກປະຫລາດໃນທາງສັງຄົມ.
ນາງ Sara ໄດ້ອະທິບາຍເຖິງຄວາມພະຍາຍາມຂອງນາງ ໃນການເພີ້ມຜົນຜະລິດນໍ້າມັນ
ຈາກໄຄທະເລ ເພື່ອໃຊ້ເປັນແຫລ່ງຜະລິດເຊື້ອໄຟຊີວະພາບ ທີ່ປະຫຍັດໃນທາງເສດຖະ
ກິດ ກໍຄືມີລາຄາຖືກ. ນາງ Sara ເວົ້າວ່າ:
“ຂ້ອຍພະຍາຍາມທີ່ຈະໃຊ້ວິວັດທະນາການທີ່ໄດ້ຮັບ ການຊີ້ນໍາ, ການຄັດ
ເລືອກແບບປະດິດຂຶ້ນເອງ, ໂດຍເພັ່ງເລັງໃສ່ປະ ລິມານຂອງໄຄນໍ້າ ແລະ
ພະຍາຍາມເຮັດໃຫ້ໄຄນໍ້າຄ່ອຍໆວິວັດໄປ ເພື່ອຜະລິດເປັນນໍ້າມັນເພີ້ມຂຶ້ນ.
ແລະວິທີທີ່ຂ້ອຍເຮັດນັ້ນ ກໍຄືຂ້ອຍໃຊ້ທາດເຄມີອັນນຶ່ງ ທີ່ຈິງແລ້ວ ມັນແມ່ນ
ຢາຂ້າພືດຊະນິດນຶ່ງທີ່ຂ້າໄຄນໍ້າ ຖ້າຫາກວ່າ ມັນບໍ່ຜະລິດນໍ້າມັນຢ່າງພຽງພໍ.”
ນາງ Sara ເວົ້າວ່າ ໄຄນໍ້າທີ່ໄດ້ຖືກໃສ່ຢາເຄມີ ແລ້ວລອດມາໄດ້ ບໍ່ຕາຍນັ້ນ ແມ່ນຜະລິດ
ນໍ້າມັນອອກໄດ້ຫລາຍກວ່າ ແລະຈະສົ່ງເຊື້ອພັນອັນນັ້ນຕໍ່ໄປ ໃຫ້ແກ່ໄຄທີ່ແຜ່ຜາຍອອກມາ
ຈາກມັນ ລຸ້ນຕໍ່ໄປ.
Sara ໄດ້ເຮັດການຄົ້ນຄວ້າຂອງລາວເກືອບທັງໝົດ ຢູ່ໃນຫ້ອງນອນຂອງລາວ ຢູ່ກ້ອງ
ຕຽງທີ່ຕັ້ງຢູ່ສູງຂອງລາວ. ລາວເວົ້າອີກວ່າ:
“ຂ້ອຍມີກ້ອງຈຸນລະທັດ, ເຄື່ອງປໍ້ານໍ້າມັນ ແລະແກ້ວທົດລອງທັງໝົດ, ແລະ
ຂ້ອຍກໍນອນຢູ່ໃນຮອບວຽນ 16-8 ຊົ່ວໂມງຂອງ ໄຄນໍ້າຂອງຂ້ອຍ ຄື 16 ຊົ່ວ
ໂມງແຈ້ງ ແລະ 8 ຊົ່ວໂມງມືດ ເພາະມັນຢູ່ກ້ອງບ່ອນຂ້ອຍນອນຫັ້ນໂລດ. ຂ້ອຍເອົາສານເຄມີທີ່ເປັນອັນຕະລາຍນັ້ນ ໄວ້ຢູ່ຕະຫລ່າງ.”
ເບິ່ງວີດິໂອອີກເລື້ອງນຶ່ງ ກ່ຽວກັບລາຍງານນີ້:
ທ່ານນາງ Wendy Hawkins, ອໍານວຍການຝ່າຍບໍລິຫານຂອງມູນນິ ທິ Intel ເວົ້າວ່າ
ການແຂ່ງຂັນທາງວິທະຍາສາດແບບນີ້ ໄດ້ສະໜອງຊ່ອງທາງສໍາລັບການຄົ້ນຄວ້າແບບ
ລົງມືເຮັດຕົວຈິງ ມາໄດ້ຫລາຍກວ່າ 70 ປີ ແລ້ວ. ທ່ານນາງ Hawkins ເວົ້າວ່າ:
“ມັນຫາຍາກຫລາຍ ທີ່ພວກນັກຮຽນຈະມີໂອກາດໄດ້ເຮັດສິ່ງຕ່າງໆ ຢູ່ໃນ
ຫ້ອງຮຽນວິທະຍາສາດນັ້ນ ນອກເໜືອ ໄປກວ່າ ການທ່ອງສູດຕ່າງໆ ແລະ
ເຮັດການທົດລອງແບບໂຫລໆ ບໍ່ມີເອກະລັກ.”
ພວກນັກວິທະຍາສາດໜຸ່ມນ້ອຍເຫລົ່ານີ້ ໄດ້ສ້າງແຮງດົນຈິດດົນໃຈ ໃຫ້ແກ່ລັດຖະມົນຕີ
ກະຊວງສຶກສາສະຫະລັດ, ທ່ານ Arne Duncan ຊຶ່ງທ່ານໃຫ້ຄໍາເຫັນວ່າ:
“ພວກເຂົາເຈົ້າໄດ້ມີການສໍາພັດຢ່າງໜ້າອັດສະຈັນ ແລະກໍມີໂອກາດຄົ້ນພົບ
ຄວາມມັກ ຄວາມຝັກໄຝ່ຂອງເຂົາເຈົ້າ ແລະສ້າງໃຫ້ເກີດຄວາມແຕກຕ່າງ
ຢ່າງແທ້ຈິງ ຊຶ່ງຂ້າພະເຈົ້າຄິດວ່າ ບໍ່ພຽງແຕ່ ຢູ່ໃນປະເທດຂອງພວກເຮົາ
ເທົ່ານັ້ນ ແຕ່ອາດຈະຢູ່ໃນທົ່ວໂລກອີກດ້ວຍ.”
ສາວນ້ອຍ Brittany Wenger ຈາກລັດ Florida ຕິດອັນດັບ ທີ 10 ໃນການແຂ່ງຂັນອັນນີ້.
ນາງ Brittany ເວົ້າວ່າ “ຂ້ອຍສອນຄອມພີວເຕີໃຫ້ຮູ້ຈັກວິທີວິໄຈໂຣກມະເຮັງ
ເຕົ້ານົມ ເພື່ອວ່າ ມັນຈະສາມາດກໍານົດໄດ້ວ່າ ກ້ອນເນື້ອຂອງນົມ ເປັນອັນ
ຕະລາຍ ມີເຊື້ອມະເຮັງ ຫລືວ່າ ບໍ່ມີ.”
ນັກຮຽນຍິງອາຍຸ 18 ປີຜູ້ນີ້ ເວົ້າວ່າ ຜົນສໍາເລັດຂອງລາວ ແມ່ນເກີດຂຶ້ນລຸນຫລັງທີ່ລາວ
ຖອດຖອນບົດຮຽນ ຈາກຄວາມພະຍາຍາມທີ່ຫລົ້ມແຫລວຫລາຍໆຄັ້ງຂອງນາງ.
Brittany ເວົ້າເຖິງຕອນທີ່ລາວຄົ້ນຄວ້າສໍາເລັດນັ້ນວ່າ:
“ຂ້ອຍຕື່ນເຕັ້ນ ຫລາຍ. ເວລານັ້ນມັນເດິ້ກຫລາຍແລ້ວ ສະນັ້ນ ທຸກຄົນໃນ
ຄອບຄົວຂ້ອຍ ກໍເຂົ້ານອນໝົດແລ້ວ ແຕ່ຂ້ອຍກໍຍັງນັ່ງຢູ່ທີ່ນັ້ນຢູ່ ຕາກວ້າງຢູ່
ເພາະມັນຕື່ນເຕ້ນຫລາຍ. ມັນຄັກອີ່ຫລີ.”
ທ້າວ Vincent O’Leary ຈາກລັດເວີຈີເນຍຕາເວັນຕົກ ສຶກສາເບິ່ງນິໄສ ຂອງກຸ້ງນໍ້າຈືດ
ທີ່ເອີ້ນວ່າ crawfish ທີ່ແຜ່ພັນໄປທົ່ວ ແລະເປັນໄພຂົ່ມຂູ່ຕໍ່ອຸດສະຫະກໍາປະມົງ. ທ້າວ Vincent ເວົ້າວ່າ:
“ໃນບັ້ນສຸດທ້າຍນັ້ນ ໂຄງການນີ້ກໍແມ່ນຈະນໍາພາໄປສູ່ວິທີການທີ່ຈະສາມາດ
ທໍານາຍໄດ້ວ່າ ພວກກຸ້ງເຫລົ່ານີ້ ຈະພາກັນເຄື່ອນຍ້າຍໄປທາງໃດ ໃນເວລາ
ຕໍ່ໄປ ແລະກໍຈະສ້າງວິທີການປ້ອງກັນໄວ້ ເພື່ອຄວບຄຸມມັນ.”
ໃນເວລານີ້ ຍັງບໍ່ສາມາດທໍານາຍໄດ້ເທື່ອວ່າ ບັນດານັກວິທະຍາສາດໜຸ່ມເຫລົ່ານີ້ ຈະກ້າວ
ໜ້າໄປຮອດໃສ ໃນຂະແໜງຂອງເຂົາເຈົ້າ ແຕ່ວ່າ ໃນປະຫວັດສາດຂອງການແຂ່ງຂັນ
Intel Science Talent Search ນີ້ ມີຜູ້ໄດ້ເຂົ້າຮອບສຸດທ້າຍ 7 ຄົນ ກ້າວໄປເຖິງຂັ້ນໄດ້ຮັບ
ລາງວັນໂນແບລ ມາແລ້ວ.
ເບິ່ງວີດິໂອພາສາລາວ ກ່ຽວກັບຜູ້ໄດ້ຮັບລາງວັນວິທະຍາສາດ Intel ເມື່ອປີ 2012: