ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ເຄາະຮ້າຍ ຕົກເປັນເຫຍື່ອການຄ້າມະນຸດ ຊາວອິນໂດເນເຊຍ 20 ຄົນ ໄດ້ຖືກປ່ອຍຕົວ ໃນມຽນມາ


ລັດຖະມົນຕີການຕ່າງປະເທດຂອງອິນໂດເນເຊຍ ທນ. ເຣັຕໂນ ມາຣຊູດີ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງຈາກາຕາ ຂອງອິນໂດເນເຊຍ, ວັນທີ 5 ພຶດສະພາ 2023, ກ່ຽວກັບຄວາມພະຍາຍາມເພື່ອຊ່ອຍເຫຼືອພົນລະເມືອງຂອງຕົນ ຫຼາຍສິບຄົນຜູ້ທີ່ຕົກເປັນເຫຍື່ອຄ້າມະນຸດໄປຍັງລັດກາຢິນຂອງມຽນມາ ເພື່ອເຮັດວຽກຫຼອກລວງທາງໄຊເບີ.
ລັດຖະມົນຕີການຕ່າງປະເທດຂອງອິນໂດເນເຊຍ ທນ. ເຣັຕໂນ ມາຣຊູດີ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງຈາກາຕາ ຂອງອິນໂດເນເຊຍ, ວັນທີ 5 ພຶດສະພາ 2023, ກ່ຽວກັບຄວາມພະຍາຍາມເພື່ອຊ່ອຍເຫຼືອພົນລະເມືອງຂອງຕົນ ຫຼາຍສິບຄົນຜູ້ທີ່ຕົກເປັນເຫຍື່ອຄ້າມະນຸດໄປຍັງລັດກາຢິນຂອງມຽນມາ ເພື່ອເຮັດວຽກຫຼອກລວງທາງໄຊເບີ.

ເຈົ້າໜ້າທີ່ຂອງອິນໂດເນເຊຍ ກ່າວວ່າ ພວກເພິ່ນໄດ້ປ່ອຍຕົວພົນລະເມືອງຂອງຕົນ 20 ຄົນ ທີ່ຕົກເປັນເ​ຫຍື່ອໃນການຄ້າມະນຸດ ທີ່ຖືກສົ່ງໄປຍັງມຽນມາ ເຂົ້າຮ່ວມໃນຂະບວນການຫຼອກລວງທາງອິນເຕີເນັດ ຫຼື ໄຊເບີ ທ່າມກາງການເພີ້ມຂຶ້ນ ໃນກໍລະນີການລັກລອບຄ້າມະນຸດ ຢູ່ໃນເຂດເອເຊຍຕາເວັນອອກສຽງໃຕ້ ອີງຕາມລາຍງານຂອງອົງການຂ່າວເອພີ. ກະຊວງການຕ່າງປະເທດຂອງອິນໂດເນເຊຍ ໄດ້ກ່າວໃນຖະແຫລງການ ເມື່ອວັນອາທິດວານນີ້ ຢູ່ທີ່ສະຖານທູດຂອງຕົນ ໃນນະຄອນຢາງກຸ້ງ ດ້ວຍການຊ່ອຍເຫຼືອຈາກເຄືອຂ່າຍຕ່າງໆໃນທ້ອງຖິ່ນທີ່ໄດ້ກຳກັບນຳການປ່ອຍຕົວ ພວກຜູ້ເຄາະຮ້າຍທັງຫຼາຍ ຈາກເມືອງມຽວ​ວັດດີ (Myawaddy) ແລະໄດ້ນຳເອົາພວກເຂົາເຈົ້າໄປຍັງເຂດຊາຍແດນຂອງໄທ. ເຈົ້າໜ້າທີ່ໄດ້ກ່າວວ່າ ພວກນາຍໜ້າປອມ ໄດ້ສະເໜີວຽກເຮັດງານທຳທີ່ມີຄ່າຈ້າງສູງຢູ່ໃນປະເທດໄທ ໃຫ້ແກ່ພວກຜູ້ເຄາະຮ້າຍ ແທນທີ່ຈະເປັນເຊັ່ນນັ້ນ ພວກເຂົາກັບຖືກສົ່ງໄປຍັງເມືອງ​ມຽວ​ວັດດີ ເພື່ອປະຕິບັດການຫຼອກລວງທາງໄຊເບີ ສຳລັບເວັບໄຊ ຄຣິບໂຕ ຫຼື ແອັປຕ່າງໆ. ສະຖານະການດັ່ງກ່າວ ໄດ້ດຶງດູດສຽງຮຽກຮ້ອງໂວຍວາຍທົ່ວປະເທດໃນອິນໂດເນເຊຍ ຫຼັງຈາກມີວີດີໂອທີ່ໄດ້ບັນທຶກໂດຍຜູ້ນຶ່ງພາຍໃນກຸ່ມພວກຜູ້ເຄາະຮ້າຍ ທີ່ນຳລົງໃນສື່ສັງຄົມເມື່ອເດືອນແລ້ວນີ້ ໄດ້ຖືກເຜີຍແຜ່ຕໍ່ໆກັນໄປຢ່າງຫຼວງຫຼາຍ.

Indonesian officials say they freed 20 of their nationals who were trafficked to Myanmar as part of a cyber scam, amid an increase in human trafficking cases in Southeast Asia. Indonesia’s Foreign Affairs Ministry said in a statement Sunday that its embassy in Yangon with help from local networks had managed to release the victims from Myawaddy township and brought them to the Thai border. Officials said fake recruiters had offered the victims high-paying jobs in Thailand but instead trafficked them to Myawaddy to perform cyber scams for crypto websites or apps. The situation drew a national outcry in Indonesia after a video made by one of the victims went viral on social media last month.

XS
SM
MD
LG