ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ ກ່າວວ່າ ລັດທິ ​ທີ່​ໄດ້​ຮັບ​ການສະໜັບສະໜູນຈາກ​ຄົນ​ທຳ​ມະ​ດາ​ສາມັນ ເປັນໄພຂົ່ມຂູ່ ອັນຕະລາຍ


HRW: Rise of Populists Poses a Dangerous Threat to Basic Rights Protection
please wait

No media source currently available

0:00 0:03:17 0:00

ສິ່ງ​ນຶ່ງ​ທີ່​ເປັນ​ໄພ​ຂົ່ມຂູ່​ໃຫຍ່ສຸດ​ຕໍ່​ສິດທິ​ມະນຸດ​ໃນ​ປີ 2016 ​ແມ່ນ​ການເພີ້ມ ທະວີ​ຂຶ້ນ​ຂອງ​ລັດທິ ​ທີ່​ໄດ້​ຮັບ​ການສະໜັບສະໜູນຈາກ​ຄົນ​ທຳ​ມະ​ດາ​ສາມັນ ອີງ​ຕາມ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ທີ່​ໄດ້​ນຳ​ລາຍ​ງານ ການ​ເຄົາລົບນັບຖື​ສິດທິ​ມະນຸດ​ ​ປີ 2017 ອອກ​ເຜີຍ​ແຜ່ໃນ​ວັນ​ພະຫັດ​ຜ່ານ​ມາ​ນີ້ ​ທີ່​ນະ​ຄອນ​ຫຼວງ​ວໍ​ຊິງ​ຕັນ. ລາຍ​ງານ​ໄດ້​ກ່າວ ອ້າງ​ເຖິງ​ຄວາມ​ສັບສົນດ້ານ​ສິດທິ​ມະ ນຸດ ​ໃນ​ການ​ເລືອກ​ຕັ້ງ​ທີ່​ສຳຄັນ​ຢູ່​ໃນ​ສະຫະລັດ ແລະ​ຢູ່ໃນທົ່ວ​ໂລກ ພ້ອມ​ດ້ວຍ​ວິ​ກິດ​ການ​ອົບ​ພະຍົບ ​ແລະ​ການ​ປຸກລະດົມ​ຝູງຊົນ ທີ່​ເພີ້ມທະວີ​ຂຶ້ນ. ນັກ​ຂ່າວ​ວີ​ໂອ ​ເອ Mariama Diallo ມີ​ລາຍ​ງານ​ກ່ຽວ​ກັບ​ເລື່ອງ​ນີ້ ຊຶ່ງ​ກິ່ງ​ສະຫວັນ ຈະ​ນຳເອົາ ລາຍ​ລະອຽດ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ລາຍ​ງານ ທີ່​ຍາວ 678 ໜ້າ ຊຶ່ງ​ເປັນສະບັບ​ທີ 27 ​ໄດ້​ທົບ​ທວນຄືນ​ການເຄົາລົບ​ນັບຖື​ສິດທິ​ມະນຸດ​ຢູ່​ໃນ​ຫຼາຍ​ກວ່າ 90 ປະ​ເທດ. ທ່ານ Kenneth Roth ຜູ້ອຳນວຍການ​ບໍລິຫານ ຂອງ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ກ່າວ​ວ່າ ນີ້​ເປັນ​ເວລາ ​ທີ່​ໄດ້​ເກີດ​ບັນ ຫາ​ແບບແປກໆ ​ເພາະວ່າ​ ການເພີ້ມທະວີ​ຂຶ້ນ​ຂອງ​ບັນດາ​ຜູ້ນຳທີ່ອ້າງ​ຕົນ​ເອງ​ວ່າ ໄດ້​ຮັບ​ຄວາມ​ສະໜັບສະໜູນ​ຈາກຄົນ​ທຳ​ມະ​ດາສາມັນ​ນັ້ນ​ ​ແມ່ນ​ເປັນ​ໄພ​ຂົ່ມຂູ່​ພິ​ເສດ ຕໍ່ສິດທິ​ມະນຸດ.

ທ່ານ​ກ່າວ​ວ່າ “ນະ​ໂຍບາຍປົກ​ປ້ອງຄົນ​ພື້ນຖານ ຄວາມຢ້ານ​ກົວ ການ​ແບ່ງ​ແຍກ ​ເຊື້ອ ຊາດ​ຜິວ​ພັນ ຄວາມ​ຢ້ານກົວ​ຕໍ່​ສາສະໜາ​ອິສລາມແລະຄວາມ​ກຽດ​ຊັງ​ແມ່ຍິງ ຕ່າງ​ກໍ​ກຳລັງ​ເພີ້​ມ ຂຶ້ນ. ຖ້າ​ຫາກ​ນໍ້າສຽງ ​ຂອງ​ຄວາມ​ບໍ່ໂຍະຍານ​ຜ່ອນຜັນ ໄດ້​ຮັບໄຊຊະນະ​ແລ້ວ ​ໂລກ​ກໍຈະ​ສ່ຽງ​ຕໍ່​ການກ້າວ​ເຂົ້າ​ສູ່​ຍຸກສະ​ໄໝ​ຂອງ​ຄວາມ​ມືດ​ມົນ.”

ທ່ານ Roth ກ່າວ​ວ່າ ການ​ໂຈມ​ຕີກໍ່ຄວາມ​ຮຸນ​ແຮງຂອງ​ພວກກໍ່​ການ​ຮ້າຍ ​ໄດ້​ພາ​ໃຫ້​ເກີດ ຄວາມ​ຢ້ານ​ກົວ​ແລະ​ຄວາມສົງ​ໄສ ​ແລະ​ຍັງ​ພາ​ໃຫ້​ມີຄວາມ​ຮູ້ສຶກ​ເພີ້ມ ຂຶ້ນວ່າ ລັດຖະບານ ​ແລະ​ພວກ​ຊົນ​ຊັ້ນຜູ້ນຳ ບໍ່​ຫົວຊາຕໍ່ຄວາມ​ເປັນ​ຫ່ວງ​ກັງວົນ ຂອງ​ປະຊາຊົນ. ​ນີ້​ໄດ້​ກໍ່​ໃຫ້​ເກີດ​ສະພາບ​ແວດ​ລ້ອ​ມຂອງ​ຄວາມ​ບໍ່ພໍ​ໃຈ ​ຊຶ່ງບັນດາ​ນັກການ​ເມືອງ​ບາງ​ຄົນ ພາກັນສ້າງ​ຮັ່ງ ຄູນມີ​ແລະ​ແມ່ນກະ​ທັງ​ມີອຳນາດ​ເພີ້ມຂຶ້ນ.

ທ່ານ Roth ກ່າວ​ວ່າ “ຜົນສຳ​ເລັດ​ໂຄສະນາ​ຫາ​ສຽງ​ປະທາ​ນາ​ທິບໍດີ ຂອງ​ທ່ານ Donald Trump ຍັງໄດ້​ສະ​ແດງ​ໃຫ້​ເຫັນ​ ເຖິງ​ພາບ​ການ​ເມືອງ​ ທີ່ບໍ່​ມີ​ການ​ໂຍະ ຍານ​ຜ່ອນຜັນ. ທ່ານ​ໄດ້ດູ​ຖູ​ກຄົນ​ເຂົ້າ​ເມືອງ ປະ​ນາ​ມ​ອົບ​ພະຍົບ ​ໂຈ​ມຕີ​ຜູ້​ພິພາກ ສາຍ້ອນ​ແຫຼ່ງ​ທີ່​ມາ​ຂອງບັນ ພະ​ບູຣຸດ ບໍ່​ໃຫ້​ຄວາມ​ສຳຄັນ​ການ​ກ່າວ​ຫາ​ຕ່າງໆ​ກ່ຽວ ກັບຂອງ​ການລວນ​ລາມທາງ​ເພດ ​ແລະ​ປະກາດ​ທີ່​ຈະ​ຍົກ​ເລີກ​ຄວາມ​ສາມາດ​ຂອງພວກແມ່ຍິງ​ທີ່​ຄວບຄຸມ​ການ​ມີ​ລູກ​ຂອງ​ເຂົາ​ເຈົ້າ.”

​ແຕ່​ທ່ານ Trump ກ່າວ​ວ່າ ທ່ານ​ໄດ້ຮັບ​ໄຊຊະນະ​ເພາະວ່າ ຊາວ​ອາ​ເມຣິກັນ​ບໍ່​ພໍ​ໃຈ​ກັບ ລັດຖະບານ​ທ່ານ Obama​. ທ່ານ Roth ​ເຊື່ອ​ວ່າ ພິກ​ໄຫວ​ຂອງ​ທ່ານ Trump ​ແມ່ນ​ໄດ້​ຖືກ​ນຳ​ໄປ​ໃຊ້​ຢູ່​ໃນ​ແຫ່ງ​ອື່ນໆ​ອີກ.

ທ່ານ Roth ກ່າວ​ວ່າ “ນຳໜ້າ​ໝູ່​ກໍແມ່ນ ທ່ານ​ນາງ Marine Le Pen ຢູ່​ປະ​ເທດ​ຝຣັ່ງ ​ແລະ ທ່ານ Geert Wilder ຢູ່​ປະ​ເທດ​ເນ​ເທີ​ແລ​ນ. ​ແຕ່​ກໍ​ມີ​ການສະ ທ້ອນ​ກັບ ກ່ຽວ​ກັບ​ການ​ບໍ່​ໂຍະຍານ​ຜ່ອນຜັນ​ດັ່ງກ່າວ ​ຢູ່​ໃນຄ້າຍກຸ່ມ Brexit ສຳນວນ​ໂວຫານ​ຂອງ​ທ່ານ ViktorOrbran ຢູ່​ປະ​ເທດຮັງ​ກາຣີ ​ແລະຂອງ​ທ່ານ Jaroskaw Kaczynski ຢູ່ປະ​
ເທດ​ໂ​ປ​ແລນ ​ແລະ​ບັນດາ​ພັກ​ການ​ເມືອງຂວາ​ຈັດ​ຕ່າງໆ ນັບ​ແຕ່​ເຢຍຣະມັນ ​ໄປ​ຫາປະ​ເທດກຣິສ."

ທ່ານ Larry Sabato ຈາກ​ມະຫາວິທະຍາ​ໄລ Virginia ກ່າວ​ຜ່ານ​ທາງ Skype ວ່າ “ມັນ​ຄວນເປັນ​ເລື່ອງກັງວົນ​ໃຈ​ແກ່​ທຸກໆ​ຄົນ ຜູ້​ທີ່​ເປັນ​ຫ່ວງ​ກ່ຽວ​ກັບ ຄຳ​ວ່າ democracy ຫລື​ປະຊາທິປະ​ໄຕ ​ເພາະວ່າ​ມັກ​ຈະ​ເກີດ​ຂຶ້ນ​ເລື້ອຍໆ​ຢູ່​ໃນ​ສະຫະລັດຫລື​ຢູ່​ໃນ​ປະ​ເທດປະ ຊາ ທິປະ​ໄຕ​ອື່ນໆເຊັ່ນປະ​ເທດ​ອັງກິດ ຊຶ່ງ​ໃນ​ທີ່​ສຸດ​ກໍ​ໄດ້​ຖືກ​ລອກ​ລຽນ​ແບບ ​ຢູ່​ໃນ​ບັນດາ​ປະ​ເທດປະຊາທິປະ​ໄຕ​ອື່ນໆ​ເຊັນ​ວ່າ ຝຣັ່ງ ​ເຢຍຣະມັນ ​ແລະໄປອອກ​ໄປ​ກວ່າ​ນັ້ນ.”

ທ່ານ Roth ຍັງ​ໄດ້​ຕິຕຽນ ​ຕໍ່​ອັນ​ທີ່​ທ່ານອ້າ​ງວ່າ​ ເປັນພວກຜະ​ເດັດ​ການ​ຂອງຣັ​ດ​ເຊຍ ​ເທີ​ກີ ຟິລິບ​ປີນ ອີ​ຈິບ ​ແລະ​ຈີນ ​ທີ່​ທ່ານ​ກ່າວ​ວ່າ​ ທີ່ໄດ້​ໃຊ້ອຳນາດສ່ວນ​ຕົວ ຂອງ​ພວກ​ເຂົາ​ເຈົ້າ ​ແທນ​ລັດຖະບານທີ່​ມີ​ຄວາມຮັບຜິດຊອບ ​ແລະ​ການປົກຄອງ ດ້ວຍ​ຕົວ​ບົດ​ກົດໝາຍ.

ທ່ານ Roth ກ່າວ​ວ່າ “ປະທານາທິບໍດີ Erdogan ​ເພີ້​ມການ​ປົກຄອງ​ແບບ​ຜະ​ເດັດ​ການ ຕື່ມ​ຂຶ້ນ​ຢູ່ໃນ​ເທີ​ກີ ອີ​ຈິບ​ ພາຍ​ໃຕ້​ປະທານາທິບໍດີ Sisi ​ໄດ້​ຜະລິດ​ການ​ປົກຄອງ ທີ່​ກົດ​ຂີ່​ຜະ​ເດັດ​ການ​ຫລາຍ​ໄປກວ່າທີ່ໄດ້​ເກີດ​ຂຶ້ນ ​ພາຍ​ໃຕ້​ປະທານາທິ ບໍດີ Mubarak ປະທາ ນາ ທິບໍດີ Putin ​ໄດ້ຈຳກັດ​ຮັດ​ແຄບ​ ການ​ໂຮມ​ຊຸມນຸມ ​ແລະ​ການສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ ລົງ​ໂທດພວກ​ຊົມ​ໃຊ້ອິນ​ເຕີ​ແນັດ ທີ່​ມີ​ເຫດມີຜົນ ແລະທັບ​ມ້າງ​ບັນດາ​ກຸ່ມ ສັງຄົມ​ພົນ ລະ​ເຮືອນ. ທ່ານ Xi Jingping ປະທານປະ​ເທດ​ຈີນ​ ກໍ​ເລີ້ມ​ເອົາເສັ້ນທາງ ການ​ກົດ​ຂີ່ທີ່​ຄ້າຍຄື​ກັນນີ້.”

ທ່ານ Roth ຍັງ​ໄດ້ກ່າວ​ຢ່າງ​ລະມັດລະວັງ​ຕໍ່​ບັນດາ​ຜູ້ນຳ​ຢູ່​ໃນ​ອາ​ຟຣິກາ ທີ່​ໄດ້ເລື່ອນ​ເວລາ ຫລື​ຕໍ່​ອາຍຸ​ສະ​ໄໝ​ການ​ດຳລົງ​ຕຳ​ແໜ່​ງ ​ແລະ​ການ​ປະກາດຖອນ​ໂຕ ​ເມື່ອ​ໄວໆ​ມານີ້ ​ອອກ ຈາກສານ​ອາຍາ​ສາກົນ ໂດຍ​ສອງ​ສາມ​ປະ​ເທດ​ນັ້ນ.

XS
SM
MD
LG