ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຈາກເລື່ອງ ບາບີຄິວ ຈົນຮອດ ເສດຖະກິດ ກຸ່ມນັກສຶກສາ ມີໂອກາດ ພົບພໍ້ ກັບເພື່ອນໃໝ່ໆໄດ້


ບັນດານັກສຶກສາ ກຳລັງຮ່ຳຮຽນ ຢູ່ໃນຫ້ອງສະໝຸດຂອງ ວິທະຍາໄລ ເດວິດຊັນ (Davidson College), ໃນເມືອງເດວິດຊັນ ລັດຄາໂຣໄລນາເໜືອ. (Photo credit: Fuji Lozada, Twitter @thefieldworker)
ບັນດານັກສຶກສາ ກຳລັງຮ່ຳຮຽນ ຢູ່ໃນຫ້ອງສະໝຸດຂອງ ວິທະຍາໄລ ເດວິດຊັນ (Davidson College), ໃນເມືອງເດວິດຊັນ ລັດຄາໂຣໄລນາເໜືອ. (Photo credit: Fuji Lozada, Twitter @thefieldworker)

ການສຶກສາຂອງລູກ ເປັນເລື່ອງທີ່ສຳຄັນຍິ່ງ ສຳລັບພໍ່ແມ່ຜູ້ປົກຄອງທັງຫຼາຍ ໂດຍ
ສະເພາະ ຫຼັງຈາກທີ່ພວກເຂົາເຈົ້າຮຽນຈົບຂັ້ນມັດທະຍົມແລ້ວ ການວາງແຜນເສັ້ນ
ທາງການສຶກສາ ແມ່ນໄດ້ຖືກກຳນົດໄວ້ຕັ້ງແຕ່ຫົວທີ ກ່ອນທີ່ພວກເຂົາເຈົ້າຈະຮຽນຈົບ
ລະດັບມັດທະຍົມ ແຕ່ພໍ່ແມ່ກໍຍັງເປັນຫ່ວງ ໃນເລື່ອງຕ່າງໆ ເຊັ່ນຊີວິດການເປັນຢູ່ ຂອງ
ພວກລູກໆ ຢູ່ທີ່ມະຫາວິທະຍາໄລ ບ່ອນທີ່ພວກເຂົາ ຈະໄປຮ່ຳຮຽນເປັນເວລາຫຼາຍປີນັ້ນ
ແຕ່ມະຫາວິທະຍາໄລໃນສະຫະລັດ ໂດຍສ່ວນໃຫຍ່ ຈະມີສະໂມສອນຕ່າງໆ ແລະກຸ່ມ
ນັກສຶກສາຕ່າງໆ ເພື່ອຮອງຮັບບັນດານັກສຶກສາລຸ້ນໃໝ່ ດັ່ງທີ່ ໄຊຈະເລີນສຸກ ຈະນຳ
ລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ມັນບໍ່ໄດ້ເອີ້ນວ່າ “ອອກຈາກຮັງ” ໂດຍບໍ່ມີເຫດຜົນຫຍັງ.

ໃນແຕ່ລະປີ ພວກຊາວໜຸ່ມຫຼາຍຮ້ອຍພັນຄົນ ໄປເຂົ້າວິທະຍາໄລ ຫຼື ມະຫາວິທະຍາໄລ
ຄັ້ງທຳອິດ ໂດຍຈະອອກໄປຈາກບ່ອນທີ່ຕົນຄຸ້ນເຄີຍ ແລະບ່ອນຢູ່ທີ່ປອດໄພ ເພື່ອປະ
ເຊີນໜ້າກັບໂລກໃໝ່.

ແລະບໍ່ແມ່ນໝົດທຸກຄົນດອກ ທີ່ຈະບິນໄດ້ໂລດ. ຊີວິດການຮ່ຳຮຽນໃນວິທະຍາໄລ ບາງ
ຄັ້ງບາງຄາວ ກໍສາມາດເຮັດໃຫ້ພວກເຂົາໂດດດ່ຽວໄດ້ ດັ່ງທີ່ ທ່ານແມັຕ ເຄົ້າຈ໌ (Matt
Couch) ​ຮອງຄະນະ​ປົກ​ຄອງພວກນັກສຶກສາ ຢູ່ທີ່ມະຫາວິທະຍາໄລ ລັດໂອໄຮໂອ
ໃນນະຄອນໂຄລຳບັສ ໄດ້ກ່າວໄປນັ້ນ.

ການຮ່ຳຮຽນໃນລະດັບຂັ້ນມັດ​ທະຍົມ ໂດຍປົກກະຕິແລ້ວ ແມ່ນບໍ່ຄ່ອຍຕ້ອງເອົາໃຈໃສ່
ຫຼາຍພໍປານໃດ ເທົ່າກັບການຮ່ຳຮຽນໃນວິທະຍາໄລ ຫຼືມະຫາວິທະຍາໄລ. ທ່ານເຄົ້າຈ໌
ກ່າວວ່າ ສະນັ້ນແລ້ວ ພວກນັກຮຽນມັດທະຍົມ ເປັນໄປໄດ້ສູງຈະຮຽນໜັກກວ່າເກົ່າ ຢູ່
ໃນວິທະຍາໄລ. ແລະທ່ານກ່າວຕື່ມວ່າ ພວກນັກຮຽນສ່ວນໃຫຍ່ ຈະມີຄວາມຜູກພັນກັບ
ຖິ່ນຖານບ້ານເກີດຢ່າງໜຽວແໜ້ນ ແລະພວກຄົນທີ່ເຂົາເຈົ້າເຕີບໃຫຍ່ມານຳກັນນັ້ນ.

ບັນຫາຫຼາຍສິ່ງຫຼາຍຢ່າງເຫຼົ່ານີ້ ອາດນຳໄປສູ່ ການເຮັດໃຫ້ຄິດຮອດບ້ານເກີດ. ການ
ແນະນຳຂອງທ່ານເຄົ້າຈ໌ ກໍແມ່ນວ່າ ໃຫ້ພວກນັກຮຽນໃໝ່ ລົງທະບຽນ ແລະເຂົ້າຮ່ວມ
ໃນສະໂມສອນຕ່າງໆ.

ຕາມລິ້ງຕໍ່ໄປນີ້: https://www.doorofclubs.com/schools/1131/university-of-illinois-at-urbana-champaign

ທ່ານເຄົ້າຈ໌ ເວົ້າວ່າ “ຖ້າຫາກ ພວກເຂົາເຈົ້າ ບໍ່ພົບຜູ້ໃດທີ່ພວກເຂົາ ເຂົ້າຫາໄດ້ໃນທັນທີ
....ອັນນັ້ນ ສາມາດ....ນຳໄປສູ່ບັນຫາຫຼາຍຢ່າງ.” ທ່ານກ່າວຕໍ່ໄປວ່າ “ຢູ່ທີ່ວິທະຍາໄລ
ໂດຍສ່ວນຫຼາຍ ກໍຈະມີ......ຊີວິດນອກຫ້ອງຮຽນຢູ່ ທີ່ມີຊີວິດຊີວາ ແລະກໍຈະມີພວກຄົນ
ຜູ້ທີ່ມີຄວາມສົນໃຈ ໃນເລື່ອງທີ່ຄ້າຍຄືກັນ. ມັນພຽງເປັນເລື່ອງຂອງການພົບພໍ້ກັນເທົ່າ
ນັ້ນເອງ.” ທ່ານກ່າວອີກວ່າ ການເຂົ້າຮ່ວມໃນອົງການຈັດຕັ້ງຕ່າງໆ ຊຶ່ງມີຫຼາຍພໍສົມຄວນ
ຢູ່ທີ່ວິທະຍາໄລ ແລະມີຫຼາກຫຼາຍຂະແໜງທີ່ໜ້າສົນໃຈໃຫ້ເລືອກ. ຍົກຕົວຢ່າງ ຢູ່ໃນລັດ
ໂອໄຮໂອ ມີກຸ່ມຕ່າງໆ 1400 ກຸ່ມ ໂດຍມີກຸ່ມນັກສຶກສາທີ່ໃຫຍ່ທີ່ສຸດ ທີ່ເຈາະຈົງໃສ່ເລື່ອງ
ອາຫານປະເພດປີ້ງ ຫຼືເອີ້ນວ່າ ບາບີຄິວ.

ຕາມລິ້ງຕໍ່ໄປນີ້:

[[https://ohio.campuslabs.com/engage/organizations]]

ສ່ວນກຸ່ມອື່ນໆ ທີ່ເປັນປະເພດການໃຫ້ບໍລິການ ການເຂົ້າມາຮ່ວມກັນເພື່ອຊ່ອຍເຫຼືອ
ຄົນອື່ນ. ບາງສ່ວນ ກໍສຸມໃສ່ເລື່ອງການຊົມວີດີໂອຍອດນິຍົມ ຫຼືຊົມຮູບເງົາ ຟັງເພງນຳກັນ
ຍັງມີສະໂມສອນອ່ານປຶ້ມ ແລະກິລາຕ່າງໆເປັນຕົ້ນ ເຊັ່ນວ່າ ຟຣິສບີ ແລະ ຕີດອກປີກໄກ່.

ຕາມລິ້ງຕໍ່ໄປນີ້:

[[https://admission.stanford.edu/student/organizations/]]

ພວກໝູ່ຄູ່ທີ່ເຈົ້າໄດ້ພົບພໍ້ ໃນກຸ່ມຕ່າງໆທີ່ກ່າວມານັ້ນ ສາມາດກາຍເປັນລະບົບອຸ້ມຊູ
ນັກຮຽນຜູ້ທີ່ຄິດຮອດບ້ານ. ແຕ່ກຸ່ມຕ່າງໆທີ່ເພັ່ງເລັງໃສ່ໃນສາຂາການສຶກສາ ສາມາດ
ຊ່ອຍເຫຼືອໄດ້ຫຼາຍຂຶ້ນຕື່ມອີກ. ການສຶກສາຄົ້ນຄວ້າ ສະແດງໃຫ້ ເຫັນວ່າ ກຸ່ມຕ່າງໆ
ເຫຼົ່ານີ້ຊ່ອຍພວກນັກສຶກສາໃນຜົນການຮຽນໄດ້ ແລະເປັນໄປໄດ້ສູງວ່າ ຈະເຮັດໃຫ້
ພວກເຂົາເຈົ້າຮຽນຈົບ.

ກຸ່ມນັກສຶກສານຶ່ງ ເນັ້ນໃສ່ເລື່ອງກ່ຽວກັບເສດຖະກິດ ຊຶ່ງຈະພົບປະກັນເປັນປະຈຳ ເພື່ອ
ປຶກສາຫາລື ໃນເລື່ອງເສດຖະກິດຕ່າງໆ. ກຸ່ມນີ້ ອາດເຊື້ອເຊີນບັນດານັກຊ່ຽວຊານ ໃນ
ດ້ານເສດຖະກິດ ໃຫ້ມາບັນລະຍາຍ ຕໍ່ບັນດາສະມາຊິກໃນກຸ່ມ ຫຼື ກຸ່ມນີ້ອາດຈະເດີນທາງ
ໄປຮ່ວມງານເສດຖະກິດຕ່າງໆ.

ຕາມລິ້ງຕໍ່ໄປນີ້:

[[https://www.worldeconomicsassociation.org/students/]]

ສະຫລຸບແລ້ວ ທ່ານເຄົ້າຈ໌ ໄດ້ໃຫ້ຂໍ້ສັງເກດ ກໍຄືວ່າ ພວກເຂົາເຈົ້າ ຮັບເອົາສິ່ງທີ່ພວກ
ເຂົາເຈົ້າໄດ້ຮ່ຳຮຽນຢູ່ໃນຫ້ອງຮຽນ ແລະນຳເອົາມັນໄປໃຊ້ໃນໂລກຕົວຈິງ. ແລະອັນນັ້ນ
ສາມາດເປັນປະໂຫຍດ ໃນຊີວິດຕໍ່ໄປ. ທ່ານກ່າວວ່າ “ໃນເວລາ ທີ່ເຈົ້າມີສ່ວນຮ່ວມ ອັນ
ນັ້ນ ກໍຈະໃຫ້ປະສົບປະການແກ່ເຈົ້າ ທີ່ຈະສາມາດນຳຂຶ້ນມາໃຊ້ໄດ້ ສຳລັບການແກ້ໄຂ
ບັນຫາ ແລະສຳລັບການພົວພັນກັບຄົນອື່ນໆ.” ທ່ານກ່າວຕໍ່ໄປວ່າ “ແລະ.....ຂ້າພະເຈົ້າ
ຄຶດວ່າ ບັນດາຜູ້ວ່າຈ້າງແມ່ນ ..... ສົນໃຈໃນບັນດານັກສຶກສາ ຜູ້ທີ່ມີປະສົບປະການທີ່ມີ
ຫຼາກຫຼາຍມິຕິ ຢູ່ໃນວິທະຍາໄລ ຫຼາຍກວ່າ.”

ທ່ານເຄົ້າຈ໌ ຮຽກຮ້ອງໃຫ້ບັນດານັກສຶກສາ ຜູ້ທີ່ບໍ່ສາມາດຊອກຫາ ກຸ່ມນັກສຶກສາທີ່ໜ້າ
ສົນໃຈ ຕໍ່ພວກເຂົາເຈົ້ານັ້ນ ຈົ່ງເລີ້ມຕັ້ງກຸ່ມນັ້ນຂຶ້ນມາເອງ. ບາງກຸ່ມ ຈະຕ້ອງໃຫ້ມີທີ່ປຶກ
ສາຂອງໂຮງຮຽນ ສ່ວນນັກສຶກສາອື່ນໆ ອາດໄດ້ຮັບການຊ່ອຍ ເຫຼືອດ້ານການເງິນຈາກ
ມະຫາວິທະຍາໄລ. ຕາມລິ້ງຕໍ່ໄປນີ້:

https://odus.princeton.edu/activities/organizations

ທ່ານເຄົ້າຈ໌ ເວົ້າວ່າ “ມັນບໍ່ຄ່ອຍເກີດຂຶ້ນເລີຍ ໃນຊີວິດຂອງຄົນຜູ້ນຶ່ງ ທີ່ຢູ່ໃນຊຸມຊົນ ທີ່ມີອົງການທີ່ຫຼາກຫຼາຍ ຢູ່ໃນອ້ອມແອ້ມບໍລິເວນ....ຊຶ່ງມີແນວຄິດ ທີ່ຫຼາກຫຼາຍ.”
ທ່ານກ່າວຕໍ່ວ່າ “ແລະມັນອາດເປັນໂອກາດທີ່ດີທີ່ສຸດແທ້ໆເລີຍ ທີ່ເຈົ້າຈະບໍ່ມີອີກເລີຍ
ທີ່ຈະໄດ້ຮັບການສຳຜັດກັບວັດທະນະທຳໃໝ່ ຫຼື ແນວຄິດດ້ານການເມືອງໃໝ່ ຫຼື ຈະ
ຮັບໃຊ້ສັງຄົມ.”

It's not called "leaving the nest" for nothing.

Every year, hundreds of thousands of young people enter college or university for the first time, leaving familiarity and security for a brand new world.

And not everyone soars. College life can be lonely sometimes, says Matt Couch, associate dean of students at Ohio State University in Columbus, Ohio.

High school academics are typically less demanding than college or university work. So, high school students are likely to have to work harder in college, he says. And most students have strong connections to home and the people they grew up with, he adds.

Acombination of these issues may lead to homesickness. Couch's suggestion is for new students to sign up and join in. [[https://www.doorofclubs.com/schools/1131/university-of-illinois-at-urbana-champaign]]

"If they don't find someone that they connect with right away ... that can … lead to all kinds of issues," Couch says. "At most college campuses, there's … a life outside the classroom that's really vibrant, and there're going to be people that share a common interest. It's just a matter of finding them."

Join student organizations, he says, which are plentiful on college campuses and span a wide range of interests. For example, Ohio State has around 1,400 groups, with the largest student group focusing on barbecue food. [[https://ohio.campuslabs.com/engage/organizations]] Other groups can be service-oriented,getting together to help others. Some focus on watching popular video or movies together, listening to music, book clubs, and sports like Frisbee and badminton. [[https://admission.stanford.edu/student/organizations/]]

The friends you make in those groups can become the support system a student is missing back home. But the groups centered on a field of study can be even more helpful. Research shows that these groups helps students' academic performance and makes them more likely to graduate.

A student group about economics will meet on a regular basis to discuss economics. The group might invite experts in economics to speak to the group, or it might travel to economics-linked events. [[https://www.worldeconomicsassociation.org/students/]]

In short, Couch notes, they are taking what they are learning in the classroom and making use of it in the real world. And that can be helpful later in life.

"When you're involved, that's going to give you experiences that you can draw upon for problem-solving and for relating to other people," he says. "And … I think that employers are … more interested in students who have an extra dimension [to] their college experience."

Couch urges students who cannot find a student group that interests them to start their own. Some groups will require a faculty advisor; others might receive financial support from the university. [[https://odus.princeton.edu/activities/organizations]]

"It's pretty rare in a person's life to be in a community that has that much organization around … diverse ideas," he says. "And it could really be the best opportunity you'll ever have to get some exposure to a new culture or new political ideas or to do service."

XS
SM
MD
LG